ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເດັກ ທາ​ຣົກ ​ທີ່ເກີດ​ກ່ອນ ​ກຳ​ນົດ ມີ​ໂອ​ກາດ ເຕີບ​ໂຕ ໄດ້ ຖ້​າ​ພວກ​ເຂົາ ໄດ້​ຮັບ ການ​ດູ​ແລ ທີ່​ຖືກ ວິ​ທີ


Low-cost Study Has High Impact Results for Premature Babies
please wait

No media source currently available

0:00 0:03:02 0:00

ເບິ່ງວີ​ດິ​ໂອ ກ່ຽວ​ກັບ​ການ​ຄົ້ນ​ຄວ້າ ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ ໃນ​ເລື້ອງວິ​ທີ​ການ ຊ່ວຍ​ເດັກ​ທາ​ຣົກ ມີ​ໂອ​ກາດ​ເຕີບ​ໃຫຍ່ ຫລາຍ​ຂຶ້ນ

ບໍ່​ມີ​ໃ​ຜ​ຮູ້​ວ່າ ​ເປັນ​ຫຍັງ​ເດັກ​ນ້ອຍ​ບາງ​ຄົນ​ຈຶ່ງເກີດ​ກ່ອນ​ກຳ​ນົດ ແຕ່​ວ່າເດັກ​ນ້ອຍ​ບາງ​ຄົນ​ທີ່
ອອກກ່ອນກຳນົດ ​ກໍ​ມີ​ນ້ຳ​ໜັກຕໍ່າກວ່າ 1,500 ກ​ຣາມ. ເດັກ​ທາ​ຣົກ​ນ້ອຍໆເຫລົ່າ​ນີ້ກໍ​ຄືກັບ
ພວກທີ່​ເກີດ​ກ່ອນ​ກຳ​ນົດທີ່​ມີ​ໂຕ​ນ້ອຍໆຢູ່ແລ້ວ ບໍ່​ສາ​ມາດທີ່ຈະໃຫ້ນ້ຳ​ໜັກຫລຸດລົງ​ໄປ​ອີກ.
ຢູ່​ທີ່​ສູນ​ກາງ​ການ​ແພດ​ແຫ່ງ​ຊາດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ນີ້ ທີມ​ງານ​ຂອງ​ພວກ​ນັກ​ຊ່ຽວ
​ຊານ ໄດ້ຄົ້ນ​ຄິດ​ແຜນການ​ອັນ​ນຶ່ງ​ຂຶ້ນ​ມາ ເພື່ອ​ເຮັດ​ໃຫ້​ເດັກ​ທາ​ຣົກ​ເຫລົ່າ​ນີ້ມີ​ໂອ​ກາດ
​ຫລາຍທີ່​ສຸດ ທີ່​ຈະໄດ້​ໃຫຍ່ກ້າ​ໜ້າ​ບານ. ແຄ​ໂຣ ເພຍ​ຊັນ (Carol Pearson) ນັກ​ຂ່າວ
​ຂອງວີ​ໂອເອ ມີ​ລາຍ​ລະ​ອຽດກ່ຽວ​ກັບເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ
ໃນ​ອັນ​ດັບ​ຕໍ່​ໄປ.


ເມື່ອ​ທ້າວ ເຈ.ຊີ (J.C.) ເກີດມາ, ລາວ​ມີ​ນ້ຳ​ໜັກ​ຫລາຍ​ກວ່າ 736 ກຣາມ ພຽງ​ໜ້ອຍ​ດຽວ
ແຕ່​ວ່າມາ​ພາ​ກັນ​ເບິ່​ງ​ລາວ​ແມ້ດຽວນີ້. ລາວບໍ່​ໄດ້​ເບິ່ງຄື​ວ່າ ເຄີຍເປັນ​ເດັກ​ທາ​ຣົກໂຕ​ນ້ອຍໆ
ທີ່​ເກີດ​ກ່ອນກຳ​ນົດ​ອີກ​ແລ້ວ.

ນາງ ແວ​ເ​ນສ​ສາ ໂອ​ຫາ​ແຄມ (VANESSA OHAKAM), ແມ່​ຂອງ​ລາວ​ເວົ້າ​ວ່າ "ຕອນ​
ທຳ​ອິດຂ້ອຍ​ຮອດບໍ່​ກ້າ ແຕະ​ຕ້ອງ​ໂຕ​ລາວ ລາວເປັນ​ຜູ້​ນ້ອຍ​ຫລາຍ, ແລະ "ຂ້ອຍບໍ່​ສາ
​ມາດຮອດວ່າ ຈະ​ປ່ຽນ​ຜ້າ​ອ້ອມ​ໃຫ້​ລາວ​, ຂ້ອຍ​ຮູ້ສຶກກະ​ວົນ​ກະ​ວາຍ​ໃຈຫລາຍ. ລາວ
​ເບິ່ງ​ແລ້ວ ຈັ່ງ​ແມ່ນບອບບາງ​ຫລາຍ. ແຕ່​ວ່າ ​ພວກ​ພະ​ຍາ​ບານ ແມ່ນ​ໃຫ້​ການສະ​ໜັບ​
ສະ​ໜຸນ ແລະ​ໃຫ້​ກຳ​ລັງ​ໃຈ​ແກ່​ຂ້ອຍ​ຫລາຍ."

ທ້າວ ເຈ ຊີ ເກີດ​ເມື່ອ​ຕອນ​ລາວ​ໄດ້ພຽງ 24 ອາ​ທິດ​ເທົ່າ​ນັ້ນ. ເດັກ​ທາ​ຣົກ​ທີ່​ເກີດ​ຕາມ​ກຳ​
ນົດ​ແມ່ນ​ມີ​ອາ​ຍຸ​ໃນ​ທ້ອງ​ແມ່ໄດ້ລະ​ຫວ່າງ 39 ຫາ 40 ອາ​ທິດ. ທີມ​ງານ​ຂອງ​ພວກ​ນັກ​ຊ່ຽວ
​ຊານ​ທີມ​ນຶ່ງ ຢູ່ໜ່ວຍ​ງານ​ດູ​ແລເດັກນ້ອຍ​ເກີດ​ໃໝ່ ຢ່າງໃກ້​ສິດ ຫລື NICU ທີ່​ສູນ​ກາງ​
ການ​ແພດແຫ່ງ​ຊາດ​ຂອງ​ເດັກ​ນ້ອຍ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ຢາກ​ເຫັນ​ວ່າ ພວກ​ເຂົາ​
ເຈົ້າ​ຈະ​ສາ​ມາດ​ຊ່ວຍ ທ້າວ ເຈ ຊີ ແລະ​ເດັກ​ທາ​ຣົກ​ທີ່​ເກີດ​ກ່ອນ​ກຳ​ນົດ​ທີ່​ມີ​ໂຕ​ນ້ອຍໆ​ນັ້ນ
ໃຫ້​ມີ​ນ້ຳ​ໜັກເພີ້ມ​ຂຶ້ນ ແລະ​ມີ​ໂອ​ກາດ​ເຕີບ​ໂຕ​ຫລາຍ​ຂຶ້ນ​ໄດ້ ຫລາຍ​ກວ່າ​ເກົ່າ​ຫລືບໍ່.

ທ່ານ​ນາງ ມີ​ເຈຊີ​ລັງ​ດ໌ ໄ​ຣໂດ​ເຣ (MICHELANDE RIDORÉ) ຜູ້​ນຳ​ພາ​ໃນ​ການປັບ​ປຸງ​
ຄຸນ​ນະ​ພາບການ​ເຕີບ​ໂຕ ທີ່ສູນ​ກາງ​ການ​ແພດແຫ່ງ​ຊາດ​ຂອງ​ເດັກ​ນ້ອຍເວົ້າ​ວ່າ "​ພວກ
ເດັກ​ທາ​ຣົກ​ທີ່​ເກີດ​ກ່ອນ​ກຳ​ນົດ ​ທີ່​ມີ​ໂຕ​ນ້ອຍໆ ໂດຍ​ສະ​ເພາະນັ້ນ ແມ່ນມີ​ຄວາມສ່ຽງ ​ທີ່​ຈະ
​ເປັນ​ໂຣກ​ຂາດ​ອາ​ຫານ​ ພ້ອ​ມ​ທັງ​ມີ​ບັນ​ຫາ​ໃນການ​ເຕີບ​ໂຕ ທີ່ສູງ​ຫລາຍ."

ເດັກ​ທາ​ຣົກ​ທີ່​ເກີດ​ກ່ອນ​ກຳ​ນົດເຫລົ່າ​ນີ້ ມີ​ນ້ຳ​ມັນ​ໃນ​ຮ່າງ​ກາຍ​ໜ້ອຍ​ຫລາຍຈົນ​ວ່າພວກ
​ເຂົາ​ບໍ່​ສາ​ມາດ​ທີ່​ຈະ​ສູນ​ເສຍ​ພະ​ລັງ​ງານ​ໄດ້​ອີກ​ຕໍ່​ໄປ​ເລີຍ. ບາງ​ຄົນ​ກໍ​ຖືກ​ຮັກ​ສາ​ໄວ້ຢູ່​ໃນ
​ຕູ້​ອົບ​ເດັກ​ນ້ອຍ ​ເພື່ອ​ໃຫ້​ພວກ​ເຂົາ​ນອນໄດ້​ຫລາຍໆ. ທີມ​ງານ​ດັ່ງ​ກ່າວ​ໄດ້​ສຸມ​ຄວາມ​
ສົນ​ໃຈ​ໃສ່​ສິ່ງທີ່​ເດັກ​ທາ​ຣົກ​ພວກນີ້​ກິນ ແລະເວ​ລາທີ່​ພວກ​ເຂົາ​ກິນ.

ທ່ານ​ນາງ ເຄດ​ທ໌​ລິນ ຟໍ​ຣ໌​ໄຊ​ດ໌ (CAITLIN FORSYTHE) ທີ່ສູນ​ກາງ​ການ​ແພດແຫ່ງ​
ຊາດ​ຂອງ​ເດັກ​ນ້ອຍອະ​ທິ​ບາຍວ່າ "ພວກ​ເຮົາ​ສັງ​ເກດ​ເບິ່ງພວກ​ທ່ານ​ໝໍ​ຂອງ​ພວກ​ເຮົາ
ຫລາຍ​ຄົນ ແລະວິ​ທີ​ການ​ທີ່​ພວກ​ເພິ່ນ​ເອົາ​ອາ​ຫານ​ປ້ອນ​ເດັກ​ທາ​ຣົກ​ທີ່​ເກີດ​ມາ​ມີ​ນ້ຳ​ໜັກ
ຕໍ່າກວ່າ​ມາດ​ຕະ​ຖານ ຊຶ່ງ​ແມ່ນ​ເດັກ​ນ້ອຍ​ທີ່​ນ້ຳ​ໜັກ​ 1,500 ກ​ຣາມ ຫລືເບົາກວ່ານັ້ນ
ແລ້ວກໍ​ເຫັນ​ວ່າ ພວກ​ເຂົາ​ຖືກ​ປ້ອນ​ອາ​ຫານ​ໃນຫລາຍໆ ແບບ ຫລາຍ​ວິ​ທີ​ທີ່ແຕກ​ຕ່າງ
​ກັນ​ໄປ."

ພວກ​ເພິ່ນ​ຢາກ​ຮັບ​ປະ​ກັນ​ວ່າ ເດັກ​ທາ​ຣົກ​ທຸກ​ຄົນ ໄດ້​ຮັບ​ການ​ດູ​ແລ​ແບບ​ດຽວ​ກັນ
ເພື່ອເຮັດ​ໃຫ້​ພະ​ລັງ​ງານ ຫລື​ຄາ​ລໍລີ ແລະ​ທາດ​ບຳ​ລຸງ​ຮ່າງ​ກາຍ​ຂອງ​ພວກ​ເຂົາ ​ມີ
ເພີ້ມ​ຂຶ້ນ​. ໃນ​ເງື່ອນ​ໄຂ​ໃດໆ ເທົ່າທີ່​ເຮັດ​ໄດ້ ທີມ​ງານນີ້ ກໍ​ຈະ​ເນັ້ນ​ໜັກ​ໃສ່ການກິນ
ນ້ຳ​ນົມ​ແມ່.

ທ່ານ​ນາງ ຟໍ​ຣ໌​ໄຊ​ດ໌ ກ່າວ​ເພີ້ມ​ອີກວ່າ "ອັນ​ນັ້ນ ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ ສຳ​ລັບ​ເດັກ​ທາຣົກ
​ທີ່​ເກີດ​ກ່ອນ​ກຳ​ນົດ. ນໍ້ານົມແມ່ເປັນສິ່ງທີ່​ດີກວ່າ ທັງ​ມີ​ພູມ​ຕ້ານທານ​ພະ​ຍາດ​ທີ່​ດີ​ເລີດ."

ທ່ານ​ນາງ ຈູ​ດີ ແຄມ​ແບ​ລ (JUDY CAMPBELL), ທີ່​ປຶກ​ສາ​ດ້ານ​ການ​ໃຫ້​ເດັກ​ນ້ອຍ
​ກິນ​ນົມ ທີ່ສູນ​ກາງ​ການ​ແພດແຫ່ງ​ຊາດ​ຂອງ​ເດັກ​ນ້ອຍເວົ້າ​ວ່າ

"ພວກ​ເຮົາ​ຮູ້​ວ່າ ນ້ຳ​ນົມ​ແມ່ມີ​ປະ​ເດັນ​ທີ່​ພາ​ໃຫ້​ຮ່າງ​ກາຍ​ເຕີບ​ໂຕຢູ່​ໃນ​ນັ້ນ ທີ່ບໍ່​ສາ​ມາດ
​ຈະ​ຫາ​ສານ​ອັນ​ໃດ​ມາ​ແທນ​ໄດ້."

ທີມ​ງານ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ທີ່ວ່ານີ້ ກາຍ​ມາ​ເປັນ​ມາດ​ຕະ​ຖານ. ພວກ
​ເຂົາ​ເຈົ້າ​ສາ​ມາດ​ເພີ້ມ​ທາດ​ອາ​ຫານ​ໃສ່ນ້ຳ​ນົມ​ແມ່ ​ທີ່​ບໍ​ລິ​ຈາກ​ໃຫ້ແກ່​ເດັກ​ນ້ອຍ ທີ່​
ແມ່​ຂອງ​ພວກ​ເຂົາ ​ບໍ່​ສາ​ມາດ​ທີ່​ຈະ​ເອົາ​ນ້ຳນົມ​ຂອງ​ຕົນ​ໃຫ້​ເຂົາ​ກິນ​ໄດ້ ຫລື​ເພີ້ມ​
ທາດ​ບຳ​ລຸງ​ໃສ່​ນ້ຳ​ນົມ​ແມ່ ຫລື​ນ້ຳ​ນົມ​ຝຸ່ນ, ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເດັກ​
ທາ​ຣົກ​ແຕ່​ລະ​ຄົນ.

ທ່ານ​ນາງ ຟໍ​ຣ໌​ໄຊ​ດ໌ ໃຫ້​ຄຳ​ເຫັນອີກວ່າ “ຂ້າພະເຈົ້າ​ດີ​ໃຈ​ຫລາຍ. ພວກ​ເຮົາ​ສາ​ມາດ
​ມີ​ວິ​ທີ​ການ​ຕ່າງໆ ໄວ້​ຮອງ​ຮັບ ເພື່ອ​ຈະ​ເຮັດ​ໃຫ້​ການ​ດູ​ແລ​ເດັກ​ທາ​ຣົກ ມີ​ມາດ​ຕະ​ຖານ
ໄດ້. ພວກ​ເຮົາ​ຍັງ​ໄດ້​ເພີ້ມ​ປະ​ລິ​ມານ​ຂອງ​ນ້ຳ​ນົມ​ຂອງ​ແມ່ເຂົາ​ເອງ ທີ່​ພວກ​ເຮົາໄດ້
​ເອົາ​ໃຫ້​ເດັກ​ທາ​ຣົກ​ກິນ, ຊຶ່ງ​ເປັນ​ການ​ດີ​ຫລາຍ."

ທ່ານ​ນາງ ມີ​ເຈຊີ​ລັງ​ດ໌ ໄ​ຣໂດ​ເຣ ກໍໄດ້​ໃຫ້​ຄຳ​ເຫັນ​ອີກວ່າ "ພວກ​ເຮົາ​ສາ​ມາດ ທີ່​ຈະ
​ເພີ້ມ​ນ້ຳ​ໜັກ​ໃຫ້​ພວກ​ເຂົາ​ໄດ້ 30 ເປີ​ເຊັນ."

ທີມ​ງານ​ຂອງ​ພວກ​ເຮົາ​ຍັງ​ບໍ່​ທັນ​ສິ້ນ​ພາ​ລະ​ກິດ​ເທື່ອ. ພວກ​ເຂົາ​ເຈົ້າ ​ຢາກ​ຈະດັດ​ແປງ
​ວິ​ທີ​ການ​ ໃຫ້​ສານ​ອາ​ຫານ​ບຳ​ລຸງ ເພື່ອຈະ​ເບິ່ງວ່າ ພວກ​ເຂົາ​ເຈົ້າ​ ຈະ​ສາ​ມາດ ເຮັດ​ໃຫ້
ໄດ້ຮັບຜົນ​ດີ​ຂຶ້ນ​ໄດ້ອີກ ​ຫລືບໍ່. ເມື່ອ​ໃດ​ຫາກ​ສຳ​ເລັດ​ການ​ດັດ​ແກ້​ນີ້​ພວກ​ເຂົາ​ເຈົ້າ​ກໍ​ຈະ
​ພິມ​ເຜີຍ​ແຜ່​ຜົນ​ຂອງ​ມັນອອກມາ ​ໃຫ້​ຄົນ​ຮູ້ ເພື່ອ​ເຮັດ​ໃຫ້​ເດັກ​ທາ​ຣົກ ທີ່​ເກີດ​ກ່ອນ​ກຳ​
ນົດ​ຄົນ​ອື່ນໆ ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ເຊັ່ນ​ກັນ.

No one knows exactly why some babies are born prematurely, but some of the smallest premature babies weigh under 1,500 grams. These tiny babies -- called micro preemies -- can't afford to lose an ounce. At Children's National Medical Center in Washington, a team of specialists has come up with a plan to give these babies the best chance to live and thrive.

When Vanessa Ohakam gave birth to her son, she was only 24 weeks pregnant. Vanessa was terrified. Her newborn J.C. weighed just a little more than 736 grams or about one and a half pounds.

"I couldn't even change a diaper I was so nervous and anxious. He just looked so frail. But the nurses were very supportive and encouraging."

Ohakam and J.C. were lucky. J.C. was in the neonatal intensive care unit at Children's National Medical Center in Washington during the course of a nutritional study.

A team of specialists at the hospital's NICU, the neo-natal intensive care unit, wanted to see if they could help J.C. and other very small pre-term babies boost their weight and improve their chances to thrive.

Michelande Ridore is a health care administrator who leads the team.

"Preemies, in particular, have high incidents of malnutrition as well as poor development," Ridore said.

As Ridore explained, these micro preemies have so little body fat, they can't afford to waste energy. Some are in blanketed incubators to encourage sleep so they don't move around and burn calories. The team focused on what -- and when -- the babies ate.

Caitlin Forsythe is the lead nurse on the study.

"We noticed that a lot of our practitioners (doctors) and the way that they were providing feedings for very low birth weight babies, those are babies weighing 1500 grams or less, that they were being fed different ways," Forsythe said.

The team wanted to standardize the nutrients in what the babies are fed because medical literature shows it helps babies thrive. Wherever possible, Forsythe said the team emphasized mother's milk.

"That's what's best for the premature babies. They tolerate it better, and it has great antibodies," Forsythe explained.

Judy Campbell, a lactation consultant, says because of the team's success, calls from mothers with preemies has nearly quadrupled.

"We know that mother's milk has growth factors in it that can't be replaced with any other substance," Campbell said.

The team standardized nutrition practices to include fortified donor breast milk for babies whose mothers couldn't provide their own, fortified mother's milk and formula, depending on each baby's needs. Forsythe said she is pleased with the results so far.

"We have been able to put protocols in place so that there's a standardization of care. We've also increased the amount of mother's own milk we've been providing for the babies which is great," Forsythe continued.

Ridore said there's a marked improvement in the babies ability to thrive, “We were able to improve their weight by 30 percent."

The team isn't quite done. They want to tweak the existing nutrition practices to see if they can improve their results. Once they are finished, they will publish the results so other micro-preemies can benefit, too.

XS
SM
MD
LG