ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ ມ້ວນທ້າຍ ການ​ເດີນທາງ​ ​ມາ​ຢ້ຽມຢາມ ສຫລ ຢູ່ທີ່ນະຄອນ Philadelphia


Pope Philadelphia
please wait
Embed

No media source currently available

0:00 0:02:33 0:00

ຊົມວີດີໂອ ລາຍງານນີ້

ພະ​ສັນຕະປາປາ ​ແຟຣນຊິ​ສ ຈະ​ສະຫລຸບ​ການ​ເດີນທາງ​ມາຢ້ຽມ
ຢາມສະຫະລັດ ​ທີ່​ສິ້ນສຸດ​ລົງຢ່າງ​ວ່ອງ​ໄວຂອງພະອົງ ​ໃນ​ວັນ​ອາ
ທິດ​ມື້​ນີ້ ດ້ວຍ​ການສະ​ເດັດ​ໄປ​ຢ້ຽມຄຸກ​ແຫ່ງ​ນຶ່ງແລະຈະ​ປະກອບ​
ພິທີສູດ​ມົນ​ພາວະນາກາງແຈ້ງຂະໜາດໃຫຍ່ເປັນຄັ້ງສຸດ​ທ້າຍທີ່
ນະຄອນ Philadelphia.

ການພົບ​ປະ​ກັບພວກນັກ​ໂທດ​ປະມານ 100 ຄົນຢູ່​ທີ່​ຄຸກ Curran-
Fromhold ໃນ​ນະຄອນ Philadelphia ຂອງພະ​ອົງນັ້ນ ​ສະ​ແດງ
​ໃຫ້ເຫັນເຖິງການຮຽກຮ້ອງ​ຂອງ​ພະ​ອົງ ໃຫ້ສາສະໜາກາໂຕລິກອຸ
ທິດ​ຄວາມສົນ​ໃຈ ຕໍ່​ພວກ​ຄົນຜູ້​ທີ່​ຖືກ​ຈຳ​ແນກແລະຫຼົງລືມ​ໂດຍ​ສັງ
ຄົມ ​ລວມທັງ​ພວກ​ທຸກ​ຍາກ ພວກ​ອົບ​ພະຍົບ ​ແລະພວກ​ນັກ​ໂທດ.
ພວກ​ນັກ​ໂທດ​ຢູ່​ໃນ​ຄຸກ Curran-Fromhold ມີ​ແຜນ​ທີ່​ຈະ​ມອບຕັ່ງ​ອີ້ອັນ​ນຶ່ງ ​ຄ້າຍຄື​ກັບບັນ
ລັງທີ່​ພວກ​ເຂົາ​ໄດ້​ເຮັດ​ຂຶ້ນມາ​ຈາກຕົ້ນ walnut ດຳໂດຍ​ປາດ​ສະ​ຈາກເຄື່ອງມື​ໄຟຟ້າໃຫ້​ແກ່
​ພະສັນຕະປາປາ.

Pope Urges Hispanic Immigrants to Cling to Faith
please wait

No media source currently available

0:00 0:01:55 0:00

ສ່ວນພິທີສູດ​ມົນ​ພາວະນາ​ ​ຈະຈັດ​ຂຶ້ນ ​ຢູ່ໃນຖະໜົນຫຼວງ Benjamin Franklin Parkway
​ທີ່​ມີທິວ​ທັດ​ງົດ​ງາມ ບ່ອນ​ທີ່ ພະ​ສັນ​ຕະປາປາ ​ແຟຣນຊິ​ສ ​ຊົງໄດ້​ເຂົ້າຮ່ວມກັບປະຊາຊົນ
ຫຼາຍພັນ​ຄົນໃນ​ຄ່ຳ​ຄືນ​ວັນເສົາວານນີ້ ເພື່ອສະຫລອງບຸນຄອບ​ຄົວ ຫຼື Festival of Families ​
ຊຶ່ງ​ມີການສວດ​ມົນ​ພາວະນາ ​ແລະ ດົນຕີ ທີ່​ປະກອບດ້ວຍ ບັນດາ​ນັກສະ​ແດງ​ຕ່າງໆ ​ເຊັ່ນ
ທ່ານ​ນາງ Aretha Franklin ທີ່​ມີ​ຕຳນານ​ວ່າ​ເປັນ “ລາ​ຊີ​ນີ ຂອງເພງ Soul” ​ແລະດາລາ​ ​ໂອ​ເປຣາ ທີ່​ໂດ່​ງດັງ ທ່ານ Andrea Bocelli ພ້ອມ​ດ້ວຍ ຄຳ​ໃຫ້ການ​ຕ່າງໆ​ຂອງ​ບັນດາ​ຄອບຄົວ ຈາກທົ່ວໂລກ.

ພະ​ສັນຕະປາປາ ​ໄດ້​ປິດ​ງານ​ດັ່ງກ່າວ ດ້ວຍ​ການ​ກ່າວ​ຄຳ​ປາ​ໄສ ທີ່ເຕັມໄປດ້ວຍຄວາມກະຕື
ລືລົ້ນ ບາງ​ເທື່ອ​ມີ​ອາລົມ​ຂັນ ​ແລະ ສ່ວນ​ໃຫຍ່​ເປັນ​ການ​ກ່າວ​ຄຳ​ປາໄສ​ສົດ ຊຶ່ງ​ພະ​ອົງ​ໄດ້​
ສະຫຼອງ ​ແລະປົກ​ປ້ອງຄຸນງາມ ຄວາມດີ ຂອງ​ຊີວິດ​ຄອບ​ຄົວ ​ດ້ວຍ​ການ​ເອີ້ນມັນ​ວ່າ “​ເປັນ​
ເຄື່ອງໝາຍ​ແຜນ​ການ​ດຳລົງ​ຊີວິດດ້ວຍ​ຄວາມ​ຮັກ ທີ່​ພະອົງ​ໄດ້​ໄຝ່​ຝັນ​ໄວ້​ໃນ​ຄັ້ງນຶ່ງ.”

ພະສັນຕະປາປາກ່າວຄຳປາໄສ ໃນລະຫວ່າງ ການປິດ ພິທີ ສຳຫລັບ ກອງປະຊຸມບັນດາຄອບຄົວ ຂອງໂລກ ຫຼື World Meeting of Families ທີ່ອຸປະຖຳໂດຍ ທີ່ມີຫຼາຍກວ່າ 18,000 ຄົນທົ່ວໂລກ ເຂົ້າຮ່ວມ ໃນນະຄອນ Philadelphia, ເມື່ອວັນເສົາທີ 26 ກັນຍາ 2015.
ພະສັນຕະປາປາກ່າວຄຳປາໄສ ໃນລະຫວ່າງ ການປິດ ພິທີ ສຳຫລັບ ກອງປະຊຸມບັນດາຄອບຄົວ ຂອງໂລກ ຫຼື World Meeting of Families ທີ່ອຸປະຖຳໂດຍ ທີ່ມີຫຼາຍກວ່າ 18,000 ຄົນທົ່ວໂລກ ເຂົ້າຮ່ວມ ໃນນະຄອນ Philadelphia, ເມື່ອວັນເສົາທີ 26 ກັນຍາ 2015.

ພະ​ອົງ​ຊົງ​ກ່າວ​ວ່າ “ພວກຄອບຄົວ ກໍ​ມີ​ບັນຫາ​ຫຍຸ້ງຍາກ​ຕ່າງໆ. ພວກ​ຄອບຄົວ ຈະ​
ຜິດ​ຖຽງ​ກັນ. ບາງ​ເທື່ອ ຈານ​ຕ່າງໆ ສາມາດ​ບິນ​ໄດ້ ​ແ​ລະ ພວກ​ລູກ​ເຕົ້າ​ເຮັດ​ໃຫ້​
ເຈັບຫົວ. ​ແລະ ພະ​ອົງ​ຈະ​ບໍ່​ກ່າວ​ເຖິງ​ເລື້ອງ​ແມ່​ເຖົ້າ”
ທີ່​ໄດ້​ເຮັດ​ໃຫ້​ມີ​ສຽງຫົວໄປ​ອ້ອມ
ຈາກ​ພວກ​ທີ່​ໄດ້​ໄປ​ເຂົ້າຮ່ວມ​ພິທີ. ພະ​ອົງຊົງ​ກ່າວ​ຕໍ່​ໄປວ່າ “​ແຕ່ພວກ​ຄວາມ​ຫຍຸ້ງຍາກ​ເຫຼົ່ານັ້ນ ​ແມ່ນ​ສາມາ​ຜ່ານ​ຜ່າ​ໄປໄດ້​ດ້ວຍ​ຄວາມ​ຮັກ.”

ຄຳປາ​ໄສ​ດັ່ງກ່າວ ສິ້ນສຸດລົງອີກມື້ນຶ່ງ ສຳ​ຫລັບ ພະ​ສັນຕະປາປາ ທີ່​ມີ​ພະ​ຊົນ 78 ພັນ​ສາ​
ຜູ້​ທີ່​ໄດ້​ສະ​ເດັດ​ເດີນທາງ​ໄປເຖິງ Philadelphia ​ເພື່ອ​ເຂົ້າຮ່ວມ ກອງ​ປະຊຸມ​ບັນດາຄອບຄົວ
​ຂອງ​ໂລກ ທີ່​ອຸປະຖຳ​ໂດຍ Vatican. ​ເມື່ອຕອນ​ເຊົ້າຂອງ​ມື້​ດຽວ​ກັນ ພະ​ອົງ​ໄດ້​ນຳພາພິທີ​
ສູດ​ມົນ​ພາວະນາ ຢູ່​ທີ່ພະວິຫານນັກບຸນ Peter and Paul ​ໂດຍ​ຮຽກຮ້ອງບັນດາຜູ້​ທີ່​ເຂົ້າຮ່ວມ “ໃຫ້ສະທ້ອນ​ເຖິງ​ບັນດາ​ຄອບຄົວ ທີ່​ນັບຖື​ສາສະ ໜາຂອງ​ພວກ​ເຮົາ ພ້ອມ​ກັນດ້ວຍ​ການກະກຽມ​ສຳ​ຫລັບ​ພິທີການແຕ່ງ ງານ ​ແລະ ຕໍ່ພວກ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ດ້ວຍ.”

Pope Francis will conclude his whirlwind trip to the United States Sunday by visiting a prison and celebrating a final outdoor Mass in downtown Philadelphia.

Francis's meeting with about 100 inmates at Philadelphia's Curran-Fromhold Correctional Facility represents his call for the Church to devote more attention to people who have been marginalized and forgotten by society, including the poor, immigrants and prisoners.The inmates at Curran-Fromhold plan to give the pope a chair, resembling a throne, which they'd made without power tools from black walnut.

The Mass will be held in Benjamin Franklin Parkway, the scenic boulevard where Francis joined thousands of people Saturday night for the Festival of Families; a prayer and music service that featured performances by the legendary "Queen of Soul" Aretha Franklin and opera superstar Andrea Bocelli, along with testimonials from families all across the globe.

The pontiff closed the ceremony with an impassioned, sometimes humorous and largely improvised speech in which he celebrated and defended the virtues of family life, calling it "the living symbol of the loving plan of which the Father once dreamed."

"Families have difficulties," Francis said."Families will quarrel. Sometimes plates can fly, and children bring headaches.And I won't speak about mothers-in-law," bringing a round of laughter from those in attendance. "But those difficulties are overcome with love," the pope continued.

The remarks capped off another busy day for the 78-year-old pope who arrived in Philadelphia to attend the Vatican-sponsored World Meeting of Families.Earlier in the day, he celebrated Mass at the city's Cathedral Basilica of Saints Peter and Paul, urging worshipers there "to reflect on our ministry to families, to couples preparing for marriage, and to our young people."

XS
SM
MD
LG