ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມ​​ທີ່ເປັນ​ປາກ​ສຽງໃຫ້​ເສ​ລີ​ພາບ​ດ້ານ​ຂ່າວ​ສານ ກ່າວ​ວ່າ ການ​ໂຄ​ສະ​ນາ​ຊວນ​ເຊື່ອ ເປັນ​ໄພຂົ່ມ​ຂູ່​ຕໍ່​ເສ​ລີ​ພາບ​​ຂອງສື່​ມວ​ນ​ຊົນ ໃນ​ທົ່ວ​ໂລກ


ການ​ຮຸກ​ຮານ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ຍັງ​ໄດ້​ນຳ​ໄປ​ສູ່​ຄວາມ​ເສຍ​ຫາຍ​ອີກ​ຢ່າງ​ນຶ່ງ​ຄື ເສ​ລີ​ພາບດ້ານ​ຂ່າວ​ສານ​ໃນ​
ຣັດ​ເຊຍ ອີງ​ຕາມ​ລາຍ​ງານ​ໂດ​ຍ​ອົງ​ການ​ນັກຂ່າວບໍ່​ມີພົ​ມ​ແດນ.

ກຸ່ມ​ທີ່ເປັນ​ປາກ​ສຽງ​ໃຫ້​ສື່​ມວ​ນ​ຊົນ ໄດ້​ໃຫ້​ຄະ​ແນນ​ຣັດ​ເຊຍ​ ເກືອບ​ຢູ່ລະ​ດັບ​ລາກ​ທ້າຍ​ຂອງດັດ​ຊະ​ນີເສ​ລີ​ພາບ
ດ້ານ​ຂ່າວ​ສານ​ຂອງໂລກ ​ປີ 2022 ທີ່​ໄດ້ນຳ​ອ​ອກ​ເຜີຍ​ແຜ່ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ຊຶ່ງ​ມີ​ຂຶ້ນ​ພ້ອມໆ​ກັນກັບ​ວັນ​ເສ​ລີ​
ພາບ​ດ້ານ​ຂ່າວ​ສານ​ຂອງ​ໂລກ. ​ດັດ​ຊະ​ນີ​ປະ​ຈຳ​ປີ​ຈັດ​ໃຫ້ 28 ປະ​ເທດ​ວ່າ “ມີເສ​ລີ​ພາບ​ດ້ານ​ສື່ມວນ​ຊົນ​ທີ່​ຂີ້​ຮ້າຍ​ຫຼາຍ.”

ອົງ​ການນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ທີ່​ເອີ້ນ​ຫຍໍ້ວ່າ RSF ​ນັ້ນ ກ່າວ​ວ່າ ການ​ໂຈມ​ຕີ​ຂອງມົ​ສ​ກູຕໍ່ອົງ​ການ​ຂ່າວ​ທີ່ເສ​ລີ​
ໄດ້​ເລີ້ມ​ຂຶ້ນ ​ໃນ​ຂະ​ນະ​ທີ່​ທະ​ຫານ​ຣັດ​ເຊຍ ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໂດຍ​ຜ່ານ​ວິ​ທີ​ການ​ຕ່າງໆ ເຊັ່ນການ​ໂຄ​ສະ
​ນາຊວນ​ເຊື່ອ ​ນຳໃຊ້ກົດ​ໝ​າຍ ​ທີ່​ແນ​ໃສ່​ບໍ່​ໃຫ້​ຄວາມ​ເຊື່ອ​ຖື ​ແກ່​ສື່ມວນ​ຊົນໜ້າ​ເຊື່ອ​ຖື ​ການຫ້າມ​ບໍ່​ໃຫ້​ລົງ​ຂ່າວ​ຢູ່
ໜ້າ​ເວັບໄຊ ແລະການ​ຈັບ​ກຸມ.

ຣັດ​ເຊຍ ແມ່ນ​ພຽງ​ນຶ່ງ​ໃນ​ຫລ​າຍ​ປະ​ເທດ ​ທີ່ໄດ້​ເນັ້ນ​ຢູ່​ໃນການ​ປັບ​ປຸງດັດ​ຊະ​ນີ ​ທີ່​ບັນ​ດາ​ລັດ​ຖະ​ບານ​ໄດ້ຕັດ​ຮອນ
ຫລືກົດ​ຂີ່​ຕໍ່​ເສ​ລີ​ພາບດ້ານຂ່າວ​ສານ ທີ່​ຮວມ​ທັງ:

ອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່ກຸ່ມ​ຕາ​ລິ​ບານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ນັບ​ຖື​ເສ​ລີ​ພາບ​ດ້ານ​ຂ່າວ​ສານ ຫລັງ​ຈາກໄດ້
​ເຂົ້າ​ກຳ​ອຳ​ນາດ​ປີ​ກາຍ​ນີ້ ແຕ່​ແທນ​ທີ່​ ໄດ້ອອກ​ກົດ​ ໝາຍ​ທີ່​ຈຳ​ກັດ​ຮັດ​ແຄບ ແລະ​ກີດ​ກັ້ນ​ພວກ​ນັກ​ຂ່າວ​ແມ່​ຍິງ​
ຈາກ​ການ​ອອກ​ອາ​ກາດ ແລະ​ບ່ອນ​ທີ່​ແຫຼ່ງ​ສື່ມວນ​ຊົນກຳ​ລັງ​ປະ​ເຊີນ​ໜ້າ​ກັບຄວາມ​ຍາກ​ລຳ​ບາກ​ດ້ານ​ການ​ເງິນ
ຫລັງ​ຈາກ​ຫ້າມ​ບໍ່​ໃຫ້​ມີ​ການ​ບັນ​ເທີງ ແລະ​ຕັດ​ລາຍ​ໄດ້​ຈາກ​ການ​ໂຄ​ສະ​ນາ.

ຢູ່​ຮົງ​ກົງ ບ່ອນ​ທີ່​ມີ​ເວັບ​ໄຊ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ໄດ້​ຖືກ​ປິດ​ລົງ ຫລັງ​ຈາກ​ການບຸກ​ເຂົ້າ​ໄປ​ກວດ​ຄົ້ນ
ແລະ​ຈັບກຸມ ນັບ​ແຕ່​ປັກ​ກິ່ງ​ໄດ້​ອະ​ນຸ​ມັດ​ກົດ​ໝາຍ ​ໃໝ່​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໃນ​ປີ 2020 ຫລັງ​ຈາກ​ມີ
​ການ​ປະທ້ວງ​ຕໍ່​ຕ້ານລັດ​ຖະ​ບານຄັ້ງ​ໃຫຍ່ ໃນປີ​ກ່ອນ​ໜ້າ​ນັ້ນ.

ເອ​ທິ​ໂອ​ເປຍ ຊຶ່ງ​ໄດ້​ວາງ​ມາດ​ຕະ​ການ​ປີ​ດ​ການ​ສື່​ສານ​ທັງ​ໝົດ ແລະ​ຫ້າມ​ການ​ເຂົ້າ​ຫາ ທ່າມ​ກາງ​ສົງ​ຄາມ​ຢູ່​ໃນ
​ຂົງ​ເຂດ​ຕີ​ເກ​ຣ.

ແລະ​ມຽນ​ມາ ບ່ອນ​ທີ່​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານ​ໃນ​ປີ 2021 ທີ່​ໄດ້​ໂຄນ​ລົ້ມ​ລັດ​ຖະ​ບານ​ພົນລະ​ເຮືອນ ທີ່​ໄດ້​ນຳ​
ໄປ​ສູ່​ການ​ກັກ​ຂັງພ​ວກ​ນັກ​ຂ່າວ ລົບ​ລ້າງ​ໃບ​ອະ​ນຸ​ຍາດ​ສື່ມວນ​ຊົນ ແລະ​ສື່ມວນ​ຊົນຫຼາຍ​ບໍ​ລິ​ສັດ ຖືກ​ຂັບ​ໄລ່​ໃຫ້​
ໄປ​ລີ້​ໄພ​ໃນ​ຕ່າງ​ປະ​ເທດ ເຮັດ​ໃຫ້ສິດ​ທິ​ດ້ານ​ສື່ມວນ​ຊົນ ມີ​ການ​ຖອຍ​ຫັງ 10 ປີ.

Russia’s invasion of Ukraine has also led to another casualty: freedom of the press in Russia, according to a new report by Reporters Without Borders.

The media advocacy group has ranked Russia near the bottom of its 2022 World Press Freedom index, which was issued Tuesday in conjunction with World Press Freedom Day. The annual index classifies a record 28 countries as “having very bad media freedom.”

The Reporters Without Borders, also known as RSF, says Moscow’s assault on a free press ramped up as Russian troops invaded Ukraine through such means as propaganda, laws aimed at discrediting credible media, website bans and arrests.

Russia is just one of several countries highlighted in the updated index whose governments have either curtailed or outright suppressed media freedoms. They include:

– Afghanistan, where the Taliban pledged to uphold press freedom after regaining power last year, but instead imposed restrictive laws and blocked female journalists from the airwaves, and where media outlets are facing financial hardship after bans on entertainment and advertising cut revenue;

– Hong Kong, where pro-democracy news sites have been shut down after a series of raids and arrests since Beijing approved a sweeping national security law in 2020 after massive anti-government protests the year before;

– Ethiopia, which has imposed communications blackouts and restricted access amid the war in the Tigray region;

– and Myanmar, where the 2021 coup that overthrew the civilian government led to journalists being detained, media licenses revoked, and many news outlets driven back into exile, marking a 10-year setback for media rights.

XS
SM
MD
LG