ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ກ່າວ​ຢ້ຳ "ວັນ​ຄົບ​ຮອບ​ທີ່​ໂສກ​ເສົ້າ" ກ່ຽວ​ກັບ ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ


ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ທັກ​ທາຍ​ເດັກ​ນ້ອຍ​ທີ່​ຖື​ທ​ຸງ​ຊາດ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນຢູ່​ວັງ​ວາ​ຕິ​ກັນ, 22 ກຸມ​ພາ 2023.
ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ທັກ​ທາຍ​ເດັກ​ນ້ອຍ​ທີ່​ຖື​ທ​ຸງ​ຊາດ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນຢູ່​ວັງ​ວາ​ຕິ​ກັນ, 22 ກຸມ​ພາ 2023.

ພ​ະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ກ່າວ​ຢ້ຳ​ສິ່ງ​ທີ່​ເພິ່ນ​ເອີ້ນ​ວ່າ “ວັນ​ຄົບ​ຮອບ​ທີ່​ໂສກ​ເສົ້າ” ກ່ຽວ​ກັບ ການ​ບຸກ​ລຸກ​ຢູ​ເຄ​ຣນ​ຢ່າງ​ເຕັມ​ອັດ​ຕາ​ຂອງ ຣັດ​ເຊຍ ໃນ​ວັນ​ພຸດ​ວານນີ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນ​ປະ​ຈຳ​ອາ​ທິດ​ຂອງ​ພະ​ອົງ​ນັ້ນ, ພະ​ສັນ​ຕະ​ປາ​ປາ​ໄດ້​ເອີ້ນ​ຄວາມ​ຂັດ​ແຍ້ງ​ນັ້ນ​ວ່າ ເປັນ “ສົງ​ຄາມ​ທີ່​ບໍ່​ມີ​ເຫດ​ຜົນ ແລະ ໂຫດ​ຮ້າຍ.”

ພະ​ສັນ​ຕະ​ປາ​ປາ​ໄດ້​ກ່າວ​ວ່າ “ຈົ່ງ​ໃຫ້​ພວກ​ເຮົາ​ຢູ່​ກັບ​ປະ​ຊາ​ຊົນ ຢູ​ເຄ​ຣນ ທີ່​ເຈັບ​ປວດ​ທໍ​ລະ​ມານ ແລະ ຖາມ​ພວກ​ເຮົາເອງ​ວ່າ: ມັນ​ໄດ້​ມີ​ການ​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ຢຸດ​ສົງ​ຄາມ​ແລ້ວ​ບໍ? ພະ​ສັນ​ຕະ​ປາ​ປາ​ກ່າວ. “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ຜູ້​ທີ່​ມີ​ອຳ​ນາດ​ໃນ​ປະ​ເທດ​ຕ່າງໆ​ໃຫ້​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ເດັດ​ຂາດ​ເພື່ອ​ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງ, ເພື່ອ​ບັນ​ລຸ​ການ​ຢຸດ​ຍິງ ແລະ ເລີ່ມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.”

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ສົ່ງ​ກອງ​ກຳ​ລັງ​ເຂົ້າ​ໄປ​ໃນ ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ກຸມ​ພາ​ປີ​ກາຍນີ້. ວັນ​ກ່ອນ​ການ​ບຸກ​ລຸກ​ນັ້ນ, ເພິ່ນ​ໄດ້​ຮຽກ​ຮ້ອງ​ທຸກ​ພັກ​ຝ່າຍ​ໃຫ້ຫຼີກ​ລ່ຽງ​ການ​ດຳ​ເນີນ​ການ​ໃດ​ໆ​ທີ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ທຸກ​ທໍ​ລະ​ມານກວ່າ​ເກົ່າ ແລະ ໄດ້​ກ່າວ​ວ່າ​ການ​ຂົ່ມ​ຂູ່​ເຮັດ​ສົງ​ຄາມໄດ້​ເຮັດ​ມີ “ຄວາມ​ເຈັບ​ປວດ​ຢ່າງ​ຍິ່ງຢູ່​ໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໄດ້​ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ ການ​ສັງ​ຫານ “ພົນ​ລະ​ເຮືອນ​ໃນ​ເມືອງ ເຄີ​ສັນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຢ່າງບໍ່​ມີ​ເມດ​ຕາ” ລຸນຫຼັງ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ໄດ້​ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ ແລະ ອີກ 16 ຄົນ​ບາດ​ເຈັບ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ​ສົ່ງ​ຂໍ້​ຄວາມ ເທ​ເລ​ແກ​ຣມ ວ່າ “ເດີ່ນ​ຈອດ​ລົດ, ເຂດ​ທີ່​ຢູ່​ອາ​ໄສ, ຕຶກ​ສູງ, ແລະ ບ່ອນ​ຈອດ​ການ​ສັນ​ຈອນ​ສາ​ທາ​ລະ​ນະ​ແມ່ນ​ຖືກ​ໂຈມ​ຕີ. ກອງ​ທັບ​ບົກ ຣັດ​ເຊຍ ແມ່ນ​ໄດ້​ລະ​ດົມ​ຍິງ​ຢ່າງ​ໜັກ​ໃສ່​ເມືອງ ເຄີ​ສັນ. ແລະ ອີກ​ຄັ້ງ​ນຶ່ງ, ສັງ​ຫານ​ປະ​ຊາ​ກອນ​ພົນ​ລະ​ເຮືອນ​ຢ່າງບໍ່​ມີ​ເມດ​ຕາ.”

ຜູ້​ນຳ​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ “ໂລກ​ແມ່ນບໍ່​ມີ​ສິດ​ທີ່​ຈະ​ລືມ​ແມ່ນ​ແຕ່​ຊ່ວງ​ເວ​ລາ​ດຽວ​ວ່າ ຄວາມ​ໂຫດ​ຮ້າຍ​ ແລະ ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ແມ່ນບໍ່​ມີ​ຂອບ​ເຂດ.” ທ່ານ​ໄດ້​ເອົາ​ຮູບ​ລົງ​ອອນ​ໄລ​ນ໌ ​ສະ​ແດງ​ໃຫ້​ເຫັນ​ສົບ​ຜູ້​ເສຍ​ຊີ​ວິດ​ນອນ​ຢູ່​ໃນ​ຖະ​ໜົນ.

ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ການ​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ.

ຢູ​ເຄ​ຣນ ໄດ້​ຍຶດ​ເອົາ​ເມືອງ​ເຄີ​ສັນ​ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ຄອບ​ຄອງ 8 ເດືອນ​ໂດຍ​ຣັດ​ເຊຍ, ບັງ​ຄັບ​ໃຫ້​ກອງ​ກຳ​ລັງ ຣັດ​ເຊຍ ຕ້ອງ​ປະ​ຖິ້ມ​ເມືອງ​ເອກ​ພຽງ​ແຫ່ງ​ດຽວ​ທີ່​ພວກ​ເຂົາ​ໄດ້​ຍຶດ​ເອົາ​ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ກຸມ​ພາ ປີ​ກາຍນີ້. ແຕ່​ການ​ລະ​ດົມ​ຍິງ​ເມືອງ​ດັ່ງ​ກ່າວ​ໂດຍ ຣັດ​ເຊຍ ແມ່ນ​ໄດ້​ດຳ​ເນີນ​ຕໍ່​ໄປ.

Pope Francis Wednesday noted what he called the “sad anniversary” of Russia’s full-scale invasion of Ukraine.

Speaking during his weekly general audience, the pope called the conflict an “absurd and cruel war.”

"Let us remain close to the martyred Ukrainian people and ask ourselves: has everything possible been done to stop the war?” the pope said. “I appeal to those in authority over nations to make concrete efforts to end the conflict, to reach a cease-fire and to start peace negotiations.”

Pope Francis has repeatedly called for peace since Russia sent its troops into Ukraine on February 24 last year. The day before the invasion, he urged all parties to avoid any actions that would cause people more suffering and said the threat of war had brought “great pain in my heart.”

Ukrainian President Volodymyr Zelenskyy Tuesday accused Russia of "mercilessly killing" civilians in the southern city of Kherson following a missile strike that left five people dead and 16 others injured.

"A vehicle park, residential areas, a high-rise building, and a public transport stop were hit," Zelenskyy said on the Telegram social messaging app. "The Russian army is heavily shelling Kherson. Again, mercilessly killing the civilian population.”

"The world has no right to forget for a single moment that Russian cruelty and aggression know no bounds,” the Ukrainian leader said. He posted photographs online showing corpses lying in the street.

Russia has denied targeting civilians.

Ukraine recaptured Kherson in November after eight months of Russian occupation, forcing Russian forces to abandon the only regional capital they had seized since invading Ukraine on February 24 of last year. But Moscow’s shelling of the city continues.

XS
SM
MD
LG