ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີຍອມຮັບວ່າ ບັນດາວິສາຫະກິດຂອງລັດຖະບານ ລາວ ປະເຊີນກັບບັນຫາຂາດທຶນເພີ່ມຂຶ້ນ ແລະ ສ້າງໜີ້ສິນສູງກວ່າມາດຕະຖານ


ສະຖານີໄຟຟ້າຢູ່ປະເທດ ລາວ.
ສະຖານີໄຟຟ້າຢູ່ປະເທດ ລາວ.

ນາຍົກລັດຖະມົນຕີຍອມຮັບວ່າ ບັນດາວິສາຫະກິດຂອງລັດຖະບານ ລາວ ປະເຊີນກັບບັນຫາຂາດທຶນເພີ່ມຂຶ້ນ ແລະ ສ້າງໜີ້ສິນໃນລະດັບທີ່ສູງກວ່າມາດຕະຖານ ຍ້ອນລະບົບການບໍລິຫານງານທີ່ມີປະສິດທິພາບຕໍ່າ.


ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບວ່າບັນດາວິສາຫະກິດຂອງລັດຖະບານ ລາວ ກຳລັງປະເຊີນກັບບັນຫາຂາດທຶນເພີ່ມຂຶ້ນ ແລະ ສ້າງໜີ້ສິນໃນລະດັບທີ່ສູງກວ່າມາດຕະຖານ ໂດຍມີສາເຫດທີ່ສຳຄັນມາຈາກລະບົບການບໍລິຫານງານທີ່ມີປະຕິພາບຕໍ່າໂດຍສະເພາະລັດວິສາ ຫະກິດຂະໜາດໃຫຍ່ທີ່ມີພະນັກງານຈຳນວນຫຼາຍທີ່ເຮັດໃຫ້ຕ້ອງນຳໃຊ້ເງິນທຶນສູງດ້ວຍນັ້ນກໍຄືພາກສ່ວນທີ່ສ້າງພາລະໜີ້ສິນໃຫ້ກັບລັດຖະບານເພີ່ມສູງຂຶ້ນນັບມື້ ດັ່ງທີ່ທ່ານ ພັນຄຳ ໄດ້ໃຫ້ການຢືນຢັນວ່າ

“ໄລຍະຜ່ານມາ ລັດຖະບານແຕ່ລະສະໄໝໄດ້ລົງທຶນຈຳນວນຫຼາຍໃຫ້ບັນດາລັດວິສາຫະກິດແນໃສ່ໃຫ້ເປັນເຈົ້າພາທາງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ ແລະ ສ້າງຖານລາຍຮັບສຳຄັນໃຫ້ແກ່ລັດຖະບານ ແຕ່ໃນຕົວຈິງຜ່ານມາເຫັນວ່າບັນດາລັດວິສາຫະກິດເກືອບທັງໝົດດຳເນີນທຸລະ ກິດມີປະສິດທິຜົນຕໍ່າ ແລະ ຈຳນວນນຶ່ງສ້າງໜີ້ສິນມະຫາສານ ຕົກເປັນພາລະຂອງລັດຖະບານ.“

ໃນປັດຈຸບັນລັດຖະບານ ລາວ ມີວິສາຫະກິດໃນການຄຸ້ມຄອງຈຳນວນທັງໝົດ 187 ຫົວໜ່ວຍ ມີທຶນຈົດທະບຽນລວມກັນເກີນກວ່າ 225,495 ຕື້ກີບ ແຕ່ມີພຽງ 34 ລັດວິສາຫະກິດເທົ່ານັ້ນທີ່ມີຜົນການດຳເນີນທຸລະກິດໃນລະດັບທີ່ດີ ແລະ ລະດັບປານກາງສ່ວນທີ່ເຫຼືອອີກ 153 ຫົວໜ່ວຍນັ້ນກໍຄືລັດວິສາຫາກິດທີ່ຂາດທຶນ ແລະ ສ້າງພາລະໜີ້ສິນມະຫາສານໃຫ້ກັບລັດຖະບານ ລາວ ໂດຍສະ ເພາະລັດວິສາຫະກິດຂະໜາດໃຫຍ່ 9 ຫົວໜ່ວຍກໍຄືລັດວິສາຫະກິດການບິນ ລາວ, ລັດວິສາຫະ ກິດໄຟຟ້າ ລາວ, ລັດວິສາຫະກິດລ້ານຊ້າງພັດທະນາ ແລະ ບໍລິການຂາເຂົ້າ-ຂາອອກ, ລັດວິສາຫະ ກິດການຄ້າສາກົນ ລາວ ບໍລິການ, ບໍລິສັດ DAFI ທີ່ຢູ່ໃນການຄຸ້ມຄອງຂອງກອງທັບປະຊາຊົນ ລາວ, ລັດວິສາຫະກິດວິສະວະກຳນໍ້າ ແລະ ສິ່ງແວດລ້ອມ, ທະນາຄານພັດທະນາ ລາວ ແລະ ທະ ນາຄານສົ່ງເສີມກະສິກຳ, ທັງນີ້ໂດຍພາກສ່ວນທີ່ປະເຊີນກັບກນາຂາດທຶນ ແລະ ສ້າງພາລະໜີ້ສິນໃຫ້ແກ່ລັດຖະບານ ລາວ ຫຼາຍທີ່ສຸດໃນເວລານີ້ ກໍຄືລັດວິສາຫະກິດໄຟຟ້າ ລາວ (EDL) ເພາະການບໍລິຫານງານທີ່ມີປະສິດທິພາບຕໍ່າ ຫາກແຕ່ກໍມີການກູ້ຢືມເງິນທຶນຈາກຕ່າງປະເທດເພີ່ມຂຶ້ນທຸກປີ.

ສ່ວນທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍຢືນຢັນວ່າລັດວິສາ ຫະກິດໄຟຟ້າ ລາວ (EDL) ກຳລັງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ໂດຍມີສາເຫດສຳຄັນມາຈາກການມີໜີ້ສິນໃນລະດັບສູງ ທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານທຸລະກິດທີ່ມີປະສິດທິພາບຕໍ່າ ໂດຍສະເພາະກໍແມ່ນການຈັດທຳສັນຍາຊື້ຂາຍພະລັງງານໄຟຟ້າທັງພາຍໃນ ແລະ ຕ່າງປະເທດນັ້ນຍັງມີຂໍ້ບົກຜ່ອງໃນການກຳນົດລາຄາກະແສໄຟຟ້າທີ່ເໝາະສົມ ຈຶ່ງເຮັດໃຫ້ EDL ຕ້ອງສູນເສຍຜົນປະໂຫຍດຈາກການດຳເນີນງານທາງທຸລະກິດຢູ່ເລື້ອຍມາ ດັ່ງທີ່ທ່ານ ດາວວົງ ໄດ້ໃຫ້ການຢືນຢັນວ່າ

“ລັດວິສາຫະກິດຂາດສະພາບຄ່ອງດ້ານການເງິນເນື່ອງຈາກມີໜີ້ສິນເກີນລາຍຮັບ ຊຶ່ງສາເຫດແມ່ນເນື່ອງມາຈາກລັດວິສາຫະກິດໄຟຟ້າ ລາວ ມີສັນຍາຊື້ຂາຍໄຟຟ້າແບບຜູກມັດກັບຜູ້ພັດທະນາເຂື່ອນໄຟຟ້າຫຼາຍໂຄງການ ຊຶ່ງຍັງບໍ່ຮັດກຸມພຽງພໍ ເຮັດໃຫ້ຕ້ອງຮັບພາລະຄ່າໃຊ້ຈ່າຍໃນກໍລະນີມີພະລັງງານເຫຼືອໂດຍບໍ່ຈຳເປັນ ອັນທີ 2 ລາຄາສົ່ງອອກສ່ວນຫຼາຍແມ່ນຕໍ່າກວ່າລາຄາຮັບຊື້ຈາກແຫຼ່ງຜະລິດ ການຮັບຊື້ໄຟຈາກແຫຼ່ງຜະລິດບໍ່ສອດຄ່ອງກັບຄວາມຕ້ອງການຍ້ອນແຫຼ່ງຜະລິດສ່ວນ ໃຫຍ່ເປັນເຂື່ອນໄຟຟ້າທີ່ບໍ່ມີອ່າງເກັບນໍ້າ ເຮັດໃຫ້ລະດູຝົນມີພະລັງງານເຫຼືອແຕ່ໃນລະດູແລ້ງບໍ່ພຽງ ພໍກັບຄວາມຕ້ອງການ.”

ສ່ວນ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ EDL ຖະແຫຼງວ່າ EDL ມີໜີ້ສິນຈາກການກູ້ຢືມທັງພາຍໃນ ແລະ ຕ່າງປະເທດກວ່າ 2,000 ລ້ານໂດລາ ຈຶ່ງເຮັດໃຫ້ມີຄວາມສາມາດຢ່າງຈຳ ກັດໃນການຈັດຕັ້ງມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຈາກການລະບາດໄວຣັສໂຄວິດ-19 ດ້ວຍການປັບຫຼຸດຄ່າໄຟຟ້າໄດ້ໃນອັດຕາສະເລ່ຍພຽງແຕ່ 3 ເປີເຊັນເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ EDL ໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າ ລາວ (ມະຫາຊົນ) ຈຳກັດ (EDL-GEN) ຂຶ້ນ ເພື່ອລະດົມເງິນທຶນທັງພາຍໃນ ແລະ ຕ່າງປະເທດ ເມື່ອທ້າຍປີ 2010 ເພື່ອເປັນແນວທາງນຶ່ງຂອງການແກ້ບັນຫາດ້ານໜີ້ສິນດັ່ງກ່າວ ລວມເຖິງການປັບປຸງການບໍລິຫານງານໃຫ້ຄ່ອງຕົວຫຼາຍຂຶ້ນ ຊຶ່ງທີ່ຜ່ານມາ EDL-GEN ກໍໄດ້ລະດົມທຶນຈາກຕະຫຼາດຫຼັກຊັບຂອງ ໄທ ເກີນກວ່າ 3 ໝື່ນລ້ານບາດ.

XS
SM
MD
LG