ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ພອມພຽວ ວ່າ ປ. ທຣຳ ຍົກເລີກ ການເຈລະຈາ ກັບ ກຸ່ມຕາລີບານ ຖືກຕ້ອງແລ້ວ ຍ້ອນການໂຈມຕີ ກໍ່ການຮ້າຍຂອງກຸ່ມນີ້


ລັດຖະມົນຕີວ່າການຕ່າງປະເທດ ສຫະລັດ ທ່ານໄມຄ໌ ພອມພຽງ ກ່າວຖະແຫລງ ໃນລະຫວ່າງ ການຕອບຄຳຖາມບັນດາສື່ຂ່າວຢູ່ທີ່ ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 7 ສິງຫາ 2019.
ລັດຖະມົນຕີວ່າການຕ່າງປະເທດ ສຫະລັດ ທ່ານໄມຄ໌ ພອມພຽງ ກ່າວຖະແຫລງ ໃນລະຫວ່າງ ການຕອບຄຳຖາມບັນດາສື່ຂ່າວຢູ່ທີ່ ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 7 ສິງຫາ 2019.

ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວ ໃນວັນ
ອາທິດວານນີ້ ວ່າ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ “ໄດ້ຕັດສິນໃຈຖືກຕ້ອງ
ແລ້ວ” ທີ່ໄດ້ຍົກເລີກການເຈລະຈາສັນຕິພາບ ກັບພວກຜູ້ນຳ ກຸ່ມຕາລີບານ ຢູ່ທີ່ບ້ານພັກ ຂອງປະທານາທິບໍດີ ຍ້ອນວ່າ ຍັງມີການໂຈມຕີຢ່າງຕໍ່ເນື່ອງ ໃນອັຟການິສຖານ ໂດຍກຸ່ມ
ກໍ່ການຮ້າຍກຸ່ມນີ້.

ທ່ານ ພອມພຽວ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ພວກເຮົາຕ້ອ​ງ​ເຫັນ​ວ່າ ພວກເຂົາ
ເຈົ້າ​ມີ​ຄວາມສາມາດ ທີ່ຈະປະຕິບັດຕາມສັນຍາທີ່ໃຫ້ໄວ້” ເພື່ອຍຸຕິ ຄວາມຮຸນແຮງ ໃນ
ປະເທດທີ່ສົງຄາມກຳລັງທຳລາຍ ໃຫ້ໄດ້ ກ່ອນທີ່ພວກເຂົາ ຈະໄດ້ຮັບ “ລາງວັນ” ດ້ວຍ
ການພົບປະກັບທ່ານ ທຣຳ. ທ່ານພອມພຽວ ບໍ່ໄດ້ໃຫ້ຄຳເຫັນ ໃດໆ ກ່ຽວກັບວ່າ ການ
ເຈລະຈາສັນຕິພາບ ຈະມີຂຶ້ນອີກ ຫຼືບໍ່ ຫຼື ໃນເວລາໃດ.

ນັກການທູດລະດັບສູງຂອງ ອາເມຣິກາ ໄດ້ກ່າວວ່າ ແຜນການຈັດກອງປະຊຸມ ທີ່ໄດ້
ວາງເອົາໄວ້ ຂອງທ່ານ ທຣຳ ໃນວັນອາທິດວານນີ້ ຢູ່ທີ່ບ້ານພັກ ແຄັ້ມເດວິດ ຕັ້ງ ຢູ່
ນອກນະຄອນຫຼວງ ວໍຊິງຕັນ ກັບກຸ່ມຕາລີບານ ແລະປະທານາທິບໍດີ ອາຊຣັຟ ການີ
ເຖິງແມ່ນຈະແຍກກັນຕ່າງຫາກນັ້ນ ແມ່ນໄດ້ຖືກກຳນົດໄວ້ ໂດຍທີ່ເຊື່ອວ່າ ພວກເຂົາ
ເຈົ້າ “ຈະສານຕໍ່ການຮັກສາຜົນປະໂຫຍດແຫ່ງຊາດຂອງ ອາເມຣິກາ” ເພື່ອສິ້ນສຸດ
ການເຂົ້າມາ ພົວພັນໃນ ອັຟການິສຖານ ທີ່ແກ່ຍາວມາໄດ້ 18 ປີ ແລ້​ວ.

ບັນດານັກເຈລະຈາສຳລັບ ສະຫະລັດ ແລະ ກຸ່ມຕາລີລານ ໄດ້ຈັດກອງປະຊຸມ
ເຈລະຈາສັນຕິພາບ ມາແລ້ວເມື່ອນຶ່ງປີກ່ອນ. ຫົວໜ້າເຈລະຈາຂອງສະຫະລັດ ທ່ານ
ຊາລເມ ຄາລີຊາດ ເມື່ອສັບປະດາແລ້ວນີ້ ໄດ້ກ່າວວ່າ ທີມງານບັນດານັກ ເຈລະຈາ
ຂອງທ່ານ ໄດ້ຮ່າງຂໍ້ຕົກລົງ ໂຄງຮ່າງການປະຕິບັດງານ ທີ່ວ່າ ຖ້າຫາກ ຮັບຮອງເອົາ
ໂດຍທ່ານປະທານາທິບໍດີ ທຣຳ ແລ້ວ ກໍຈະອຳນວຍໃຫ້ ທະຫານອາເມ ຣິກັນ 5,000
ຄົນອອກໄປຈາກ 5 ຖານທັບຢູ່ໃນປະເທດ ອັຟການິສຖານ ພາຍໃນ 135 ວັນ.

ທ່ານພອມພຽວໄດ້ກ່າວວ່າ ທ່ານຄາລີຊາດ ໄດ້ຖືກແຈ້ງໃຫ້ກັບຄືນປະເທດ.

ສົງຄາມທີ່ຍາວນານທີ່ສຸດໃນປະຫວັດສາດຂອງ ອາເມຣິກາ ໄດ້ເລີ້ມຕົ້ນຂຶ້ນ ດ້ວຍ
ຄວາມພະຍາຍາມໃນດ້ານການທະຫານ ເພື່ອທີ່ຈະກວາດລ້າງ ພື້ນທີ່ໃຊ້ ເປັນແຫຼ່ງ
ຝຶກຊ້ອມຂອງພວກກຸ່ມກໍ່ການຮ້າຍ ອາລ-ກາອີດາ ທີ່ໄດ້ຮັບການປົກ ປ້ອງຄຸ້ມຄອງ
ໂດຍ ກຸ່ມຕາລີບານ ທີ່ໄດ້ຖືກນຳໃຊ້ໃນການລິເລີ້ມໂຈມຕີກໍ່ການ ຮ້າຍເມື່ອປີ 2001
ຕໍ່ສະຫະລັດທີ່ໄດ້ສັງຫານເກືອບ 3,000 ຄົນ ໂດຍທີ່ວັນ ຄົບຮອບການໂຈມຕີ ຄົບຮອບ
18 ປີ ແມ່ນໃກ້ຈະມາເຖິງ ໃນວັນພຸດມື້ຮືນີ້.

ທ່ານ ທຣຳ ກໍໄດ້ເປີດເຜີຍການເຈລະຈາຢູ່ທີ່ ແຄັ້ມເດວິດ ຊຶ່ງທ່ານໄດ້ກ່າວວ່າ “ບໍ່ມີຜູ້ໃດ
ຮູ້ຈັກເລີຍ” ໃນຂະນະທີ່ທ່ານໄດ້ຍົກເລີກມັນ ຫຼັງຈາກທີ່ມີເຫດການ ໂຈມຕີດ້ວຍລົດບັນ
ຈຸລະເບີດ ໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ ເມື່ອສັບປະດາແລ້ວນີ້ ທີ່ໄດ້
ສັງຫານ 12 ຄົນ ທີ່ລວມທັງທະຫານ ສະຫະລັດ ຄົນນຶ່ງ.

ແຕ່ຄວາມພະຍາຍາມທີ່ຈະໄກ່ເກ່ຍຂໍ້ຕົກລົງຂັ້ນສຸດທ້າຍກັບ ກຸ່ມຕາລີບານ ຢູ່ທີ່ ແຄັ້ມ
ເດວິດ ນັ້ນກໍບໍ່ແມ່ນວ່າເປັນເລື້ອງທີ່ປາດສະຈາກການຖົກຖຽງກັນ.

ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ທ່ານ ອາດຳ ຄິນຊິງເງີ (Adam Kinzinger)
ຜູ້ເປັນນັກບິນກອງທັບອາກາດ ທີີ່ໄດ້ຮັບໃຊ້ຊາດ ໃນສົງຄາມ ອີຣັກ ແລະອັຟການິສຖານ
ກ່ອນໜ້າທີ່ຈະໄດ້ຮັບໄຊຊະນະບ່ອນນັ່ງເປັນຜູ້ ແທນໃນສະພາຕ່ຳ ຊຶ່ງທ່ານໄດ້ກ່າວໃນ
ທວີດເຕີ້ ວ່າ “ບໍ່ຄວນເລີຍທີ່ຈະອະນຸ ຍາດ ໃຫ້ພວກຜູ້ນຳອົງການກໍ່ການຮ້າຍ ທີ່ຍັງບໍ່ໄດ້
ປະນາມການໂຈມຕີເດືອນ 9 ວັນທີ 11 ແລະ ຍັງສືບຕໍ່ທຳຄວາມຊົ່ວຊ້າສາມານ ເຂົ້າມາ
ໃນປະເທດທີ່ຍິ່ງໃຫຍ່ ຂອງພວກເຮົາ. ເປັນໄປບໍ່ໄດ້. ຢຸດເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG