ການຕັດສິນໃຈຂອງທ່ານ ທຣຳ ເພື່ອແຕ່ງຕັ້ງຜູ້ອຳນວຍການອົງການ CIA ທ່ານ ໄມຄ໌
ພອມເປໂອ ເປັນລັດຖະມົນຕີການຕ່າງປະເທດແທນ ທ່ານ ເຣັກສ໌ ທິລເລີສັນ ນັ້ນ ໄດ້ມີ
ຂຶ້ນພຽງບໍ່ເທົ່າໃດວັນ ຫຼັງຈາກທ່ານ ປະທານາທິບໍດີ ໄດ້ເຮັດໃຫ້ຫຼາຍຄົນຕື່ນ ດ້ວຍການ
ປະກາດ ແຜນການ ຂອງທ່ານ ທີ່ຈະພົບປະກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນ
ອະນາຄົດອັນໃກ້ນີ້.
ບັນດາຜູ້ຊ່ຽວຊານ ເກົາຫຼີ ແລະບັນດານັກວິເຄາະນະໂຍບາຍການຕ່າງປະເທດທັງຫຼາຍ
ແມ່ນບໍ່ເຫັນພ້ອມ ກ່ຽວກັບວ່າ ຫົວໜ້າການທູດ ສະຫະລັດຄົນໃໝ່ ຈະສ້າງຜົນກະທົບ
ຫຍັງຕໍ່ກອງປະຊຸມສຸດຍອດ ທີ່ເບິ່ງຄືຈະເກີດຂຶ້ນນັ້ນແລະກ່ຽວກັບໂອກາດສຳລັບຄວາມ
ສຳເລັດຂອງມັນ. ແຕ່ເຂົາເຈົ້າໄດ້ເຫັນພ້ອມນຳກັນວ່າ ທ່ານພອມເປໂອຈະມີເວລາໜ້ອຍ
ຫຼາຍ ເພື່ອກະກຽມ ສຳລັບກອງປະຊຸມສຸດຍອດ ທີ່ມີຄວາມສ່ຽງສູງລະຫວ່າງທ່ານປະທາ
ນາທິບໍດີ ແລະ ສັດຕູທີ່ບໍ່ທຳມະດາຂອງ ສະຫະລັດ.
ທ່ານ ແອຣອນ ເດວິດ ມິລເລີ ຈາກສູນກາງ ວິລສັນ ໄດ້ຊ່ວຍປະທາ ນາທິບໍດີ ແລະ
ລັດຖະມົນຕີການຕ່າງປະເທດຫຼາຍຄົນ ກະກຽມສຳລັບ ການເຈລະຈາ ແລະ ກອງປະຊຸມ
ສຸດຍອດເຂດຕາເວັນອອກກາງ ຫຼາຍຄັ້ງ.
ທ່ານ ມິລເລີ ໄດ້ກ່າວຕໍ່ວີໂອເອວ່າ ເວລາແມ່ນສິ່ງທີ່ສຳຄັນ ເພາະວ່າ ມັນມີວຽກຈຳນວນ
ຫຼວງຫຼາຍທີ່ຈະຕ້ອງເຮັດ ເພື່ອກະກຽມຄວາມພ້ອມ ຂອງສະຫະລັດ ໄວ້ລ່ວງໜ້າ. ທ່ານ
ໄດ້ເວົ້າວ່າ ທ່ານເຊື່ອວ່ານັ້ນຄົງຈະແມ່ນເຫດຜົນນຶ່ງທີ່ທ່ານ ທຣຳ ໄດ້ທຳການປ່ຽນແປງ
ການນຳພາ ຂອງກະຊວງການຕ່າງປະເທດ ໃນເວລານີ້.
ທ່ານໄດ້ກ່າວວ່າ “ສ່ວນນຶ່ງຂອງເຫດຜົນທີ່ທ່ານ ທຣຳ ໄດ້ເຮັດນີ້ ແມ່ນ ເພື່ອກຳນົດຜູ້ນຳ
ຄົນນຶ່ງ ຂອງກຸ່ມ ເພື່ອທຳການກະກຽມສຳລັບກອງປະ ຊຸມສຸດຍອດ, ແລະຂ້າພະເຈົ້າ
ຄິດວ່າ ນັ້ນກໍແມ່ນທ່ານພອມເປໂອຍ້ອນ ວ່າບໍ່ມີຄົນໃດ ໃນລັດຖະບານຕອນນີ້ ທີ່ສາ
ມາດເຮັດສິ່ງນັ້ນໄດ້.”
ທ່ານ ທຣຳ ໄດ້ກ່າວຢໍ້າວ່າ ທ່ານມັກ, ເຄົາລົບ ແລະ ປະທັບໃຈ ກັບ ທ່ານພອມເປໂອ.
ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານມີປະຕິກິລິຍາ ທາງເຄມີ ທີ່ດີກວ່າກັບ ທ່ານ
ພອມເປໂອ ຫຼາຍກວ່າທີ່ທ່ານເຄີຍມີກັບທ່ານ ທິລເລີສັນ, ແລະ ວ່າທ່ານ ແລະ ທ່ານ
ພອມເປໂອ ມີຄວາມເຫັນພ້ອມແບບດຽວກັນ ກ່ຽວກັບບັນຫາຕ່າງໆ.
ທ່ານ ມິລເລີ ໄດ້ເວົ້າວ່າ ສາຍສຳພັນດັ່ງກ່າວນີ້ ລະຫວ່າງລັດຖະມົນຕີ ແລະ ປະທານາ
ທິບໍດີ ແມ່ນສິ່ງທີ່ບັນດາຜູ້ນຳຕ່າງປະເທດ ແລະບັນດາ ນັກເຈລະຈາຮັບຮູ້ໃນທັນທີ, ແລະ
ມັນກໍໄດ້ເຮັດໃຫ້ ມີຄວາມແຕກຕ່າງ. ທ່ານໄດ້ເວົ້າເພີ່ມເຕີມວ່າ, ແນວໃດກໍຕາມ, ເຖິງ
ແມ່ນທ່ານ ທຣຳ ແລະ ທ່ານພອມເປໂອຈະມີຄວາມເຫັນພ້ອມກັນຢ່າງກວ້າງຂວາງ, ທ່ານ
ພອມ ເປໂອ ກໍບໍ່ຄວນສະແດງວິໄສທັດຂອງທ່ານປະທານາທິບໍດີອອກມາຢ່າງງ່າຍດາຍ.