ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຮ້ານແລກປ່ຽນເງິນຂອງເອກະຊົນໃນລາວ ທີ່ໄດ້ຖືກສັ່ງໃຫ້ປິດ ກໍຍັງດຳເນີນທຸລະກິດ ຂອງພວກຕົນຢູ່ຕໍ່ເນື່ອງ


ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ ມີຄ່າສູງກວ່າເງິນກີບລາວ ຫຼາຍຂຶ້ນນັບມື້
ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ ມີຄ່າສູງກວ່າເງິນກີບລາວ ຫຼາຍຂຶ້ນນັບມື້

ບັນດາຮ້ານແລກປ່ຽນເງິນຂອງເອກະຊົນໃນລາວ ຍັງສືບຕໍ່ການດຳເນີນທຸລະກິດຂອງພວກຕົນ ດ້ວຍການລັກລອບແລກປ່ຽນເງິນໂດຍຜິດກົດໝາຍ ທີ່ເປັນການຍາກທີ່ທາງການລາວ ຈະຕິດຕາມຈັບກຸມໄດ້ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດການຄ້າຂາອອກ-ຂາເຂົ້າໃນລາວ ເປີດເຜີຍວ່າ ການທີ່ທະນາຄານແຫ່ງຊາດລາວ ໄດ້ອອກຄຳສັ່ງໃຫ້ຍົກເລີກຮ້ານແລກປ່ຽນເງິນຂອງເອກະຊົນທັງໝົດໃນທົ່ວປະເທດ ນັບຈາກທ້າຍປີ 2022 ເເປັນຕົ້ນມານັ້ນ ນອກຈາກຈະບໍ່ໄດ້ສົ່ງຜົນເຮັດໃຫ້ສະພາວະຂອງຄ່າເງິນກີບ ມີການປັບຕົວດີຂຶ້ນແຕ່ຢ່າງໃດແລ້ວກໍຍັງປາກົດວ່າ ທະນາຄານແຫ່ງຊາດລາວ ນັ້ນ ບໍ່ສາມາດຄວຍຄຸມ ແລະຢຸດຢັ້ງການແລກປ່ຽນເງິນໃນຕະຫຼາດ ທີ່ຢູ່ນອກລະບົບທະນາຄານໄດ້ໃນການປະຕິບັດຕົວຈິງອີກດ້ວຍ ເພາະບັນດາຮ້ານແລກປ່ຽນເງິນທີ່ຖືກສັ່ງປິດນັ້ນ ຍັງໄດ້ສືບຕໍ່ການດຳເນີນທຸລະກິດຂອງພວກຕົນດ້ວຍການລັກລອບແລກປ່ຽນເງິນໂດຍຜິດກົດໝາຍເລື້ອຍມາ ທັງຍັງບໍ່ຢ້ານກົວຕໍ່ມາດຕະການລົງໂທດຂອງທະນາຄານແຫ່ງຊາດລາວ ດ້ວຍ ເພາະມີພຽງແຕ່ການກ່າວເຕືອນກັບການປັບໃໝເທົ່ານັ້ນ ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ:

“ປັດຈຸບັນມີປາກົດການຮ້ານແລກປ່ຽນທີ່ຖືກປິດໄປແລ້ວ ກໍຍັງດຳເນີນທຸລະກິດຢູ່ ໝາຍຄວາມວ່າ ແທນທີ່ສິເປັນຮ້ານ ກະກາຍເປັນເຮືອນແລກປ່ຽນ ຍ້ອນວ່າ ບໍ່ມີໜ້າຮ້ານແລ້ວ ເຂົາກະມີການແລກປ່ຽນກັນເອງສ່ວນຫຼາຍ ພວກກຸ່ມນີ້ ເຂົາສິມີເຄືອຂ່າຍກັນໄວ້ ແລ້ວມີລູູກຄ້າປະຈຳຢູ່ແລ້ວ ສະນັ້ນ ທະນາຄານແຫ່ງ ສປປ ລາວ ກຳລັງຮ່ວມກັບຕຳຫຼວດເສດຖະກິດ ເພື່ອຕິດຕາມກວດກາການກະທຳຜິດເຫຼົ່ານີ້ຢູ່ ຖ້າມີການລະເມີດຈະມີການກ່າວເຕືອນກ່ອນ ເມື່ອກ່າວເຕືອນແລ້ວ ມີການລະເມີດຢູ່ ກໍຈະມີການປັບໃໝໃສ່ໂທດ.”

ນັກທຸລະກິດລາວ ໃຫ້ທັດສະນະດ້ວຍວ່າ ການທີ່ລາວ ຍັງຕ້ອງປະເຊີນກັບບັນ ຫາຄ່າເງິນກີບຕົກຕ່ຳ ແລະດັດຊະນີລາຄາການຊົມໃຊ້ສິນຄ້າໃນຊີວິດປະຈຳວັນ ຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ການດຳເນີນມາດຕະການແກ້ໄຂບັນດັ່ງກ່າວ ຂອງລັດຖະບານລາວ ມີປະສິດທິພາບຕ່ຳໃນທຸກດ້ານ ກໍຄືບໍ່ສາມາດຄວບຄຸມລາຄາສິນຄ້າ ບໍ່ສາມາດຄວບຄຸມການແລກປ່ຽນເງິນ ແລະບໍ່ສາມາດໃຫ້ການສົ່ງເສີມການຜະລິິດສິນຄ້າເພື່ອສະໜອງການບໍລິໂພກຕົວຈິງ ແລະຍັງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ເມື່ອສົມທົບກັບການປະຕິບັດໜ້າທີ່ໂດຍທຸຈະລິດຂອງພະນັກງານພັກ-ລັດດ້ວຍແລ້ວ ຍ່ອມເປັນໄປບໍ່ໄດ້ເລີຍທີ່ຈະດຳເນີນມາດຕະການຢ່າງມີປະສິດທິພາບ ດັ່ງທີ່ເຈົ້າໜ້າທີ່ກວດກາພັກ ຢືນຢັນວ່າ:

“ຄວາມຮູ້ ຄວາມສາມາດດ້ານວິຊາສະເພາະຂອງພະນັກງານຜູ້ເຮັດວຽກກວດກາ ແຕ່ລະຂັ້ນ ຍັງຈຳກັດ ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ກໍຍັງເກີດຂຶ້ນຢູ່ນຳສະມາຊິກພັກ ພະນັກງານຂັ້ນຕ່າງໆ ຂອດເຂົ້າພັກ ບໍ່ທັນຮັບປະກັນ ມາດຕະ ຖານເງື່ອນໄຂຕາມກົດລະບຽບຂອງພັກວາງອອກ ສ່ວນຫຼາຍ ແມ່ນແລ່ນແຕ່ຈຳ ນວນການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບາງບ່ອນຍັງຂາດການກວດກາຕາມແຜນການຂອງພັກ ໜ່ວຍພັກເພີ້ມຂຶ້ນ ແຕ່ຄຸນນະພາບບໍ່ທັນສູງ.”

ໂດຍໃນເດືອນເມສາ 2023 ອັດຕາເງິນເຟີ້ໃນລາວ ຢູ່ທີ່ລະດັບສະເລ່ຍ 39.89 ເປີເຊັນ ສ່ວນທາງດ້ານດັດຊະນີລາຄາການຊົມໃຂ້ສິນຄ້າ ຢູ່ທີ່ລະດັບສະເລ່ຍ 177.99 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ໃນຂະນະທີ່ອັດຕາແລກ ປ່ຽນຢູ່ທີ່ລະດັບສະເລ່ຍ 520 ກີບຕໍ່ 1 ບາດ, 2,560 ກີບນຕໍ່ 1 ຢວນ ແລະ 17,563 ກີບຕໍ່ 1 ໂດລາ ສ່ວນການຄ້າຕ່າງປະເທດຂອງລາວ ໃນ 4 ເດືອນຕົ້ນປີ 2023 ມີມູນຄ່າລວມ 4,080 ລ້ານໂດລາ ຊຶ່ງບໍ່ລວມການສົ່ງອອກໄຟຟ້າທີ່ເປັນການລົງທຶນຂອງຕ່າງຊາດໃນລາວ ແຕ່ຢ່າງໃດ ແລະເຖິງແມ່ນວ່າ ລາວຈະໄດ້ປຽບດຸນການຄ້າໃນມູນຄ່າລວມ 42 ລ້ານໂດລາກໍຕາມ ແຕ່ກໍເປັນຍ້ອນອຳນາດການຊື້ສິນຄ້າຈາກຕ່າງປະເທດຂອງລາວຫລຸດລົງ ກໍຄືສາເຫດສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳ ລວມເຖິງການບນໍ່ເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດ ຕໍ່ສະຖຽນລະພາບຂອງເງິນກີບອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງຄາດໝາຍຈະຄວບຄຸມອັດຕາເງິນເຟີ້ ໃນຕະຫຼອດປີ 2023 ນີ້ ໃຫ້ຢູ່ທີ່ລະດັບບໍ່ເກີນ 9 ເປີເຊັນ ຊຶ່ງກໍຖືວ່າ ເປັນລະດັບທີ່ບໍ່ໃກ້ຄຽງກັບສະພາບການຕົວຈິງ ເພາະວ່າ ອັດຕາເງິນເຟີ້ໃນລາວ ຍັງຈະສືບຕໍ່ເພີ້ມຂຶ້ນໃນລະດັບທີ່ເກີນກວ່າ 40 ເປີເຊັນ ຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ຍັງຈະສືບຕໍ່ເພີ້ມຂຶ້ນ ໃນຕະຫຼອດປີ 2023 ນີ້ ນັ້ນເອງ.

XS
SM
MD
LG