ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ປອກຕຸຍການ ເສຍຊີວິດຢ່າງໜ້ອຍ 61 ຄົນໃນເຫດໄຟໄໝ້ປ່າ


ໄຟໄໝ້ປ່າ ສາມາດແນມເຫັນໄດ້ ຈາກເມືອງ Tojeira, Pedrogao Grande, ໃຈກາງປະເທດ ປອກຕຸຍການ, 18 ມິຖຸນາ, 2017.
ໄຟໄໝ້ປ່າ ສາມາດແນມເຫັນໄດ້ ຈາກເມືອງ Tojeira, Pedrogao Grande, ໃຈກາງປະເທດ ປອກຕຸຍການ, 18 ມິຖຸນາ, 2017.

ໄຟໄໝ້ປ່າຂະໜາດໃຫຍ່ໃນໃຈກາງປະເທດ ປອກຕຸຍການ ໄດ້ເຮັດໃຫ້ປະຊາຊົນ 61
ຄົນເສຍຊີວິດ, ເຊິ່ງຫຼາຍຄົນໃນນັ້ນ ໄດ້ຖືກໄຟໄໝ້ຈົນຕາຍໃນລົດຂອງພວກເຂົາເຈົ້າ.
ປະຊາຊົນຢ່າງໜ້ອຍ 59 ຄົນຖືກລາຍງານວ່າ ໄດ້ຮັບບາດເຈັບຈາກໄຟທີ່ໄດ້ລຸກໄໝ້
ຖ້າມກາງຄື້ນຄວາມຮ້ອນຮຸນແຮງ ແລະ ພາຍຸຟ້າຮ້ອງທີ່ບໍ່ມີຝົນຕົກ.

ນາຍົກລັດຖະມົນຕີ ທ່ານ Antonio Costa ໄດ້ປະກາດວັນໄວ້ອາໄລແຫ່ງຊາດສາມມື້,
ເລີ່ມຕົ້ນໃນວັນອາທິດວານນີ້.

ທ່ານກ່າວວ່າ “ມັນແມ່ນໂຊກຮ້າຍ ທີ່ເຫດການນີ້ເບິ່ງຄືວ່າ ຈະເປັນໄພພິບັດທີ່ໃຫຍ່ທີ່
ສຸດ ທີ່ພວກເຮົາໄດ້ເຫັນໄຟໄໝ້ປ່າໃນຮອບບໍ່ຫຼາຍປີຜ່ານມາ. ບູລິມະສິດສູງສຸດຂອງ
ພວກເຮົາຕອນນີ້ ແມ່ນຊ່ວຍເຫຼືອປະຊາຊົນຜູ້ທີ່ອາດໄດ້ຮັບອັນຕະລາຍຢູ່.”

ທ່ານ Costa ກ່າວວ່າ ຈຳນວນຜູ້ເສຍຊີວິດສູງສຸດແມ່ນຕໍ່າກວ່າຈາກທີ່ໄດ້ລາຍງານໄວ້
ວ່າ 62 ຄົນ ຍ້ອນວ່າຄົນຜູ້ໜຶ່ງໄດ້ຖືກນັບສອງຄັ້ງ. ແຕ່ແນວໃດກໍຕາມ, ທ່ານໄດ້ກ່າວເພີ່ມ
ເຕີມວ່າ “ມັນບໍ່ມີເຫດຜົນອັນໃດ ໃນການທີ່ຈະຮູ້ສຶກດີໃຈສຳລັບສິ່ງນັ້ນ, ຍ້ອນວ່າພວກ
ເຮົາຈະພົບເຫັນຜູ້ປະສົບເຄາະຮ້າຍອີກ ໃນຂະນະທີ່ພວກເຮົາ ດຳເນີນຄືບໜ້າຕໍ່ໄປຢ່າງແນ່ນອນ.”
ຕຳຫຼວດກຳລັງຄົ້ນຫາບໍລິເວນທີ່ຖືກເຜົາໄໝ້ໃນປ່າ ແລະ ບ້ານແຫ່ງຕ່າງໆທີ່
ຖືກປະຖິ້ມ ເພື່ອຊອກຫາສົບຄົນຕາຍ.

ບັນດາເຈົ້າໜ້າທີ່ກ່າວວ່າ ນັກດັບເພີງຫຼາຍຮ້ອຍຄົນ ໄດ້ຖືກສົ່ງໄປມອດໄຟໃນຂົງເຂດ
ເມືອງ Pedrogao Grande ທີ່ເປັນພູ, ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງນະຄອນ
ຫຼວງ Lisbon ປະມານ 150 ກິໂລແມັດ. ເຈົ້າໜ້າທີ່ກ່າວວ່າ ສເປນ ແລະ ຝຣັ່ງ ໄດ້ສົ່ງ
ເຮືອບິນໄປສະຖານທີ່ດັ່ງກ່າວ ເພື່ອຊ່ວຍເຫຼືອໃນຄວາມພະຍາຍາມມອດໄຟ. ສະຫະ
ພາບ ຢູໂຣບ ກໍໄດ້ເພີ່ມການຊ່ວຍເຫຼືອກູ້ໄພສຸກເສີນໃນພື້ນທີ່ດັ່ງກ່າວເຊັ່ນກັນ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Antonio Guterres, ເຊິ່ງແມ່ນອະ
ດີດນາຍົກລັດຖະມົນຕີ ປອກຕຸຍການ, ໄດ້ກ່າວວ່າ ທ່ານ “ຕົກໃຈ ແລະ ຮູ້ສຶກຢ້ານຫຼາຍ”
ທີ່ປະຊາຊົນຫຼາຍຄົນໄດ້ເສຍຊີວິດຍ້ອນໄຟໄໝ້ຄັ້ງນີ້. ຫົວໜ້າອົງການສະຫະປະຊາຊາດ
ທ່ານນີ້ ໄດ້ຍົກຍ້ອງລັດຖະບານ, ນັກດັບເພີງ, ໜ່ວຍສຸກເສີນ ແລະ ອົງການສັງຄົມພົນລະ
ເຮືອນ ທີ່ໄດ້ຕໍ່ສູ້ກັບໄຟ ແລະ ຊ່ວຍເຫຼືອປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ຢ່າງບໍ່
ລົດລະຄວາມພະຍາຍາມ.

A massive forest fire in central Portugal has killed at least 61 people, many of them burned to death in their cars.At least 59 people are reported to have been injured in the fire that erupted amid an intense heat wave and rainless thunderstorms.

Prime Minister Antonio Costa declared three days of national mourning, starting Sunday.

"Unfortunately, this seems to be the greatest tragedy we have seen in recent years in terms of forest fires," he said. "The priority now is to save those people who could still be in danger."

Costa said the death toll was lowered from the previously reported 62 victims because one person had been counted twice. However, he added that "there's no point in feeling joyful for that, because surely we will find more victims as we progress.'' Police are searching charred areas of the forest and isolated homes for more bodies.

Officials say hundreds of firefighters have been dispatched to battle the blaze in the mountainous area of Pedrogao Grande, about 150 kilometers northeast of Lisbon.Spain and France are sending aircraft to assist in efforts to douse the flames, authorities say.The European Union also is mounting an emergency assistance campaign.

United Nations Secretary-General António Guterres, the former prime minister of Portugal, said he was"shocked and horrified' at the many lives claimed by the fires.The U.N. chief commended the government, firefighters, emergency responders and civil society organizations that are sparing no efforts to battle the wildfire and help people in need.

XS
SM
MD
LG