ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ຍອມຮັບວ່າ ຈະບໍ່ສາມາດຢຸດຢັ້ງ ການລັກລອບ ຄ້າໄມ້ເຖືອນໄດ້ ຖ້າ ພະນັກງານລັດ ບໍ່ຮ່ວມມື


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ 17 ຂໍ້ ທີ່ແນໃສ່ການຢຸດຢັ້ງການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ 17 ຂໍ້ ທີ່ແນໃສ່ການຢຸດຢັ້ງການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ.

ນາຍົກລັດຖະມົນຕີລາວ ຍອມຮັບວ່າ ຈະບໍ່ສາມາດຢຸດຢັ້ງ ການລັກລອບຄ້າໄມ້ ເຖືອນໄດ້ເລີຍ ຖ້າຫາກວ່າ ບໍ່ໄດ້ຮັບການຮ່ວມມືຈາກບັນດາພະນັກງານຂອງ ລັດຖະບານ ໃນທຸກພາກສ່ວນຢ່າງແທ້ຈິງ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ການຈັດຕັ້ງປະຕິບັດ ຕາມຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ທີ່ໄດ້ປະກາດບັງ ຄັບໃຊ້ນັບແຕ່ວັນທີ 13 ພຶດສະພາ 2016 ເປັນຕົ້ນມາ ຈະບໍ່ສາມາດບັນລຸ ຕາມເປົ້າໝາຍທີ່ວາງໄວ້ໄດ້ເລີຍ ຖ້າຫາກວ່າ ບໍ່ໄດ້ຮັບການຮ່ວມມືຈາກ ບັນດາພະນັກງານຂອງລັດຖະບານໃນທຸກພາກສ່ວນຢ່າງແທ້ຈິງ.

ສະພາບປ່າໄມ້ຂອງລາວ ຍັງຈະສືບຕໍ່ລົດອັດຕາ ຄວາມໜາແໜັ້ນລົງຕື່ມອີກ ໂດຍມີສາເຫດມາຈາກການທີ່ບັນດາພະນັກງານລັດ ໄດ້ເຂົ້າໄປມີຜົນປະ ໂຫຍດຮ່ວມ ໃນການລັກລອບຄ້າໄມ້ເຖື່ອນ ຈຶ່ງບໍ່ໄດ້ກວດກາ ຢ່າງເຂັ້ມງວດ.
ສະພາບປ່າໄມ້ຂອງລາວ ຍັງຈະສືບຕໍ່ລົດອັດຕາ ຄວາມໜາແໜັ້ນລົງຕື່ມອີກ ໂດຍມີສາເຫດມາຈາກການທີ່ບັນດາພະນັກງານລັດ ໄດ້ເຂົ້າໄປມີຜົນປະ ໂຫຍດຮ່ວມ ໃນການລັກລອບຄ້າໄມ້ເຖື່ອນ ຈຶ່ງບໍ່ໄດ້ກວດກາ ຢ່າງເຂັ້ມງວດ.

ຍິ່ງໄປກວ່ານັ້ນ ສະພາບການຍັງຈະດຳເນີນໄປ ໃນທິດກົງກັນຂ້າມ ກໍຄື ສະພາບປ່າໄມ້ຂອງລາວ ຍັງຈະສືບຕໍ່ລົດອັດຕາຄວາມໜາແໜັ້ນລົງຕື່ມອີກ ໂດຍມີສາເຫດມາຈາກການທີ່ບັນດາພະນັກງານລັດ ໄດ້ເຂົ້າໄປມີຜົນປະ ໂຫຍດຮ່ວມດ້ວຍຈຶ່ງບໍ່ໄດ້ກວດກາ ຢ່າງເຂັ້ມງວດ ດັ່ງທີ່ທ່ານທອງລຸນ ໄດ້ ເນັ້ນຢ້ຳວ່າ:

“ບ່ອນໃດທີ່ເຮັດເຂື່ອ ເຮັດເສັ້ນທາງ ເຮັດສາຍໄຟ ເຮັດເຂດພັດທະນາ ຕ້ອງສຳຫຼວດໃຫ້ດີ ທີ່ຜ່ານມານີ້ ພວກເຮົາຖືກຕົວະວ່າ ອ່າງໂຕ່ງວ່າຊັ້ນ ອ່າງໂຕ່ງນ້ຳແຕ່ເຈົ້າໄປຊັດເອົາຈອມພູພຸ້ນລົງມາ ແລວສາຍໄຟວ່າຊັ້ນ ເອົາໄປແຕ່ລະຟາກເປັນເທົ່າໃດກິໂລແມັດພຸ້ນ ເຮັດທາງວ່າຊັ້ນ ເຮັດ ໄປໃສ່ປ່າດົງດິບ ຕັດໄມ້ໝົດແລ້ວ ໂອ້ຜິດທາງແລ້ວອ່ວຍໄປໃສ່ປ່າດົງ ດິບອື່ນອີກ ໝົດແລ້ວກະໄປບ່ອນອື່ນອີກ ຊິໃຫ້ເຮັດແນວນີ້ບໍຕໍ່ໄປ ບໍ່ໄດ້ດອກ ຄັນເຮັດແນວນີ້ ແຮງຊິເສຍ ຢ້ານເສຍໝົດ 70 ເປີເຊັນ ພຸ້ນຊ້ຳ ຍັງແຕ່ຊາວໜຶ່ງ ແລ້ວເຮົາຊິຢູ່ໄດ້ແນວໃດ.”

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນ ໃສ່ການຢຸດຢັ້ງການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ ໃຫ້ໄດ້ຢ່າງແທ້ຈິງ ໂດຍມີສາລະສຳຄັນ ໃນຂໍ້ 1 ທີ່ໄດ້ກຳນົດໃຫ້້ທຸກພາກສ່ວນ ທັງສູນກາງ ແລະທ້ອງຖິ່ນໃນທົ່ວປະເທດຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມກົດ ໝາຍ ແລະລະບຽບການທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະການສົ່ງໄມ້ໄປຕ່າງປະເທດ.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ປູດໄມ້ ງ່າໄມ້ ໄມ້ປະດັບທີ່ຂຸດຄົ້ນ ອອກຈາກປ່າທຳມະຊາດ ໄປຕ່າງປະເທດໃນທຸກກໍລະນີ ຢ່າງເດັດຂາດ ລວມ ທັງໄມ້ທີ່ລັດຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ ໂດຍຈະອະນຸຍາດໃຫ້ສົ່ງອອກໄດ້ສະເພາະໄມ້ທີ່ໄດ້ປຸງແຕ່ງເປັນຜະລິດຕະ ພັນສຳເລັດຮູບ ຕາມມາດຕະຖານທີ່ກະຊວງອຸດສາຫະກຳ ແລະການຄ້າ ໄດ້ ວາງອອກຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ສຳລັບກ່ຽວກັບການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ຄຳສັ່ງຂອງນາຍົກ ລັດຖະມົນຕີລາວ ສະບັບນີ້ ກໍໄດ້ກຳນົດໃຫ້ເປັນການປະສານງານ ລະຫວ່າງ ກະຊວງກະສິກຳ ແລະປ່າໄມ້ ກະຊວງການເງິນ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ ກະຊວງ ປ້ອງກັນປະເທດ ຊຶ່ງຈະຕ້ອງດຳເນີນມາດຕະການກວດກາຂຸດຄົ້ນໄມ້ໃນທຸກ ໂຄງການ ຢ່າງເຂັ້ມງວດ ທັງຍັງຕ້ອງດຳເນີນມາດຕະການລົງໂທດຕໍ່ຜູ້ກະທຳຜິດ ຢ່າງເດັດຂາດອີກດ້ວຍ.

ທັງນີ້ ໂດຍລັດຖະບານລາວ ໄດ້ຈັດສັນປ່າໄມ້ 51 ເຂດ ເປັນເຂດປ່າຜະລິດຄິດ ເປັນພື້ນທີ່ລວມເຖິງ 3 ລ້ານ 1 ແສນ ເຮັກຕາ ໃນທົ່ວປະເທດ ແລະມອບໝາຍ ໃຫ້ປະຊາຊົນໃນ 442 ພື້ນທີ່ ເປັນພາກສ່ວນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະເກັບເອົາຜົນປະໂຫຍດທີ່ຖືເປັນໜຶ່ງ ໃນແຜນການເພີ່ມຄວາມໜາແໜ້ນ ຂອງສະພາບປ່າໄມ້ໃນລາວ ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງເນື້ອ ທີ່ທັງໝົດໃນປີ 2015 ແລະ ປີ 2020.

ໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນລາວ ໄດ້ລົດລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນ ຂອງພື້ນທີ່ທັງໝົດ ໃນປີ 1960 ເປັນ 9 ລ້ານ 4 ແສນ ເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນ ຂອງພື້ນທີ່ທັງໝົດ ໃນປີ 2015 ໂດຍມີ ສາເຫດສຳຄັນມາຈາກການລັກລອບຕັດໄມ້ເກີນໂຄວຕ້າທີ່ໄດ້ຮັບສຳປະທານ ຈາກລັດທັງໃນສ່ວນກາງ ແລະທ້ອງຖິ່ນ ໂດຍໃນແຜນການປີ 2014-2015 ລັດຖະບານລາວ ໄດ້ອະນຸມັດໂຄວຕ້າການຕັດໄມ້ປະລິມານລວມ 1 ລ້ານກວ່າ ແມັດກ້ອນ ຫາກແຕ່ລັດຖະບານລາວ ກໍມີລາຮັບຈາກພາສີການສົ່ງໄມ້ໄປຕ່າງ ປະເທດພຽງ 20 ລ້ານໂດລາເທົ່ານັ້ນ.

XS
SM
MD
LG