ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພອມ​ພຽວ ​ເວົ້າ​ວ່າ ຈະບໍ່​ມີການ​ຜ່ອນ​ຜັນ ​ການ​ລົງ​ໂທດ​ ​ຕໍ່ເກົາ​ຫລີ​ເໜືອຈົນ​ກວ່າ​​ ປະ​ເທດດັ່ງ​ກ່າວ ຈະ​​ຫຼຸດ​ຜ່ອນ ໄພ​ຂົ່ມ​ຂູ່​ລົງກ່ອນ​

ຄົນ​ຂັບ​ລົດ​​ກາຍ​ປ້າຍ​ທີ່​ປະ​ກາດ​ກ່ຽວ​ກັບກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ ປ. ທ​ຣຳ​ຂອງສະ​ຫະ​ລັດ ກັບ ທ. ກິມ​ ຈົງ​ ອຶນ, ຜູ໊ນຳ​ເກົາ​ຫລີ​ເໜືອ ຢູ່​ຖະ​ໜົນສາຍ​ນຶ່ງ ​ທີ່​ມີ​ຄົນ​ເດີນ​ທາງ​ໄປ​ມາ​ຢ່າງ​ໜາ​ແໜ້ນ ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ໃນ​ວັນ​ທີ 19 ກຸມ​ພາ, 2019

ສະ​ຫະ​ລັດ​ ບໍ່​ໄດ້​ມີ​ເຈດ​ຕະ​ນາ​ທີ່​ຈະ​ຜ່ອນ​ຜັນ​ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດທີ່​ມີ​ຕໍ່ ເກົາ​ຫລີ​ເໜືອຈົນ​ກວ່າ​ຕົນ​ຈະ​ໝັ້ນ​ໃຈ​ໄດ້​ວ່າ ເກົາ​ຫລີ​ເໜືອ "ໄດ້​ຫລຸດ​ຜ່ອນ" ໄພ​ຂົ່ມ​ຂູ່ທີ່​ປະ​ເທດ​ດັ່ງ​ກ່າວສ້າງ​ຂຶ້ນ​ມາໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່ມີ​ອາ​ວຸດ​ນີວ​ເຄ​ລຍ ນັ້ນ ​ລົງ​ຢ່າງ​ຫລວງ​ຫລາຍ​ເສຍ​ກ່ອນ, ອີງ​ຕາມ​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

"ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຄວນຮູ້​ວ່າ ພວກ​ເຮົາ​ມີມາດ​ຕະ​ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດທີ່​ໜັກ​ທີ່​ສຸດ ເທົ່າທີ່​ເຄີຍ​ໄດ້​ວາງ​ອອກ​ມາ​ຕໍ່ເກົາ​ຫລີ​ເໜືອ​ ແລະ​ພວກ​ເຮົາຈະ​ບໍ່​ປົດ​ເປື້ອງ​ການ​ກົດ​ດັນ​ດັ່ງ​ກ່າວ ຈົນ​ກວ່າ​ຈະ​ເຖິງ​ເວ​ລາ​ທີ່​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ໄດ້ວ່າ ພວກ​ເຮົາ​ຫລຸດ​ຜ່ອນ​ໄພ​ຂົ່ມ​ຂູ່​ດັ່ງ​ກ່າວ​ລົງໄດ້ຢ່າງ​ຫຼວງ​ຫລາຍເສຍ​ກ່ອນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ພອມ​ພຽວ ທີ່​ກ່າວ​ຢູ່​ໃນ​ລາຍ​ການ​ໂທ​ລະ​ພາບ Today ຂອງອົງ​ການ​ຂ່າວ NBC.

​ທ່ານ ໄມ​ຄ໌ ພອມ​ພຽວ ໃຫ້​ສຳ​ພາດ​ກັບ​ນາງ Maria Bartiromo ໃນ​ລາຍ​ການໂທ​ລະ​ພາບ "Mornings with Maria Bartiromo" ຢູ່​ໃນໂທ​ລະ​ພາບ Fox Business Network, ນະ​ຄອນ​ນີວຢອກ ໃນ​ວັນ​ທີ 21 ກຸມ​ພາ 2019
​ທ່ານ ໄມ​ຄ໌ ພອມ​ພຽວ ໃຫ້​ສຳ​ພາດ​ກັບ​ນາງ Maria Bartiromo ໃນ​ລາຍ​ການໂທ​ລະ​ພາບ "Mornings with Maria Bartiromo" ຢູ່​ໃນໂທ​ລະ​ພາບ Fox Business Network, ນະ​ຄອນ​ນີວຢອກ ໃນ​ວັນ​ທີ 21 ກຸມ​ພາ 2019

ສ່ວນເກົາ​ຫລີ​ເໜືອເວົ້າ​ວ່າ ມາດ​ຕະການ​ລົງ​ໂທດ​ຕ່າງໆ​ເຫລົ່ານັ້ນ ມີ​ສ່ວນ​ເຮັດ​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ອາ​ຫານ. ພຽງ​ຢາງກຳ​ລັງ​ຮ້ອງ​ຂໍ​ໃຫ້​ມີ​ການ​ຜ່ອນ​ຜັນ​ການ​ລົງ​ໂທດນັ້ນ ແລະ​ກຳ​ລັງ​ຂໍ​ໃຫ້​ອົງ​ການສະ​ຫະ​ປະ​ຊາ​ຊາດຊ່ວຍ​ເຫຼືອ​ໃນ​ດ້ານ​ອາ​ຫານ.

​ອົງ​ການສະ​ຫະ​ປະ​ຊາ​ຊາດ ເວົ້າ​ວ່າ ປະ​ຊາ​ຊົນ​ເກົາ​ຫລີ​ເໜືອ 41 ເປີ​ເຊັນ ແມ່ນ ຂາດ​ເຂີນ​ອາ​ຫານ​ກິນ. ຄຳ​ເຫັນ​ດັ່ງ​ກ່າວຂອງ​ທ່ານ ພອມ​ພຽວ​ ​ມີ​ຂຶ້ນ​ ​ນຶ່ງ​ອາ​ທິດ​ກ່ອນ​ຈະ​ເປີດ​ ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ​ສອງ​ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດກັບຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ​ກິມ ຈົງ​ອຶນ ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ.

ທ່ານ​ພອມ​ພຽງ​ເວົ້າ​ວ່າ ທ່ານ "ມີ​ຄວາມ​ຫ​ວັງ​ສູງຫລາຍວ່າ" ທ່ານ​ກິມ "ຈະປະ​ຕິ​ບັດ​ຕາມ​ສັນ​ຍາ ທີ່​ເພິ່ນ​ໄດ້​ໃຫ້​ໄວ້​ຢູ່​ສິງ​ກະ​ໂປ" ໃນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີນຶ່ງ ລະ​ຫວ່າງສະ​ຫະ​ລັດ ກັບ​ເກົາ​ຫລື​ເໜືອທີ່​ເວົ້າ​ວ່າ "ຈະ​ມີ​ການ​ລົບ​ລ້າງ​ອາ​ວຸດ​ນີວ​ ເຄ​ລຍ​ຢ່າງ​ສິ້ນ​ເຊີງ" ຂອງ​ພຽງ​ຢາງນັ້ນ.

ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງ​ຂ້າມ​ທະ​ວີບ​ໄດ້ ຖືກ​ເອົາ​ມາສະ​ແດງຢູ່​ໃນ​ການ​ສວນ​ສະ​ໜາມທີ່​ຍິ່ງ​ໃຫຍ່​ຂອງກອງ​ທັບເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ສ້າງ​ຕັ້ງກອງ​ທັບ​ປະ​ຊາ​ຊົນ​ເກົາ​ຫລີ ​ຄົບ​ຮອບ 70 ປີ ຢູ່​ຈະ​ຕຸ​ລັດກິມ​ອິນ ຊຸງ ໃນ​ນະ​ຄອນ​ພຽງ​ຢາງ, ອີງ​ຕາມພາບ​ເຜີຍ​ແຜ່ອອກ​ມາ​ໂດຍສຳ​ນັກ​ງານ​ຂ່າວ​ສູ​ນ​ກາງຂອງ​ເກົາ​ຫລີ​ເໜືອ (KCNA) ໃນວັນ​ທີ 9 ກຸມ​ພາ 2018

​ແຕ່​ວ່າ ບໍ່​ມີ​ຝ່າຍ​ໃດ​ໄດ້​ກຳ​ນົດ​ລາຍ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ ແລະວັນ​ເວ​ລາທີ່ ເກົາ​ຫລີເໜືອຈະ​ປົດ​ອາ​ວຸດ​ດັ່ງ​ກ່າວ ແລະຕາມ​ການລາຍ​ງານຂອງອົງ​ການ​ສືບ​ລັບ​ຂອງ​ສະ​ຫະ​ລັດປາ​ກົດວ່າ ທ່ານ​ກິມບໍ່​ໄດ້​ເຄື່ອນ​ໄຫວທີ່​ກ້າວ​ໄປ​ຫາ​ການ​ທຳ​ລາຍ​ຄັງ​ອາ​ວຸດ​ນີວ​ເຄ​ລຍ​ຂອງ​ທ່ານແຕ່​ຢ່າງ​ໃດ​ເລີຍ.

ທ່ານ ແດນ ​ໂຄ​ດສ໌ (Dan Coats) ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ​ກ່າວ​ຕໍ່​ຄະ​ນະ​ລັດ​ຖະ​ສະ​ພາ​ໃນ​ເດືອນ​ແລ້ວນີ້ວ່າເກົາ​ຫລື​ເໜືອ "ໄດ້​ຍຸ​ຕິ​ການ​ປະ​ພຶດ​ທີ່​ເປັນ​ການ​ເກາະ​ຜິດ" ໂດຍໄດ້ງົດ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ​ການ​ທົດ​ລອງ​ອາ​ວຸດ​ນີວ​ເຄ​ລຍ​ໄວ້ໄດ້​ນຶ່ງ​ປີ​ແລ້ວ.”

ທ່ານ ​ໂຄ​ດສ໌ ກ່າວ​ວ່າ "ພ້ອມ​ກັນ​ນັ້ນ, ທ່ານ​ກິມ ຈົງ ອຶນ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ເຖິງການ​ເປີດຊ່ອງ​ທາງເພື່ອຈະ​ໃຫ້​ມີ​ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ ຢູ່​ໃນ​ແຫລມ​ເກົາ​ຫລີໄດ້.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG