ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ຄວາມ​ກົດ​ດັນ​ເພີ້ມ​ຂຶ້ນ ໃຫ້​ສະ​ພາ​ເອົາ​ມາດ​ຕະ​ການ ຕໍ່​ຄວາມ​ສຳ​ພັນ ລ​ະ​ຫວ່າງ​ສະ​ຫະ​ລັດ ກັບ ຊາ​ອຸ​ດີ ອາ​ຣາ​ເບຍ 


ສະ​ມາ​ຊິກ​ສະ​ພາ​ສູງ ບອບ ເມີ​ນານ​ເດ​ສ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວ​ເຈີ​ຊີ ແລະ​ທ່ານ​ຊັກ ຊູ​ເມີ ກ່າວ​ຕໍ່​ພວກ​ນັກ​ຂ່າວເມື່ອ​ວັນ​ທີ 12 ມິ​ຖ​ຸ​ນາ 2018.
ສະ​ມາ​ຊິກ​ສະ​ພາ​ສູງ ບອບ ເມີ​ນານ​ເດ​ສ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວ​ເຈີ​ຊີ ແລະ​ທ່ານ​ຊັກ ຊູ​ເມີ ກ່າວ​ຕໍ່​ພວກ​ນັກ​ຂ່າວເມື່ອ​ວັນ​ທີ 12 ມິ​ຖ​ຸ​ນາ 2018.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຂອງ​ສະ​ຫະ​ລັດ ພວມ​ທຳ​ການ​ຊຸກ​ຍູ້​ໃນ​ອາ​ທິດນີ້ ເພື່ອ​ໃຫ້​ຊ​າ​ອຸ​ດີ ອາ​ຣາ​ເບຍ ຊຶ່ງ​ເປັນ​ພັນ​ທະ​ມິດ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ​ສະ​ຫະ​ລັດ ປະ​ເຊີນ​ກັບ​ຜົນ​ທີ່​ຕິດ​ຕາມ​ມາ ໃນ​ການ​ຕົກ​ລົງ​ທີ່​ຈະ​ຫຼຸດ​ການ​ຜະ​ລິດ​ນ້ຳ​ມັນ.

ອົງ​ການ​ຂອງ​ບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ນ້ຳ​ມັນ ຫຼື OPEC ຊຶ່ງ​ຮວມ​ທັງ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ປະ​ກາດ​ວ່າ ຕົນ​ຈະ​ຕັດ​ການ​ຜະ​ລິດ​ນ້ຳ​ມັນ​ລົງ 2 ລ້ານ​ຖັງ​ຕໍ່​ມື້ ໃນ​ອາ​ທິດ​ແລ້ວນີ້ ທັງໆ​ທີ່​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ສະ​ຫະ​ລັດ.

ສະ​ມາ​ຊິກ​ສ​ະ​ພາ​ບາງ​ທ່ານ​ ຮຽກ​ຮ້ອງ​ໃຫ້​ຢຸດ​ເຊົາ​ການ​ຂາຍ​ອາ​ວຸດ​ໃຫ້​ແກ່​ຊາ​ອຸ​ດີ ອາ​ຣາ​ເບຍ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ໃຫ້​ສັນ​ຍາ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ເຕັມ​ໃຈ​ທີ່​ຈະ​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ ເວ​ລາ​ສະ​ພາ​ກັບ​ຄືນ​ມາ​ຈາກ​ການ​ໄປ​ພັກ​ຜ່ອນ ໃນ​ເດື​ອນ​ໜ້ານີ້.

ທ່ານ​ໄບ​ເດັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຈະ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ພວກ​ເຮົາ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ​ເວ​ລາ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ມາ. ພວກ​ເຮົາ​ຈະ​ເອົາ​ມາດ​ຕະ​ການ.”

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ທ່ານ​ບອບ ເມີ​ນານ​ເດ​ສ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ ໃນ​ມື້​ວັນ​ຈັນ​ຜ່ານ​ມານີ້​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ຊາ​ອຸ​ດີ​ແມ່ນ​ເທົ່າ​ກັບ​ເປັນ​ຜູ້​ຄ້ຳ​ປະ​ກັນ​ຕໍ່​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ. ສະ​ຫະ​ລັດ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ຣັດ​ເຊຍ ​ສຳ​ລັບ​ການ​ລົງ​ໂທດ​ໃນ​ການບຸກ​ໂຈມ​ຕີ​ແບບ​ບໍ່​ມີ​ການ​ເກາະ​ຜິດ​ຕໍ່​ຢູ​ເຄ​ຣນ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ.

ທ່ານ​ເມີ​ນານ​ເດ​ສ ກ່າ​ວ​ວ່າ “ມັນ​ບໍ່​ມີ​ບ່ອນ​ສຳ​ລັບ​ທີ່​ສະ​ໜັບ​ສະ​ໜຸນ​ທັງ​ສອງ​ຝ່າຍ​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ - ເຈົ້າ​ມີ​ແຕ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ໂລກ​ເສ​ລີ​ທັງ​ໝົດ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຢຸດ​ອາ​ຊະ​ຍາ​ກອນ​ສົງ​ຄາມ ຈາກ​ການ​ໂຈມ​ຕີ​ຢ່າງ​ຮຸ​ນ​ແຮງ ເພື່ອ​ທຳ​ລາຍ​ໝົດ​ທັງ​ປະ​ເທດ​ອອກ​ຈາກ​ແຜນ​ທີ່ ຫຼື​ເຈົ້າ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ລາວ. ຣາ​ຊາ​ອາ​ນາ​ຈັກ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເລືອກ​ເອົາ​ການ​ສະ​ໜັບ​ສະ​ໜຸນ ໃນ​ການ​ຕັດ​ສິນ​ໃຈ​ທີ່​ໜ້າ​ຢ້ານ​ກົວ ໂດຍ​ເຫັນ​ແກ່​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ​ສ່ວນ​ໂຕ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG