ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ອີ​ຢູ ຈະ​ໃຫ້​ປາກ​ຄຳ ໃນ​ການ​ສືບ​ສວນ ​ເພື່ອ​ຟ້ອງ​ຮ້ອງທ່ານ ທ​ຣຳ


ທ່ານ ກໍ​ເດອນ ຊັນ​ແລ​ນ​ດ໌, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນນະ​ຄອ​ນຫຼວງ ບູ​ຄາ​ເຣັ​ສ, ​ປະ​ເທດ ໂຣ​ເມ​ເນຍ. 5 ຕຸ​ລາ, 2019.
ທ່ານ ກໍ​ເດອນ ຊັນ​ແລ​ນ​ດ໌, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນນະ​ຄອ​ນຫຼວງ ບູ​ຄາ​ເຣັ​ສ, ​ປະ​ເທດ ໂຣ​ເມ​ເນຍ. 5 ຕຸ​ລາ, 2019.

ຫຼັງ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກີດ​ກັ້ນ​ທ່ານ ຈາກ​ການ​ປາ​ກົດ​ຕົວ​ໃນ​ອາ​ທິດ​ແລ້ວນີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ​ ຢູ​ໂຣບ ທ່ານ ກໍ​ດອນ ຊັນ​ແລນດ໌ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ໄປ​ປາ​ກົດ​ຕົວ​ຕໍ່​ໜ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ການ​ດຳ​ເນີນ​ການ​ສືບ​ສວນ​ເພື່ອ​ຟ້ອງຮ້ອງ ກ່ຽວ​ກັບ ການ​ພົວ​ພັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ຢູ​ເຄ​ຣນ.

ຄະ​ກຳ​ມະ​ການ​ສືບ​ລັບ​, ພົວ​ພັນ​ຕ່າງ​ປະ​ເທດ ແລະ ກວດ​ກາ​ສະ​ພາ​ຕ່ຳ ຈະ​ຈັດ​ການ​ສືບ​ສວນ​ແບບ​ປິດ​ລັບ ເຊິ່ງ​ທ່ານ ຊັນ​ແລນດ໌ ຖືກ​ຄາດ​ວ່າ​ຈະ​ເວົ້າ​ວ່າ ທ່ານ ທ​ຣຳ ມີ​ແຕ່​ສະ​ເໜີ​ການ​ຢ້ຽມ​ຢາມ ທຳ​ນຽບ​ຂາວ ໃຫ້​ປະ​ທ​າ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ຖ້າ​ທ່ານ​ຖືກບັງ​ຄັບ​ໃຫ້​ເວົ້າ​ຕໍ່​ການ​ສືບ​ສວນ​ສອບ​ສວນ​ທີ່​ປະ​ກອບ​ມີ​ຄູ່​ແຂ່ງ​ຂອງ​ທ່ານ ທ​ຣຳ ຈາກ​ພັກ​ເດ​ໂມ​ແຄ​ຣັດ.

ທ່ານ ຊັນ​ແລນ​ດ໌, ເຊິ່ງ​ແມ່ນ​ຜູ້​ບໍ​ລິ​ຈາກ​ທຶນ​ຊ່ວຍ​ເຫຼື​ອ​ໃຫ້​ທ່ານ ທ​ຣຳ, ແມ່ນ​ນຶ່ງ​ໃນ​ນັກ​ການ​ທູດຫຼາຍ​ຄົນ ຜູ້​ທີ່​ໄດ້​ໃຫ້​ການ​ປຶກ​ສາ​ແກ່​ການ​ນຳ ຢູ​ເຄ​ຣນ ກ່ຽວ​ກັບ ວິ​ທີ​ດຳ​ເນີນ​ການ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ ທ​ຣຳ ຫຼັງ​ຈາກ​ການ​ລົມ​ໂລ​ລະ​ສັບ​ຂອງ​ທ່ານ​ກັບ​ທ່ານ ເຊ​ເລັນ​ສ​ກີ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ. ໃນ​ການ​ລົມ​ໂທ​ລະ​ສັບ​ນັ້ນ, ທ່ານ ທຣຳ ໄດ້​ຂໍ​ການ​ຊ່ວຍ​ເຫຼືອ​ ຈາກ​ຜູ້​ນຳ​ລັດ​ຖະ​ບານ ກີ​ຢິບ ໃຫ້​ ຢູ​ເຄ​ຣນ ທຳ​ການ​ສືບ​ສວນ​ສອບ​ສວນ​ຕໍ່​ຜູ້​ທ້າ​ຊິງ​ຕຳ​ແໜ່ງ​ລະ​ດັບ​ສູງ​ສຸດຈາກ​ພັກ​ເດ​ໂມ​ແຄ​ຣັດຄືອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ແລະ ການ​ເຮັດ​ທຸ​ລະ​ກິດ​ຂອງ​ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັ້ນ​ເຕີ ໄບ​ເດັນ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສືບລັບ​ ສະ​ຫະ​ລັດ ​ຜູ້ທີ່​ໄດ້​ແຈ້ງ​ຄວາມນັ້ນ, ທ່ານ ຊັນ​ແລນ​ດ໌ ແລະ ນັກ​ການ​ທູດ​ອີກ​ສີ່​ຄົນ​ໄດ້​ສົ່ງ​ຂໍ້​ຄວາມ​ຫາ​ກັນຫຼາຍ​ຄັ້ງ ເຊິ່ງ​ບັນ​ດາ​ນັກ​ການ​ທູດ​ນັ້ນ​ສົງ​ໄສວ່າ ເປັນ​ຫຍັງ​ເງິນ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ​ປະ​ມານ 400 ລ້ານ​ໂດ​ລາ​ຈຶ່ງ​ຖືກ​ກັກ​ໄວ້.

ລາຍ​ງານ​ເວົ້າ​ວ່າ ມັນ​ມີ​ຊ່ອງ​ຫວ່າງ​ສີ່​ຊົ່ວ​ໂມງໃນ​ລະ​ຫວ່າງ​ການ​ສົ່ງ​ຂໍ້​ຄວາມ​, ​ເຊິ່ງ ໃນ​ເວ​ລາ​ນັ້ນ​ທ່ານ ຊັນ​ແລນດ໌ ໄດ້​ໂທ​ລະ​ສັບ​ຫາ​ທ່ານ ທ​ຣຳ.

ຂໍ້​ຄວາມ​ຕໍ່​ມາ ​ໄດ້​ໃຫ້​ການ​ຮັບ​ປະ​ກັນ​ຕໍ່​ນັກ​ການ​ທູດ​ຄົນ​ນຶ່ງວ່າ ​ມັນ​ບໍ່​ມີ “ສິ່ງ​ຕອບ​ແທນ​ກັນ” ໃດ​ໆ​ກັບ ຢູ​ເຄ​ຣນ, ລຸນຫຼັງ​ທ່ານ ຊັນ​ແລນ​ດ໌ ໄດ້​ຂຽນ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ວ່າ​ ພວກ​ເຮົາ​ຄວນ​ຢຸດ​ສົ່ງ​ຂໍ້​ຄວາມ​ກັບ​ໄປ​ກັບ​ມາ​ຫາ​ກັນ.”

ໃນ​ວັນ​ພຸດ​ວານນີ້, ອະ​ດິດ​ຜູ້​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ວ່າ ທ່ານ​ຂໍ​ລາ​ອອກເມື່ອ​ອາ​ທິດ​ແລ້ວນີ້ ຍ້ອນ​ຄວາມບໍ່​ພໍ​ໃຈ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ ການຫຼິ້ນ​ການ​ເມືອງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ພ້ອມ​ກັບ​ການ​ໝົດ​ຄວາມ​ອົດ​ທົນ ທີ່​ປະ​ທາ​ນາທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ປົດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເອ​ເມ​ຣິ​ກັນ ປະ​ຈຳ ຢູ​ເຄ​ຣນ ທີ່​ຖືກ​ເຄົາ​ລົບ​ເປັນ​ຢ່າງ​ສູງ, ທ່ານ​ນາງ ມາ​ຣີ ໂຢ​ວາ​ໂນ​ວິ​ຈ໌ ອອກ​ຈາກ​ຕຳ​ແໜ່ງ.

ໃນ​ການ​ໃຫ້​ການຕໍ່​ສະ​ພາ​ຕ່ຳຫຼາຍ​ຊົ່ວ​ໂມງ, ທ່ານ ໄມ​ເກິ​ລ ແມັກ​ຄິນ​ລີ, ໄດ້​ຕິ​ຕຽນ​ຄວາມບໍ່​ເຕັມ​ໃຈຂອງ​ກະ​ຊວງ ທີ່​ຈະ​ປົກ​ປ້ອງ​ອາ​ຊີບ​ຂອງ​ນັກ​ການ​ທູດ ຄື​ທ່ານ​ນາງ ໂຢວາ​ໂນ​ວິ​ຈ໌ ຈາກ​ການ​ຖືກ​ກົດ​ດັນ​ທາງ​ການ​ເມືອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG