ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນ້ຳມັນ ຍັງແພງຂຶ້ນ ແລະຄວາມເຄັ່ງຕຶງ ກໍເພີ່ມທະວີຂຶ້ນ ຢູ່ ໄນເຈີເຣຍ (ວີດີໂອ)


Prices and Tensions Soar as Fuel Scarcity Drags On in Nigeria
please wait

No media source currently available

0:00 0:03:10 0:00
ຄວາມເຄັ່ງຕຶງ ແມ່ນຍັງສູງຢູ່ ໃນໄນເຈີເຣຍ ຊຶ່ງເປັນປະເທດ
ທີ່ສົ່ງອອກນ້ຳມັນ ໃຫຍ່ທີ່ສຸດໃນ ອາຟຣິກາ ​ໃນຂະນະທີ່
ການນຳເຂົ້ານ້ຳມັນສຳຫຼັບໃຊ້ໃສ່ລົດລານັ້ນ ກັບຂາດແຄນ
ໃນທົ່ວປະເທດ ມາເປັນເວລາຫຼາຍອາທິດແລ້ວ. ໃນຂະນະທີ່
ພວກຂັບຂີ່ຍວດຍານພາຫະນະ ໄດ້ພາກັນເຂົ້າແຖວຍາວ
ຢຽດ ຕາມປ້ຳນ້ຳມັນ ເພື່ອຈ່າຍຄ່ານ້ຳມັນທີ່ແພງຂຶ້ນນັ້ນ
ທາງລັດຖະບານ ໄດ້ຖິ້ມໂທດໃສ່ພວກພໍ່ຄ້ານ້ຳມັນຫົວໃສ
ທີ່ພາໃຫ້ມີການຂາດແຄນນ້ຳມັນນັ້ນ.

ໃນຕອນບ່າຍທີ່ອາກາດຮ້ອນຂອງວັນອາທິດແລ້ວນີ້ ພວກຂັບ
ລົດໄດ້ພາກັນລໍຖ້າ ເປັນເວລາ ຫຼາຍຊົ່ວໂມງ ທີ່ປ້ຳນ້ຳມັນແຫ່ງນຶ່ງ
ໃນເມືອງທາງພາກໃຕ້ຂອງໄນເຈີເຣຍ ເພື່ອຊື້ນ້ຳມັນໃນ ລາຄາຖືກ ທີ່ທາງລັດຖະບານ
ໃຫ້ການເກື້ອກູນ. ທາງອອກທາງດຽວເທົ່ານັ້ນ ແມ່ນຈ່າຍໃນລາຄາທີ່ແພງຂຶ້ນ
30 ສ່ວນຮ້ອຍ ໃນນຶ່ງຂອງຈຳນວນບໍ່ເທົ່າໃດປ້ຳ ທີ່ເປີດໃຫ້ບໍລິການ ໃນ ເມືອງດັ່ງກ່າວ
ຫຼືບໍ່ກໍຊື້ນ້ຳມັນທີ່ຄຸນນະພາບຕ່ຳ ໃນຕະຫຼາດມືດທີ່ມີລາຄາສູງເຖິງ 2 ຫາ 3 ເທົ່າ.

ໄນເຈີເຣຍ ແມ່ນເປັນປະເທດທີ່ຜະລິດນ້ຳມັນໃຫຍ່ປະເທດນຶ່ງ ແຕ່ກັບຕ້ອງໄດ້ນຳ
ເຂົ້ານ້ຳມັນເພາະວ່າ ຕົນບໍ່ມີໂຄງລ່າງພື້ນຖານ ທີ່ຈະກັ່ນນ້ຳມັນຢູ່ພາຍໃນປະເທດ.
ຊາວໄນຈີເຣຍກ່າວ ວ່າ ພວກເຂົາເຈົ້າບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ ຈາກຄວາມ
ຮັ່ງມີທາງດ້ານນ້ຳມັນຂອງປະ ເທດຊາດ.

ໃນຖະແຫຼ່ງຂ່າວທີ່ນຳອອກເຜີຍແຜ່ນັ້ນ ກະຊວງນ້ຳມັນຂອງໄນຈີເຣຍ ກ່າວຫາພວກ
ພໍ່ຄ້ານ້ຳມັນ ແລະຄົນຂັບລົດບັນທຸກນ້ຳມັນ ທີ່ສ້າງສະພາບຂາດແຄນນ້ຳມັນແບບບໍ່
ຈິງຂຶ້ນ ເພື່ອເຮັດໃຫ້ລາຄານ້ຳມັນໃຫ້ສູງຂຶ້ນ.

ແຕ່ພວກນັກວິໄຈກ່າວວ່າ ຫຼັງຈາກທີ່ໄດ້ມີການຂາດແຄນນ້ຳມັນເປັນປະຈຳ ແລະການ
ໃຫ້ຄຳ ໝັ້ນສັນຍາແບບຜິດໆພາດແລ້ວນັ້ນ ປະຊາຊົນຊາວໄນເຈີເຣຍ ໄດ້ພາກັນຖິ້ມ
ໂທດໃສ່ລັດຖະບານ.

ເຖິງແມ່ນວ່າ ໄດ້ມີການເຂົ້າແຖວຍາວຢຽດເພື່ອລໍຖ້າຊື້ນ້ຳມັນນັ້ນກໍຕາມ ປະຊາຊົນ
ທັງຫຼາຍ ແມ່ນຍັງລັງເລໃຈ ທີ່ຈະພາກັນລົງສູ່ຖະໜົນຫົນທາງເພື່ອທຳການປະທ້ວງ
ເພາະຢ້ານກົວວ່າ ຈະເກີດຄວາມຮຸນແຮງ ຫລືບໍ່ກໍຖືກຈັບກຸມ.
XS
SM
MD
LG