ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ກະຊວງການຕ່າງປະເທດ ສະຫະລັດ ເດີນທາງຢ້ຽມຢາມ ກາບູລ ເພື່ອແກ້ໄຂ ວິກິດການ ໃນການກອບກູ້ຂໍ້ຕົກລົງ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ. ໄມຄ໌ ພອມພຽວ ຍ່າງອອກຈາກເຮລິຄັອບເຕີ ພ້ອມກັບ ເອກອັກຄະລັດຖະທູດ ສຫລ ປະຈຳ ອັຟການິສຖານ ທ. ຈອນ ແບສ ຂະນະທີ່ກັບຄືນໄປຍັງເຮືອບິນຂອງທ່ານ ຫຼັງຈາກ ເດີນທາງຢ້ຽມຢາມ ນະຄອນຫຼວ່ງກາບູລ ຂອງອັຟການິສຖານ ໂດຍບໍ່ໄດ້ປະກາດໃຫ້ຊາບລ່ວງໜ້າ, ວັນທີ 25 ມິຖຸນາ 2019.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ. ໄມຄ໌ ພອມພຽວ ຍ່າງອອກຈາກເຮລິຄັອບເຕີ ພ້ອມກັບ ເອກອັກຄະລັດຖະທູດ ສຫລ ປະຈຳ ອັຟການິສຖານ ທ. ຈອນ ແບສ ຂະນະທີ່ກັບຄືນໄປຍັງເຮືອບິນຂອງທ່ານ ຫຼັງຈາກ ເດີນທາງຢ້ຽມຢາມ ນະຄອນຫຼວ່ງກາບູລ ຂອງອັຟການິສຖານ ໂດຍບໍ່ໄດ້ປະກາດໃຫ້ຊາບລ່ວງໜ້າ, ວັນທີ 25 ມິຖຸນາ 2019.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນວັນຈັນ
ວານນີ້ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງກາບູລ ໂດຍບໍ່ມີການປະກາດລ່ວງໜ້າ
ເພື່ອພະຍາຍາມຫາທາງແກ້ໄຂບັນຫາຂັດແຍ້ງທາງດ້ານການເມືອງລະຫວ່າງ ປະທາ
ນາທິບໍດີອັຟການິສຖານ ທ່ານອາສຣາຟ ການີ ແລະຄູ່ແຂ່ງ ທ່ານອັບດູລລາ ອັບດູລລາ.

ບັນຫາຂັດແຍ້ງດັ່ງກ່າວ ເປັນໄພຂົ່ມຂູ່ ທີ່ຈະເຮັດໃຫ້ຂໍ້ຕົກລົງທີ່ສະຫະລັດ ແລະກຸ່ມ
ກະບົດຕາລີບານ ໄດ້ລົງນາມຮ່ວມກັນເມື່ອເດືອນແລ້ວນີ້ ປະສົບກັບບັນຫາ. ທັງທ່ານ
ການີ ແລະທ່ານ ອັບດູລລາ ໄດ້ປະກາດຕົນເອງເປັນປະທານາທິບໍດີຂອງປະເທດ
ຫຼັງຈາກມີການເລືອກຕັ້ງທີ່ໄດ້ກາຍເປັນບັນຫາຖົກຖຽງກັນ.

ເຈົ້າໜ້າທີ່ອະວຸໂສກະຊວງການຕ່າງປະເທດທ່ານນຶ່ງ ກ່າວວ່າ “ຄວາມເປັນຫ່ວງກໍ
ແມ່ນວ່າ ຕາບໃດທີ່ວິກິດການນີ້ ບໍ່ໄດ້ຮັບການແກ້ໄຂ ແລະ ແກ້ໄຂໃນທັນທີ ອັນນັ້ນ
ອາດາຈະສົ່ງຜົນກະທົບ ຕໍ່ຂະບວນການສັນຕິພາບ ຊຶ່ງເປັນໂອກາດທີ່ດີ ສຳລັບປະ
ເທດນີ້ ທີ່ໄດ້ຢູ່ໃນສະພາບເກີດສົງຄາມທີ່ແກ່ຍາວມາໄດ້ 40 ປີແລ້ວ. ແລະຂໍ້ຕົກລົງ
ຂອງພວກເຮົາກັບກຸ່ມຕາລີບານ ອາດຈະຕົກຢູ່ໃນຄວາມສ່ຽງກໍເປັນໄດ້.”

ການເດີນທາງດັ່ງກ່າວມີຂຶ້ນ ໃນຂະນະທີ່ບັນດາຜູ້ນຳຂອງໂລກ ພວມຈຳກັດການເດີນ
ທາງ ຍ້ອນການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກຢູ່ນັ້ນ ແລະນັກຊ່ຽວຊານໃນ
ດ້ານອັຟການິສຖານຂອງລັດຖະບານທ່ານທຣຳ ກໍຄື ທ່ານຊາລເມ ຄາລີຊາດ ກໍຍັງຄົງ
ຢູ່ໃນນະຄອນຫຼວງກາບູລ ພະຍາຍາມຊ່ອຍໄຈ້ແຍກຄວາມວຸ້ນວາຍທາງການເມືອງນີ້.
ບັນດານັກວິເຄາະກ່າວວ່າ ການເດີນທາງໄປຂອງທ່ານພອມພຽວ ສະແດງໃຫ້ເຫັນ
ເຖິງຄວາມສຳຄັນຂອງບັນຫາຂັດແຍ້ງດັ່ງກ່າວ.

ບັນດານັກວິເຄາະ ກ່າວວ່າ ຄວາມເປັນຫ່ວງທີ່ໃຫຍ່ທີ່ສຸດອັນນຶ່ງ ກໍແມ່ນວ່າ ເມື່ອຄຳ
ນຶງເຖິງປະຫວັດສາດດ້ານວັດທະນະທຳຂອງກຸ່ມຊົນເຜົ່າແລ້ວ ແລະປະຫວັດສາດ
ຂອງຄວາມເຄັ່ງຕຶງພາຍໃນກຸ່ມຊົນເຜົ່າທີ່ຫຼາກຫຼາຍຕ່າງໆ ສະພາບແວດລ້ອມທີ່ມີ
ການແບ່ງແຍກສູງນັ້ນອາດກໍ່ໃຫ້ເກີດການແຕກແຍກໃນສະຖາບັນ ດ້ານຄວາມໝັ້ນ
ຄົງຂອງອັຟການິສຖານຫຼືການແຕກແຫງໃນສັງຄົມໃນວົງກວ້າງ. ພາຍຫຼັງຈາກການ
ຖອນກຳລັງຂອງສະຫະພາບໂຊຫວຽດ ຈາກອັຟການິສຖານ ໃນປີ 1989 ແລ້ວ
ສົງຄາມການເມືອງພາຍໃນ ລະຫວ່າງພັກຝ່າຍຕ່າງໆ ໄດ້ເຮັດໃຫ້ເກີດມີຄວາມວຸ້ນ
ວາຍຢ່າງແຜ່ຫຼາຍ ແລະເຮັດໃຫ້ຫຼາຍພັນຄົນເສຍຊີວິດ ຊຶ່ງໃນທີ່ສຸດ ກໍ່ໃຫ້ເກີດມີກຸ່ມ
ຕາລີບານຂຶ້ນມາ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ກ່າວວ່າ ສະຫະລັດ ກຳລັງຊຸກຍູ້ໃຫ້ມີລັດ ຖະບານທີ່ມີຫຼາຍຝ່າຍ ຊຶ່ງຮັບເອົາໄດ້ຈາກທັງທ່ານການນີ ແລະ ທ່ານອັບດູລລາ.

ບັນຫາຂັດແຍ້ງຂອງທັງສອງທ່ານນີ້ ໄດ້ສົ່ງຜົນໃຫ້ການເລີ້ມຕົ້ນການເຈລະຈາ ທີ່
ກ່ຽວຂ້ອງກັບກຸ່ມຕາລີບານ ແລະກຸ່ມອື່ນໆຂອງອັຟການິສຖານນັ້ນ ມີການຊັກຊ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. Secretary of State Mike Pompeo made a previously unannounced visit to Kabul Monday to try to resolve a political dispute between Afghan President Ashraf Ghani and rival Abdullah Abdullah.

The dispute threatens to derail a deal that the United States and the Taliban signed last month. Both Ghani and Abdullah declared themselves president of the country after a contentious election.

“The fear is that unless this crisis gets resolved and resolved soon, that could affect the peace process, which was an opportunity for this country that has stood in this 40 years’ long war. And our agreement with the Talibs (Taliban) could be put at risk,” said a senior State Department official.

The trip comes as world leaders are limiting travel due to the coronavirus pandemic, and the Trump administration’s Afghanistan czar, Zalmay Khalilzad, remains in Kabul trying to help sort out the political mess. Analysts say Pompeo’s trip speaks to the gravity of the dispute.

One of the biggest concerns, say analysts, is that given the tribal culture and history of tensions among various ethnic groups, the highly polarized environment could end up causing a split in Afghan security institutions or a wider rift in the society. After the withdrawal of the Soviet Union from Afghanistan in 1989, a civil war among various Afghan factions caused widespread havoc and thousands of deaths, eventually giving rise to the Taliban.

The State Department official said the U.S. is pushing for an inclusive government that is acceptable to both Ghani and Abdullah.

The dispute has led to a delay in the start of negotiations involving the Taliban and other Afghans.

XS
SM
MD
LG