ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລົມພາຍຸໄຊໂຄລນ ທີ່ຮ້າຍແຮງ ພັດຖະຫຼົ່ມ ວານູອາຕູ ທີ່ຢູພາຍໃຕ້ພາວະສຸກເສີນ ຮັບມືກັບໄວຣັສໂຄໂຣນາ ຢູ່ແລ້ວ


ເດັກນ້ອຍກຳລັງແລ່ນຫລີ້ນຢູ່ຫາດຊາຍ ເກາະວານູອາຕູ
ເດັກນ້ອຍກຳລັງແລ່ນຫລີ້ນຢູ່ຫາດຊາຍ ເກາະວານູອາຕູ

ລົມມພາຍຸໄຊໂຄລນທີ່ຮ້າຍແຮງໄດ້ພັດຂຶ້ນຝັ່ງໃນວັນຈັນວານນີ້ຢູ່ທີ່ປະເທດເກາະ ດອນ
ວານູອາຕູ ໃນເຂດມະຫາສະໝຸດປາຊິຟິກ ທີ່ໄດ້ປະກາດພາວະສຸກເສີນຢູ່ແລ້ວເພື່ອຮັບ
ມືກັບໄວຣັສໂຄໂຣນາ.

ພາຍຸໄຊໂຄລນຮາໂຣລ ໄດ້ເພີ້ມຄວາມແຮງຂຶ້ນລົມພາຍຸລະດັບ 5 ໄດ້ພັດເຂົ້າ ຖະຫລົ່ມ
ປະເທດເກາະດອນດັ່ງກ່າວ ໃນຕອນເຊົ້າວັນຈັນວານນີ້ ຢູ່ເຂດແຄມຝັ່ງທະເລທີ່ສອກຫລີກ
ຫ່າງໄກທາງພາກຕາເວັນອອກ ດ້ວຍລົມແຮງເຖິງ 215 ກິໂລແມັດຕໍ່ຊົ່ວໂມງ. ລົມພາຍຸທີ່
ເຄື່ອນຍ້າຍຊ້າໆຫົວນີ້ ຄາດວ່າຈະພັດຜ່ານ ທາງພາກເໜືອຂອງນະຄອນຫຼວງພອດວິລ
ລາ ໃນຕອນເຊົ້າວັນອັງຄານມື້ນີ້.

ພວກເຈົ້າໜ້າທີ່ກ່າວວ່າຍັງບໍ່ມີລາຍງານກ່ຽວກັບການບາດເຈັບ ແຕ່ກໍມີລາຍງານວ່າ ມີ
ຕຶກອາຄານຫຼາຍຫຼັງ ໄດ້ຮັບຄວາມເສຍຫາຍ.

ເກາະວານູອາຕູຍັງບໍ່ມີລາຍງານກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣສາ ແຕ່ເຖິງ ຢ່າງໃດ
ກໍດີ ລັດຖະບານໄດ້ປະກາດພາວະສຸກເສີນ ແລະປິດບັນດາຊາຍແດນ ເພື່ອຫລີກລ່ຽງ
ການແຜ່ລະບາດ.

ພວກເຈົ້າໜ້າທີ່ສາທາລະນະສຸກມີຄວາມເປັນຫ່ວງວ່າ ປະເທດດັ່ງກ່າວອາດຮ້ອງຂໍການ
ບັນເທົາທຸກຈາກຕ່າງປະເທດ ຊຶ່ງຈະຍົກລະດັບຄວາມສ່ຽງທີ່ຈະນຳເອົາໄວ ຣັສເຂົ້າໄປສູ່
ປະເທດເກາະດອນດັ່ງກ່າວ. ເທື່ອຫລ້າສຸດທີ່ປະເທດດັ່ງກ່າວຖືກຖະຫຼົ່ມດ້ວຍລົມພາຍຸ ທີ່
ຄວາມແຮງລະດັບ 5 ແມ່ນໃນປີ 2015 ເວລາລົມພາຍຸແພມໄດ້ພັດເຂົ້າປະທະ ທີ່ຕ້ອງ
ການຄວາມຊ່ວຍເຫຼືອໃນການປະຕິບັດງານ ຂອງສາກົນເພື່ອໃຫ້ປະເທດເກາະດອນ
ດັ່ງກ່າວຟື້ນໂຕຄືນ.

ນິວຊີແລນໄດ້ກ່າວວ່າ ທະຫານຂອງຕົນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອແກ່ ວານູອາຕູ
ຖ້າຫາກມີຄວາມຕ້ອງການ.

ພວກເຈົ້າໜ້າທີ່ວານູອາຕູ ໄດ້ໂຈະການຫ້າມບໍ່ໃຫ້ສາທາລະນະພົບປະກັນເປັນ ການຊົ່ວ
ຄາວ ແຕ່ກໍຍັງຮັກສາກົດລະບຽບໄວ້ຢູ່ ເພາະມີຄວາມເປັນຫ່ວງກັບໄວ ຣັສໂຄໂຣນາ ແຕ່ກໍ
ອະນຸຍາດໃຫ້ຜູ້ຄົນສາມາດເຕົ້າໂຮມກັນໄດ້ໃນສູນລີ້ໄພ.

A powerful cyclone made landfall on Monday in Vanuatu, a Pacific island nation that had already declared a state of emergency over fears of the coronavirus.

Cyclone Harold, which was upgraded to a powerful Category 5, hit the island nation Monday morning on the remote east coast with winds of up to 215 kilometers (133 miles) per hour. The slow moving storm is expected to pass north of the capital of Port Vila early Tuesday.

Officials say there have been no reports of injuries but that many buildings are reported damaged.

Vanuatu has no cases of the coronavirus, however the government has declared a state of emergency and closed its international borders to try to keep out the pandemic.

Health officials worry the cyclone might require the country to request international relief, which raises the risk of the virus being imported into the island. The last time a Category 5 storm hit the country was in 2015 when Cyclone Pam struck, requiring an international operation to help the island nation to recover.

New Zealand has said its military is ready to help Vanuatu if needed.

Vanuatu officials have temporarily suspended bans on public meetings, put in place because of concerns of the coronavirus, so people can now gather in evacuation shelters.

XS
SM
MD
LG