ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເດີນທາງໄປ
ເຢຍຣະມັນໃນວັນເສົາມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ
ເປັນເວລາ 2 ມື້ ຂອງກຸ່ມຈີ 7 ຫຼື 7 ປະເທດທີ່ຈະເລີນທາງດ້ານ
ອຸດສາຫະກຳຂອງໂລກ.
ໃນຂະນະທີ່ເລື້ອງການຄ້າແມ່ນຫົວຂໍ້ສຳຄັນຢ່າງເປັນທາງການ
ຂອງກອງປະຊຸມ ແຕ່ວິກິດການໃນຢູເຄຣນ ຮວມທັງການປະ
ກາດຮວມເອົາເຂດໄຄຣເມຍ ເຂົ້າເປັນດິນແດນຂອງຕົນ ໂດຍ
ຣັດເຊຍ ກໍຄາດວ່າ ຈະເປັນຫົວຂໍ້ສຳຄັນອີກເລື້ອງນຶ່ງ ໃນກອງ
ປະຊຸມຄັ້ງນີ້.
ຣັດເຊຍແມ່ນເປັນພາກສ່ວນນຶ່ງຂອງອັນທີ່ເຄີຍຮູ້ຈັກກັນວ່າ ກຸ່ມຈີ 8 ທີ່ໄດ້ຕັ້ງຂຶ້ນມາແຕ່ປີ
1998 ແຕ່ໄດ້ຖືກຂັບໄລ່ອອກຈາກກຸ່ມດັ່ງກ່າວເມື່ອປີກາຍນີ້ ຍ້ອນການເຄື່ອນໄຫວໃນຢູ ເຄຣນ.
ລັດຖະມົນຕີປ້ອງກັນປະເທດ ຂອງສະຫະລັດ ທ່ານ Ashton Carter ກ່າວໃນມື້ວັນສຸກ ວານນີ້ວ່າ ແມ່ນຫຍັງກໍຕາມ ທີ່ເປັນຄວາມພະຍາຍາມຂອງປະທານາທິບໍດີຣັດເຊຍ ທ່ານ Vladimir Putin ທີ່ຈະແກ່ດຶງເວລາໃຫ້ຫວນກັບຄືນໄປທາງຫຼັງນັ້ນ ແຕ່ສ່ວນທີ່ເຫຼືອຂອງ
ໂລກ ແລະຂອງຢູໂຣບ ແມ່ນຍັງສືບຕໍ່ກ້າວໄປຂ້າງໜ້າ. ທ່ານ Carter ກ່າວຕື່ມວ່າ ທ່ານ
Putin ຈະຖືກປະປ່ອຍໄວ້ໃຫ້ຢູ່ຂ້າງຫຼັງໄກອອກໄປນັບມື້.
ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ທຸກພັກຝ່າຍໃນບັນຫາຂັດແຍ້ງຢູເຄຣນ ຈົ່ງເຄົາ ລົບນັບຖືຂໍ້ຕົກລົງຢຸດຍິງທີ່ໄດ້ບັນລຸກັນເມື່ອຕົ້ນປີນີ້.
ສະຫະປະຊາຊາດ ອອກຄຳຮຽກຮ້ອງດັ່ງກ່າວ ໃນຂະນະທີ່ພວກເຈົ້າໜ້າທີ່ອະວຸໂສ ດ້ານ
ປ້ອງກັນປະເທດຂອງສະຫະລັດ ແລະພວກນັກການທູດ ພົບປະກັນໃນວັນສຸກວານນີ້ ທີ່ ກອງບັນຊາການໃຫຍ່ຂອງສະຫະລັດແລະຢູໂຣບ ທີ່ເມືອງ Stuttgart ປະເທດເຢຣະມັນ ເພື່ອທົບທວນເບິ່ງປະສິດທິຜົນໃນການລົງໂທດທາງດ້ານເສດຖະກິດຂອງສະຫະພາບຢູ
ໂຣບ ແລະສະຫະລັດ ຕໍ່ຣັດເຊຍ ຕະຫຼອດທັງຍຸດທະສາດຂອງອົງການເນໂຕ້ໃນການສະ ກັດກັ້ນ ການປະຕິບັດງານຕື່ມອີກ ຂອງຣັດເຊຍ ຢູ່ໃນຢູເຄຣນ. ເພື່ອຮັບມືກັບຄວາມຮຸນ
ແຮງທີ່ເພີ້ມທະວີຂຶ້ນ ທຳນຽບຂາວໃນວັນພະຫັດຜ່ານມານີ້ກ່າວວ່າ ປະທານາທິບໍດີໂອບາ ມາ ຈະຮຽກຮ້ອງໃຫ້ບັນດາຜູ້ນຳສະຫະພາບຢູໂຣບທີ່ກອງປະຊຸມສຸດຍອດຂອງກຸ່ມຈີ 7 ຢູ່
ທີ່ເຢຍຣະມັນ ໃຫ້ສືບຕໍ່ຮັກສາການລົງໂທດຕໍ່ມົສກູ ຍ້ອນ “ການຮຸກຮານຂອງປະເທດດັ່ງ ກ່າວໃນພາກຕາເວັນອອກຂອງຢູເຄຣນ.”
ທ່ານ Josh Earnest ໂຄສົກຂອງທຳນຽບຂາວຮັບຮູ້ໃນວັນພະຫັດຜ່ານມານີ້ວ່າການກົດ ດັນທາງດ້ານເສດຖະກິດ ຍັງບໍ່ທັນໃຫ້ຜົນເທື່ອ ເພື່ອເຮັດໃຫ້ ປະທານາທິບໍດີ Putin ປ່ຽນ ແປງຍຸດທະສາດການຄຳນວນຂອງທ່ານໃນຢູເຄຣນ.
ບັນດາປະເທດສະມາຊິກຂອງສະຫະພາບຢູໂຣບຈະລົງຄະແນນສຽງກັນໃນທ້າຍປີນີ້ກ່ຽວ ກັບວ່າຈະສືບຕໍ່ການລົງໂທດຕໍ່ຣັດເຊຍຫລືບໍ່. ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດທ່ານ Ben Rhodes ກ່າວວ່າການສືບຕໍ່ຮັກສາການລົງໂທດໄວ້ແມ່ນທິດ ທາງທີ່ຖືກຕ້ອງເພື່ອຕ້ານບໍ່ໃຫ້ຣັດເຊຍດຳເນີນມາດຕະການແບບຮຸກຮານເພີ້ມຕື່ມ. ນອກ ນັ້ນທ່ານຍັງກ່າວວ່າ ຍັງຕ້ອງການເວລາເພີ້ມ ຕື່ມທີ່ຈະເຫັນຜົນຂອງການລົງໂທດເຫຼົ່ານີ້.
ວັງເຄຣັມລິນຢືນຢັດວ່າ ຕົນບໍ່ມີບົດບາດໂດຍກົງໃດໆ ໃນການສູ້ລົບຢູ່ພາກຕາເວັນອອກ ຂອງຢູເຄຣນ ແລະໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າ ຕົນບໍ່ໄດ້ໃຫ້ການສະໜັບສະໜຸນ ໃນ ດ້ານອາວຸດແລະນັກລົບ ແກ່ພວກກະບົດແບ່ງແຍກດິນແດນ.