ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຢ້ຽມຢາມ ອັງກິດ ຢ່າງເປັນທາງການ ຂອງ ປ. ທຣຳ ຈະຖືກຕ້ອນຮັບ ໂດຍ ພິທີການຫຼູຫຼາ ພ້ອມດ້ວຍ ການປະທ້ວງ


ປະທານາທິບໍດີ ດໍໂນລ ທຣຳ ຈະຢູ່ໃນປະເທດອັງກິດ ໃນວັນທີ 3 ມິຖຸນາທີ່ຈະມາເຖິງນີ້
ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ໂດຍການເຊື້ອເຊີນຂອງພະລາຊີນີ
ເອລີຊາເບັດ ທີສອງ ແຫ່ງອັງກິດ. ທ່ານ ຈະເຂົ້າຮ່ວມໃນງານລຳລຶກຕ່າງໆ ໃນ ວັນ​ຄົບ
​ຮອບ 75 ປີ ແຫ່ງ​ການເປີດບັ້ນລົບ​ບຸກ​ຂອງພວກປະ​ເທດ​ພັນ​ທະ​ມິດ​ ໃນ​ສົງ​ຄາມ​ໂລກ​
ຄັ້ງ​ທີ 2 ຫລື D-Day. ທຳນຽບຂາວ ກ່າວວ່າ ການເດີນທາງໃນຄັ້ງນີ້ ຈະຢືນຢັນອີກເທື່ອ
ນຶ່ງ ເຖິງຄຳວ່າ “ຄວາມໝັ້ນໝາຍ ແລະສາຍສຳພັນທີ່ພິເສດ” ລະຫວ່າງ ສອງປະເທດ
ດັ່ງກ່າວນີ້. ແຕ່ດັ່ງທີ່ ນັກຂ່າວປະຈຳທຳນຽບຂາວ ແພັດຊີ ວີດາຄຸສວາຣາ ລາຍງານມາ
ກໍແມ່ນວ່າ ການຢ້ຽມຢາມນີ້ ຈະບໍ່ພຽງແຕ່ເຕັມໄປດ້ວຍພິທີໃຫຍ່ໂຕມະໂຫລານເທົ່ານັ້ນ
ແຕ່ມັນຍັງຈະມີການປະທ້ວງນຳດ້ວຍ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນວັນທີ 3 ມິຖຸນາ ນີ້ ປະທານາທິບໍດີ ດໍໂນລ ທຣຳ ແລະສະຕີໝາຍເລກນຶ່ງ ທ່ານນາງ
ເມີລາເນຍ ທຣຳ ຈະໄດ້ພົບກັບ ພະລາຊີນີ ເອລີຊາເບັດ ທີສອງ ໃນຖານະການຢ້ຽມຢາມ
ຢ່າງເປັນທາງການ ຫຼັງຈາກທີ່ ທ່ານທຣຳ ໄດ້ພົບປະກັບ ພະລາຊີນີ ໃນລະຫວ່າງ ການ
ເດີນທາງໄປວຽກ ຢູ່ອັງກິດ ເມື່ອປີກາຍນີ້.

ການຢ້ຽມຢາມຢ່າງເປັນທາງການນີ້ ກ່ຽວພັນກັບພິທີການສະເຫຼີມສະຫຼອງ ແລະການ
ສະແດງຂະບວນແຫ່ທີ່ຫຼູຫຼາ ຫຼາຍກວ່າ ແລະປະເທດເຈົ້າພາບ ກໍຈະເປັນຜູ້ຮັບຈ່າຍຄ່າ
ໃຊ້ຈ່າຍທັງຫຼາຍ. ກ້ານເຊີນ ໄດ້ຖືກສົ່ງໄປເຖິງ ທ່ານທຣຳ ຫຼັງຈາກທີ່ທ່ານໄດ້ເຂົ້າປະຈຳ
ຕຳແໜ່ງ ແຕ່ການຢ້ຽມຢາມ ໄດ້ຖືກເລື່ອນ ຍ້ອນເຫດຜົນຈຳນວນນຶ່ງ ທີ່ລວມທັງ ດ້ານ
ຄວາມປອດໄພ.

ທ່ານຊາຣສ໌ ຄຸບຈັນ ຄະນະກຳມະການຮັບຜິດຊອບດ້ານສາຍສຳພັນກັບຕ່າງປະເທດ
ກ່າວວ່າ “ມັນ ຄືກັບວ່າ ຈະໄປ ແລ້ວບໍ່ໄປ ຈະໄປ ແລ້ວບໍ່ໄປ. ມັນເປັນເລື້ອງຖົກຖຽງກັນ
ຢ່າງໃຫຍ່ ກ່ຽວພັນກັບການເດີນທາງຢ້ຽມຢາມຢ່າງເປັນທາງການ ສຳລັບທ່ານດໍໂນລ
ທຣຳ.”


75 ປີຜ່ານມາ ຫຼັງຈາກທີ່ ພວກທະຫານພັນທະມິດ 150,000 ຄົນ ໄດ້ຂັບໄລ່ກອງກຳລັງ
ຂອງເຢຍຣະມັນ ອອກຈາກປະເທດຝຣັ່ງ ຊຶ່ງທ່ານທຣຳ ຈະໄປຮ່ວມໃນພິທີລຳລຶກເຖິງ
ວັນ D-Day ທີ່ເປັນວັນແຫ່ງການບຸກເຂົ້າໄປໃນເມືອງ ພອດສເມົາ ແລະໃນເມືອງນໍມັງດີ
ຂອງຝຣັ່ງ.

ທ່ານປະທານາທິບໍດີ ຈະເຂົ້າຮ່ວມໃນງານລ້ຽງຢ່າງເປັນທາງການ ຢູ່ທີ່ພະລາດຊະວັງ
ບັກກິງແຮມ ແລະກອງປະຊຸມສອງຝ່າຍ ກັບນາຍົກລັດຖະມົນຕີ ເທີຣີຊາ ເມ ຜູ້ທີ່ກຳລັງ
ຈະລາອອກຈາກຕຳແໜ່ງ ໃນສອງວັນ ຫຼັງຈາກທີ່ທ່ານທຣຳ ໄດ້ເດີນທາງອອກຈາກ
ປະເທດ ຍ້ອນວ່າ ບໍ່ສາມາດບັນລຸຂໍ້ຕົກລົງ ກ່ຽວກັບ ການຖອນໂຕອອກຈາກສະຫະພາບ
ຢູໂຣບ.

ທ່ານເຈກກັບ ປາຣາຄີລັສ ຈາກສະພາຕ່ຳ ຊາທຳ ຂອງອັງກິດ ກ່າວວ່າ “ຂ້າພະເຈົ້າ ຄາດ
ໝາຍວ່າ ທ່ານທຣຳ ຈະກ່າວຍົກຍ້ອງທ່ານນາງ ເມ ໃນຂະນະທີ່ ທ່ານໄປປາກົດໂຕຕໍ່
ສາທາລະນະ ພ້ອມກັບທ່ານນາງ ແລະຈະອວຍພອນສິ່ງດີທີ່ສຸດທັງໝົດໃຫ້ແກ່ທ່ານ
ນາງ. ແຕ່ຂ້າພະເຈົ້າ ບໍ່ຄຶດວ່າ ຈະມີສາຍສຳພັນທີ່ເລີກເຊິ່ງຫຼາຍປານໃດ. ຂ້າພະເຈົ້າ
ຄຶດວ່າ ທັງສອງທ່ານ ຈະປະເຊີນໜ້າກັນ ຫຼືບໍ່ ກໍຈະເຂົ້າກັນໄດ້ດີແບບສ່ວນຕົວ.”

ໃນສອງສາມມື້ກ່ອນໜ້າການອອກເດີນທາງນັ້ນ ທ່ານທຣຳ ໄດ້ກ່າວວ່າ ທ່ານອາດຈະພົບ
ກັບ ທ່ານໂບຣິສ ຈອນສັນ ແລະ ທ່ານໄນໂຈລ ຟາຣາຈ໌ ຜູ້ເປັນນັກການເມືອງທີ່ສະໜັບ
ສະໜຸນການຖອນໂຕອອກຈາກສະຫະພາບຢູໂຣບຂອງອັງກິດ ຊຶ່ງພວກກ່ຽວກຳລັງຈະຫາ
ທາງປ່ຽນແທນທ່ານນາງ ເມ.

ສ່ວນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກໍກ່າວວ່າ “ມັນບໍ່ແມ່ນເລື້ອງທຸລະ
ໜ້າທີ່ ຂອງຂ້າພະເຈົ້າ ທີ່ຈະສະໜັບສະໜຸນພວກເຂົາເຈົ້າ. ແຕ່ຂ້າພະເຈົ້າ ມີຄວາມ
ນັບຖືຫຼາຍ ສຳລັບ ພວກເຂົາເຈົ້າທັງສອງ.”


ທ່ານທຣຳ ແລະທ່ານນາງເມ ຍັງອາດຈະປຶກສາຫາລືກັນ ໃນເລື້ອງທີ່ສຳຄັນໆ ກ່ຽວກັບ
ສາຍສຳພັນໃນປັດຈຸບັນ ລະຫວ່າງ ສະຫະລັດກັບອັງກິດ ທີ່ປະກອບດ້ວຍ ການເຈລະຈາ
ໃນເລື້ອງຂໍ້ຕົກລົງການຄ້າ ແລະ ວິທີການຮັບມືກັບ ອີຣ່ານ ແລະຈີນ.

ທ່ານ ປາຣາຄີລັສ ຂອງສະພາຕ່ຳ ຊາທຳ ຂອງອັງກິດ ກ່າວວ່າ “ເຖິງຄຳຖາມກ່ຽວກັບ
ເລື້ອງຂອງຮົວເວີຍ ໂດຍສະເພາະ, ແຕ່ການລົງທຶນຂອງຈີນ ກວ້າງຂວາງຫຼາຍ ບ່ອນ
ທີ່ ສະຫະລັດ ໄດ້ເອົາແນວທາງທີ່ເຂັ້ມງວດຫຼາຍກວ່າອັງກິດ ແລະເຖິງຄຳຖາມກ່ຽວ
ກັບ ການປະເຊີນໜ້າກັບອີຣ່ານນັ້ນ ຊຶ່ງສະຫະລັດ ພາຍໃຕ້ຄະນະລັດຖະບານທ່ານ
ທຣຳ ຢາກເຂົ້າໄປຫຍຸ້ງກ່ຽວຫຼາຍກວ່າທັງ ອັງກິດ ຫຼື ຝຣັ່ງ.”


ເມື່ອປີກາຍນີ້ ປະຊາຊົນຫຼາຍກວ່າ 100,000 ຄົນ ໄດ້ພາກັນປະທ້ວງ ຢູ່ໃນນະຄອນ
ຫຼວງລອນດອນ ແລະ ແຫ່ງອື່ນໆໃນອັງກິດ. ໃນປີນີ້ ພວກຜູ້ຈັດການປະທ້ວງ ກ່າວວ່າ
ພວກເຂົາເຈົ້າ ຄາດໝາຍວ່າ ຈະມີຈຳນວນຕົວເລກຊ່ຳໆກັນ ທີ່ຈະປະທ້ວງຕໍ່ຕ້ານ ນະໂຍບາຍຕ່າງໆຂອງທ່ານທຣຳ ທີ່ລວມທັງ ເລື້ອງຄົນເຂົ້າເມືອງ ແລະການປ່ຽນແປງ ຂອງດິນຟ້າອາກາດ.

President Donald Trump will be in Britain June 3rd on a state visit by invitation of the Queen of England, Elizabeth II. He will participate in events commemorating the 75th anniversary of D-Day. The White House says the trip will reaffirm the "steadfast and special relationship" between the two countries. But as White House Correspondent Patsy Widakuswara reports, the visit will not only be full of pomp, but also protests.

On June 3rd, President Donald Trump and first lady Melania Trump will meet Queen Elizabeth II on a state visit, after meeting her during Trump's working visit to Britain last year.

A state visit involves more pomp and pageantry, and the host country pays the costs. An invitation was extended after Trump took office, but was delayed due to a number of reasons including security.

(Charles Kupchan, Council on Foreign Relations)
"It was on again off again, on again off again. There is an enormous controversy surrounding a state visit for Donald Trump."

75 years after 150,000 Allied troops pushed German forces from France, Trump will commemorate the D-Day invasion in Portsmouth, and in Normandy, France.

The president will attend a state banquet at Buckingham Palace and a bilateral meeting with Prime Minister Theresa May, who is resigning two days after Trump leaves, over failure to reach a deal on Britain's exit from the European Union.

(Jacob Parakilas, Chatham House)
"I would expect him to speak quite highly of May in his public appearances with her and wish her all the best. But I don't think that there's much depth to the relationship. I don't think the two of them see eye-to-eye or have pretty strong personal bond."

Days before his departure, Trump said he may meet with Boris Johnson and Nigel Farage, pro-Brexit politicians seeking to replace May.

(U.S. President Donald Trump)
"It's not my business to support people.But I have a lot of respect for both of those men.

Trump and May could still discuss major issues related to current U.S.-U.K. relationship, including negotiations on a trade deal, and how to deal with Iran and China.

(Jacob Parakilas, Chatham House)
"The question of Huawei in particular, but Chinese investment more broadly, where the U.S. has taken a much more hardline approach than the U.K. And the question of confronting Iran, which the U.S. under the Trump administration has much more appetite for, than either the UK or France."

XS
SM
MD
LG