ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານພອມພຽວ ຮຽກຮ້ອງ ໃຫ້ປະເທດຕ່າງໆ ສືບຕໍ່ກົດດັນ ເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ ແລະ ເອກອັກຄະລັດຖະທູດ ສຫລ ປະຈຳ ສປຊ ທ່ານນາງ ນິກກີ້ ເຮລີ ທີ່ສຳນັກງານໃຫຍ່ ສປຊ. (ວັນທີ 20 ກໍລະກົດ 2018)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ ແລະ ເອກອັກຄະລັດຖະທູດ ສຫລ ປະຈຳ ສປຊ ທ່ານນາງ ນິກກີ້ ເຮລີ ທີ່ສຳນັກງານໃຫຍ່ ສປຊ. (ວັນທີ 20 ກໍລະກົດ 2018)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢືນຢັດ
ໃນວັນສຸກວານນີ້ວ່າ ປະຊາຄົມນາໆຊາດ ຕ້ອງສືບຕໍ່ກົດດັນ ກ່ຽວກັບການປົດອາວຸດ
ນິວເຄລຍຂອງເກົາຫຼີເໜືອ.

ທ່ານພອມພຽວກ່າວຕໍ່ພວກນັກຂ່າວ ຫຼັງຈາກການປະຊຸມຢ່າງວ່ອງໄວຈຳນວນນຶ່ງ ທີ່
ສຳນັກງານໃຫຍ່ອົງການສະຫະປະຊາຊາດໃນວັນສຸກວານນີ້ ໂດຍກ່າວວ່າ “ການບັງ
ຄັບໃຊ້ການລົງໂທດ ແມ່ນມີຄວາມສຳຄັນ ຕໍ່ການບັນລຸເປົ້າໝາຍດັ່ງກ່າວ ຂອງພວກ
ເຮົາ. ເວລາໃດທີ່ການລົງໂທດ ບໍ່ໄດ້ມີການບັງຄັບໃຊ້ ໂອກາດຂອງຄວາມສຳເລັດໃນ
ການທີ່ຈະເຮັດໃຫ້ເກົາຫຼີເໜືອ ເປັນປະເທດທີ່ປອດອາວຸດນິວເຄລຍແມ່ນມີຫລຸດລົງ.”

ທ່ານພອມພຽວ ໄດ້ພົບປະແບບສອງຕໍ່ສອງ ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ທ່ານກັງ ກຸງ
ຮວາ ແລະ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີ ກິວເຕເຣສ.
ນອກນັ້ນແລ້ວ ທ່ານຍັງໄດ້ລາຍງານ ຕໍ່ສະພາຄວາມໝັ້ນຄົງ ຂອງ ອົງການສະຫະປະ
ຊາຊາດ ບວກຍີ່ປຸ່ນ ກ່ຽວກັບການເດີນທາງຄັ້ງຫຼ້າສຸດໄປນະຄອນຫຼວງພຽງຢາງ ຂອງ
ທ່ານໃນຕົ້ນເດືອນນີ້. ເອກອັກຄະລັດຖະທູດສະຫະລັດ ປະຈຳ ອົງການສະຫະປະຊາ
ຊາດ ທ່ານນາງນິກກີ້ ເຮລີ ໄດ້ຕິດຕາມລັດຖະມົນຕີການຕ່າງປະເທດສະຫະລັດ.

ຫົວໜ້ານັກການທູດຂອງສະຫະລັດ ເຕືອນວ່າ ເກົາຫຼີເໜືອພວມພະຍາຍາມຫາທາງ
ຫຼີກລ້ຽງຕໍ່ການລົງໂທດ ໂດຍທຳການລັກລອບ ຜະລິດຕະພັນນ້ຳມັນ ເຂົ້າໄປໃນປະ
ເທດທາງທະເລ ໃນລະດັບຫຼາຍກວ່າ ທີ່ປະເທດດັ່ງກ່າວ ໄດ້ຮັບອະນຸຍາດ ພາຍໃຕ້
ການລົງໂທດຂອງນາໆຊາດ.

ທ່ານພອມພຽວ ກ່າວວ່າ “ການຖ່າຍເທນ້ຳມັນຢ່າງຜິດກົດໝາຍ ຈາກເຮືອລຳນຶ່ງຫາ
ເຮືອອີກລຳນຶ່ງ ແມ່ນເປັນທີ່ຈະແຈ້ງທີ່ສຸດ ຊຶ່ງໝາຍຄວາມວ່ານີ້ແມ່ນວິທີການທີ່ກຳລັງ
ເກີດຂຶ້ນ. ການຖ່າຍເທນ້ຳມັນເຫຼົ່ານີ້ໄດ້ມີຂຶ້ນຢ່າງນ້ອຍ 89 ເທື່ອໃນໄລຍະ 5 ເດືອນ
ທຳອິດຂອງປີ 2018 ແລະກໍຍັງມີຂຶ້ນຢູ່ຕໍ່ມາ.”

ໃນອາທິດແລ້ວນີ້ ສະຫະລັດໄດ້ຮ້ອງຂໍ ໃຫ້ຄະນະກຳມະການຂອງສະພາຄວາມໝັ້ນ
ຄົງ ອົງການສະຫະປະຊາຊາດ ທີ່ຕິດຕາມເບິ່ງ ການຈັດຕັ້ງປະຕິບັດໃນການລົງໂທດ
ຫ້າມບໍ່ໃຫ້ມີການສົ່ງນ້ຳມັນ ແບບນີ້ອີກ ໄປໃຫ້ພຽງຢາງ ໃນຄວາມພະຍາຍາມຈະຕັດ
ລາຍໄດ້ ຕໍ່ໂຄງການອາວຸດນິວເຄລຍ ແລະລູກສອນໄຟຂ່ີປະນາວຸດຂອງເກົາຫຼີເໜືອ.
ໃນວັນພະຫັດຜ່ານມານີ້ ຣັດເຊຍແລະຈີນໄດ້ທຳການເຄື່ອນໄຫວເພື່ອຂັດຂວາງຕໍ່ສະ
ຫະລັດ ໂດຍໃຫ້ໂຈະການຮ້ອງຂໍດັ່ງກ່າວນີ້ໄວ້ເປັນເວລາ 6 ເດືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG