ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ, ທ່ານ ໄມຄ໌ ພອມພຽວ ໄດ້ກ່າວຕໍ່
ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ໃນວັນພຸດຜ່ານມານີ້ວ່າ ກິດຈະ-
ກຳ ດ້ານລູກສອນໄຟຂີປະນາວຸດຂອງອີຣ່ານ ກຳລັງນັບມື້ ນັບເພີ້ມຂຶ້ນ ຕັ້ງແຕ່ໄດ້ມີ
ຂໍ້ຕົກລົງ ກ່ຽວກັບນິວເຄລຍໃນປີ 2015 ເປັນຕົ້ນມາ ແລະ ທ່ານໄດ້ຮຽກຮ້ອງໃຫ້ນາໆ
ຊາດ ວາງມາດຕະການຈຳກັດທີ່ເຄັ່ງຂັດຂຶ້ນກວ່າເກົ່າ ເພື່ອກີດກັນບໍ່ໃຫ້ມີການເຄື່ອນ
ໄຫວດັ່ງກ່າວນັ້ນ. ມາຣກາເຣັຕ ເບີເຊຍ ນັກຂ່າວວີໂອເອ ປະຈຳອົງການສະຫະປະຊາ
ຊາດ ມີລາຍງານກ່ຽວກັບເລື້ອງນີ້ເພີ້ມອີກ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ບັນດາສະມາຊິກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທັງໝົດ ໄດ້ໃຫ້ການສະໜັບ
ສະໜຸນ ຂໍ້ຕົກລົງນິວເຄລຍ, ມີແຕ່ລັດຖະບານສະຫະລັດໃນປັດຈຸບັນ ເທົ່ານັ້ນ ທີ່ໄດ້
ຖອນໂຕອອກຈາກຂໍ້ຕົກລົງດັ່ງກ່າວ ໃນເດືອນພຶດສະພາ ຜ່ານມານີ້ ແລະ ໄດ້ວາງ
ມາດຕະການລົງໂທດຄືນໃໝ່ອີກ ເມື່ອເດືອນແລ້ວນີ້.
ທ່ານໄມຄ໌ ພອມພຽວ ລັດຖະມົນຕີວ່າການຕ່າງປະເທດ ກ່າວວ່າ “ອີຣ່ານ ໄດ້ເອົາລັດ
ເອົາປຽບໃນຄວາມຫວັງດີຂອງປະເທດຕ່າງໆ ແລະ ໄດ້ຫລີກລ່ຽງ ມະຕິຕົກລົງຕ່າງໆ
ຂອງສະພາຄວາມໝັ້ນຄົງ ໃນການສະແຫວງຫາ ກຳລັງລູກສອນໄຟຂີປະນາວຸດ ທີ່ແຂງແກ່ນຮອບດ້ານ. ສະຫະລັດ ຈະບໍ່ຍອມໃຫ້ເປັນເຊັ່ນນີ້ໄດ້.”
ທ່ານ ພອມພຽວ ໄດ້ອ້າງວ່າ ອີຣ່ານ ມີກຳລັງລູກສອນໄຟຂີປະນາວຸດ ທີ່ໃຫຍ່ທີ່ສຸດໃນ
ເຂດຕາເວັນອອກກາງ ໂດຍທີ່ມີລະບົບແບບນີ້ ຫຼາຍກວ່າ 10 ລະບົບຢູ່ ໃນຄັງອາວຸດ
ຂອງຕົນ ຫຼື ກຳລັງຢູ່ໃນຂັ້ນຕອນໄດ້ຮັບການພັດທະນາຢູ່.
ອີງຕາມບັນດາເຈົ້າໜ້າທີ່ຂອງອີຣ່ານແລ້ວ ລູກສອນໄຟບາງສ່ວນ ຂອງພວກເຂົາເຈົ້າ
ສາມາດບິນໄປໄກເຖິງ 2,000 ກິໂລແມັດ ອັນເປັນໄລຍະ ທີ່ທ່ານ ພອມພຽວ ໄດ້ກ່າວ
ວ່າ ອາດເຮັດໃຫ້ບັນດາປະເທດຕ່າງໆ ໃນຢູໂຣບ ຕົກຢູ່ໃນສະພາບທີ່ເປັນໄພອັນຕະ
ລາຍໄດ້. ສັນຍານິວເຄລຍ ປີ 2015 ດັ່ງກ່າວ ທີ່ໄດ້ຍົກເລີກມາດຕະການລົງໂທດທາງ
ດ້ານເສດຖະກິດ ຕໍ່ອີຣ່ານ ເພື່ອແລກປ່ຽນກັບການຈຳກັດກິດຈະກຳຕ່າງໆດ້ານນິວ
ເຄລຍຂອງຕົນ ແລະ ອະນຸຍາດໃຫ້ບັນດານັກກວດສອບສາກົນ ເຂົ້າໄປກວດຢູ່ໃນ
ປະເທດນັ້ນໄດ້.
ອົງການພະລັງງານປະລະມານູສາກົນ ຫຼື IAEA ໄດ້ຢັ້ງຢືນຊ້ຳແລ້ວຊ້ຳອີກວ່າ ອີຣ່ານ
ປະຕິບັດພັນທະຂອງຕົນຕາມຄວາມໝາຍໝັ້ນທີ່ກຳນົດຢູ່ພາຍໃຕ້ຂໍ້ຕົກລົງນັ້ນ.
ມະຕິຕົກລົງ ສະບັບນຶ່ງຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຮັບຮອງເອົາ
ຂໍ້ຕົກລົງສະບັບນີ້ ທີ່ “ຮຽກຮ້ອງ” ອີຣ່ານ ບໍ່ໃຫ້ເຄື່ອນໄຫວ ໃນກິດຈະກຳດ້ານລູກສອນ
ໄຟຂີປະນາວຸດ ທີ່ມີອະນຸພາບໃນການນຳສົ່ງຫົວອາວຸດນິວເຄລຍໃດໆ ແຕ່ມັນກໍບໍ່ໄດ້
ເວົ້າຢ່າງຊັດເຈນ ວ່າ ຫ້າມບໍ່ໃຫ້ມີເລີຍ.
ໃນວັນພຸດທີ່ຜ່ານມານີ້ ທ່ານ ພອມພຽວ ໄດ້ຮຽກຮ້ອງຕໍ່ນານາຊາດ ໃຫ້ມີມາດຕະການ
ຈຳກັດເຄັ່ງຄັດຂຶ້ນ ຕໍ່ການເຄື່ອນໄຫວ ໃນດ້ານລູກສອນໄຟຂີປະນາວຸດຂອງອີຣ່ານ.
ທ່ານ ພອມພຽວ ໄດ້ກ່າວວ່າ “ສະຫະລັດ ຈະຫາທາງທຳງານຮ່ວມກັບບັນດາປະເທດ
ສະມາຊິກອື່ນໆ ຂອງສະພານີ້ ເພື່ອວາງຂໍ້ຈຳກັດດ້ານລູກສອນໄຟຂີປະນາວຸດຂອງ
ອີຣ່ານ ທີ່ໄດ້ກຳນົດໄວ້ ຢູ່ໃນມະຕິຕົກລົງຂອງປີ 1929 ນັ້ນ ຄືນອີກ.”
ບັນດາເຈົ້າໜ້າທີ່ຂອງອີຣ່ານ ຜູ້ທີ່ໄດ້ຢືນຢັດຢູ່ສະເໝີວ່າ ໂຄງການນິວເຄລຍ ຂອງ
ປະເທດພວກເຂົາເຈົ້າ ແມ່ນມີຈຸດປະສົງໃນທາງທີ່ສັນຕິເທົ່ານັ້ນ ຊຶ່ງພວກເຂົາເຈົ້າໄດ້
ຕິຕຽນການຖອນໂຕອອກຈາກສັນຍາດັ່ງກ່າວ ຂອງລັດຖະບານ ທ່ານ ທຣຳ.
ທ່ານ ອີຊາກຮ໌ ອາລ ຮາບີບ ຮອງເອກອັກຄະລັດຖະທູດ ອີຣ່ານ ປະຈຳສະຫະປະຊາ
ຊາດ ໄດ້ກ່າວວ່າ “ສະພານີ້ ຄວນປະນາມ ສະຫະລັດ ຢ່າງແຮງທີ່ໄດ້ວາງມາດຕະ
ການລົງໂທດຄືນໃໝ່ ຢ່າງຜິດກົດໝາຍ ຕໍ່ຊາວອີຣ່ານຊຶ່ງເປັນການລະເມີດຕໍ່ກົດບັດ
ຂອງສະຫະປະຊາຊາດ ແລະກົດໝາຍສາກົນ.”
ແລະ ບັນດາປະເທດໃນຢູໂຣບທີ່ເປັນພັນທະມິດຂອງວໍຊິຕັນນັ້ນ ກໍສະໜັບສະໜຸນ
ຂໍ້ຕົກລົງ ທີ່ມີຊື່ຫຍໍ້ເອີ້ນວ່າ JCPOA ຫຼື ແຜນການປະຕິບັດງານຮ່ວມຮອບດ້ານ ຢ່າງ
ໜຽວແໜ້ນ.
ທ່ານ ຄຣິສຕອັຟ ໂຮຍສເກັນ ເອກອັກຄະລັດຖະທູດ ເຢຍຣະມັນ ປະຈຳສະຫະປະຊາ
ຊາດ ໄດ້ກ່າວວ່າ “ພວກເຮົາເຊື່ອວ່າ JCPOA ແມ່ນມີຄວາມສຳຄັນຫຼາຍ ໃນການ
ປະກອບສ່ວນເຂົ້າໃນໂຄງຮ່າງ ການຫ້າມແຜ່ຂະຫຍາຍອາວຸດນິວເຄລຍ ໃນໂລກ.
ມັນເປັນສິ່ງສຳຄັນສຳລັບຄວາມໝັ້ນຄົງຂອງຂົງເຂດ ແລະສຳລັບຄວາມໝັ້ນຄົງ
ຂອງຢູໂຣບ--ແລະອັນນີ້ ແມ່ນຜົນປະໂຫຍດທີ່ສຳຄັນຂອງພວກເຮົາ.”
ການພັກດັນຂອງສະຫະລັດ ໃຫ້ວາງຂໍ້ຈຳກັດໃນດ້ານລູກສອນໄຟ ຂີປະນາວຸດຕໍ່ອີຣ່ານ ຢ່າງເຄັ່ງຄັດຂຶ້ນກວ່າເກົ່າ ແມ່ນອາດຈະບໍ່ໄປໄດ້ໄກປານໃດຢູ່ໃນສະພາຄວາມໝັ້ນຄົງນີ້
ຊຶ່ງເປັນບ່ອນທີ່ປະເທດຕ່າງໆ ເຊັ່ນ ຣັດເຊຍ ແລະ ຈີນ ສາມາດທີ່ຈະໃຊ້ສິດຍັບຍັ້ງ ຕໍ່
ມາດຕະການໃດໆທີ່ເປັນເຊັ່ນນີ້.