ໄຕ້ຟຸ່ນ ຮາຈີບິສ ໄດ້ເອົາຊີວິດ 23 ຄົນ ແລະໄດ້ເຮັດໃຫ້ນະຄອນໂຕກຽວ ຕົກຢູ່ໃນພາວະຢຸດສະງັກ ໄລຍະສັ້ນໆ ແລະໃນຂະນະດຽວກັນ ປະຊາຊົນ 16 ຄົນ ແມ່ນຍັງຫາຍສາບສູນຢູ່ ອີງຕາມລາຍງານ ໂດຍຜູ້ປະກາດຂ່າວ ຂອງອົງການຂ່າວ NHK ໃນວັນອາທິດວານນີ້.
ຍີ່ປຸ່ນໄດ້ສົ່ງກຳລັງທະຫານ ແລະພະນັກງານກູ້ໄພ ຫຼາຍພັນຄົນໄປຊ່ອຍເຫຼືອປະຊາຊົນທີ່ຕົກຢູ່ໃນຄວາມລຳບາກ ແລະຕໍ່ສູ້ກັບໄພນ້ຳຖ້ວມ ທີ່ກະທົບຕໍ່ປະເທດ ຊຶ່ງເກີດຈາກພາຍຸໄຕ້ຟຸ່ນທີ່ຮ້າຍແຮງທີ່ສຸດຫົວນຶ່ງ ໃນປະຫວັດການ.
ພາຍຸຮາຈີບິສ ປະໄວ້ຊຶ່ງຄວາມເສຍຫາຍ ໃນບໍລິເວນພື້ນທີ່ຕ່ຳ ຢ່າງກວ້າງຂວາງ ຢູ່ທາງພາກກາງ ແລະພາກຕາເວັນອອກ ຂອງຍີ່ປຸ່ນ ແລະເຮັດໃຫ້ເຮືອນຊານຫ້າແສນຫລັງ ຂາດໄຟຟ້າໃຊ້.
ທາງການຂອງຍີ່ປຸ່ນ ໄດ້ຍົກເລີກການເຕືອນໄພຈາກນ້ຳຝົນ ໃນຂົງເຂດ ຄານໂຕ (Kanto) ຢູ່ໃນບໍລິເວນໃກ້ກັບນະຄອນຫຼວງໂຕກຽວ ບ່ອນທີ່ຮ້ານຄ້າຫຼາຍແຫ່ງ ໄດ້ເປີດບໍລິການຄືນອີກ ແລະລົດໄຟຫຼາຍສາຍ ກໍໄດ້ເປີດດຳເນີນການຄືນໃໝ່ ແຕ່ທາງການ ຍັງໄດ້ເຕືອນວ່າ ຍັງມີຄວາມສ່ຽງທີ່ນ້ຳໃນແມ່ນ້ຳຫຼາຍແຫ່ງຈະລົ້ນຝັ່ງ ຢູ່ທາງພາກຕາເວັນອອກຂອງຍີ່ປຸ່ນ ແລະສົ່ງຜົນກະທົບ ເຮັດໃຫ້ເກີດຄວາມເສຍຫາຍຮອບໃໝ່.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ໄດ້ຈັດກອງປະຊຸມສຸກເສີນກັບບັນດາລັດຖະມົນຕີທີ່ກ່ຽວຂ້ອງ ແລະໄດ້ສົ່ງບັນດາລັດຖະມົນຕີ ໄປຍັງພື້ນທີ່ທັງຫຼາຍ ທີ່ຖືກກະທົບ ເພື່ອກຳກັບນຳໄພພິບັດດັ່ງກ່າວນັ້ນ. ທ່ານໄດ້ສະແດງຄວາມເສົ້າສະຫລົດໃຈ ຕໍ່ບັນດາຄອບຄົວທັງຫຼາຍ ຜູ້ທີ່ສະມາຊິກຄອບຄົວຂອງພວກເຂົາ ໄດ້ສູນເສຍຊີວິດໄປ ແລະທ່ານໄດ້ກ່າວວ່າ ລັດຖະບານ ກຳລັງທຳງານ ເພື່ອຊ່ອຍຊີວິດປະຊາຊົນ ແລະຊັບສິນຂອງພວກເຂົາເຈົ້າ.
ທ່ານອາເບະ ໄດ້ກ່າວວ່າ “ລັດຖະບານ ຈະເຮັດທຸກສິ່ງທຸກຢ່າງໃນອຳນາດຂອງຕົນ ເພື່ອປະສານງານກັບອົງການຕ່າງໆທີ່ກ່ຽວຂ້ອງ ແລະບັນດາບໍລິສັດຕ່າງໆທີ່ກຳລັງຟື້ນຟູການໃຫ້ບໍລິການ ໄວທີ່ສຸດເທົ່າທີ່ຈະໄວໄດ້.” ລັດຖະບານຍັງໄດ້ຈັດຕັ້ງໜ່ວຍປະຕິບັດງານຂຶ້ນ ເພື່ອຮັບມືກັບຄວາມເສຍຫາຍ ອີງຕາມລາຍງານຂອງອົງການຂ່າວ NHK.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Typhoon Hagibis killed 23 people and briefly paralyzed Tokyo, while 16 people are missing, public broadcaster NHK said Sunday.
Japan sent tens of thousands of troops and rescue workers to save stranded residents and fight floods caused by one of the worst typhoons to hit the country in recent history,=.
Hagibis left vast swaths of low-lying land in central and eastern Japan inundated and cut power to almost half a million homes.
Landing restrictions at Tokyo's Narita and Haneda airports were lifted but more than 800 flights were cancelled for the day, as were some Shinkansen bullet train services to the worst-hit areas.
Authorities lifted rain warnings for the Kanto region around Tokyo, where stores reopened and many train lines resumed operations, but they warned there was still the risk of rivers in eastern Japan overflowing and inflicting fresh damage.
Prime Minister Shinzo Abe convened an emergency meeting and sent the minister in charge of disaster management to the affected areas.
He extended his condolences for all those who lost their lives and offered his sympathy to all those impacted by Typhoon Hagibis.