ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະສັນຕະປາປາ ກ່າວເຖິງ ຄວາມຈຳເປັນ ສຳລັບ ການໃຫ້ອະໄພ ໃນ ມຽນມາ


ພະສັນຕະປາປາ ຟຣານຊິສ ປະກອບພິທີ ທາງສາສະໜາ ທີ່ສະໜາມກິລາ ໄຈກາຊານ, ນະຄອນ ຢາງກຸ້ງ, ມຽນມາ. 29 ພະຈິກ 2017.
ພະສັນຕະປາປາ ຟຣານຊິສ ປະກອບພິທີ ທາງສາສະໜາ ທີ່ສະໜາມກິລາ ໄຈກາຊານ, ນະຄອນ ຢາງກຸ້ງ, ມຽນມາ. 29 ພະຈິກ 2017.

ປະສັນຕະປາປາ ຟຣານຊິສ ໄດ້ກ່າວເຖິງ ຄວາມຈຳເປັນສຳລັບ “ການໃຫ້ອະໄພ” ແລະ
ຫຼີກລ່ຽງ “ການແກ້ແຄ້ນ” ໃນການປະກອບພິທີທາງສາສະໜາ ທີ່ເຂົ້າຮ່ວມໂດຍປະຊາ
ຊົນຫຼາຍສິບພັນຄົນໃນນະຄອນ ຢາງກຸ້ງ ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງ ມຽນມາ ໃນ
ວັນພຸດມື້ນີ້.

ພະອົງໄດ້ຫຼີກລ່ຽງການກ່າວໂດຍກົງ ກ່ຽວກັບ ຊົນກຸ່ມນ້ອຍມຸສລິມ ໂຣຮິງຢາ ທີ່ຖືກຂົ່ມ
ເຫັງນັ້ນ ເປັນຄັ້ງທີສອງ ໃນການປະພາດຢ້ຽມຢາມ 4 ວັນຂອງພະອົງ, ຫຼັງຈາກໄດ້ກ່າວ
ໂດຍທົ່ວໄປ ກ່ຽວກັບ ການໂຍະຍານ ຜ່ອນຜັນທາງສາສະໜາ ໃນການພົບປະ ກັບບັນ
ດານັກການທູດໃນວັນອັງຄານວານນີ້.

ຜູ້ນັບຖືກສາສະໜາ ກາໂຕລິກ ປະມານ 150,000 ຄົນຈາກທົ່ວປະເທດ ໄດ້ເຕົ້າໂຮມ
ກັນທີ່ສະໜາມກິລາ ໄຈກະຊານ ເພື່ອເຂົ້າຮ່ວມການສູດມົນ, ບາງຄົນໄດ້ເດີນທາງຮອດ
ໃນຕອນກາງຄືນກ່ອນໜ້ານັ້ນ ເພື່ອຈອງບ່ອນຂອງເຂົາເຈົ້າໄວ້.

ແມ່ຊີລູຊີ ອາຍຸ 22 ປີ, ເປັນແມ່ຊີຈາກລັດ ຈິນ ທີ່ຢູ່ຫ່າງໄກສອກຫຼີກ, ຜູ້ທີ່ໄດ້ເດີນທາງ
ໄປຮອດບໍລິເວນດັ່ງກ່າວ ຕອນ 5 ໂມງເຊົ້າ ໄດ້ກ່າວວ່າ “ຂ້າພະເຈົ້າມີຄວາມສຸກຫຼາຍ.
ບໍ່ມີພຽງແຕ່ຂ້າພະເຈົ້າເທົ່ານັ້ນ ແຕ່ປະຊາຊົນ ມຽນມາ ໝົດທຸກຄົນດ້ວຍ.”

ລາວໄດ້ກ່າວວ່າ “ຂ້າພະເຈົ້າບໍ່ເຄີຍຝັນວ່າພວກເຮົາຈະໄດ້ເຫັນພະອົງ, ແຕ່ມື້ນີ້ພວກເຮົາ
ກໍໄດ້ເຫັນເພິ່ນ.”

ໃນການປະກອບພິທີທາງສາສະໜາກາງແຈ້ງຄັ້ງທຳອິດ ຂອງພະອົງໃນປະເທດດັ່ງກ່າວ
ນັ້ນ, ພະສັນຕະປາປາ ຟຣານຊິສ ໄດ້ກ່າວ ກ່ຽວກັບ ປະຊາຊົນໃນ ມຽນມາ ຜູ້ທີ່ໄດ້ “ອົດ
ທົນ ກັບບາດແຜນຂອງຄວາມຮຸນແຮງ, ບາດແຜທີ່ເຫັນໄດ້ ແລະ ແນມບໍ່ເຫັນ.”

ພະອົງກ່າວວ່າ “ພວກເຮົາຄິດວ່າ ການປິ່ນປົວສາມາດເກີດຂຶ້ນໄດ້ຈາກຄວາມໃຈຮ້າຍ
ຫຼື ການແກ້ແຄ້ນ. ແຕ່ວິທີການແກ້ແຄ້ນ ບໍ່ແມ່ນວິທີຂອງພະເຍຊູ.”

ພະສັນຕະປາປາ ເຊິ່ງໄດ້ກ່າວສະໜັບສະໜູນພວກອົບພະຍົບຢ່າງເປີດ ເຜີຍນັ້ນ, ບໍ່
ໄດ້ປະຕິບັດຕາມຄວາມຄາດຫວັງຂອງຫຼາຍໆຄົນ ໃນປະເທດຕາເວັນຕົກ, ຜູ້ທີ່ຫວັງ
ວ່າ ພະອົງຈະຊົງກ່າວຢ່າງເປີດເຜີຍກ່ຽວກັບ ວິກິດການ ໂຣຮິງຢາ.

ພະສັນຕະປາປາ ຟຣານຊິສ ພົບປະກັບຜູ້ນຳ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ທີ່ນະຄອນຫຼວງ ເນປີດໍ. 28 ພະຈິກ 2017.
ພະສັນຕະປາປາ ຟຣານຊິສ ພົບປະກັບຜູ້ນຳ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ທີ່ນະຄອນຫຼວງ ເນປີດໍ. 28 ພະຈິກ 2017.

ຊາວ ໂຣຮິງຢາ ຫຼາຍກວ່າ 620,000 ຄົນ, ບັນດາສະມາຊິກຂອງຊົນກຸ່ມນ້ອຍມຸສລິມ
ທີ່ຖືກຂົ່ມເຫັງມາເປັນເວລາດົນນານນັ້ນ, ໄດ້ຫຼົບໜີໄປປະເທດ ບັງກລາແດັສ ນັບຕັ້ງ
ແຕ່ເດືອນສິງຫາທີ່ຜ່ານມາຫຼັງຈາກການ ປາບປາມຄັ້ງໃຫຍ່ຂອງທະຫານ.

ມຽນມາ ໄດ້ປະຕິເສດກ່ຽວກັບການຂົ່ມຂືນໝູ່ ແລະ ການຂ້າຄົນຂອງເຂົາເຈົ້າວ່າເກີນ
ຄວາມຈິງ, ແລະກອງທັບໄດ້ປະຕິເສດຕໍ່ທຸກໆການລ່ວງລະເມີດຂອງເຂົາເຈົ້າ.

ກ່ອນໜ້ານີ້, ພະສັນຕະປາປາ ໄດ້ໃຫ້ການສະໜັບສະໜູນຊົນກຸ່ມນ້ອຍດັ່ງກ່າວ, ໂດຍ
ກ່າວເຖິງພວກເຂົ້າເຈົ້າໃນບາງໂອກາດວ່າ ເປັນ “ອ້າຍ, ເອື້ອຍນ້ອງ ໂຣຮິງຢາ ຂອງ
ພວກເຮົາ.”

ແຕ່ທີ່ປຶກສາຂອງພະສັນຕະປາປາໄດ້ແນະນຳເພິ່ນ ບໍ່ໃຫ້ເວົ້າກ່ຽວກັບບັນຫາດັ່ງກ່າວ ເວລາຢູ່ໃນປະເທດ ມຽນມາ, ຍ້ອນຢ້ານ ຈະມີຜົນຕາມມາ ຕໍ່ຊາວກາໂຕລິກ ປະມານ
650,000 ຄົນໃນປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG