ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກລາວ ອອກດຳລັດ ອະນຸຍາດໃຫ້ ສື່ມວນຊົນຕ່າງຊາດ ເປີດສຳນັກງານ ແລະລາຍງານຂ່າວ ຢູ່ໃນລາວໄດ້


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ອອກດຳລັດ ອະນຸຍາດໃຫ້ສື່ມວນຊົນຕ່າງຊາດ ສາມາດເຂົ້າມາເປີດສຳນັກງານ ແລະລາຍງານຂ່າວ ຢູ່ໃນລາວໄດ້.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ອອກດຳລັດ ອະນຸຍາດໃຫ້ສື່ມວນຊົນຕ່າງຊາດ ສາມາດເຂົ້າມາເປີດສຳນັກງານ ແລະລາຍງານຂ່າວ ຢູ່ໃນລາວໄດ້.

ນາຍົກລັດຖະມົນຕີລາວ ອອກດຳລັດ ອະນຸຍາດໃຫ້ສື່ມວນຊົນ
ຕ່າງຊາດ ສາມາດເຂົ້າມາເປີດສຳນັກງານ ແລະລາຍງານຂ່າວ
ຢູ່ໃນລາວໄດ້ແລ້ວ ແຕ່ຈະຕ້ອງປະຕິບັດ ຕາມລະບຽບກົດໝາຍ
ລາວ ຢ່າງເຂັ້ມງວດ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ອອກດຳລັດວ່າດ້ວຍ ການອະນຸຍາດໃຫ້ສື່
ມວນຊົນຕ່າງຊາດ ສາມາດທີ່ຈະເຂົ້າມາເປີດສຳນັກງານ ແລະລາຍງານຢູ່ໃນລາວໄດ້ ເມື່ອ
ວັນທີ 24 ພະຈິກ 2015 ທີ່ຜ່ານມາ ແລະໃຫ້ມີຜົນບັງຄັບໃຊ້ ນັບແຕ່ວັນທີ 14 ມັງກອນ
2016 ນີ້ເປັນຕົ້ນໄປ ໂດຍດຳລັດດັ່ງກ່າວນີ້ ໄດ້ກຳນົດບັນດາຫລັກການ ລະບຽບການ ແລະ
ວິທີການ ໃນການຄຸ້ມຄອງ ແລະຕິດຕາມການເກັບກຳຂໍ້ມູນ ແລະການລາຍງານຂ່າວຂອງ
ບັນດາສື່ມວນຊົນຕ່າງຊາດ ລວມເຖິງບັນດາສະຖານທູດ ແລະອົງການສາກົນ ທີ່ຢູ່ໃນລາວດ້ວຍ.

ທັງນີ້ ໂດຍສະເພາະແມ່ນລະບຽບການ ກ່ຽວກັບການລາຍງານຂ່າວ ແລະການເຜີຍແຜ່ຂໍ້
ມູນຂ່າວສານນັ້ນ ດຳລັດນາຍົກລັດຖະມົນຕີລາວ ສະບັບນີ້ ໄດ້ກຳນົດຢ່າງຈະແຈ້ງວ່າ
ບັນດາສື່ມວນຊົນຕ່າງຊາດ ຈະຕ້ອງຈັດສົ່ງຕົ້ນສະບັບ ຫຼືລາຍບະອຽດຂອງຂ່າວສານຕ່າງໆ
ນັ້ນ ເພື່ອໃຫ້ກະຊວງການຕ່າງປະເທດຂອງລາວ ທຳການກວດສອບ ກ່ອນທີ່ຈະທຳການ
ເຜີຍແຜ່ອອກສູ່ການຮັບຮູ້ໃນວົງກວ້າງ ແລະພ້ອມກັນນີ້ ການນຳສະເໜີ ຈະຕ້ອງເປັນລາຍ
ງານຂ່າວທີ່ສ້າງສັນອີກດ້ວຍ ຫາກບໍ່ສະນັ້ນ ທາງການລາວກໍຈະຕ້ອງມີຄຳສັ່ງ ໃຫ້ປິດສຳນັກ
ງານຂອງສື່ມວນຊົນຕ່າງຊາດໃນລາວໄດ້ ຕະຫຼອດເວລາ.

ສະຖານີ ວິທະຍຸຈີນ ສະເຫຼີມສະຫຼອງ ຄົບຮອບ 7 ປີ ໃນການດຳເນີນງານ ຢູ່ໃນລາວ.
ສະຖານີ ວິທະຍຸຈີນ ສະເຫຼີມສະຫຼອງ ຄົບຮອບ 7 ປີ ໃນການດຳເນີນງານ ຢູ່ໃນລາວ.

ໃນປັດຈຸບັນ ສຳນັກຂ່າວຕ່າງປະເທດ ທີ່ໄດ້ເປີດສຳນັກງານຢູ່ໃນ
ລາວແລ້ວ ປະກອບດ້ວຍສຳນັກງານຂ່າວຊິນຫົວຂອງຈີນ ວິທະຍຸ
ຈີນສາກົນ ສຳນັກຂ່າວຫວຽດນາມ ແລະສະຖານີໂທລະພາບ
ຫວຽດນາມ ສ່ວນທີ່ຈະຂໍເປີດສຳນັກງານໃໝ່ນັ້ນ ກໍຈະຕ້ອງຍື່ນ
ເລື້ອງ ເພື່ອຂໍອະນຸຍາດຈາກກະຊວງການຕ່າງປະເທດ ໂດຍຈະ
ຕ້ອງເປີດສຳນັກງານພາຍໃນ 3 ເດືອນຫລັງຈາກທີ່ໄດ້ຮັບການ
ອະນຸມັດແລ້ວນັ້ນ ແລະສຳລັບນັກຂ່າວຕ່າງຊາດທີ່ຕ້ອງການຈະ
ທຳຂ່າວໃນລາວ ກໍຈະຕ້ອງຂໍອະນຸຍາດກ່ອນ 15 ວັນເປັນຢ່າງນ້ອຍ.

ທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ແລະໂທລະຄົມມະນາຄົມ
ທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ແລະໂທລະຄົມມະນາຄົມ

​ກ່ອນໜ້ານີ້ ທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງ
ໄປສະນີ ແລະໂທລະຄົມມະນາຄົມ ຢືນຢັນວ່າ ການດຳເນີນມາດ
ຕະການກວດກາ ການນຳໃຊ້ສື່ສັງຄົມ Social Media ດ້ວຍລະ
ບົບ Internet ໃນລາວທີ່ມີການຮັບ-ສົ່ງຂໍ້ມູນຂ່າວສານ ລະຫວ່າງ
ກັນ ຕະຫຼອດເວລານັ້ນ ຍັງຈະຕ້ອງມີການເພີ້ມມາດຕະການເຂັ້ມ
ງວດຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກປາກົດວ່າ ມີການນຳໃຊ້ສື່ສັງ
ຄົມ ໄປໃນທາງທີ່ບໍ່ສ້າງສັນຫຼາຍຂຶ້ນນັບມື້ ທັງຍັງມີການໃຫ້ຂໍ້ມູນ
ຂ່າວສານ ທີ່ບໍ່ມີມູນຄວາມຈິງອີກດ້ວຍ.

ຍິ່ງໄປກວ່ານັ້ນ ຈາກການດຳເນີນມາດຕະການກວດກາ ໃນລະ
ຍະທີ່ຜ່ານມາ ກໍຍັງພົບວ່າ ມີການນຳໃຊ້ສື່ສັງຄົມອິດເຕີເນັດໄປ
ໃນທາງຂອງການວິພາກວິຈານ ທາງການເມືອງໃນລາວ ແລະ
ໃສ່ຮ້າຍປ້າຍສີການນຳໃນພັກປະຊາຊົນປະຕິວັດລາວ ແລະ
ລັດຖະບານ ອັນຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດໄດ້
ອີກດ້ວຍ ເພາະສະນັ້ນ ຈຶ່ງເຮັດໃຫ້ຕ້ອງມີການ ດຳເນີນມາດຕະ
ການ ປິດກັ້ນສື່ສັງຄົມອິນເຕີເນັດ ດັ່ງກ່າວ ຢ່າງເຂັ້ມງວດທີ່ສຸດ ໃນລະຍະຕໍ່ໄປນີ້ ດັ່ງທີ່ທ່ານ
ຫຽມ ໄດ້ຖະແຫລງຢືນຢັນວ່າ:

“ໃນການໃຊ້ສື່ສັງຄົມ Online ນີ້ ຜົນປະໂຫຍດນີ້ ກໍເພື່ອເປັນຂໍ້ມູນ ແລະແບ່ງຂໍ້
ມູນຄວາມຮູ້ສາລະຕ່າງໆ ການໂຄສະນາເຜີຍແຜ່ປະຊາສຳພັນ ລະຫວ່າງບຸກຄົນ
ກັບບຸກຄົນ ລະຫວ່າງອົງການກັບອົງການ ແລະບັນດານັກທຸລະກິດ ກໍຄືການຄ້າ
ແຕ່ຖ້າຫາກບັນຊີໃດຫຼືວ່າຜູ້ໃດ ຂໍ້ຄວາມໃດທີ່ມັນເປັນໄພແກ່ສັງຄົມ ເປັນໄພແກ່
ຜູ້ອື່ນ ແລະປະເທດຊາດຫັ້ນ ພວກເຮົາຈະຕັດເປັນກໍລະນີໄປ.”

ການນຳໃຊ້ສື່ສັງຄົມດ້ວຍລະບົບ ອິນເຕີເນັດໃນລາວ ໄດ້ເພີ້ມຂຶ້ນຢ່າງວ່ອງໄວ ນັບແຕ່ປີ
2010 ທີ່ລາວໄດ້ເລີ້ມນຳໃຊ້ລະບົບສື່ສານ 3G ແລະໄດ້ຍົກລະດັບເປັນລະບົບ 4G ນັບ
ຈາກປີ 2012 ເປັນຕົ້ນມາ ຊຶ່ງປາກົດວ່າ ມີຜູ້ນຳໃຊ້ໂທລະສັບມືຖືແລ້ວ ຫຼາຍກວ່າ 5 ລ້ານ
ຄົນ ຫຼືກວ່າ 70 ເປີເຊັນ ຂອງປະຊາກອນທັງໝົດໃນປັດຈຸບັນ ໂດຍໃນນີ້ ກໍມີຫຼາຍກວ່າ 1
ລ້ານຄົນ ທີ່ນຳໃຊ້ສື່ສັງຄົມ ອິນເຕີເນັດ ໃນປີ 2015 ແລະ ຄາດໝາຍວ່າ ຈະເພີ້ມຂຶ້ນເປັນ
ຫຼາຍກວ່າ 2 ລ້ານຄົນພາຍໃນປີ 2016 ນີ້ຢ່າງແນ່ນອນ.

XS
SM
MD
LG