ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ ເສ​ລີ​ພາບ ​ໃນ​ການ​ປາກ​ເວົ້າ: ພວກຜູ້​ນຳ​ຜະ​ເດັດ​ການ​ ເຮັດ​ໃຫ້​ມີ​ຄວາມ​ກຽດ​ຊັງ ​ຕໍ່​ພວກ​ນັກ​ຂ່າວ ​ເພີ້ມ​ຂຶ້ນ ​ທົ່ວ​ໂລກ


ສະມາຊິກອົງການນັກຂ່າວບໍ່ມີພົມແດນ ພາກັນຍົກແຜ່ນພາບທີ່ແກະລວດລາຍເປັນຮູບໜ້າຂອງນັກຂ່າວຊາວເທີກີຫລາຍຄົນໃນຂະນະທີ່ ທຳການປະທ້ວງ ຢູ່ຕໍ່ໜ້າສະຖານເອກອັກຄະລັດຖະທູດຂອງເທີກີໃນນະຄອນປາຣີຂອງຝຣັ່ງ, ວັນທີ 5 ມັງກອນ, 2018.
ສະມາຊິກອົງການນັກຂ່າວບໍ່ມີພົມແດນ ພາກັນຍົກແຜ່ນພາບທີ່ແກະລວດລາຍເປັນຮູບໜ້າຂອງນັກຂ່າວຊາວເທີກີຫລາຍຄົນໃນຂະນະທີ່ ທຳການປະທ້ວງ ຢູ່ຕໍ່ໜ້າສະຖານເອກອັກຄະລັດຖະທູດຂອງເທີກີໃນນະຄອນປາຣີຂອງຝຣັ່ງ, ວັນທີ 5 ມັງກອນ, 2018.

ບົດ​ລາຍ​ງານ ​ທີ່​ນຳ​ອອກເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ສະ​ຫລຸບ​ວ່າ​ການໝິ່ນ​ປະ​ໝາດ​ຕໍ່​ພ​ວກ​ນັກ​ຂ່າວ​ຢູ່​ທົ່ວ​ໂລກ​ໄດ້​ເພີ້ມທະ​ວີ​ຂຶ້ນ​ໃນ​ປີ​ກາຍນີ້, ຕົ້ນ​ຕໍ​ກໍ​ເປັນ​ຍ້ອນ ການ​ປະ​ພຶດ​ຕົນ​ ຂອງບັນ​ດາ​ຜູ້​ນຳ​ຜະ​ເດັດ​ການ​ທັງ​ຫລາຍ.

ລາຍ​ງານດັດ​ຊະ​ນີ​ເສ​ລີ​ພາບ​ຂອງ​ອົງ​ການເວີ​ລ​ດ໌ ແພ​ຣັ​ສ ຟ​ຣີ​ດອມ (World Press Freedom) ປີ 2019 ທີ່​ດຳເນີນ​ການ​ໂດຍອົງ​ການ​ນັກ​ຂ່າວບໍ່​ມີ​ພົມ​ແດນ ຫລື Reporters without Borders ເວົ້າ​ວ່າ “ລະ​ບອບ​ປົກ​ຄອງ​ແບບ ຜະ​ເດັດການສືບ​ຕໍ່​ທຳ​ການຄວບ​ຄຸມ​ດ້ານ​ຂ່າວ​ສານ​ຢ່າງ​ເຂັ້ມ​ງວດ​ຂຶ້ນ” ຊຶ່ງ​ເປັນ​ຜົນ​ເຮັດ​ໃຫ້ “ຄວາມ​ກຽດ​ຊັງ​ຕໍ່​ພວກ​ນັກ​ຂ່າວ" ທີ່​ໄດ້ "ຊຸດ​ໂຊມ​ລົງ​ເຖິງ​ຂັ້ນ​ການ ກໍ່​ຄວາມ​ຮຸນ​ແຮງ, ທີ່​ມີ​ສ່ວນເຮັດ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ເພີ້ມ​ຂຶ້ນ."

ລະ​ດັບ​ຂອງ​ສະ​ຫະ​ລັດ​ໃນດັດ​ຊະ​ນີ​ເສ​ລີ​ພາບປະ​ຈຳ​ປີໄດ້​ຫລຸດ​ລົງ​ເປັນ​ປີ​ທີ​ສາມ ໃນ​ໄລ​ຍະ​ສາມ​ປີ​ຜ່ານ​ມາ, ຊຶ່ງ​ເປັນ​ຜົນ​ເນື່ອງ​ມາ​ຈາກການ​ນາບ​ຂູ່ ​ເປັນ​ປະ​ຈຳ​ຂອງປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຕໍ່​ພວກ​ນັກ​ຂ່າວ ແລະ​ຄໍ​າເວົ້າທີ່ກໍ່​ໃຫ້​ເກີດ ຄວາມ​ຮູ້​ສຶກບໍ່​ດີ​ກ່ຽວ​ກັບຝ່າຍ​ຂ່າວ​ສານ, ອີງ​ຕາມ​ບົດ​ລາຍ​ງານນັ້ນ.

ສະ​ຫະ​ລັດ​ຖືກ​ຈັດໃຫ້​ຢູ່​ໃນ​ອັນ​ດັບ​ທີ 48 ໃນ​ຈຳ​ນວນ​ທັງ​ໝົດ 180 ປະ​ເທດ ແລະດິນ​ແດນທີ່​ມີ​ອະ​ທິ​ປະ​ໄຕທີ່​ຖືກ​ສຳ​ຫລວດນັ້ນ, ຊຶ່ງ​ໄດ້​ບອກວ່າ ​ໄດ້​ມີການ​ເຊື່ອມ​ລົງ ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ. ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ມີ​ການ​ລາຍ​ງານດ້ານ​ດັ່ງ​ກ່າວທີ່ເລີ້ມ​ເຮັດ​ມາ​ແຕ່​ປີ 2002 ທີ່​ສະ​ຫະ​ລັດ​ຖືກ​ຈັດ​ປະ​ເພດ​ໃຫ້​ຢູ່​ກັບ​ບັນ​ດາ​ປະ​ເທດ​ທີ່​ການ​ປະ​ພຶດ​ຕໍ່​ພວກ​ນັກ​ຂ່າວທີ່ຖື​ວ່າ "ເປັນ​ບັນ​ຫາ."

ບົດ​ລາ​ຍ​ງານ​ສະ​ບັບ​ນີ້ ຍັງ​ເວົ້າ​ອີກວ່າ ​ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ເຊື່ອມ​ໂຊມ​ລົງ ຂອງ​ບັນ​ຍາ​ກາດດ້ານ​ເສ​ລີ​ພາບໃນ​ການ​ປາກ​ເວົ້າກ່ອນການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຂອງ​ທ່ານ​ທ​ຣຳ​ນັ້ນ​ກໍ​ຕາມ ແຕ່​ມັນກໍ​ເປັນ​ປີ​ທຳ​ອິດ​ຫລັງ​ຈາກທ່ານ​ຂຶ້ນ​ກຳ​ຕຳ​ແໜ່ງນັ້ນ "ໄດ້​ເຮັດ​ໃຫ້​ການສິດ​ທິ​ຂອງ​ພວກ​ນັກ​ຂ່າວ​ຫລຸດ​ໜ້ອຍ​ລົງ​ໄປ​ອີກ." ບົດ​ລາຍ​ງານີ້​ໄດ້ ອ້າງ​ເຖິງ​ການ​ປະ​ກາດ​ຊ້ຳ​ແລ້ວຊ້ຳ​ອີກ​ຂອງ​ທ່ານ​ທຣຳທີ່​ເວົ້າວ່າ ພວກ​ຂ່າວ​ສານ “ຄື​ສັດ​ຕູ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ," ນັ້ນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປະ​ຕິ​ເສດບໍ່​ໃຫ້​ “ອົງການ​ຂ່າວ​ຫລາຍ​ແຫ່ງ" ເຂົ້າ​ໄປ​ໃນ​ທຳ​ນຽບ​ຂາວ, ​ໃຊ້​ຄຳ​ເວົ້າ​ວ່າ “ຂ່າ​ວ​ປອມ" ຫລື “fake news" ເປັນ​ປະ​ຈຳ​ເພື່ອ​ຕອບ​ໂຕ້​ຄືນ​ຕໍ່​ລາຍ​ງານ​ຂ່າວ​ທີ່​ຕຳ​ໜິ​ທ່ານ ແລະ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຶດ​ເອົາອາ​ນຸ​ຍາດ​ໃນ​ການ​ກະ​ຈາຍ​ຂ່າວ​ຂອງ "ບັນ​ດາອົງ​ການ​ຂ່າວ​ໃດ​ນຶ່ງ."

ບັນ​ດາ​ປະ​ເທດ​ຢູ​ໂຣບ ໄດ້​ຄອບ​ງຳ​ເອົາເກືອບ​ໝົດ​ລະ​ດັບ​ທີ່​ຢູ່​ທາງ​ເທິງ​ຂອງ​ດັດ​ຊະ​ນີ​ດັ່ງ​ກ່າວ. ນໍ​ເວ ໄດ້​ຄອງ​ອົນ​ອັບ​ທີ​ນຶ່ງ​ມາ​ເປັນ​ເວ​ລາ​ສາມ​ປີ​ຕິດ​ຕໍ່​ກັນ, ຕິດ​ຕາ​ມາ​ດ້ວຍ​ຟິນ​ແລນ, ສະ​ວີ​ເດັນ, ເນ​ເທີ​ແລນ ແລະ​ເດັນ​ມາກ. ອັງ​ກິດ ໄດ້​ຖືກ​ຈັດ​ໃນ​ອັນ​ດັບທີ 33 ໄດ້​ເພີ້ມ​ຂຶ້ນ​ມາ 7 ຂັ້ນ​ນັບ​ແຕ່​ປີ​ກາຍນີ້. ແຕ່​ວ່າ ລາຍ​ງານ​ສະ​ບັບ​ນີ້ ກໍ​ເວົ້າ​ວ່າອ​ັງ​ກິດ "ຍັງ​ເປັນ​ປະ​ເທດນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ ມີ​ສະ​ພາບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ໃນ​ຢູ​ໂຣບ​ຕາ​ເວັນ​ອອກ" ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ທີ່​ປະ​ເທດ​ດັ່ງ​ກ່າວ ໄດ້​ຖືກ​ຈັດ​ຢູ່ລະ​ດັບ​ທີ່​ດີ​ຂຶ້ນ​ກໍຍ້ອນ​ວ່າ ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ຢູ່​ປະ​ເທດ​ອື່ນ​ຫລຸດ​ລົງ ຢ່າງ​ຫລວງ​ຫລາຍ.

ບັນ​ດາ​ປະ​ເທດ​ທີ່​ຢູ່​ໃນ​ອັນ​ດັບ​ຕ່ຳ​ສຸດ​ຂອງ​ບັນ​ຊີນັ້ນ ແມ່ນກວາມ​ເອົາ​ໂດຍ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ. ເຕີກ​ມາ​ນິວ​ຖານ ຖືກ​ຈັດ​ໃນ​ອັນ​ດັບ​ທີ 180, ຕິດ​ຕາມ​ດ້ວຍ​ເກົາ​ຫລີ​ເໜືອ, ເອ​ຣິ​ເທ​ຣຍ, ຈີນ, ແລະ​ຫວຽດ​ນາມ ຕາມ​ລຳ​ດັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG