ການສ້າງເຂື່ອນພະລັງງານໄຟຟ້າ ຍັງເປັນທີ່ຄອບງໍາຢູ່ໃນ ສປປ ລາວ ພ້ອມທັງການ
ໃຊ້ຖ່ານຫີນທີ່ມີພຽງເປີເຊັນເລັກນ້ອຍ. ການພັດທະນາແຜນພະລັງງານຢູ່ໃນລາວຍັງ
ບໍ່ກວ້າງຂວາງ ມີແຕ່ພຽງລາຍຊື່ໂຄງການຕ່າງໆ ແລະບັນດາໂຄງການເຫລົ່ານີ້ທັງໝົດ
ແມ່ນຂຶ້ນກັບພວກນັກລົງທຶນຈາກພາຍນອກ. ໃນຄວາມເປັນຫ່ວງກ່ຽວກັບການສ້າງ
ເຂື່ອນຢູ່ແມ່ນໍ້າຂອງໃນເຂດເອເຊຍອາຄະເນ ກອງປະຊຸມກ່ຽວກັບການທົດແທນ
“ພະລັງງານແມ່ນໍ້າຂອງ” ໄດ້ຈັດຂຶ້ນ ໂດຍອົງການ Stimson ຊຶ່ງເປັນອົງການເອກກະ
ຊົນທີ່ບໍ່ຫວັງຜົນກຳໄລ ແລະບໍ່ເຂົ້າຂ້າງອອກຂາຝ່າຍໃດ ເພື່ອຊອກຫາທາງເລືອກເອົາ
ນະໂຍບາຍແກ້ໄຂບັນຫາ ເພື່ອທົດແທນການສ້າງເຂື່ອນພະລັງໄຟຟ້າຊຶ່ງ ກິ່ງສະຫວັນ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່.
ມຽນມາ ລາວ ໄທ ກຳປູເຈຍແລະຫວຽດນາມ ຄວນພິຈາລະນາໃໝ່ເພື່ອຢຸດເຊົາ ຫລື
ເລື່ອນເວລາໃນການສ້າງເຂື່ອນນັ້ນລົງ ແລະແຜ້ວທາງໃຫ້ແກ່ພະລັງງານທີ່ໃຊ້ທົດແທນ
ໃໝ່ຢ່າງສິ້ນເຊີງ ໂດຍການຫັນປ່ຽນມາໃຊ້ພະລັງງານແສງຕາເວັນ ພະລັງງານລົມ ແລະພະລັງງານນໍ້າທີ່ບໍ່ມາຈາກການສ້າງເຂື່ອນໄຟຟ້າ.
ຢູ່ໃນລາຍງານ “ເມືອງລາວໃນປັດຈຸບັນ” ຂອງ ວີໂອເອ ທີ່ໄດ້ອອກອາກາດໄປໃນວັນທີ
26 ກໍລະກົດທີ່ຜ່ານມາ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງ
ງານ ແລະບໍ່ແຮ່່ ໄດ້ຖະແຫລງຢືນຢັນວ່າ ພາຍໃນປີ 2021 ສປປ ລາວ ຈະມີແຫລ່ງ
ຜະລິດພະລັງງານໄຟຟ້າເຖິງ 100 ໂຄງການ ມີກຳລັງຕິດຕັ້ງຢູ່ທັງໝົດຫລາຍກວ່າ
13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ ຮວມກັນເຖິງ 67,000 ລ້ານກິ
ໂລວັດໂມງຕໍ່ປີ ໂດຍໃນນີ້ແບ່ງເປັນແຫລ່ງຜະລິດພະລັງໄຟຟ້າທີ່ມີຢູ່່ແລ້ວ 46 ໂຄງການ
ແລະທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ 54 ໂຄງການ ຊຶ່ງສ່ວນໃຫຍ່່ມີກຳໜົດ
ການກໍ່ສ້າງໃຫ້ແລ້ວໃນປີ 2020 ຫາ 2021.
ຂະນະດຽວກັນ ທ່ານ Brian Eyler ຫົວໜ້າຫ້ອງການໂຄງການເອເຊຍອາຄະເນ ທີ່ສູນ
ກາງ Stimson ກ່າວວ່າ ສປປ ລາວ ຈະສ້າງເຂື່ອນພະລັງງານໄຟຟ້າເຖິງ 140 ເຂື່ອນ
ໃນອະນາຄົດ ຊຶ່ງທ່ານ Eyler ໄດ້ກ່າວວ່າ:
“ເລື່ອງໃໝ່ກ່ຽວກັບການພັດທະນາພະລັງງານໄຟຟ້າເທຶ່ອແລ້ວນີ້ ຂ້າພະເຈົ້າ ໄດ້
ໄປເມືອງລາວ ຂ້າພະເຈົ້າໄດ້ລົມກັບກະ ຊວງພະລັງງານ ແລະບໍ່ແຮ່ ເພື່ອເບິ່ງຂໍ້
ມູນ ແລະເຫັນວ່າ ຂໍ້ມູນເອກກະສາບັນທຶກຄວາມເຂົ້າໃຈ ຫລື MOU ທີ່ໄດ້ເຊັນ
ເລື່ອງສຳປະທານວ່າມີຫລາຍກວ່າ 14 ເຂື່ອນທີ່ໄດ້ຂຶ້ນແຜນ ທີ່ຈະສ້າງຢູ່ໃນປະ
ເທດລາວ. ເຂື່ອນໃຫຍ່ກຳລັງຈະເກີດຂຶ້ນ ແລະພວກເຮົາຈະຮັບມືຢ່າງໃດ. ແຕ່
ຄວາມເປັນຈິງແລ້ວພວກເຮົາຍັງມີເວລາຢູ່ທີ່ຈະຊອກຫາວິທີສ້າງແຜນການທີ່ເຮັດ
ໃຫ້ພະລັງງານທີ່ມີຄວາຍືນຍົງ ແລະມີລັກສະນະຍຸດທະສາດກວ່ານີ້ໃນອະນາຄົດ.”
ທີມຂອງອົງການ Stimson ເຂດເອເຊຍອາຄະເນ ເລີ້ມທຳການເຜີຍແຜ່ໃໝ່ ກ່ຽວກັບ
ການທົດແທນພະລັງງານແມ່ນໍ້າຂອງວ່າ ບັນດາປະເທດເຂດລຸ່ມແມ່ນໍ້າຂອງ ສາມາດ
ປ່ຽນແປງແຜນພະລັງງານຂອງເຂົາເຈົ້າ ເພື່ອເຂົ້າສູ່່ຜົນປະໂຫຍດ ຂອງການນຳໃຊ້ເທັກ
ໂນໂລຈີ ແລະຄວາມແຂງແຮງຂອງຕະຫລາດພະລັງງານຢູ່ທົ່ວໂລກ ເພື່ອສະໜັບສະ
ໜູນອູ້ມຊູການເຕີບໂຕໃນໄລຍະຍາວ.
ຍານາງ Courtney Weatherby ນັກຄົ້ນຄວ້າວິໃຈ ຈາກສູນກາງ Simson ກ່າວວ່າ:
“ປະເທດລາວມີເຂື່ອນພະລັງງານໄຟຟ້າປະມານ 75 ເປີເຊັນ ສ່ວນຫລາຍ ແມ່ນເ
ຂື່ອນໄຟຟ້າຂະໜາດໃຫຍ່ ແລະມີເປີເຊັນໜ່້ອຍທີ່ມີພະລັງງານມາຈາກຖ່ານຫີນ.
ມີແຜນສ້າງເຂື່ອນໄຟຟ້ານໍ້າຕົກຫລາຍແຫ່ງໃນພາກພື້ນນີ້ ແລະລາວມີເຂື່ອນໄຟ
ຟ້າຫລາຍກວ່າ 140 ແຫ່ງທີ່ຈະສ້າງຂຶ້ນ. ເມື່ອເຮົາເບິ່ງແຜນພະລັງງານໃນອານາ
ຄົດແລ້ວ ເຫັນວ່າລາວວບໍ່ມີແຜນຮອບດ້ານ ນອກເໜືອໄປຈາກໂຄງການຕ່າງໆທີ່
ມີໄວ້ໃຫ້ແກ່ນັກລົງທຶນ. ທັງນີ້ກໍຍ້ອນວ່່າລາວບໍ່ມີຄວາມສາມາດດ້ານການເງິນທີ່ຈະ
ສ້າງໂຄງການເຫລົ່ານີ້ດ້ວຍຕົນເອງ. ຂະແໜງພະລັງງານລາວທັງໝົດເກືອບວ່າອາ
ໄສພວກນັກລົງທືນ.”
ໂຄງການສ້າງເຂື່ອນໄຟຟ້າຕ່າງໆຢູ່ແມ່ນໍ້າຂອງໃນປະເທດລາວ ທີ່ໄດ້ເຮັດໃຫ້ເກີດມີການ
ປະທ້ວງຢ່າງແຮງຈາກຫວຽດ ນາມ ທີ່ກຳລັງປະເຊີນໜ້າກັບການທ້າທາຍ ການເພີ່ມທ່າ
ອຽງຢູ່ໃນທ່າອຽງຕະຫລາດ ທີ່ບັນດາຜູ້ຊ່ຽວຊານໄດ້ສົນທະນາກັນຢູ່ກອງປະຊຸມອົງການ Stimson. ລາຄາພະລັງງານແສງຕາເວັນ ແລະລົມກຳລັງຖືກລົງ ທີ່ຈະເຮັດໃຫ້ລາຄາພະ
ລັງ ງານຈາກເຂື່ອນໄຟຟ້ານັ້ນຍັງແພງຢູ່ ຊຶ່ງເພີ່ມຄວາມກົດດັນໃຫ້ແກ່ບັນດານັກລົງທຶນ
ຈາກປະເທດໄທຢູ່ໃນໂຄງການໆເງິນ. ໃນຂະນະດຽວກັນ ປະເທດລາວກຳລັງປະເຊີນ
ໜ້າກັບການແຂ່ງຂັນຢ່າງແຮງ ຈາກນັນດາປະເທດເພື່ອນບ້ານ ເຊັ່ນວ່າ ມຽນມາ ແລະ
ກຳປູເຈຍ ຢູ່ໃນຕະຫລາດພະລັງງານ. ກຸ່ມອະນຸລັກສິ່ງແວດລ້ອມຂອງປະຊາຊົນຜູ້ທີ່ກຳ
ລັງມີຄວາມເຂົ້າໃຈຫຼາຍຂຶ້ນເຖິງຜົນກະທົບຂອງການສ້າງເຂື່ອນພະລັງງານໄຟຟ້າ ຍັງ
ໄດ້ສະໜັບສະໜູນໃຫ້ລັດຖະບານໂຈະໂຄງການສ້າງເຂື່ອນ. ມີການທຳນາຍໄວ້ວ່າ
ປະເທດລາວຈະບໍ່ເພີ່ມໂຄງການສ້າງເຂື່ອນໄຟຟ້າຕື່ມອີກ ໃນຂະນະທີ່ກຳລັງຫລຸດ
ຜ່ອນໂຄງການທີ່ມີຢູ່ໃນປັດຈຸບັນ.
ໃນໄລຍະຍາວ ປະເທດລາວຈະປະເຊີນໜ້າ ກັບການແຂ່ງຂັນຈາກບັນດາປະເທດ
ເພື່ອນບ້ານ ຢູ່ໃນຕະຫລາດພະລັງານ ມຽນມາສາມາດກາຍມາເປັນແຫຼ່ງພະລັງງານ
ໃຫ້ແກ່ປະເທດໄທ ແມ່ນແຕ່ໃນເຂດເອເຊຍໃຕ້. ໃນຂະນະດຽວກັນ ກຳປູເຈຍກໍມີໂອ
ກາດອັນໃຫຍ່ຫລວງຂອງພະລັງງານລົມ ແລະແສງຕາເວັນ ແລະຄາດວ່າ ຈະກາຍ
ມາເປັນນຶ່ງແລວທາງນຶ່ງເສັ້ນທາງຂອງພະລັງງານແສງຕາເວັນ.
ດ້ວຍໄດ້ຮັບກະຕຸ້ນຈາກອຸດສາຫະກຳ ໂຕເມືອງຕ່າງໆ ແລະເພີ້ມລະດັບການເປັນຢູ່
ຂອງບັນດາປະເທດເຂດລຸ່ມແມ່ນໍ້າຂອງ ໃນກຳປູເຈຍ ຫວຽດນາມ ລາວ ແລະມຽນມາ
ທັງໝົດນີ້ ປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການປະຈຳປີທີ່ເພີ່ມຂຶ້ນຫຼາຍກວ່າສິບ
ເປີເຊັນ ຂອງການໃຊ້ພະລັງງານໄຟຟ້າ ໃນຫລາຍປີຕໍ່ໜ້ານີ້.
ມີໂອກາດທີ່ສຳຄັນສຳລັບບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ທີ່ຈະຂ້າມຜ່ານໄປ
ສູ່ສະໄໝໃໝ່ຫລາຍຂຶ້ນ ແລະເຂົ້າໄປຫາການປ່ຽນແປງໄດ້ ຕໍ່ແຜນການໃຊ້ພະລັງງານ
ໄຟຟ້າ ທີ່ຈະຮ່ວມປະສານ ກັບການນຳໃຊ້ພະລັງງານທົດແທນເທັກໂນໂລຈີໃໝ່. ສິ່ງ
ສຳຄັນກໍຄືຈະອະນຸຍາດໃຫ້ປະເທດຕ່າງໆ ປະສານງານຢູ່ໃນຂົງເຂດ ເພື່ອທົດແທນ
ຄວາມເສຍຫາຍ ຈຳ ນວນນຶ່ງຂອງໂຄງການພະລັງງານເຂື່ອນໄຟຟ້າ ແລະ ຖ່ານຫີນ
ພ້ອມດ້ວຍທາງເລືອກທີ່ອູ້ມຊູອື່ນໆ.