ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ຢືນຢັນວ່າ ລັດຖະບານ ບໍ່ໄດ້ມີ ເປົ້າໝາຍ ທີ່ຈະພັດທະນາ ໃຫ້ເປັນໝໍ້ໄຟ ຂອງອາຊຽນ


ສາຍສົ່ງກະແສໄຟຟ້າ ຈາກລາວ ຫາປະເທດເພື່ອນບ້ານ ແລະ ອາຊຽນ
ສາຍສົ່ງກະແສໄຟຟ້າ ຈາກລາວ ຫາປະເທດເພື່ອນບ້ານ ແລະ ອາຊຽນ

ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານລາວ ບໍ່ໄດ້ມີເປົ້າໝາຍທີ່ຈະພັດທະນາ ໃຫ້
ເປັນໝໍ້ໄຟຂອງອາຊຽນ ຫາກແຕ່ຕ້ອງການຈະເປັນຜູ້ສົ່ງອອກພະລັງງານໄຟຟ້າ ຕາມ
ທ່າແຮງບົ່ມຊ້ອນທີ່ປະເທດລາວ ມີຢູ່ເທົ່ານັ້ນ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນຕໍ່ກອງປະຊຸມເສດຖະກິດ
ໂລກ (World Economic Forum) ທີ່ນະຄອນຮ່າໂນ່ຍ ປະເທດຫວຽດນາມ ເມື່ອບໍ່
ນານມານີ້ ວ່າ ການພັດທະນາລາວ ໃຫ້ເປັນໝໍ້ໄຟຂອງເອເຊຍ ຫຼື ອາຊຽນນັ້ນ ບໍ່ແມ່ນ
ເປົ້າໝາຍ ທີ່ລັດຖະບານລາວ ເປັນຜູ້ບັນຍັດຂຶ້ນແຕ່ຢ່າງໃດ ຫາກແຕ່ເປັນການອ້າງອີງ
ຕາມການສະເໜີລາຍງານບົດວິໄຈຂອງວາລະສານທາງເສດຖະກິດໃນຕ່າງປະເທດ
ສະບັບນຶ່ງ ເມື່ອນານມາແລ້ວ ຊຶ່ງເຮັດໃຫ້ຄົນທົ່ວໄປເຂົ້າໃຈວ່າ ການພັດທະນາແຫລ່ງ
ພະລັງງານ ໄຟຟ້າໃນລາວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງນັ້ນ ກໍຄືເປົ້າໝາຍການພັດທະນາລາວ ໃຫ້ເປັນໝໍ້ໄຟຂອງເອເຊຍ ຫຼື ອາຊຽນນັ້ນເອງ ດັ່ງທີ່
ທ່ານທອງລຸນ ໄດ້ໃຫ້ການເນັ້ນຢ້ຳວ່າ:

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຖະແຫລງ ຢູ່ທີ່ສະພາແຫ່ງຊາດ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຖະແຫລງ ຢູ່ທີ່ສະພາແຫ່ງຊາດ.

“ການຄົ້ນຄວ້າຂອງວາລະສານຂອງປະເທດນຶ່ງທີ່ເຄີຍເວົ້າກ່ອນນີ້ ປະມານ 20 ປີ
ວ່າແມ່ນ້ຳສາຂາ ແມ່ນ້ຳຂອງຢູ່ລາວ ຈະເປັນທ່າແຮງທີ່ດີທີ່ສຸດ ສຳລັບການພັດທະນາ
ໄຟຟ້ານ້ຳຕົກໄດ້ ແລະເຂົາກະເລີຍເວົ້າເກີນໄປກວ່ານັ້ນ ວ່າ ລາວຈະສາມາດເປັນ
Battery ຂອງເອເຊຍ ຫຼື ວ່າຂອງອາຊຽນ ຂ້າພະເຈົ້າບໍ່ສະໜັບສະໜຸນ ຄຳເຫັນ
ອັນນີ້ ແຕ່ລາວມີຄວາມສາມາດຂະຫຍາຍຄວາມບົ່ມຊ້ອມດ້ານແຫລ່ງນ້ຳທີ່ມີຢູ່ໃນ
ລາວນັ້ນ ສາມາດຜະລິດໄຟຟ້າເຫຼືອໃຂ້ ແລະກະສົ່ງອອກໃຫ້ແກ່ປະເທດເພື່ອນບ້ານ
ໄດ້.”

ທາງດ້ານ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານແລະບໍ່ແຮ່
ຢືນຢັນວ່າ ພາຍໃນປີ 2021 ລາວ ຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງ
ການ ມີກຳລັງຕິດຕັ້ງລວມ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ເຖິງ
67,000 ລ້ານກິໂລວັດ/ໂມງຕໍ່ປີ ຊຶ່ງໃນນີ້ເປັນແຫລ່ງຜະລິດພະລັງງານໄຟຟ້າທີ່ມີຢູ່ແລ້ວ
46 ໂຄງການ ກຳລັງຕິດຕັ້ງລວມ 6,444 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ
35,000 ລ້ານກິໂລວັດ/ໂມງ ສ່ວນ 54 ໂຄງການທີ່ກຳລັງກໍ່ສ້າງໃນປັດຈຸບັນນີ້ ມີກຳລັງ
ຕິດຕັ້ງ ລວມ 6,618 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 32,000 ລ້ານກິໂລວັດ
/ໂມງ ທັງນີ້ໂດຍທາງການລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບ ບໍລິສັດ
ເອກກະຊົນລາວ ແລະຕ່າງຊາດກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າໄປ
ແລ້ວ 357 ໂຄງການ ຊຶ່ງຖ້ຫາກກໍ່ສ້າງທຸກໂຄງການ ກໍຈະມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັບເຖິງ 115,118 ລ້ານກິໂລວັດ/ໂມງ.

ທ່ານຄຳມະນີ ຢືນຢັນດ້ວຍວ່າ ບັນດາບໍລິສັດຈີນ ໄດ້ລົງທຶນໃນພາກພະລັງງານໃນລາວ
ຫຼາຍທີ່ສຸດ ໂດຍມີ 9 ໂຄງການທີ່ກໍ່ສ້າງແລ້ວເສັດ ແລະຜະລິດກະແສໄຟຟ້າແລ້ວ ກໍຄື
ເຂື່ອນນ້ຳລີກ 1, 2 ເຂື່ອນນ້ຳງື່ມ 5, ເຂື່ອນນ້ຳງຽບ 2 ເຂື່ອນ້ຳ ອູ 2, 5 ແລະ 6 ເຂື່ອນ
ນ້ຳມັງ 1, ເຂື່ອນນ້ຳໄຜ່ ແລະເຂື່ອນ້ຳແບ່ງ ອີກທັງຍັງມີຫຼາຍກວ່າ 10 ໂຄງການ ທີ່ກຳລັງ
ກໍ່ສ້າງເພື່ອໃຫ້ແລ້ວເສັດພາຍໃນປີ 2020 ນອກຈາກນັ້ນ ຍັງມີການລົງທຶນກໍ່ສ້າງສາຍສົ່ງ
ໄຟຟ້າຂະໜາດ 230 KV ແລະ 500 KV ຈຳນວນ 8 ໂຄງການອີກດ້ວຍ.

ສ່ວນພົນອາກາດເອກ ປະຈິນ ຈັ່ນຕອງ ຮອງນາຍົກລັດຖະມົນຕີໄຟ ຢືນຢັນວ່າ ລັດຖະ
ບານໄທ ບໍ່ມີແຜນການທີ່ຈະຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນ ໃນໄລຍະ 7-8 ປີ ຕໍ່ໜ້າ
ໂດຍຈະຍັງຄົງການຮັບຊື້ໄຟຟ້າຈາກລາວໄວ້ທີ່ລະດັບ 9,000 ເມກາວັດໃນຊ່ວງປີ 2019
-2044 ເພາະວ່າ ໄທມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການເຖິງ 12,000
ເມກາວັດ ຄິດເປັນ 39 ເປີເຊັນ ຂອງການຊົມໃຊ້ໄຟຟ້າທັງໝົດໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ລັດຖະບານຫວຽດນາມ ໄດ້ຕົກລົງຈະຮັບຊື້ໄຟຟ້າ ຈາກລາວ 5,000
ເມກາວັດ ພາຍໃນປີ 2025 ສ່ວນລັດຖະບານ ກຳປູເຈຍ ຕົກລົງໃນຫລັກການວ່າ ຈະຊື້
ໄຟຟ້າຈາກລາວ 1,000 ເມກາວັດ ພາຍໃນປີ 2025 ແຕ່ດ້ວຍຂໍ້ຈຳກັດດ້ານເງິນທຶນ
ສຳລັບ ກໍ່ສ້າງແນວສາຍສົ່ງໄຟຟ້າແຮງສູງ ກຳປະເຈຍ ກໍໄດ້ນຳເຂົ້າພະລັງງານໄຟຟ້າ
ຈາກລາວ ພຽງ 115 ກິໂລວັດເທົ່ານັ້ນ ສ່ວນລັດຖະບານ ມຽນມາ ກໍໄດ້ຕົກລົງໃນຫລັກ
ການ ຈະຊື້ໄຟຟ້າຈາກລາວ 200 ເມກາວັດ ຫາກແຕ່ກໍຍັງບໍ່ມີຄວາມຊັດເຈນວ່າ ຈະສາ
ມາດລົງນາມຮ່ວມກັນໃນສັນຍາຊື້ຂາຍໄດ້ເມື່ອໃດແທ້ ສ່ວນທາງດ້ານລັດຖະບານ
ມາເລເຊຍ ທີ່ໄດ້ຕົກລົງຈະຮັບຊື້ໄຟຟ້າຈາກລາວ 100 ເມກາວັດ ນັບແຕ່ເດືອນສິງຫາ
2018 ເປັນຕົ້ນໄປນັ້ນ ກໍຍັງບໍ່ມີການຈັດຕັ້ງປະຕິບັດຕົວຈິງ.

XS
SM
MD
LG