ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລມຕ ພອມພຽວ ຄາດວ່າ ‘ທຸກປະເທດ’ ຈະປະຕິບັດຕາມ ‘ການນຳຄືນມາໃຊ້ ໃນທັນທີ’ ມາດຕະການລົງໂທດ ຕໍ່ອີຣ່ານ


ປະທະນາທິບໍດີຂອງສຸຣິນາມ ທ່ານຈັນ ສັນໂຕຄີ ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກຳລັງຍ່າງອອກມາພ້ອມກັນ, ໃນນະຄອນຫຼວງ ປາຣາມາຣິໂບ ຂອງສຸຣິນາມ, ວັນທີ17 ກັນຍາ 2020.
ປະທະນາທິບໍດີຂອງສຸຣິນາມ ທ່ານຈັນ ສັນໂຕຄີ ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກຳລັງຍ່າງອອກມາພ້ອມກັນ, ໃນນະຄອນຫຼວງ ປາຣາມາຣິໂບ ຂອງສຸຣິນາມ, ວັນທີ17 ກັນຍາ 2020.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານຄາດວ່າທຸກປະເທດ ຈະປະຕິບັດຕາມມະຕິ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບ “ການນຳຄືນມາໃຊ້ໃນທັນທີ ຫຼື snapback” ມາດຕະການລົງໂທດຕໍ່ອີຣ່ານ.

“ສະຫະລັດ ມີເຈດຕະນາທີ່ຈະບັງຄັບໃຊ້ ທຸກມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະໃນວັນຈັນຈະມາເຖິງນີ້ຈະມີມະຕິຊຸດໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຈະຖືກບັງຄັບໃຊ້ ແລະພວກເຮົາມີເຈດຕະນາຂໍໃຫ້ທຸກປະເທດສະໜັບສະໜຸນພວກເຮົາ” ນັ້ນຄືຄວາມເຫັນ ຂອງທ່ານພອມພຽວ ທີ່ໄດ້ກ່າວໃນວັນພະຫັດວານນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຮ່ວມກັບປະທານາທະບໍດີຂອງສຸຣິນາມ ທ່ານຈັນດຣີກາເປີຊາດ “ຈັນ” ສັນໂຕຄີ ຢູ່ທີ່ ນະຄອນຫຼວງ ປາຣາມາຣິໂບ ຂອງສຸຣິນາມ.

ທ່ານໄດ້ກ່າວວ່າ ສະຫະລັດຄາດວ່າທຸກປະເທດຈະປະພຶດໃນທາງທີ່ສອດຄ້ອງກັບສິ່ງທີ່ສະຫະປະຊາຊາດ ບັນຍັດໄວ້ນັ້ນ ແລະທ່ານກ່າວຕື່ມວ່າ ມັນມີ “ແຕ່ເທົ່ານັ້ນ” ແລະ ມັນກໍ “ກົງໄປກົງມາຕາມທີ່ພວກເຮົາຄາດຫວັງຄວນຈະເປັນ.”

ສະຫະລັດໄດ້ປະຕິຍານວ່າ ຈະນຳເອົາອັນທີ່ເອີ້ນວ່າ “ການນຳຄືນມາໃຊ້ໃນທັນ ທີ ຫຼື snapback” ທຸກມາດຕະການລົງໂທດ ຂອງສາກົນຕໍ່ອີຣ່ານ ທີ່ມີຜົນບັງ ຄັບໃຊ້ ໃນເວລາ 8 ໂມງແລງ ຕາມເວລາ ໃນເຂດພາກຕາເວັນອອກ ຂອງວັນທີ 19 ເດືອນກັນຍານີ້ ໂດຍຈະມີການປະກາດຕື່ມອີກ ໃນທ້າຍອາທິດນີ້ ແລະໃນອາ ທິດໜ້າ ກ່ຽວກັບວ່າ ວໍຊິຕັນມີແຜນການຈະບັງຄັບໃຊ້ “ມາດຕະການລົງ ໂທດຂອງອົງການສະຫະປະຊາຊາດ ຄືນອີກ” ດ້ວຍວິທີໃດແທ້.

“ພວກເຮົາຈະກັບຄືນໄປ ວາງມາດຕະການລົງໂທດ ຂອງອົງການສະຫະປະຊາຊາດເພື່ອຫ້າມຂາຍອາວຸດ ຊຶ່ງຈະເປັນການຫ້າມ ຢ່າງຖາວອນ ໃນອາທິດໜ້າ” ນັ້ນແມ່ນຄຳເວົ້າຂອງທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງກາານຕ່າງປະ ເທດສະຫະລັດ ເມື່ອວັນພຸດຜ່ານມາ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບ ທ່ານ ໂດມີນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດຂອງອັງ ກິດ.

ທ່ານຣາບ ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາເຫັນພ້ອມນຳກັນຢ່າງຈິງຈັງວ່າ ອີຣ່ານຕ້ອງບໍ່ໃຫ້ ບໍ່ໄດ້ຮັບອະນຸຍາດໃຫ້ມີອາວຸດນິວເຄລຍເລີຍ. ພວກເຮົາເຊັ່ນກັນ ຂ້າພະເຈົ້າຄິດວ່າ ມີທັດສະນະຄ້າຍຄືກັນທີ່ວ່າ ປະຕູດ້ານການທູດແມ່ນເປີດໃຫ້ອີຣ່ານ ເພື່ອເຈລະຈາວິທີທາງໄປສູ່ສັນຕິພາບ. ການຕັດສິນໃຈອັນນັ້ນ ການເລືອກນັ້ນ ແມ່ນຂຶ້ນຢູ່ກັບຄະນະຜູ້ນຳໃນເຕຫະຣ່ານທີ່ຈະເອົາ.” ແຕ່ທ່ານບໍ່ໄດ້ກ່າວວ່າ ຈະເຮັດຕາມສະຫະລັດຫຼືບໍ່ ແລະວິທີໃດທີ່ອັງກິດ ຈະຈັດຕັ້ງປະຕິ ບັດ ການວາງມາດຕະການລົງໂທດຄືນໃນທັນທີ.

ອັງກິດ ຝຣັ່ງແລະເຢຍຣະມັນ ຊຶ່ງເປັນກຸ່ມທີ່ເອີ້ນວ່າ E3 ນັ້ນ ໄດ້ກ່າງໃນເດືອນສິງຫາ ວ່າ ພວກເພິ່ນບໍ່ສາມາດສະໜັບສະໜຸນ ການເຄື່ອນໄຫວຂອງສະຫະລັດ ທີ່ຈະນຳເອົາມາດຕະການລົງໂທດ ຂອງສະຫະປະຊາຊາດ ຕໍ່ອີຣ່ານ ຄືນມາໃຊ້ຄືເກົ່າ ໂດຍກ່າວວ່າ ການກະທຳດັ່ງກ່າວນັ້ນ ບໍ່ສອດຄ້ອງກັບຄວາມພະຍາຍາມທີ່ສະໜັບສະໜຸນຂໍ້ຕົກລົງນິວເຄລຍກັບອີຣ່ານ ທີ່ຮູ້ຈັກກັນຢ່າງເປັນທາງການໃນ ຊື່ ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG