ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດ ຢືນຢັນວ່າ ຕຳຫຼວດລາວ ຕ້ອງຮັກສາຄວາມປອດໄພ ໃຫ້ແກ່ປະຊາຊົນ ແລະ ບໍ່ທຸຈະລິດ


ບັນດາເຈົ້າໜ້າທີ່ຕຳຫຼວດລາວ ເຂົ້າຮ່ວມກອງປະຊຸມ ໃນປີ 2019.
ບັນດາເຈົ້າໜ້າທີ່ຕຳຫຼວດລາວ ເຂົ້າຮ່ວມກອງປະຊຸມ ໃນປີ 2019.

ປະທານປະເທດຢືນຢັນວ່າ ຕຳຫຼວດລາວທຸກຄົນຕ້ອງຢຶດໝັ້ນໃນພາລະກິດຮັກສາຄວາມປອດໄພໃຫ້ແກ່ປະຊາຊົນລາວ ທັງຍັງຈະຕ້ອງປະຕິບັດໜ້າທີ່ຢ່າງເປັນມິດ ໂດຍບໍ່ທຸຈະລິດ ແລະບໍ່ຮັບສິນບົນອີກດ້ວຍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ປະທານປະເທດ ຖະແຫລງຢືນຢັນຕໍ່ກອງປະຊຸມວຽກງານພັກ ວຽກງານພະນັກງານທົ່ວກອງກຳລັງປ້ອງກັນຄວາມສະຫງົບແຫ່ງຊາດ ຄັ້ງທີ 5 ເມື່ອບໍ່ນານມານີ້ວ່າ ນອກຈາກການປ້ອງກັນ ແລະປາບປາມອາຊະຍາກຳທີ່ເປັນໄພຄຸກຄາມຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດແລ້ວ ການສະເສີມສ້າງຄວາມເຊື່ອໝັ້ນ ແລະສັດທາຂອງປະຊາຊົນລາວໃຫ້ມີຕໍ່ກອງກຳ ລັງປ້ອງກັນຄວາມສະຫງົບຢ່າງແທ້ຈິງນັ້ນ ກໍແມ່ນພາລະກິດສຳຄັນທີ່ພະນັກງານປ້ອງກັນຄວາມສະຫງົບຫຼືຕຳຫຼວດທຸກຄົນຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທຳດ້ວຍການຢຶດໝັ້ນໃນພາລະກິິດຮັກສາຄວາມປອດໄພໃຫ້ແກ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ທັງຍັງຈະຕ້ອງປະຕິບັດໜ້າທີ່ຢ່າງເປັນມິດ ໂດຍສຸດຈະ ລິດແລະບໍ່ຮັບສິນບນົນອີກດ້ວຍ ດັ່ງທີ່ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ພະນັກງານນັກປ້ອງກັນຄວາມສະຫງົບຕ້ອງເປັນທີ່ເພິ່ງຂອງປະຊາຊົນ ຮ່ວມທຸກຮ່ວມສຸກກັບປະຊາຊົນ ປະຕິບັັດຄຳຂວັນທີ່ເຄີຍເວົ້າກັນວ່າ ຕຳຫຼວດ ແລະປະຊາ ຊົນເປັນຄືປາກກັບດັງ ຢາກໃຫ້ປະຊາຊົນຖືືຕຳຫຼວດແມ່ນຕຳຫຼວດຂອງປະຊາຊົນ ຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ຢາກໃຫ້ໄດ້ແນວນັ້ນ ຕຳຫຼວດຕ້ອງໄດ້ເຄັ່ງຄັດ ຕໍ່ລະບຽບ-ກົດໝາຍ ມີຈັນຍາບັນ ຕ້ານແນວຄິດແລະການກະທຳແບບອາຍາສິດ ຖືຕົວຢູ່ເໜືອປະຊາຊົນ ບໍ່ໃຫ້ມີການສໍ້ລາດບັງຫຼວງ ແລະບໍ່ອະນຸຍາດ ໃຫ້ມີປາກົດ ການນາບຂູ່ປະຊາຊົນໂດຍຮູບແບບໃດກໍຕາມ.”

ສ່ວນທ່ານຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ກໍໃຫ້ການຢືນຢັນວ່າ ເປົ້າໝາຍການກວດກາພັກລັດໃນປັດຈຸບັນ ໄດ້ແນໃສ່ການກວດກາການຈັດຕັ້ງປະຕິບັດໃນບັນດາໂຄງການພັດທະນາ ທີ່ລົງທຶນໂດຍລັດຖະບານລາວເປັນຫລັກ ເພາະວ່າ ເປັນພາກສ່ວນທີ່ມີການຮົ່ວໄຫລ ແລະເກີດການສູນເສຍດ້ານງົບປະມານຂອງລັດຖະບານຫຼາຍທີ່ສຸດ ໃນໄລຍະຜ່ານມາ ທີ່ມີສາເຫດສຳຄັນມາຈາກການປະຕິບັດໜ້າທີ່ໂດຍທຸຈະລິດຂອງບັນດາພະພນັກງານຂອງພັກ-ລັດ ດັ່ງນັ້ນເພື່ອເປັນການສະກັດກັ້ນແລະປາບປາມການກະທຳດັ່ງກ່າວນີ້ ຈຶ່ງຕ້ອງເພີ້ມມາດຕະການເຂັ້ມງວດຫຼາຍຂຶ້ນເຂົ້າໃນການກວດກາການປະຕິບັດໜ້າທີ່ ແລະບັນຊີຊັບສິນຂອງພະນັກງານພັກ-ລັດ ທີ່ລວມເຖິງຕຳຫຼວດແລະທະຫານດ້ວຍ.

ໂດຍໃນໄລຍະ 5 ປີທີ່ຜ່ານມາ ກໍໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະ ຫວ່າງສະມາຊິກພັກກັບບຸກຄົນພາຍນອກເຖິງ 749 ຄົນທີ່ເຮັດໃຫ້ເກີດການເສຍຫານຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າບາດ ແລະ 14 ລ້ານໂດລາ ໃນນີ້ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບກັບ 25 ກວ່າລ້ານບາດ ແລະ 10,000 ໂດລາ ທັງຍັງໄດ້ດຳເນນການກວດກາພາຍໃນພັກ ແລະລົງໂທດທາງວິໄນຕໍ່ສະ ມາຊິກພັກ 3,200 ກວ່າຄົນທີ່ພົວພັນກັບການທຸຈະລິດແລະໃຊ້ອຳນາດໜ້າທີ່ເພື່ອຫາຜົນປະໂຫຍດ ໃຫ້ຕົນເອງ ໃນນີ້ລວມເຖິງ 473 ຄົນ ທີ່ຖືກລົງໂທດທາງວິໄນ ແລະ 71 ຄົນຖືກຂັງຄຸກຈາກການທຸຈະລິດໃນ 191 ໂຄງການທີ່ເຮັດໃຫ້ເສຍຫາຍກວ່າ 498 ຕື້ກີບກັບ 395,554 ບາດ ແລະ 1 ລ້ານໂດລາ ແຕ່ສາມາດເກັບຄືນມາໄດ້ 244 ຕື້ກີບ ກັບ 4 ໝື່ນໂດລາເທົ່ານັ້ນ.

ຍິ່ງໄປກວ່ານັນ ການກວດກາ 247 ໂຄງການ ໃນຊ່ວງປີ 2019-2021 ຍັງພົບດ້ວຍວ່າ ການທຸຈະລິດເຮັດໃຫ້ລັດຖະບານລາວ ເສຍຫາຍຫຼາຍກວ່າ 5,282 ຕື້ກີບ ແລະເພື່ອປ້ອງກັນບໍ່ໃຫ້ເກີດການເສຍຫາຍເພີ້ມຂຶ້ນອີກ ຈຶ່ງຕ້ອງເລ່ງດຳເນີນການກວດກາທຸກໂຄງການໃຫ້ສຳເລັດໄວທີ່ສຸດ ແຕ່ວ່າ ດ້ວຍການທີ່ບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນກ່ຽວຂ້ອງ ຈຶ່ງເຮັດໃຫ້ກວດກາໄດ້ພຽງແຕ່ 10 ໂຄງການທີ່ມີການເສຍຫາຍກວ່າ 643 ຕື້ກີບ ກັບ 384 ລ້ານບາດ ແລະກວ່າ 23 ລ້ານໂດລາ ໃນນີ້ກໍເກັບຄືນມາໄດ້ ພຽງ 67 ຕື້ກີບ ກັບ 4 ລ້ານກວ່າບາດເທົ່ານັ້ນ.

ທາງດ້ານອົງການຄວາມໂປ່ງໃສສາກົນ (Transparency International) ລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 30 ຄະ ແນນຈາກ 100 ຄະແນນ ແລະຈັດຢູ່ໃນອັນດັບ 128 ຂອງໂລກໃນປີ 2021 ໝາຍຄວາມວ່າ ມີນັກທຸລະກິດຊາວຕ່າງຊາດໃນລາວ ພຽງ 30 ຄົນໃນ 100 ຄົນທີ່ມອງເຫັນວ່າ ການບໍລິຫານງານຂອງລັດຖະບານລາວບໍ່ມີການທຸຈະລິດໃນຂະນະ ທີ່ຊາວຕ່າງຊາດ 70 ຄົນ ຈາກ 100 ຄົນນັ້ນ ກັບມອງເຫັນວ່າ ມີການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງ ທັງໃນວົງການພັກ ແລະລັດຖະບານລາວ.

XS
SM
MD
LG