ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປາປາ ຟຣານຊີສ ຊົງກ່າວວ່າ ສັງຫານໝູ່​ຊາວ​ອາ​ເມ​ເນຍ​ ເມື່ອ 100 ປີກ່ອນ ເປັນ “ການ​ຂ້າ​ລ້າງດັບ​ສູນເຊື້ອ​ຊາດ​ເຜົ່າ​ພັນ” ​


ສັນຕະປາປາ Francis ຈັດພິທີ ຂີດໝາຍຄົບຮອບ 100 ປີ
ຂອງການຂ້າລ້າງດັບສູນເຊື້ອຊາດເຜົ່າພັນ ຊາວອາເມເນຍ ທີ່
ໂບດ St. Peter's Basilica, ນະຄອນ Vatican, ວັນທີ 12 ເມສາ 2015.
ສັນຕະປາປາ Francis ຈັດພິທີ ຂີດໝາຍຄົບຮອບ 100 ປີ ຂອງການຂ້າລ້າງດັບສູນເຊື້ອຊາດເຜົ່າພັນ ຊາວອາເມເນຍ ທີ່ ໂບດ St. Peter's Basilica, ນະຄອນ Vatican, ວັນທີ 12 ເມສາ 2015.

ສັນຕະປາປາ Francis ຊົງ​ມີ​ຄວາມ​ເຫັນ ​ໃນ​ວັນຂີດ​ໝາຍ
​ຄົບຮອບ 100 ປີ ​ແຫ່ງ​ການ​ສັງຫານໝູ່​ຊາວ​ອາ​ເມ​ເນຍ​ ​ໂດຍ
​ໃຊ້​ຄຳ​ເວົ້າ “ການ​ຂ້າ​ລ້າງດັບ​ສູນເຊື້ອ​ຊາດ​ເຜົ່າ​ພັນ” ​ໃນ​
ລະຫວ່າງ​ການ​ທຳ​ພິທີ​ທາງ​ສາສະໜາ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ
ຄຳ​ເວົ້າ​ດັ່ງກ່າວ ມີ​ທາງ​ວ່າ ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ທາງ​ການ​
ທູດກັບ​ເທີ​ກີ ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ.

ສັນຕະປາປາ Francis ຊົງ​ກ່າວ ​ໃນ​ລະຫວ່າງ​ການປະກອບ​
ພິທີ​ທາງ​ສາສະໜາ​ທີ່​ໂບດ Saint Peter’s Basilica ວ່າ
ການ​ສັງຫານ​ຊາວ​ອາ​ເມ​ເນຍ ຈຳນວນ 1 ລ້ານ 5 ​ແສນ​ຄົນ​ ​
ໂດຍ​ຊາວ​ເທີ​ກອ໊ອດ​ໂຕ​ມັນ ໃນໄລຍະ​ເວລາ ປະມານ​ສົງຄາມ​
ໂລກ​ຄັ້ງ​ທີ​ໜຶ່ງນັ້ນ ໄດ້​ເປັນ​ “ການ​ຂ້າ​ລ້າງດັບ​ສູນເຊື້ອ​ຊາດ​ເຜົ່າ​ພັນ ຄັ້ງ​ທຳ​ອິດ​ຂອງ​ສັດຕະວັດ​ທີ 20.”

ພະ​ອົງ​ໄດ້​ຊົງ​ກ່າວ​ຕໍ່​ຜູ້​ຄົນ​ທີ່​ມາ​ຮ່ວມ​ໃນ​ພິທີ​ວ່າ” ການ​ປົກ​ປິດຫຼື ປະຕິ​ເສດ​ຕໍ່​ຄວາມ​ຊົ່ວ​ຮ້າຍ ​ແມ່ນຄື​ກັບ​ການ​ປ່ອຍ​ໃຫ້​ບາດແຜ ມີ​ເລືອດ​ໄຫລ​ອອກ​ມາ​ເລື້ອຍໆ ​ໂດຍ​ບໍ່​
ເອົາ​ຜ້າ​ຮຳມັນ​ໄວ້.”

​ເທີ​ກີ​ປະຕິ​ເສດ​ຢ່າງ​ໂມ​ໂຫ​ໂທ​ໂສ ​ວ່າ ການ​ຄາດ​ຕະກຳ​ໃນ​ຄັ້ງ​ນັ້ນ ບໍ່​ໄດ້​ເປັນ “ການ​ຂ້າ​
ລ້າງ
ດັບ​ສູນເຊື້ອ​ຊາດ​ເຜົ່າ​ພັນ” ​ໂດຍ​ກ່າວ​ວ່າ ​ໄດ້​ມີ​ການ​ເວົ້າ​ໂຍກ​ຂຶ້ນ ກ່ຽວ​ກັບຈຳນວນ
​ຜູ້​ເສຍ​ຊີວິດ​ ​ແລະ​ວ່າ​ພວກ​ທີ່ເສຍ​ຊີວິດແມ່ນ​ເປັນ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ ຈາກ​ສົງຄາມ
ກາງ​ເມືອງ ​ແລະ​ຄວາມ​ບໍ່​ສະຫງົບ.

ສັນຕະປາປາ John Paul ທີ​ສອງ​ແລະ​ພະ​ສັງຄະ​ລາດ​ຂອງອາ​ເມ​ເນຍ ​ໄດ້​ອອກ​ຖະ​ແຫຼ​ງ
ການ​ຮ່ວມ​ສະບັບ​ໜຶ່ງ ​ໃນ​ປີ 2000 ​ເອີ້ນ​ການ​ສັງຫານ​ ​ໝູ່ຊາວ​ອາ​ເມ​ເນຍ​ນັ້ນ ​ວ່າເປັນ
“ການຂ້າ​ລ້າງດັບ​ສູນເຊື້ອ​ຊາດ​ເຜົ່າ​ພັນ”​ ແຕ່​ໃນ​ວັນ​ອາທິດ​ມື້​ນີ້ ​ເປັນ​ເທື່ອ​ທຳ​ອິດ ທີ່​ຄຳ
​ສັບ​ນີ້ ​ໄດ້​ຖືກ​ນຳ​ມາ​ໃຊ້​ ​ໃນ​ລະຫວ່າງ​ການ​ທຳ​ພິທີ​ທາງ​ສາສະໜາ​ທີ່ Saint Peter’s Basilica.

Pope Armenia
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG