ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມື່ອເວົ້າເຖິງ ການກະທຳຜິດ ຂອງ ປະທານາ ທິບໍດີແລ້ວ ການແກ້ໄຂ ມັກຈະເປັນການເມືອງ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ເມືອງຊາລສຕັນ ລັດ ເວັສທ໌ ເວີຈີເນຍ. (ວັນທີ 21 ສິງຫາ​ 2018)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ເມືອງຊາລສຕັນ ລັດ ເວັສທ໌ ເວີຈີເນຍ. (ວັນທີ 21 ສິງຫາ​ 2018)

ຢູ່ໃນສະຫະລັດ ມັກຈະມີການກ່າວກັນ ຢູ່ສະເໝີວ່າ ບໍ່ມີບຸກຄົນໃດ ຢູ່ເໜືອກົດໝາຍ
ແມ່ນແຕ່ປະທານາທິບໍດີ. ແຕ່ແມ່ນຫຍັງຈະເກີດຂຶ້ນເວລາປະທານາທິບໍດີພົວພັນໃນ
ການກະທຳຄວາມຜິດ.

ຄຳຖາມໄດ້ມີຂຶ້ນຍ້ອນມີການກ່ຽວຂ້ອງໃນອາທິດນີ້ ຫຼັງຈາກອະດີດທະນາຍຄວາມ
ຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານໄມໂກ ໂຄເຮັນ ໄດ້ຮັບສາລະພາບຜິດ ໃນ
ການລະເມີດກົດໝາຍການເງິນ ກ່ຽວກັ ບການໂຄສະນາຫາສຽງ ຊຶ່ງທ່ານກ່າວວ່າ ທ່ານໄດ້ເຮັດໄປ ຕາມຄຳສັ່ງຂອງທ່ານທຣຳ ຊຶ່ງໃນເວລານັ້ນເປັນຜູ້ສະໝັກປະທາ
ນາທິບໍດີສະຫະລັດ.

ໃນການໂຮມຊຸມນຸມແບບໂຄສະນາຫາສຽງທີ່ລັດເວສທ໌ ເວີຈີເນຍ ໃນວັນພຸດແລ້ວ
ນີ້ ທ່ານທຣຳບໍ່ໄດ້ເອົາຫົວຊາຕໍ່ບັນຫາຫຍຸ້ງຍາກທາງດ້ານກົດໝາຍຂອງທ່ານແລະ
ໄດ້ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານ ຕໍ່ສູ້ຕໍ່ໄປ.

ທ່ານທຣຳກ່າວຕໍ່ຝູງຊົນທີ່ພາກັນໂຮ່ຮ້ອງຢູ່ນັ້ນວ່າ “ພາຍໃຕ້ລັດຖະບານຂອງພວກ
ເຮົາ ອາເມຣິກາ ແມ່ນໄດ້ຮັບໄຊຊະນະອີກຄັ້ງນຶ່ງ ແລະອາເມຣິກາ ໄດ້ຮັບການເຄົາ
ລົບຄືນອີກ ຢູ່ໃນທົ່ວໂລກ. ມັນແມ່ນອາເມຣິກາມາກ່ອນໝູ່ໝົດ.”

ແຕ່ການຍອມຮັບຜິດຂອງທ່ານໂຄເຮັນ ປະກອບກັບການຕັດສິນໂທດວ່າມີການສໍ້
ໂກງໂດຍອະດີດຫົວໜ້າຄະນະໂຄສະນາຫາສຽງຂອງທ່ານທຣຳ ທ່ານພອລ ມານາ
ຝອດນັ້ນ ແມ່ນໄດ້ມອບອາວຸດຊະນິດໃໝ່ ໃຫ້ແກ່ພັກເດໂມແຄຣັດທັນກັບເວລາສຳ
ລັບການໂຄສະນາຫາສຽງ ໃນການເລືອກຕັ້ງລັດຖະສະພາກາງສະໄໝ.

When It Comes to Presidential Wrongdoing, Remedy Often Political
please wait

No media source currently available

0:00 0:03:33 0:00

​ຜູ້ນຳຂອງພັກເດໂມແຄຣັດໃນສະພາສູງ ທ່ານຊັກ ຊູເມີ (Chuck Schumer) ກ່າວ
ຢູ່ໃນຄຳຖະແຫຼງ ຢູ່ທີ່ຫ້ອງປະຊຸມຂອງສະພາສູງວ່າ “ເມື່ອພິຈາລະນານອກເໜືອໄປ
ຈາກປະເທດຊາດ ແລະລັດຖະທຳມະນູນແລ້ວ ຖ້າເພື່ອນຮ່ວມງານໃນພັກຣີພັບບລີ
ກັນຂອງຂ້າພະເຈົ້າ ຫາກຍັງມິດງຽບຢູ່ ພັກດັ່ງກ່າວ ກໍຈະກາຍເປັນ ຜູ້ສົມຮູ້ຮ່ວມຄິດ ໃນວັດທະນະທຳຂອງການສໍ້ລາດບັງຫຼວງ ທີ່ຫ້ອມລ້ອມປະທານາທິບໍດີທ່ານນີ້ຢູ່.”

ພວກນັກວິເຄາະທາງດ້ານກົດໝາຍ ກ່າວໃນອາທິດນີ້ວ່າ ການອາດມີສ່ວນພົວພັນ
ຂອງທ່ານທຣຳ ກັບການລະເມີດກົດໝາຍ ໂຄສະນາຫາສຽງ ທີ່ຍອມຮັບໂດຍທ່ານ
ໂຄເຮັນນັ້ນອາດເຮັດໃຫ້ປະທານາທິບໍດີຕົກຢູ່ໃນຄວາມສ່ຽງຕໍ່ອັນຕະລາຍທາງດ້ານ
ກົດໝາຍ.

ທ່ານພອລ ຊິຟ ເບີແມນ (Paul Schiff Berman) ສາສະດາຈານສອນກົດໝາຍ
ທີ່ມີຫາວິທະຍາໄລຈອຣ໌ຈ ວໍຊິງຕັນ ກ່າວຜ່ານທາງສໄກປ໌ວ່າ “ເວລານີ້ ທ່ານອາດ
ເປັນໄປໄດ້ ແມ່ນບຸກຄົນທີ່ຖືກກ່າວຫາເປັນຜູ້ສົມຮູ້ຮ່ວມຄິດແລະອາດຈະຖືກຟ້ອງ.
ດຽວນີ້ ຍັງມີຄຳຖາມຢູ່ວ່າ ປະທານາທິບໍດີທີ່ຍັງກຳຕຳແໜ່ງຢູ່ສາມາດຖືກຟ້ອງໃນ
ການກະທຳຜິດໄດ້ຫຼືບໍ່. ເປັນທີ່ເຫັນໄດ້ແຈ້ງ ທ່ານອາດຈະຖືກກ່າວຫາໂດຍສະພາ
ແຕ່ນັ້ນຈະບໍ່ເກີດຂຶ້ນຕາບໃດທີ່ພັກຣີພັບບລີກັນຍັງກຳສຽງສ່ວນ ຫຼາຍຢູ່ທັງໃນສະ
ພາຕ່ຳ ແລະສະພາສູງ.”

ຖ້າປະທານາທິບໍດີ ຫາກປະເຊີນກັບການກ່າວຫາວ່າ ມີການກະທຳຜິດ ແນວໃດ
ແນວນຶ່ງໃນທີ່ສຸດນັ້ນ ການຟ້ອງຮ້ອງໂດຍສະພາ ອາດມີທ່າທາງວ່ າມີຄວາມເປັນ
ໄປໄດ້ຫຼາຍຂຶ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ຫຼາຍກວ່າທີ່ຈະຜ່ານການດຳ ເນີນຄະ
ດີຂອງສານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG