ຫຼາຍກວ່າ 200 ປະເທດ ໄດ້ປະກອບພິທີ ເນື່ອງໃນໂອກາດ ວັນ
ປຸກລະດົມ ເພື່ອສ້າງຄວາມຕື່ນຕົວ ກ່ຽວກັບການເກີດລູກກ່ອນ
ກຳນົດຂອງໂລກ ຫຼື World Prematurity Day ຄື ວັນທີ 17
ເດືອນພະຈິກ. ການເກີດລູກກ່ອນກຳນົດ ແມ່ນໄດ້ເອົາຊີວິດ
ຂອງພວກເດັກທາລົກ ຫຼາຍທີ່ສຸດ ໃນທົ່ວໂລກ ອິງຕາມລາຍງານ
ການສຶກສາຄົ້ນຄວ້າໃໝ່ ຂອງວາລະສານການແພດ Lancet.
ຜູ້ສື່ຂ່າວວີໂອເອ Carol Pearson ກ່າວວ່າ ບາງສ່ວນ ຂອງຜົນ
ກະທົບ ໃນການເກີດລູກກ່ອນກຳນົດນີ້ ແມ່ນມີຕະຫລອດຊີວິດ.
ໄຊຈະເລີນສຸກຈະນຳລາຍລະອຽດ ຂອງເລື່ອງນີ້ ມາສະເໜີທ່ານ.
ພວກເດັກທາລົກເຫຼົ່ານີ້ ພວມດິ້ນຮົນຕໍ່ສູ້ກັບຜົນກະທົບຕ່າງໆ ຂອງການເກີດອອກມາເບິ່ງໂລກ ໄວກວ່າກຳນົດ. ພວກເດັກທາລົກ ປະມານນຶ່ງລ້ານຄົນ ເສຍຊີວິດ ໃນແຕ່ລະປີ ສ່ວນໃຫຍ່ແລ້ວ ແມ່ນຢູ່ໃນບັນດາປະເທດ ທີ່ກຳລັງພັດທະນາ ອິງຕາມການສຶກສາຄົ້ນຄວ້າ ທີ່ໄດ້ ພິມເຜີຍແຜ່ ໃນວາລະສານການແພດ Lancet.
ດຣ. Robert Black ຈາກພະແນກຢາ ຂອງໂຮງຮຽນການແພດມະ ຫາວິທະຍາໄລ Johns Hopkins ກ່າວວ່າ “ບັນຫາແຊກຊ້ອນຕ່າງໆ ຈາກການເກີດລູກກ່ອນກຳນົດ ແມ່ນ ເຫດຜົນອັນດຽວທີ່ໃຫຍ່ທີ່ສຸດ ໃນ ການເສຍຊີວິດ ຢູ່ໃນໂລກນີ້.”
ດຣ. Black ໄດ້ໃຫ້ຄວາມເຫັນດັ່ງກ່າວ ຜ່ານທາງ Skype. ທ່ານເປັນ ຜູ້ປະສານງານ ການສຶກສາຄົ້ນຄວ້າຂອງນາໆຊາດ.
ຕາມຄວາມເປັນຈິງແລ້ວ ພວກທາລົກແມ່ນຕ້ອງຢູ່ໃນຄັນຂອງແມ່ເປັນ ເວລາ 39 ອາທິດ.
ພວກທາລົກ ທີ່ເກີດອອກມາ ກ່ອນ 37 ອາທິດ ອາດໄດ້ຮັບຜົນກະທົບ ທາງດ້ານການປາກ ເວົ້າ ທີ່ຫລ້າຊ້າ ແລະ ການປະສານງານທາງຮ່າງກາຍ ແລະ ມີບັນຫາຕ່າງໆ ກັບສາຍຕາ ແລະ ຈະຖືກຄຸກຄາມໂດຍພະຍາດຕິດແປດຕ່າງໆອີກດ້ວຍ.
ດຣ. Diane Ashton ຈາກອົງການ March of Dimes ເວົ້າວ່າ “ສະໝອງເດັກທາລົກ
ທີ່ເກີດກ່ອນກຳນົດ ຍັງເຕີບໂຕຢູ່ ການທຳງານຕ່າງໆ ຂອງລະບົບຫາຍໃຈ ຂອງ
ປອດ ກໍກຳລັງເຕີບໂຕຢູ່ເຊັ່ນກັນ ສະນັ້ນ ມັນເຮັດໃຫ້ເດັກທາລົກ ມີຄວາມອ່ອນໄຫວ ທີ່ອາດຈະມີບັນຫາແຊກຊ້ອນຕ່າງໆ ແມ່ນກະທັງ ບັນຫາໃນໄລຍະຍາວ ນຳດ້ວຍ.”
ດຣ. Ashton ຈາກອົງການ March of Dimes ຊຶ່ງເປັນອົງການຈັດ ຕັ້ງລະຫວ່າງນາໆຊາດ ທີ່ເຮັດວຽກເພື່ອຫລຸດຜ່ອນ ບັນຫາການເກີດລູກກ່ອນກຳນົດ.
ບໍ່ມີເຫດຜົນອັນໃດອັນນຶ່ງໂດຍສະເພາະ ທີ່ພາໃຫ້ມີການເກີດລູກກ່ອນກຳນົດ. ຢູ່ໃນບັນດາ ປະເທດ ທີ່ກຳລັງພັດທະນານັ້ນ ບັນຫາສ່ວນນຶ່ງ ແມ່ນການບໍລິໂພກອາຫານ ທີ່ບໍ່ມີຄຸນຄ່າ ທາງໂພຊະນາການພຽງພໍ ຂອງພວກແມ່ຍິງທີ່ຕັ້ງຄັນ ຊຶ່ງຂາດແຄນທາດ calcium ແຮ່ທາດຕ່າງໆ ແລະສານພະລັງງານ. ສ່ວນຢູ່ໃນສະຫະລັດນັ້ນ ມີການເກີດລູກດ້ວຍການພ່າຕັດທ້ອງ ທີ່ບໍ່ມີຄວາມຈຳເປັນ ຫຼາຍເກີນໄປ. ແຕ່ ເຫດຜົນອື່ນໆນັ້ນ ອັນມີຫຼາຍແນວ ນັບແຕ່ປາກມົດລູກທີ່ຖືກເສຍຫາຍ ໂດຍເຊື້ອໄວຣັສ papilloma ຕະຫລອດເຖິງການສູບຢາ ໃນເວລາຕັ້ງຄັນ ພ້ອມກັນກັບ ອີກຫຼາຍໆ ປັດໄຈທີ່ຍັງບໍ່ຮູ້ຈັກສາເຫດເທື່ອ.
ແຕ່ກໍເປັນຈັ່ງໂຊກຢູ່ ທີ່ພວກນັກຄົ້ນຄວ້າໄດ້ພົບເຫັນຊ່ອງທາງ ເພື່ອ ຊ່ວຍໃຫ້ພວກເດັກ
ທາລົກ ທີ່ເກີດກ່ອນກຳນົດເຫຼົ່ານີ້ ມີຊີວິດລອດໄດ້.
ດຣ. Black ເວົ້າວ່າ “ພວກເຮົາ ມີຫຼາຍໆ ວິທີການແຊກແຊງ ທີ່ສາມາດນຳມາໃຊ້
ແມ່ນແຕ່ ຢູ່ໃນບັນດາປະເທດ ທີ່ປະຊາຊົນມີລາຍຮັບຕ່ຳ ຊຶ່ງກຳລັງມີການເສຍຊີວິດສູງ ໃນປັດຈຸບັນນີ້.”
ວິທີການແຊກແຊງ ກໍຄື ການສຳຜັດກັນດ້ວຍຜິວໜັງ ຊຶ່ງເຮັດໃຫ້ລູກນ້ອຍ ອົບອຸ່ນ ແລະ
ຊຸກຍູ້ໃຫ້ປ້ອນລູກດ້ວຍນົມຂອງແມ່. ເປົ້າໝາຍດຽວນີ້ ແມ່ນເພື່ອຊອກຫາ ທາງອື່ນໆອີກ
ທີ່ຈະປ້ອງກັນການເສຍຊີວິດຂອງພວກເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແລະ ຫລຸດຜ່ອນ
ການເສຍຊີວິດ ຂອງມານດາ ເພື່ອໃຫ້ພວກເດັກນ້ອຍ ສາມາດເຕີບໃຫຍ່ຂຶ້ນຢ່າງສົມບູນ
ແລະ ມີຄວາມພ້ອມພຽງທີ່ດີຂຶ້ນ ທີ່ນຳພາຊີວິດໃຫ້ເກີດຜົນດີໃນສັງຄົມ.