ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາ​ຍາກ​ຈົນ ເຮັດ​ໃຫ້​ເຍົາ​ວະ​ຊົນ​ລາວ ພາ​ກັນ​ປະ​ລະ​ການ​ຮຽນ​ໜັງ​ສື


ເດັກ​ນັກ​ຮຽນໃນ​ໂຮງ​ຮຽນ​ເຂດ​ຊົນ​ນະ​ບົດແຫ່ງ​ນຶ່ງ​ຂອງ ສ​ປ​ປ ລາວ
ເດັກ​ນັກ​ຮຽນໃນ​ໂຮງ​ຮຽນ​ເຂດ​ຊົນ​ນະ​ບົດແຫ່ງ​ນຶ່ງ​ຂອງ ສ​ປ​ປ ລາວ

ບັນ​ຫາ​ຍາກ​ຈົນ​ເຮັດ​ໃຫ້​ເຍົາ​ວະ​ຊົນ​ລາວ ພາ​ກັນ​ປະ​ລະການ​ຮຽນ​ໜັງ​ສືເພີ້ມ​ຂຶ້ນ​ນັບ​ມື້
ໂດຍ​ສະ​ເພາະ​ແມ່ນ​ເວົາ​ວະ​ຊົນ​ໃນ​ຊົນ​ນະ​ບົດ ທີ່​ປະ​ລະ​ການ​ຮຽນ ຍັງ​ໄດ້​ພ​າ​ກັນ​ເດີນ​ທາງ
​ໄປລັກ​ລອບ​ເຮັດ​ວຽກ​ໃນ​ໄທ​ເພີ້ມ​ຂຶ້ນ​ເລື້ອຍໆ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງໃນ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລ​າ ໄດ້​ຢືນ​ຢັນ​ວ່າ ບັນ​ຫາ​ຍາກ​ຈົນ​
ຂອງ​ປະ​ຊາ​ຊົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ຊົນ​ນະ​ບົດ​ນັ້ນ​ ໄດ້​ກາຍ​ເປັ​ນ​ສາ​ເຫດ​
ສຳ​ຄັນ​ທີ່​ເຮັດ​ໃຫ້​ເຍົາ​ວະ​ຊົນ​ລາວ ໄດ້​ພາ​ກັນ​ປະ​ການ​ຮຽນ​ໜັງ​ສື​ເພີ້ມ​ຂຶ້ນ​ນັບ​ມື້ ຊຶ່ງ​ຈາກ​
ການ​ສຳ​ຫຼວດ​ໃນ​ສົກ​ຮຽນ​ປະ​ຈຳ​ປີ 2018 ຫາ 2019 ທີ່​ຜ່ານ​ມາ​ນັ້ນ​ພົບ​ວ່າ​ມີ​ເຍົາ​ວະ​ຊົນ
​ລາວ ​ປະ​ການ​ຮຽນ​ໃນ​ລະ​ດັບ​ປະ​ຖົມ ມັດ​ທະ​ຍົ​ມ​ຕົ້ນ ແລະ​ມັດ​ທະ​ຍົມ​ປາຍ​ໃນ​ອັດ​ຕາ​ສະ​
ເລ່ຍ 2 ເປີ​ເຊັນ ກັ​ບ 7 ເປີ​ເຊັນ ແລະ 8 ເປີ​ເຊັນ ຕາມ​ລຳ​ດັບ.

ນອກ​ຈ​າກ​ນັ້ນ ​ການ​ສຳ​ຫຼວດ​ຍັງ​ພົບ​ດ້ວຍ​ວ່​າ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໃນ​
ລາວ​ຍັງບໍ່​ສອດ​ຄ້ອງ ແລະບໍ່​ຕອບ​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ ​ທາງ​ໃນ​ພາກ​ລັດ
ແລະ​ເອກ​ກະ​ຊົນ ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງຂອງ​ລັດ
ແລະ​ເອກ​ກະ​ຊົນ​ໃນ​ລາວ​ບັງ​ບໍ່​ສາ​ມາດ ພັດ​ທະ​ນາ​ຫລັກ​ສູດການ​ຮຽນ​ການ​ສອນ​ໄດ້​ທັນ
​ກັບ​ສະ​ພາບ​ການ​ພາຍ​ໃນ ແລະນອກ​ປະ​ເທດ​ທີ່ ປ່ຽ​ນ​ແປງ​ຢ່າງ​ໄວ​ວາ ໂດຍ​ສະ​ເພາະ​
ແມ່ນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນມະ​ນຸດ ເພື່ອ​ສະ​ໜອງ​ໃຫ້​ກັບ​ການ​ບໍ​ລິ​ຫານ​ງານທີ່​
ທັນ​ສະ​ໄໝ ໃນ​ພາກ​ລັດ ແລະ​ການ​ຜະ​ລິດ​ສິນ​ຄ້າ​ຕ່າງໆ​ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ
​ຢ່າງ​ຮີບ​ດ່ວນ ດ້ວຍ​ການ​ສົ່ງ​ເສີມ​ໃຫ້​ເຍົາ​ວະ​ຊົນ​ລາວ​ໄດ້​ຮຽ​ນ​ໃນ​ສາຍ​ວິ​ຊາ​ຊີບ​ໃຫ້​ຫຼາຍ
ກວ່​າ​ການ​ຮຽນ​ໃນ​ສາຍ​ສາ​ມັນ ດັ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ໄດ້​ຢືນ​ຢັນ​ວ່າ

“ພວກ​ເຮົາ​ເລັ່ງ​ໃສ່​ເລື້ອງ​ການ​ລະ​ດົມ​ໃຫ້​ນັກ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນຈົບ​ແລ້ວ ໃນ​ສາຍ
​ສາ​ມັນ​ນັ້ນ​ໄປ​ຮຽນ​ຕໍ່ ສາຍ​ວິ​ຊາ​ຊີບ​ນີ້​ແມ່ນ​ຄາດ​ໝາຍ​ນຶ່ງ​ທີ່​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ແ​ຕ່​
ລະ​ແຂວງ​ຫັ້ນໄດ້​ລະ​ດົມ​ນັກ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ແລ້ວ​ໄປ​ຮຽນ​ວິ​ຊາ​ຊີບ ເພາະ​ວ່າ​
ຖ້າ​ໄປ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຈະ​ໃຊ້​ເວ​ລາ​ດົນ ແລ້ວ​ກະ​ພ້ອ​ມ​ດຽວ​ກັນນັ້ນກະ​ແມ່ນ​
ເວົ້າ​ເລື້ອງ​ການ​ລະ​ດົມ​ໃຫ້​ນັກ​ຮຽນ ​ທີ່​ຈົບ​ມັນ​ທະ​ຍົມ​ຕອນ​ປາຍ​ເຂົ້າ​ຮຽນ​ຕໍ່​ວິ​ຊາ​ຊີບ ຈຸດ​
ນີ້​ກໍ​ແມ່ນ​ພວກ​ເຮົາເລັ່ງ​ໃສ່​ຄາດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ເປັນ​ຕົ້ນ​ຕໍ.”

ທາງ​ດ້ານ​ທ່ານ​ນາງ​ຂັນ​ທະ​ລີ ສີ​ລິ​ພົງ​ພັນ ປະ​ທານ​ຄະ​ນະ​ກວດ​ກາ​ໃນ​ກະ​ຊວງ​ສຶກ​ສາທິ
ການ​ ແລະ​ກິ​ລາ ຖະ​ແຫຼງ​ຢື​ນ​ຢັນ​ວ່າ​ການ​ທຸ​ດຈະ​ລິດ​ໃນ​ດ້​ານ​ການ​ສຶກ​ສາ​ທີ່​ເກີດ​ຂຶ້ນ​ຢ່າງ
ກວ້າງ​ຂວາງ​ເປັນ​ສາ​ເຫດ​ສຳ​ຄັນ​ທີີ່​ເຮັດ​ໃຫ້​ການ​ສຶກ​ສາ​ໃນ​ລາວ​ມີ​ຄຸນ​ນະ​ພາບ​ຕ່ຳ ແລະ
​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ລາວ​ທີ່​ຖື​ວ່າ​ມີ​ຄຸນ​ນະ​ພາບ​
ຕ່ຳສຸດ​ໃນ​ກຸ່ມ​ອາ​ຊຽນ​ດ້ວຍ​ກັນ ໂດຍ​ການ​ທຸ​ດຈະ​ລິດ​ການ​ການ​ສຶກ​ສາ​ໃນ​ລາວ ​ມີ​ທັງ​
ການ​ປອມ​ໃນ​ໃບ​ປະ​ກາດ​ຊະ​ນີ​ຍະ​ບັດ​ການ​ສຳ​ເລັດ​ການ​ສຶກ​ສາ ທັງ​ໃນ​ລະ​ດັບ​ມັດ​ທະ​
ຍົມ ປະ​ລິນ​ຍາ​ຕີ ປະ​ລິນ​ຍາ​ໂທ ແລະ​ວິ​ຊາ​ຊີບ​ຊັ້ນ​ສູງ ໂດຍ​ເມື່ອ​ສົມ​ທົບ​ດ້​ວຍ​ການ​ຫຼິ້ນ
​ພັກ​ຫຼິ້ນ​ພວກ ແລະ​ການ​ຊື້​ຕຳ​ແໜ່ງ​ໃນ​ວົງ​ການ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ໄດ້​ເກີດ​
ຂຶ້ນ​ໃນພາກ​ສ່ວນ​ທົວ​ປະ​ເທ​ດ ຈຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ
​ງານ​ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້​ຕາມ​ແຜນ​ການ​ທີ່​ວາງ
ໄວ້ ເນື່ອງ​ຈາກ​ພະ​ນັກ​ງານ​ຂອງ​ລັດ​ບໍ່ມີ​ຄວາ​ມ​ຮູ້ ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ງານ​
ຕົວ​ຈິງ​ນັ້ນ​ເອງ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ໃນ​ລາວ ກໍ​ຢືນ​ຢັນ​ວ່າ ສ​ປ​ປ ລາວ ຖືກ
ຈັດ​ໃຫ້​ຢູ່​ອັນ​ດັບ​ທີ 2 ໃນ​ຖາ​ນະ​ທີ່​ມີ​ຈຳ​ນວນ​ພະ​ນັກ​ງານ​ລັດ​ຕໍຈຳ​ນວນ​ປະ​ຊາ​ກອນ​ລາວ
ຄິດ​ເປັນ​ສັດ​ສ່ວນ​ທີ່​ສູງ​ສຸດ​ຂອງ​ອາ​ຊ​ຽນ​ໂດຍ​ເປັນ​ຮອງ​ພຽງ​ແຕ່​ປະ​ເທດບ​ຣູ​ນາຍ​ເທົ່າ​ນັ້ນ
ກໍ​ຄື​ລາວ​ມີ​ພະ​ນັກ​ງານ​ລັດ​ທັງ​ໝົດ 184,870 ຄົນ ຄິດ​ເປັນ​ສັດ​ສ່ວນ​ພະ​ນັກ​ງານ​ລັດ 1
ຄົນ ຕໍ່​ປະ​ຊາ​ກອນ​ລາວ 37 ຄົນ ໃນ​ຂະ​ນະ​ທີ່ເກນມາດ​ຕະ​ການ​ຂອງ​ອາ​ຊຽນ ຢູ່​ທີ່​ສັດ
​ສ່ວນ 1 ຕໍ່ 50 ຄົນ ແລະ​ຈຳ​ນວນ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວດັ່ງ​ກ່າວນີ້​ຍັງ​ບໍ່​ລວມ
​ເຖິງ​ພະ​ນັກ​ງານ​ລັດ​ວິ​ສາ​ຫະ​ກິດ ທະ​ຫານ ແລະ​ຕຳ​ຫຼວດ ທີ່​ມີ​ຈຳ​ນວນ​ຫຼາຍກວ່າ 1 ແສນ
​ຄົນ​ໃນ​ທົ່ວ​ປະ​ເທດ​ລາວ ແຕ່ຢ່າ​ງໃດ.

ທາງ​ດ້ານ​ກະ​ຊວງ​ແຮງ​ງານ​ຂອງ​ໄທລາຍ​ງານ​ວ່າ ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ສັນ​ຊາດ​ລາວ
ທີ່​ເຮັດ​ວຽກ​ໃນ​ໄທ​ຢ່າງ​ຖືກ​ຕ້ອງຕາມ​ກົດ​ໝາຍ​ຈຳ​ນວນ​ທັງ​ໝົດ 277,845 ຄົນ ຊຶ່ງ​ໃນ​ນີ້
​ແບ່ງ​ເປັນ​ແຮງງ​ານ​ລາວ​ທີ່​ໄດ້​ຜ່ານ​ການ​ພິ​ສູດ​ສັນ​ຊາດ ແລະ​ຂຶ້ນ​ທະ​ບຽນ​ເຮັດ​ວຽກ​ໃນ​ໄທ
​ຢ່າງ​ຖືກ​ຕ້ອງ​ 105,364 ຄົນ ແລະ​ເຂົ້າ​ມາ​ເຮັດ​ວ​ຽກ​ໃນ​ໄທ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານ​
ທີ່​ທາງ​ການ​ລາວ​ໄດ້​ໃຫ້​ການ​ຮັບ​ຮອງ​ເພື່ອ​ໃຫ້​ຈັດ​ສົ່ງ​ແຮງ​ງານ​ລ​າວ​ເຂົ້າ​ມ​າ​ເຮັດ​ວຽກ​ໃນ​
ໄທ​ຈຳ​ນວນ 172,481 ຄົນ ແລະ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ 8,000 ກວ່າ​ຄົນ​ໃນ​ທ້າຍ​ປີ 2019
ນີ້.

ແຕ່​ຢ່າ​ງ​ໃດ​ກໍ​ຕາມ ເຄື່ອ​ຄ່າຍ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ກໍ​
ໄດ້​ປະ​ເມີນ​ວ່າ​ມີ​ແຮງ​ງານ​ລາວ ຫຼາຍ​ກວ່າ 6 ແສນ​ຄົນ​ຢູ່​ໃນ​ໄທ ໜາຍ​ຄວາມ ວ່າ​ມີ​ແຮງ
​ງານ​ລາວ​ທີ່​ລັກ​ລອບ​ເຮັດ​ວຽກ​ໃນ​ໄທ​ໂດຍ​ຜິດ​ກົ​ດ​ໝາຍ​ຈຳ​ນວນ​ຫຼາຍ ກວ່າ 330,000
ຄົນ​ໃນ​ປັດ​ຈຸ​ບັນ ແລະ​ເກີນກວ່າ 60 ເປີ​ເຊັນ ​ຄຶ​ແຮງ​ງານ​ລາວ​ເພດ​ຍິງ ຈຶ່ງ​ມີ​ຄວ​າມ​ສ່ຽງ​
ສູງ​ທີ່​ຈະ​ຕົກ​ເປັນ​ເຫ​ຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ໂດຍ​ສະ​

XS
SM
MD
LG