ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ພອມພຽວ ຫາ​ທາງ ເຮັດ​ຂໍ້​ຕົກ​ລົງ ໃນ​ເລື້ອງ ອີ​ຣ່ານ ແລະ ຫົວ​ເຫວີຍ ໃນ​ຢູ​ໂຣບ


Pompeo Seeks Common Ground on Iran, Huawei in Europe
please wait

No media source currently available

0:00 0:01:47 0:00

ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເຢຍ​ຣະ​ມັນ, ສະວີດ​ເຊີ​ແລນ, ເນ​ເທີ​ແລນ, ແລະ​ອັງ​ກິດນັ້ນ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມພຽວ ພະ​ຍາ​ຍາມ​ຫາຈຸດ​ທີ່ສາ​ມາດ​ຕົກ​ລົງ​ກັນ​ໄດ້ ກັບ​ບັນ​ດາປະ​ເທດ​ພັນ​ທະ​ມິດໃນ​ຢູ​ໂຣບ ເຖິງ​ແມ່ນ​ວ່າຈະມີຄວາມ​ຄິດ​ເຫັ​ນ​ແຕກ​ຕ່າງ​ກັນ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ການ​ຖອນ​ຕົວສະ​ຫະ​ລັດ​ອອກ​ຈາກສັນ​ຍາ​ນິວ​ເຄ​ລຍກັບ​ອີ​ຣ່ານ ແລະ​ການ​ເຮັດ​ທຸ​ລະ​ກິດກັບ​ຫົວ​ເຫວີຍ, ບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມຍັກ​ໃຫຍ່ຂອງຈີນ ນັ້ນ​ຢູ່​ກໍ​ຕາມ. ນັກ​ຂ່າວ​ວີ​ໂອ​ເອ​ ຊິນ​ດີ ແຊນ ມີ​ລາຍ​ງານ​ຈາກນະ​ຄອນ​ຫລວງວໍ​ຊີງ​ຕັນ ໃນ​ຂະ​ນະການພົບ​ປະກັນ​ລະ​ຫວ່າງ​ທ່ານ​ພອມ​ພຽວ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ເຢຍ​ຣະ​ມັນ ທ່ານ​ນາງ​ແອນ​ໂຈ​ລາ ເມີ​ຣ໌​ໂກ ສະ​ຫລຸບ​ລົງໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ວັນ​ນະ​ສອນ ​ຈະ​ນຳ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ມີ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຢູ່ເຢຍ​ຣະ​ມັນຕໍ່ການ​ຢ້ຽມ​ຢາມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ​ໄມ​ຄ໌ ພອມພຽວ ໃນ​ວັນ​ສຸກ​ຜ່ານ​ມາ ເຖິງ​ແມ່ນ ທ່ານໄດ້ຍົກ​ເລີກ​ແຜນ​ການເດີນ​ທາງໄປ​ຢ້ຽ​ມຢາມປະ​ເທດ​ດັ່ງ​ກ່າວໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາຍ້ອນ​ເປັນ​ຫ່ວງ​ກ່ຽວ​ກັບ​ອີ​ຣ່ານ ກໍ​ຕາມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ເຢຍ​ຣະ​ມັນ ທ່ານ​ນາງ​ແອນ​ໂຈ​ລາ ເມີ​ຣ໌​ໂກ ກ່າວ​ວ່າ ສະ​ຫະ​ລັດຍັງ​ຈະ​ສືບ​ຕໍ່​ເປັນ​ຄູ່​ພາ​ຄີ​ທີ່​ສຳ​ຄັນ​ທີ່​ສຸດຂອງເຢຍ​ຣະ​ມັນ ຢູ່ນອກທະ​ວີບ ຢູ​ໂຣບ. ກ່ຽວ​ກັບ​ເລື້ອງ​ອີ​ຣ່ານນັ້ນ ທ່ານ​ນາງ​ໄດ້​ເວົ້າໃຫ້ຮູ້​ຢ່າງ​ຈະແຈ້ງວ່າ​ເຢຍ​ຣະ​ມັນ ແມ່ນ​ຍັງ​ຈະ​ຢືນຢູ່​ກັບສັນ​ຍາ​ນິວ​ເຄ​ລຍກັບ​ອີ​ຣ່ານຢູ່.

ທ່ານ​ນາງ ເມີ​ຣ໌​ໂກ ກ່າວ​ເປັນພາ​ສາ​ເຢຍ​ຣະ​ມັນ​ວ່າ: “ພວກ​ເຮົາ ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ຫຼາຍ​ຢ່າງ, ໂລກ​ເຮົາ​ກຳ​ລັງ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ສະ​ຫງົບຢ່າງ​ໃຫຍ່, ໂດຍ​ສະ​ເພາະ​ບັນ​ຫາ​ອີ​ຣ່ານ ແລະ​ເຮັດ​ແນວ​ໃດ​ພວກ​ເຮົາຈຶ່ງ​ຈະ​ປ້ອງ​ກັນບໍ່​ໃຫ້​ອີ​ຣ່ານ​ເປັນ​ເຈົ້າ​ຂອງ​ອາ​ວຸດ​ນິວ​ເຄ​ລຍໄດ້, ເຮັດ​ແນວ​ໃດ​ພວກ​ເຮົາ​ຈຶ່ງ​ຈະປ້ອງ​ກັນ​ການ​ເອົາ​ບາດ​ກ້າວ​ແບບ​ຮຸກ​ຮານຂອງ​ອີ​ຣ່ານໄດ້. ພວກ​ເຮົາ​ຈະ​ໂອ້​ລົມ​ກັນກ່ຽວ​ກັບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານ, ບ່ອນ​ທີ່​ທັງ​ສອງປະ​ເທດ ພວກ​ເຮົາ​ມີ​ຈຳ​ນວນ​ພວກ​ທະ​ຫານ​ທີ່ໄປປະ​ຈຳ​ການຢູ່​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພວກ​ເຮົາ​ຈະ​ສົນ​ທະ​ນາ​ກັນ​ກ່ຽວ​ກັບເລື້ອງ​ສະພາບ​ການ​ໃນ​ຊີ​ເຣຍ ແລະ​ແນ່ນອນແມ່ນກ່ຽວ​ກັບສະ​ຖາ​ນະ​ການ​ທີ່ບອບ​ບາງຢູ່ໃນ​ລີ​ເບຍອີກ​ດ້ວຍ.”

ທ່ານ​ ພອມພຽວ ໄດ້​ເນັ້ນໃຫ້​ເຫັນ​ເຖິງ​ຈຸດ​ທີ່​ເຫັນ​ພ້ອມ​ນຳ​ກັນ ໂດຍ​ກ່າວ​ວ່າ ສະ​ຫະ​ລັດຈະບໍ່​ຢືນຂັດຂວາງ​ລະ​ບົບທີ່​ຢູ​ໂຣບໄດ້ທຳ​ການ​ພັດ​ທະ​ນາມາ ເພື່ອປົກ​ປ້ອງ​ບັນ​ດາບໍ​ລິ​ສັດທີ່​ພົວ​ພັນກັບ​ອີ​ຣ່ານບໍ່​ໃຫ້​ຖືກ​ກະ​ທົບຈາກ​ການ​ລົງ​ໂທດ​ຂອງ​ອາ​ເມ​ຣິ​ກາ, ຂໍ​ພຽງ​ແຕ່​ວ່າ ​ຈຸດ​ເພັງ​ເລັ່ງ​ນັ້ນ​ແມ່ນ​ແນ​ໃສ່ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ.

ທ່ານ​ຍັງ​ໄດ້​ເຕືອນ​ໃຫ້ລະ​ມັດ​ລະ​ວັງ​ເລື່ອງ​ການພົວ​ພັນກັບບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມຍັກ​ໃຫຍ່ຫົວ​ເຫວີຍຂອງຈີນເພື່ອ​ຊ່ອຍ​ພັດ​ທະ​ນາ​ເຄືອ​ຂ່າຍ​ລະ​ບົບ 5G ໃນ​ເຢຍ​ຣະ​ມັນ ແລະແຫ່ງ​ອື່ນໆ ອີກ​ດ້ວຍ.

ທ່ານພອມພຽວ ກ່າວ​ດັ່ງ​ນີ້: “ພວກ​ເຮົາ​ແມ່ນ​ມີ​ຄວາມຈະ​ແຈ້ງ​ສົມ​ຄວນກ່ຽວ​ກັບ​ມຸມມອງ​ຂອງພວກ​ເຮົາວ່າ ຄວາມ​ສ່ຽງທີ່​ກ່ຽວ​ພັນ​ກັບ​ບໍ​ລິ​ສັດຫົວ​ເຫວີຍ ແລະ​ພື້ນ​ຖານ​ໂຄງ​ລ່າງ 5G ເປັນ​ຄື​ແນວ​ໃດ. ອິນ​ເຕີ​ແນັດ​ໃນ​ອາ​ນາ​ຄົດຈະຕ້ອງ​ມີຄ່ານິ​ຍົມ​ຂອງ​ຊາວ​ຕາ​ເວັນ​ຕົກຝັງຢູ່​ໃນນັ້ນນຳ.”

ທ່ານ​ພອມພຽວ ກ່າວ​ວ່າ​ບໍ​ລິ​ສັດຫົວ​ເຫວີຍ ຈະເປັນ​ເລື້ອງຖືກຍົກຂຶ້ນ​ມາສົນ​ທະ​ນາ ໃນ​ທຸກໆ​ບ່ອນ​ທີ່​ທ່ານຢຸດ​ແຫວ່ຢ້ຽມ​ຢາມຢູ່​ໃນ​ຢູ​ໂຣບ ຍ້ອນ​ວ່າ ສະ​ຫະ​ລັດມອງ​ເຫັນ​ວ່າ ມັນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ອົງ​ການ​ເນ​ໂຕ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

On a trip to Germany, Switzerland, the Netherlands and Britain, U.S. Secretary of State Mike Pompeo is seeking to find common ground with European allies, despite fundamental differences over the United States' withdrawal from the Iran nuclear deal and doing business with Chinese telecommunications giant Huawei. VOA's Diplomatic Correspondent Cindy Saine has more from Washington, as talks between Pompeo and German Chancellor Angela Merkel wrapped Friday.

A warm welcome in Germany for U.S. Secretary of State Mike Pompeo on Friday, even though he abruptly cancelled plans for a visit earlier this month over concerns about Iran.

Chancellor Angela Merkel says the U.S. continues to be Germany's most important partner outside of Europe. On Iran, she made clear Germany stands by the Iran nuclear deal.

Angela Merkel, German Chancellor:
"We will discuss various problems, the world is in great restlessness, especially the issue of Iran and how we prevent Iran coming into ownership of nuclear weapons, how we prevent other aggressive actions from Iran. We will speak about Afghanistan, where we both have a considerable amount of troops stationed. We will speak about the situation in Syria and of course the very fragile situation in Libya."

Pompeo highlighted common ground, saying the U.S. will not stand in the way of a system that Europeans are developing to protect companies dealing with Iran from American sanctions, as long as the focus is on providing humanitarian aid.

He also cautioned against engaging with China's telecommunications giant Huawei to help develop 5G networks in Germany and elsewhere.

Mike Pompeo, Secretary of State:
"We've been pretty clear about how we view the risks connected to Huawei and 5G infrastructure. The internet of the future must have Western values embedded within it.

Pompeo said Huawei will be an issue at every stop on his Europe tour, because the U.S. views it as a threat to NATO security.

XS
SM
MD
LG