ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ສະຫະລັດ ຈະຢ້ຽມຢາມ ສປປ ລາວ ປີໜ້າ ໃນລະຫວ່າງ ກອງປະຊຸມ ອາຊຽນ


ທ່ານ Barack Obama ຈະ​ເປັນປະທານາທິບໍດີ​ ສະຫະລັດ ຄົນ​ທຳ​ອິດ ທີ່ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລາວ ​ເວລາທ່ານ​ເຂົ້າ​ຮ່ວມ ກອງປະຊຸມອາຊຽນ.
ທ່ານ Barack Obama ຈະ​ເປັນປະທານາທິບໍດີ​ ສະຫະລັດ ຄົນ​ທຳ​ອິດ ທີ່ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລາວ ​ເວລາທ່ານ​ເຂົ້າ​ຮ່ວມ ກອງປະຊຸມອາຊຽນ.

ທ່ານ Barack Obama ຈະ​ເປັນປະທານາທິບໍດີ​ ສະຫະລັດ
ຄົນ​ທຳ​ອິດ ທີ່ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລາວ ​ເວລາທ່ານ​ເຂົ້າ​
ຮວມກອງປະຊຸມ ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​
ປະ​ເທດ​ຊາດ ​ໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ​ໃນ​ປີ
ໜ້າ​ນີ້.

ຮອງ​ທີ່​ປຶ​ກສາ​ໃຫ້​ຄຳ​ແນະນຳ​ຄວາມໝັ້ນຄົງ​ແຫ່ງ​ຊາດ ທ່ານ Ben Rhodes ​ໄດ້​ກ່າ​ວຕໍ່​ບັນດາຝູງ​ຊົນ ​ໃນ​ນະຄອນຫລວງ ວໍ​ຊິງ​ຕັນໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ກ່ອນ​ໜ້າການ​ຢ້ຽມ
ຢາມ​ຄັ້ງ​ປະຫວັດສາດວ່າ “ມີ​ຄວາມ​ຮູ້ສຶກ​ເຖິງຄວາມ​ເປັນ​ໄປ​ໄດ້” ​ໃນ​ຄວາມ​ສຳພັນ
​ລະຫວ່າງ ສະຫະລັດ ​ແລະ ສປປ ລາວ “​ເປັນ​ເທຶ່ອທຳ​ອິດ ​ທີ່​ເປັນ​ເວລາ​ອັນ​ດົນ​ນານ.”

ທ່ານ Rhodes ກ່າວ​ວ່າ ການ​ເປັນ​ຄູ່​ຮ່ວມງານ​ດ້ານ​ພັດທະນາທີ່ກຳລັງດຳເນີນກ້າວໄປ
ລະ​ຫວ່າງທັງສອງ​ປະ​ເທດ ຈະ​ເນັ້ນ​ໃສ່​ດ້ານສຸຂະພາບ ​ໂພ​ສະນາ​ການ ​ແລະການ​ສຶກ
ສາຂັ້ນພື້ນຖານ. ທ່ານ​ກ່າວ​ວ່າ “ສະຫະ​ລັດ ກຳລັງ​ເພີ້ິມການ​ເປັນ​ຄູ່​ຮ່ວມຢ່າງ​ແທ້​ຈິງ​ກັບ
ລັດຖະ​ບານ​ລາວ.”

ທ່ານ​ເອງ​ຫາ​ກໍ​ກັບມາ​ຈາກ ເຂດອາຊີອາຄະ​ເນ ອັນ​ເປັນ​ພາກສ່ວນ​ຂອງການວາງ​ພື້ນຖານ
ປະຕິ​ບັດ​ວຽກງານຕໍ່ກອງ​ປະຊຸມ ASEAN ​ໃນ​ປີໜ້າ​ນີ້ ທ່ານ Rhodes ​ໄດ້​ກ່າວ​ຢູ່ ສູນ​ກາງ
​ສຶກສາ​ຍຸດ​ທະ​ສາດ​ນາ​ໆຊາດ ວ່າ ສະຫະລັດ ​ເບິ່ງ​ຜ່ານທາງ​ປະຫວັດສາດ​ທີ່​ຜ່ານ​ມາ​ຢູ່ໃນ
​ຂົ​ງ​ເຂດ ​ແລະ “ຢູ່​ໃນ​ລາວ ​ເປັນ​ບ່ອນທີ່ມີ​ປະຫວັດທີ່ຂີ້ຮ້າຍ” ພົວພັນ​ກັ​ບກາມ​ຖີ້ມລະ​ເບີດ​
ລົງ​ໃສ່ ເວລາສະຫະລັດ ບຸ​ກລຸກ​ປະ​ເທດ​ລາວ ອັນເປັນ​ສ່ວນນຶ່ງຂອງ​ສົງຄາມ​ຫວຽດນາມ
ໃນຊຸມ​ປີ 1970 ພຸ້ນ.

ແຕ່​ທ່ານ Rhodes ກ່າວ​ວ່າ ຄວາມ​ພະຍາຍາມ​ເຊັ່ນວ່າ ​ໂຄ​ງການ​ຊາວ​ໜຸ່​ມ ສະຫະລັດ
ກຳລັງ​ປ່ຽນ​ແປງ​ມຸມມອງ​ດັ່ງກ່າວ. ທ່ານ​ກ່າວ​ວ່າ ​ໂຄງການ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ຍືນ​ມື​
ເຂົ້າ​ຫາ ​ເອ​ເຊຍອາຄະ​ເນ ທີ່​ຈັບ​ຄວາມ​ສົນ​ໃຈຄື​ດັ່ງ “ຈັບ​ເອົາ​ຟ້າ​ແລບໃສ່ໄວ້​ໃນກວດ​ແກ້ວ.”

ທ່ານ​ໄດ້​ກ່າວ​ເຖິງ ຍິງ​ໜຸ່ມ​ຄົນ​ໜຶ່ງ​ທີ່​ເຂົ້າ​ຮວມ ຜູ້​ທີ່​ໄດ້​ມາ​ຢ້ຽມຢາມ ສະຫະລັດ ຊຶ່ງເປັນສະ
ຖານທີ່ ​ທີ່​ນາງ​ປະທັບໃຈແມ່ນຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ລັດ Montana. ບັດ​ນີ້​ນາງ​ໄດ້​ກັບ​
ຄືນ​ເມື່ອ​ເມືອງ​ລາວ​ແລ້ວ ​ເຮັດ​ວຽກ​ກ່ຽວກັບ​ບັນຫາ ການ ບໍລິຫານຈັດການສິ່ງ​ໂສ​ໂຄກ.

President Barack Obama will be the first U.S. president to visit Laos when he attends an Association of Southeast Asian Nations summit in that country next year.

Deputy national security adviser Ben Rhodes told a think tank audience in Washington on Wednesday that ahead of the historic visit “there is a sense of potential” in the relationship between the U.S. and Laos “for the first time in a long time.”

Rhodes said an emerging partnership on development between the countries focuses on such areas as health, nutrition and basic education. “The U.S. is increasingly a real partner to the Lao government,” he said.

Just back from his own trip to Southeast Asia in part to lay the groundwork for the ASEAN meeting next year, Rhodes told the Center for Strategic and International Studies that the United States is looked at through a historical lens in the region, and “in Laos, it is an ugly historical lens” associated with the bombs that fell during the U.S. invasion of Laos as part of the Vietnam War in the 1970s.

But Rhodes said efforts like a U.S. young leaders program are changing that perception. He said the program, only recently extended to Southeast Asia, caught on there like “catching lightning in a bottle.”

He spoke of a young female participant who visited the U.S., where her favorite place was the western state of Montana. She is now back in Laos, working on issues of waste management and sewage, which the country sorely needs.

XS
SM
MD
LG