ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ແຟຣນຊິສ ສະເດັດປະພາດ ບັງກລາແດັສ


ພະສັນຕະປາປາ ແຟຣນຊິສ ຊົງປະກອບພິທີທາງສາສະໜາ ຢູ່ທີ່ ພະວິຫານ ເຊນແມຣີ ໃນນະຄອນຢາງກຸ້ງ ປະເທດມຽນມາ, ວັນທີ 30 ພະຈິກ 2017.
ພະສັນຕະປາປາ ແຟຣນຊິສ ຊົງປະກອບພິທີທາງສາສະໜາ ຢູ່ທີ່ ພະວິຫານ ເຊນແມຣີ ໃນນະຄອນຢາງກຸ້ງ ປະເທດມຽນມາ, ວັນທີ 30 ພະຈິກ 2017.

ພະສັນຕະປາປາ ແຟຣນຊິສ ສະເດັດໄປເຖິງບັງກລາແດັສ ຫຼັງຈາກທີ່ໄດ້ຊົງປະພາດ
ມຽນມາ ທີ່ເປັນເພື່ອນບ້ານເປັນເວລາ 4 ວັນ ເຊິ່ງເປັນການປະພາດ ທີ່ໄດ້ກ່າວເຖິງຢ່າງ
ເປັນການເປີດເຜີຍ ຕໍ່ການແກ້ໄຂວິກິດການຂອງພວກອົບພະຍົບຊາວໂຣຮິງຢານັ້ນ.

ພະສັນຕະປາປາ ໄດ້ເດີນທາງອອກຈາກມຽນມາ ໃນວັນພະຫັດມື້ນີ້ ຫລັງຈາກທີ່ໄດ້ຊົງ
ປະກອບພິທີທາງສາສະໜາ ຄັ້ງສຸດທ້າຍ ໃຫ້ແກ່ພວກຊາວໜຸ່ມ ກາໂຕລິກ ຢູ່ໃນ
ນະຄອນຢາງກຸ້ງ ທີ່ເປັນເມືອງທີ່ໃຫຍ່ທີ່ສຸດ ແລະ ເຄີຍເປັນນະຄອນຫຼວງຂອງປະເທດ
ແລ້ວນັ້ນ.

ພະສັນຕະປາປາ ແຟຣນຊິສ ໄດ້ຖືກຕ້ອງຕິ ໂດຍພວກນັກເຄື່ອນໄຫວເພື່ອສິດທິມະນຸດ
ໃນການທີ່ພະອົງບໍ່ໄດ້ເອີ່ຍເຖິງ ພວກຊາວໂຣຮິງຢາ ເລີຍ ເຊິ່ງເປັນຊົນກຸ່ມນ້ອຍ ທີ່ຖືກ
ກີດກັນໃນດ້ານສິດທິຂັ້ນພື້ນຖານ ມາໄດ້ຫຼາຍທົດສະວັດແລ້ວ ຢູ່ໃນປະເທດມຽນມາ
ທີ່ນັບຖືສາສາໜາພຸດເປັນສ່ວນໃຫຍ່ ຜູ້ທີ່ມອງເຫັນພວກເຂົາເຈົ້າ ເປັນພວກຍົກຍ້າຍ
ຖິ່ນຖານມາຈາກປະເທດບັງກລາແດັສ ເຖິງຢ່າງນັ້ນກໍຕາມ ຄວາມຈິງກໍແມ່ນວ່າ ຫຼາຍໆ
ຄອບຄົວ ໄດ້ຕັ້ງຖິ່ນຖານຢູ່ໃນມຽນມາ ໄດ້ຫຼາຍຊົ່ວລຸ້ນຄົນມາແລ້ວ.

ສະຖານະການຂອງພວກເຂົາເຈົ້າ ໄດ້ຮ້າຍແຮງຂຶ້ນ ຕັ້ງແຕ່ເດືອນສິງຫາ ເປັນຕົ້ນມາ
ເວລາກອງທັບຂອງມຽນມາ ໄດ້ເລີ່ມປະຕິບັດການຈູດເຜົາບ້ານຕ່າງໆ ຂອງຊາວ
ໂຣຮິງຢາ ຢູ່ທີ່ລັດຣາໄຄນ໌ທາງພາກເໜືອຂອງປະເທດ ໃນການຕອບໂຕ້ຕໍ່ການໂຈມຕີ
ປ້ອມຕຳຫຼວດຂອງມຽນມາ ໂດຍພວກຫົວຮຸນແຮງໂຣຮິງຢາ. ປະຕິການທີ່ໂຫດຮ້າຍ
ທາລຸນດັ່ງກ່າວ ລວມທັງ ລາຍງານຂອງການຂົ່ມຂືນໝູ່ ແລະ ການສັງຫານແບບບໍ່
ເລືອກໜ້າ ທີ່ກໍ່ໃຫ້ເກີດ ການຫລັ່ງໄຫລເຂົ້າໄປໃນປະເທດບັງກລາແດັສ ໂດຍຊາວ
ໂຣຮິງຢາ ຫຼາຍກວ່າ 620,000 ຄົນ ເຊິ່ງອົງການສະຫະປະຊາຊາດ ໄດ້ບັນລະຍາຍ
ວ່າ ເປັນ “ຕົວຢ່າງແບບສະບັບຂອງການຂ້າລ້າງຊົນຊາດຊົນເຜົາ.”

ພວກເດັກນ້ອຍ ໂຣຮິງຢາ ມຸສລິມ, ຜູ້ທີ່ຂ້າມເຂົ້າໄປໃນປະເທດ ບັງກລາແດັສ ຈາກມຽນມາ, ແຍ້ກັນຢູ່ ໃນຂະນະທີ່ພວກເຂົາເຈົ້າ ຄອຍຖ້າຮັບເອົາການແຈກຢາຍ ອາຫານ ໃຫ້ແກ່ພວກເດັກນ້ອຍ ແລະພວກແມ່ຍິງ ໂດຍອົງການຊ່ອຍເຫຼືອ ຂອງເທີກີ ຢູ່ທີ່ສູນອົບພະຍົບ ຕຽງກາລີ ໃນບັງກລາແດັສ, ວັນທີ 21 ຕຸລາ 2017.
ພວກເດັກນ້ອຍ ໂຣຮິງຢາ ມຸສລິມ, ຜູ້ທີ່ຂ້າມເຂົ້າໄປໃນປະເທດ ບັງກລາແດັສ ຈາກມຽນມາ, ແຍ້ກັນຢູ່ ໃນຂະນະທີ່ພວກເຂົາເຈົ້າ ຄອຍຖ້າຮັບເອົາການແຈກຢາຍ ອາຫານ ໃຫ້ແກ່ພວກເດັກນ້ອຍ ແລະພວກແມ່ຍິງ ໂດຍອົງການຊ່ອຍເຫຼືອ ຂອງເທີກີ ຢູ່ທີ່ສູນອົບພະຍົບ ຕຽງກາລີ ໃນບັງກລາແດັສ, ວັນທີ 21 ຕຸລາ 2017.

ພະສັນຕະປາປາ ໄດ້ຊົງກ່າວປະນາມ ການກະທຳຕໍ່ພວກຊາວໂຣຮິງຢາ ຢູ່ໃນການໃຫ້
ຄຳໂອວາດ ຕໍ່ມະຫາຊົນກ່ອນໜ້ານີ້ແລ້ວ ແຕ່ບັນດາທີ່ປຶກສາຂອງພະອົງ ໄດ້ແນະນຳ
ບໍ່ໃຫ້ພະອົງເວົ້າຫຍັງ ກ່ຽວກັບບັນຫາດັ່ງກ່າວ ໃນຂະນະທີ່ຢູ່ໃນມຽນມາ ເພາະຍ້ານວ່າ
ຈະເກີດເຫດການທີ່ບໍ່ດີຕໍ່ຊາວກາໂຕລິກ 650,000 ຄົນ ຢູ່ໃນປະເທດ.

ພະສັງຄະລາດ ຈອນ ຫາສານ ຈີ ຂອງມຽນມາ ໄດ້ຊົງໃຫ້ຄຳເຫັນທີ່ນອກເໜືອໄປກວ່ານັ້ນ
ໃນວັນພຸດວານນີ້ ໂດຍຕັ້ງຂໍ້ສົງໄສ ກ່ຽວກັບລາຍງານຂອງການກຳທຳ ໂຫດຮ້າຍທາລຸນ
ຕໍ່ຊາວໂຣຮິງຢາ ແລະ ຮຽກຮ້ອງ ພວກວິຈານຕໍ່ລັດຖະບານ ມຽນມາ ໃຫ້ໄປຍັງສະຖານທີ່
ເກີດເຫດ “ເພື່ອສຶກສາເບິ່ງຄວາມເປັນຈິງ ແລະປະ ຫວັດສາດ” ຂອງບັນຫາ ແລະ
ຮຽນຮູ້ເຖິງຄວາມແທ້ຈິງ.

ສ່ວນໂຄສົກ ຂອງວັງວາຕິກັງ ທ່ານ ເກຣກ ເບີກ ໄດ້ກ່າວ ໃນວັນພຸດມື້ວານນີ້ ວ່າ
ພະສັນຕະປາປາ ແຟຣນຊິສ ບໍ່ໄດ້ສູນເສຍ “ອຳນາດສິນລະທຳ” ຂອງພະອົງ ຕໍ່ບັນຫາ
ດັ່ງກ່າວ ແລະ ໄດ້ສະເໜີແນະວ່າ ພະອົງ ອາດໄດ້ເວົ້າໄປຢ່າງກົງໄປຫຼາຍແລ້ວ ໃນ
ລະຫວ່າງ ການເຈລະຈາເປັນສ່ວນຕົວ ກັບຜູ້ນຳທີ່ແທ້ຈິງ ຂອງ ມຽນມາ ທ່ານນາງ ອອງ
ຊານ ຊູ ຈີ ແລະ ຜູ້ບັນຊາການກອງທັບທີ່ມີອຳນາດສູງສຸດ ທ່ານ ມິນ ອ່ອງ ແລັງ.

ຄາດກັນວ່າ ພະສັນຕະປາປາ ແຟຣນຊິສ ຈະພົບປະກັບ ກຸ່ມພວກພະຍົບຊາວໂຣຮິງຢາ
ກຸ່ມນຶ່ງ ໃນລະຫວ່າງ ການຢຸດພັກ ຢູ່ໃນປະເທດບັງກລາແດັສ.

Pope Francis has arrived in Bangladesh after a four-day visit to neighboring Myanmar, a trip marked by his refusal to publicly address the Muslim Rohingya refugee crisis.

The pontiff departed Myanmar Thursday after celebrating a final Mass for young Catholics in Yangon, the country's largest city and its former capital.

Francis has been criticized by human rights activists for not specifically mentioning the Rohingyas, a minority ethnic group that has been denied basic rights for decades in the majority Buddhist-majority Myanmar, which views them as immigrants from Bangladesh, despite the fact that many families have lived in Myanmar for generations.

Their situation has worsened since August, when the military launched a scorched earth campaign against Rohingya villages in northern Rakhine state in response to attacks on Myanmar police outposts on Rohingya militants.The brutal campaign, including reports of mass rapes and indiscriminate killings, triggered a mass exodus of more than 620,000 Rohingyas into Bangladesh, which the United Nations has described as "a textbook example of ethnic cleansing."

The pope has denounced the treatment of the Rohingyas in previous public remarks, but his advisers counseled him not to speak about the issue while in Myanmar, for fear of a backlash against the 650,000 Catholics in the country.

Myanmar Bishop John Hsane Hgyi went even further Wednesday, casting doubt about the reported atrocities against the Rohingyas, and urging critics of the Myanmar government to go to the scene "to study the reality and history" of the issue and learn the truth.

Vatican spokesman Greg Burke said Wednesday that Pope Francis has not lost his "moral authority" on the issue, and suggested he may have been far more direct during his private talks with de facto leader Aung San Suu Kyi and powerful military chief Min Aung Hlaing.

Pope Francis is expected to meet with a group of Rohingya refugees during his stay in Bangladesh.

XS
SM
MD
LG