ພວກເຈົ້າໜ້າທີ່ເວເນຊູເອລາເວົ້າວ່າ ນັກໂທດ 29 ຄົນເສຍຊີວິດ ແລະຕຳຫຼວດ 19 ຄົນໄດ້ຮັບບາດເຈັບ ໃນຂະນະທີ່ມີການປະທະກັນ ຢູ່ໃນຄຸກ ຂອງເທດສະບານ ເມືອງອາຄາຣີກວາ (Acarigua) ຂອງລັດປອກຕູເກສຊາ (Portuguesa) ໃນວັນສຸກວານນີ້.
ທ່ານ ອອສກາ ວາເລໂຣ (Oscar Valero) ຫົວໜ້າພະແນກຮັກສາຄວາມ ປອດໄພຂອງພົນລະເມືອງເວົ້າວ່າ "ມີການພະຍາຍາມຫລົບໜີ ແລະມີການຕໍ່ສູ້ກັນຂຶ້ນລະຫວ່າງແກັ່ງທີ່ເປັນປໍລະປັກກັນ."
ທ່ານ ວາເລໂຣ (Valero) ເວົ້າວ່າ ຕຳຫລວດໄດ້ໄປທີ່ນັ້ນ ແລະຖືກຕ້ານຢັນ
ດ້ວຍ "ການຍິງປືນໃສ່ປານຮ່າຝົນ," ລວມທັງແກວ່ງລະເບີດມືເຂົ້າໃສ່ຫຼາຍລູກ.
ພວກເຈົ້າໜ້າທີ່ເວົ້າວ່າ ຄຸກຖືກອອກແບບມາ ເພື່ອຂັງນັກໂທດ 60 ຄົນ ແຕ່ວ່າ ຜັດມີຄົນຂັງຢູ່ໃນນັ້ນຫລາຍກວ່າ 500 ຄົນ.
ມີບ່ອນຂັງຄົນຄ້າຍຄືກັນນີ້ 500 ແຫ່ງ ຢູ່ທົ່ວປະເທດ ໂດຍທີ່ມີຂະໜາດບັນຈຸ 8,000 ຄົນ ແຕ່ວ່າຄຸກເຫລົ່ານັ້ນ ຜັດມີນັກໂທດປະມານ 55,000 ຄົນ ຂັງຢູ່ໃນນັ້ນ.
ອົງການບໍ່ຂຶ້ນກັບລັດຖະບານທີ່ສັງເກດການເບິ່ງພວກນັກໂທດໃນເວເນຊູເອລາ ເອີ້ນການປະທະກັນທີ່ເກີດຂຶ້ນໃນວັນສຸກວານນີ້ວ່າ ເປັນການ "ສັງຫານໝູ່."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸມນີ້
Venezuelan authorities say 29 prisoners were killed and 19 police were wounded in a clash in a municipal jail Friday in the town of Acarigua in Portuguesa state.
Portuguesa Citizen Security Secretary Oscar Valero said, "There was an attempted escape and a fight broke out among (rival) gangs,"
Valero said the police were met with "a hail of gunfire," including exploding grenades.
Officials say the municipal facility was designed to hold 60 inmates, but instead is holding over 500.
There are 500 similar cell blocks around the country with a capacity of 8,000, but instead the facilities are housing about 55,000 prisoners.
The Venezuelan Prisoners Observatory NGO called Friday's clash a "massacre."