ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ​ພອມເປ​ໂອ ສາບານ​ຕົວ​ ​ເຂົ້າຮັບ​ຕໍາ​ແໜ່ງ​ ເປັນລັດຖະມົນຕີ ​ການ​ຕ່າງປະ​ເທດ ​ສຫລ


ທ່ານ​​ໄມຄ໌ ພອມ​​ເປ​ໂອ​​ ສາບານ​ຕົວ​ ເພື່ອ​ເຂົ້າຮັບ​ຕໍາ​ແໜ່ງ​ເປັນລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ​ໃນ​ວັນ​ພະຫັດ​ ທີ 26 ເມສາ, 2018
ທ່ານ​​ໄມຄ໌ ພອມ​​ເປ​ໂອ​​ ສາບານ​ຕົວ​ ເພື່ອ​ເຂົ້າຮັບ​ຕໍາ​ແໜ່ງ​ເປັນລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ​ໃນ​ວັນ​ພະຫັດ​ ທີ 26 ເມສາ, 2018

ອະດີດ​ຫົວໜ້າອົງການ​ສືບ​ລັບ​ຊີໄອເອຂອງສະຫະລັດ ທ່ານໄມຄ໌ ພອມເປ​ໂອໄດ້ສາບານ​ຕົວ​ ເພື່ອ​ເຂົ້າຮັບ​ຕໍາ​ແໜ່ງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ວັນ​ພະຫັດ​ວານ​ນີ້ ພາຍຫລັງ​ທີ່​ມີ​ການລົງ​ຄະ​ແນນ​ສຽງ ດ້ວຍຄະແນນ​ 57 ຕໍ່ 42 ຢູ່​ໃນ​ສະພາ
ສູງ​ ເພື່ອ​ຮັບຮອງ​ເອົາ​ບຸກຄົນ ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ, ​ຊຶ່ງໄດ້​ຮັບ​ການ​ສະໜັບສະໜຸນ ຈາກ​ສະມາຊິກທັງໝົດຂອງ​ພັກຣີພັບ​ບລິ​ກັນ​ ແລະຈາກ
ພັກ​ເດ​ໂມ​ແຄຣັດ​ເກື​ອບໝົດ ຍົກ​ເວັ້ນ​ແຕ່ 6 ທ່ານ ​ແລະສະມາຊິກ​ທີ່ບໍ່ສັງກັດພັກອີກທ່ານ
​ນຶ່ງ ທີ່​ຄັດຄ້ານ​ການ​ແຕ່ງຕັ້ງ​ນັ້ນ.

ທ່າ​ນທຣໍາ​ໄດ້​ສັນລະ​ເສີນ​ການ​ຮັບຮອງ​ເອົາ​ດັ່ງກ່າວ ​ແລະ​ໄດ້​ຊົມ​ເຊີຍທ່ານ​ພອມ ​ເປ​ໂອ ທີ່
​ໄດ້​ກາຍ​ເປັນບຸກຄົນທີ 70 ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ ໃຫ້​ເປັນ​ຫົວນັກ​ການ​ທູດສູງສຸດ​ຂອງ​ອາ
​ເມຣິກາ.

ທ່ານ​ປະທານາທິບໍດີ​ໄດ້​ກ່າວ ຢູ່​ໃນ​ຖະແຫລງການ​ສະບັບ​ນຶ່ງ​ວ່າ "ການ​ທີ່​ມີ​ພອນ​ສະຫວັນ,
ພະລັງ ​ແລະຄວາມ​ສະຫລາດ​ຂອງ​ໄມຄ໌ທີ່​ຮັກ​ຊາດ ມາ​ນໍາພາ​ກະຊວງ​ການ​ຕ່າງປະ​ເທດ
​ຈະ​ເປັນ​ຊັບ​ສິນ​ອັນມີ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫລວງ​ ໃຫ້​ແກ່​ປະ​ເທດ​ພວກ​ເຮົາ ຢູ່​ໃນ​ໄລຍະ​ທີ່​
ສໍາຄັນ​ທີ່​ສຸດ ​ໃນ​ປະຫວັດ​ຂອງ​ຊາດເຊັ່ນນີ້.”

ທ່ານ​ພອມ​ເປ​ໂອ ​ໄດ້​ມາ​ເປັນລັດຖະມົນຕີກະຊວງຕ່າງປະເທດ ​ແທນທ່ານເຣັກສ໌ ທີລເລີ
ສັນ (Rex Tillerson) ທີ່​ຖືກ​ທ່ານ​ທຣໍາປົດ​ອອກ​ຈາກ​ຕໍາ​ແໜ່ງ ​ໃນເດືອນ​ແລ້ວນີ້. ໜ້າທີ່​
ການ​ທີ່​ທ່ານ​ຕ້ອງ​ໄດ້​ປະຕິບັດ ເຮັດ​ໃຫ້​ທ່ານ​ສາມາດ​ເຂົ້າຮ່ວມ​ກອງ​ປະຊຸມອົງການ​ເນ​ໂຕ້
ຢູ່​ນະຄອນບຣັສ​ເຊິ​ລສ໌ (Brussels) ​ໃນ​ວັນ​ສຸກ​ມື້ນີ້ ​ແລະ​ຈັດການ​ພົບ​ປະ​ເຈລະຈາ​ກັບລັດ
ຖະມົນຕີກະຊວງການຕ່າງປະເທດ ຂອງເທີກີ ​ແລະ​ອີ​ຕາ​ລີ​ໄດ້.

Pompeo Bussels
please wait
Embed

No media source currently available

0:00 0:00:22 0:00

​ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ​ຄົນໃໝ່ທ່ານ​ນີ້ກໍາລັງ​ເດີນທາງ​ໄປ​ອິສ
ຣາ​ແອ​ລ, ຊາ​ອຸ​ດີ ອາຣາ​ເບຍ ​ແລະ​ຈໍ​ແດັນ. ​ໂຄສົກ​ປະຈໍາກະຊວງການຕ່າງປະເທດສະ
ຫະລັດ ທ່ານ​ນາງ ​ເຮ​ເຕີ ນາວ​ເອີ​ດກ່າວ​ວ່າ ກາ​ນ​ໄປ​ແ​ວ່ຢ້ຽມຢາມ​ດັ່ງກ່າວຂອງ​ທ່ານ​ພອມ
​ເປ​ໂອ ​ແມ່ນ​ສະທ້ອນ​ໃຫ້​ເຫັນ​ “ຄວາມສໍາຄັນ​ຂອງ​ປະ​ເທດເຫລົ່ານັ້ນ ​ໃນ​ນາມ​ທີ່​ເປັນ​ປະ​
ເທດພັນທະ​ມິດ ​ແລະ​ຄູ່​ພາຄີ​ຂອງ​ສະຫະ ລັດ​ຢູ່​ໃນ​ຂົງ​ເຂດ​."

ການ​ເດີນທາງ​ດັ່ງກາວ​ໄດ້​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງຈາກ​ທີ່​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງ
​ກັນ​ເພື່ອຮັບຮອງ​ເອົາທ່ານຢູ່​ໃນ​ສະພາ​ສູງ​ຂອງ​ສະຫະລັດ. ​ໃນ​ຂະນະ​ທີ່ສະມາຊິກ​ສະພາ
​ສູງ​ຈາກ​ພັກຣີພັບ​ບລິ​ກັນພາກັນ​ສາມັກຄີ​ກັນ​ໃຫ້ການ​ສະໜັບສະໜຸນ​ແກ່​ທ່ານ​ພອມ​ເປ​ໂອ,
​ແຕ່​ສະມາຊິກ​ສະພາ​ຈາກ​ພັກ​ເດ​ໂມ​ແຄຣັດ​ເກືອບໝົດທຸກ​ຄົນ​ກັບ​ພາກັນ​ບໍ່ພໍ​ໃຈຕໍ່ສິ່ງ​ທີ່​
ພວກ​ທ່ານ​ເຫັນປະຫວັດ​ຂອງຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ນັ້ນ ​ໃນ​ການ​ໃຊ້​ຖ້ອຍ​ຄໍາ​ທີ່​ພາ​ໃຫ້​ເກີດ​
ສົງຄາມແລະ​ກຽດຊັງ​ຊາວ​ມຸສລິ​ມ ​ແລະ​ພວກ​ຜູ້​ຊາຍທີ່​ຮັກ​ຮ່ວມ​ເພດ ຫລື​ເກ.

ທ່ານ​ບອບ ​ເມ​ເນັນ​ເດສ ຫົວໜ້າສະມາຊິກ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ ນີວ​ເຈີ​ຊີ, ຢູ່​ໃນ​ຄະ
ນະ​ກໍາມະການ​ດ້ານຄວາມສຳພັນ​ຕ່າງປະ​ເທດສະພາສູງ​ເວົ້າວ່າ ທ່ານ​ບໍ່​ເຊື່ອ​ວ່າ ທ່າ​ນ
ພອມ​ເປ​ໂອ "ຈະ​ຍິນ​ດີ ​ທີ່​ຈະຕ້ານ​ຄືນ​ຕໍ່ຄວາມ​ເຊື່ອ​ກ່ຽວກັບບັນຫາ​ຕ່າງໆຂອງ​ໂລກ​ທີ່ບໍ່ດີ​
ທີ່​ສຸດ​ຂອງ​ປະທານາທິບໍດີ​ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG