ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານໃຕ້ ບັນລຸ ຂໍ້ຕົກລົງ ແບ່ງປັນອຳນາດ ອີກສະບັບນຶ່ງ


ຜູ້ນຳຊູດານໃຕ້ ທ່ານ ຣຽກ ມາຈາເຂົ້າຮ່ວມໃນພິທີເຊັນຂໍ້ຕົກລົງ
ສັນຕິພາບກັບລັດຖະບານ ຊູດານໃຕ້ ເພື່ອສິ້ນສຸດສົງຄາມ ເຊິ່ງ
ປະຊາຊົນຫຼາຍສິບພັນຄົນ ໄດ້ຖືກຂ້າຕາຍ. ນະຄອນຫຼວງ ຄາຕູມ, ຊູດານ. 27 ມິຖຸນາ, 2018.
ຜູ້ນຳຊູດານໃຕ້ ທ່ານ ຣຽກ ມາຈາເຂົ້າຮ່ວມໃນພິທີເຊັນຂໍ້ຕົກລົງ ສັນຕິພາບກັບລັດຖະບານ ຊູດານໃຕ້ ເພື່ອສິ້ນສຸດສົງຄາມ ເຊິ່ງ ປະຊາຊົນຫຼາຍສິບພັນຄົນ ໄດ້ຖືກຂ້າຕາຍ. ນະຄອນຫຼວງ ຄາຕູມ, ຊູດານ. 27 ມິຖຸນາ, 2018.

ບັນດາຜູ້ນຳໃນພັກການເມືອງຕ່າງໆທີ່ກຳລັງຕໍ່ສູ້ກັນຂອງປະເທດ ຊູດານໃຕ້ ໄດ້ບັນລຸ
ຂໍ້ຕົກລົງສັນຕິພາບນຳກັນ ເຊິ່ງຈະເຮັດໃຫ້ຫົວໜ້າກຸ່ມກະບົດ ທ່ານ ຣຽກ ມາຈາ (Riek
Machar) ກັບຄືນໄປເປັນຮອງປະທານາທິບໍດີ ແລະ ມີຄວາມເປັນໄປໄດ້ ທີ່ຈະສິ້ນສຸດ
ສົງຄາມກາງເມືອງທີ່ແກ່ຍາວມາໄດ້ 5 ປີແລ້ວ.

ລັດຖະມົນຕີການຕ່າງປະເທດຂອງ ຊູດານໃຕ້, ທ່ານ ອາລ ດີເອດີຣີ ອາເມັດ
(Al-Dierdiry Ahmed) ໄດ້ປະກາດ ຫຼັງຈາກໄດ້ສິ້ນສຸດການເຈລະຈາ, ເຊິ່ງໄດ້ຈັດ
ຂຶ້ນໃນປະເທດ ອູການດາ ແລະ ດຳເນີນໂດຍປະທານາທິບໍດີ ອູການດາ ທ່ານ ໂຢເວຣີ
ມູເຊເວນີ (Yoweri Museveni) ແລະ ປະທານາທໍດີປະເທດ ຊູດານ ທ່ານ ໂອມາ
ອາລ-ບາເຊຍ ນັ້ນວ່າ “ໄດ້ມີການຕົກລົງກັນວ່າ ມັນຈະມີຮອງປະທານາທິ ບໍດີ 4 ຄົນ
ຄື: ປະທານາທິບໍດີໃນປັດຈຸບັນສອງຄົນ, ບວກກັບທ່ານ ຣຽກ ມາຈາ, ຜູ້ທີ່ຈະດຳລົງຕຳ
ແໜ່ງເປັນຮອງປະທານາທິບໍດີຜູ້ທີນຶ່ງ, ແລະ ຕຳແໜ່ງທີສີ່ຈະຖືກແຕ່ງຕັ້ງໃຫ້ແມ່ຍິງ
ຄົນນຶ່ງຈາກພັກຝ່າຍຄ້ານ.”

ຂໍ້ຕົກລົງແມ່ນໄດ້ເພັ່ງເລັງໃສ່ການເຮັດໃຫ້ສົງຄາມກາງເມືອງສິ້ນສຸດລົງ ເຊິ່ງໄດ້ເລີ່ມ
ຂຶ້ນໃນປີ 2013 ຫຼັງຈາກການຂັດແຍ້ງກັນລະຫວ່າງປະທານາທິບໍດີ ຊູດານໃຕ້ ທ່ານ
ຊາລວາ ເຄຍ ກັບ ທ່ານ ມາຈາ.

ຂໍ້ຕົກລົງແບ່ງປັນອຳນາດ ທີ່ຄ້າຍຄືກັນ ທີ່ໄດ້ເຮັດໃຫ້ທ່ານ ມາຈາ ໄດ້ກັບຄືນໄປ
ເປັນຮອງປະທານາທິບໍດີນັ້ນ ໄດ້ເຊັນກັນໃນປີ 2015. ແຕ່ມັນກໍໄດ້ແຕກຫັກລົງ ຫຼັງ
ຈາກນຶ່ງປີຕໍ່ມາ.

ສົງຄາມດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຖືກຂ້າຕາຍ ແລະ ໄດ້ບັງຄັບ
ໃຫ້ປະຊາຊົນ 4 ລ້ານຄົນຕ້ອງຫຼົບໜີອອກຈາກບ້ານຂອງເຂົາເຈົ້າ. ຊາວ ຊູດານໃຕ້
ປະມານ 2 ລ້ານຄົນໄດ້ພະຍາຍາມລີ້ໄພໃນປະເທດທີ່ຢູ່ໃກ້ຄຽງເຊັ່ນ: ອູການດາ,
ເຄັນຢາ, ເອທິໂອເປຍ ແລະ ສາທາລະນະລັດ ປະຊາທິປະໄຕ ຄົງໂກ.

ມັນຍັງໄດ້ກໍ່ໃຫ້ເກີດວິກິດການອົບພະຍົບຄັ້ງໃຫຍ່ທີ່ສຸດຂອງ ອາຟຣິກາ ນັບຕັ້ງແຕ່ປີ
1994 ເປັນຕົ້ນມາ, ເມື່ອການຂ້າລ້າງເຜົ່າພັນໃນປະເທດ ຣາວັນດາ ໄດ້ເຮັດໃຫ້ປະ
ຊາຊົນ 4 ລ້ານຄົນເກືອບຕົກຢູ່ໃນໄພອຶດຫິວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG