ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ຫລ ຂໍ​ໃຫ້ ສ​ປ​ຊ ຍືດ​ເວ​ລາ​ການ​ຂວ້ຳ​ບາດ ດ້ານການ​ຂາຍ​ອາ​ວຸດແກ່​ອີ​ຣ່ານ ອອກ​ໄປ​ອີກ


ພາບ​​ຂອງ​ພາກ​ສ່ວນ​ນຶ່ງ​ຂອງ​ໂຮງງານນິວ​ເຄ​ລຍ​ຂອງ​ອີ່​ຣ່ານ ຢູ່​ໃກ້​ເມືອງອາ​ຣັກ ຊຶ່ງ​ຕັ້ງໄກ​ຈາກນະ​ຄອນເຕ​ຫະ​ຣ່ານ 250 ກິ​ໂລ​ແມັດ ໄປ​ທາງ​ຕາ​ເວັນ​ອອກ​ສຽງ​ໃຕ້ (ພາບ​ຖ່າຍ​ໃນ​ວັນ​ທີ 15 ມັງ​ກອນ, 2011)
ພາບ​​ຂອງ​ພາກ​ສ່ວນ​ນຶ່ງ​ຂອງ​ໂຮງງານນິວ​ເຄ​ລຍ​ຂອງ​ອີ່​ຣ່ານ ຢູ່​ໃກ້​ເມືອງອາ​ຣັກ ຊຶ່ງ​ຕັ້ງໄກ​ຈາກນະ​ຄອນເຕ​ຫະ​ຣ່ານ 250 ກິ​ໂລ​ແມັດ ໄປ​ທາງ​ຕາ​ເວັນ​ອອກ​ສຽງ​ໃຕ້ (ພາບ​ຖ່າຍ​ໃນ​ວັນ​ທີ 15 ມັງ​ກອນ, 2011)

ທ່ານ ໄມ​ຄ໌ ພອມ​ພຽວ (Mike Pompeo) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ສະ​ຫະ​ລັດ ໄດ້​ຮ້ອງ​ຂໍ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຕໍ່ເວ​ລາ​ການ​ຂວ້ຳ​ບາດ​ດ້ານ​ອາ​ວຸດຕໍ່​ອີ​ຣ່ານອອກ​ໄປກ່ອນທີ່ມາດ​ຕະ​ການ​ຂວ້ຳ​ບາດດັ່ງ​ກ່າວ​ຈະ​ໝົດ​ອາ​ຍຸ​ໄປ​ໃນ​ເດືນອ​ຕຸ​ລາຈະ​ມາ​ເຖິງນີ້.

“ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໃກ້ຈະ​ໄປ​ຂີດກຳ​ນົດທີ່​ຍິ່ງ​ໃຫຍ່​ທີ່ຈະ​ເກີດ​ຂຶ້ນ​ໃນ​ເດືອນ​ຕຸ​ລານີ້ ຊຶ່ງ​ມີຂີ​ປະ​ນາ​ວຸດ​ຫລາຍ​ອີ່​ຫລີ​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກັນຕົກ​ຢູ່​ໃນ​ສະ​ພາ​ບ​ທີ່​ສ່ຽງ​ຢູ່​ໃນ​ອີ​ຣັກ, ແລະ​ມີ​ຂີ​ປະ​ນາ​ວຸດ​ຫລາຍ​ອີ່​ຫລີທີ່​ຈະ​ຕົກ​ຢູ່​ໃສ່ໂຮງ​ງານຊາ​ອຸ​ດີ​ອາ​ແຣມ​ໂກ (Aramco) ສາ​ມາດຂາຍ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍໄດ້​ຈາກ​ຈີນ ຫລື​ຣັດ​ເຊຍ​ໃຫ້​ແກ່​ອີ​ຣ່ານ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ພອມ​ພຽວ (Pompeo) ກັບ​ພວກ​ນັກ​ຂ່າວ ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໃນ​ວັນ​ພະ​ຫັດ​ວານນີ້. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອີ​ຣ່ານ​ແມ່ນ​ເປັນ​ຜູ້ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີໂຮງ​ງານຊາ​ອຸ​ດີ ​ອາ​ແຣມ​ໂກ (Aramco) ​ ຊຶ່ງ​ເປັນໂຮງ​ງານ​ຜະ​ລິດ​ນ້ຳ​ມັນ​ທີ່​ຄວບ​ຄຸມ​ໂດຍ​ລັດ​ຖະ​ບານຊາ​ອຸ​ດີ ອາ​ຣັບ​ເບຍ ໃນ​ວັນ​ທີ 14 ກັນ​ຍາ, 2019 ຜ່ານ​ມາ.

ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ​ປີ 2015 ຫລື ​ຂໍ້​ຕົກ​ລົງ​ດ້ານ​ແຜນການປະ​ຕິດ​ບັດ​ງານ​ຮ່ວມ​ແບບ​ຮອບ​ດ້ານ ແມ່ນ​ລ​ວມ​ມີ ການ​ຍົກ​ເລີກ​ຂໍ້ຈຳ​ກັດ​ຂອງຂໍ້​ກຳ​ນົດ​ຕາ​ເວັນ​ຕົກ ໃຫ້​ແກ່​ໂຄງ​ການ​ທະ​ຫານ, ລູກ​ສອນ​ໄຟ ແລະ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ. ຂໍ້​ຂຳ​ກັດທຳ​ອິດ​ທີ່​ຈະ​ໝົດ​ອາ​ຍຸ ແມ່ນ​ການ​ຂວ້ຳ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຕໍ່​ອີ​ຣ່ານ​ໃນ​ວັນ​ທີ 18 ຕຸ​ລາ ຊຶ່ງ​ເປັນ​ເວ​ລາ 5 ປີ​ພາຍ​ຫລັງ​ວັນ​ທີ່​ມີ​ການ​ຮັບ​ຮອງ​ເອົາຂໍ້​ຕົກ​ລົງ JCPOA.

ທ່ານ ພອມ​ພຽວ​ເວົ້າ​ວ່າ "ອັນ​ນີ້​ແມ່ນ​ສອດ​ຄ່ອງ​ກັບຂໍ້​ຕົກ​ລົງ JCPOA. ມັນ​ເປັນ​ຄວາ​ມ​ຫລົ້ມ​ແຫລວ​ແບບ​ເປັນ​ພື້ນ​ຖານ​ເລີນ. ອີ​ຣ່ານ​ຈະ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຊື້ ລ​ະ​ບົບ​ອາ​ວຸດ​ແບບ​ທຳ​ມະ​ດາ​ຈາກ​ໃຜ​ກໍ​ໄດ້​ທີ່​ຂາຍ​ໃຫ້.”

ຂໍ້​ກຳ​ນົດ​ຕາ​ເວັນ​ຕົກ ຫລື Sunset provisions ເປັນ​ປັດ​ໄຈ​ຫລັກ ຢູ່​ໃນ​ການ ຕັດ​ສິນ​ໃຈ​ຂອງ​ປະ​ທາ​ນາທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໃນ​ການ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົ​ກ​ລົງ JCPOA ໃນ​ເດື​ອນ​ພຶດ​ສະ​ພາ ປີ 2018. ໃນ​ເວ​ລາບໍ່​ດົນ​ຫລັງ​ຈາກ​ນັ້ນ ສະ​ຫະ​ລັດ​ກໍ​ໄດ້​ເລີ້ມ​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ອີ​ຣ່ານ​ຄືນ​ມາ​ອີກ​ໂລດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG