ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝາກພິລາ ມີຄຸນນະປະໂຫຍດ ຫລາຍຢ່າງ ຕໍ່ຮ່າງກາຍ ແລະສຸຂະພາບ ຂອງເຮົາ (ວີດີໂອ ຮຽນພາສາອັງກິດ)


ໝາກພິລາ ມີຂາຍ ຕັ້ງແຕ່ເດືອນກັນຍາ ຫາເດືອນມັງກອນ ຢູ່ໃນສະຫະລັດ
ໝາກພິລາ ມີຂາຍ ຕັ້ງແຕ່ເດືອນກັນຍາ ຫາເດືອນມັງກອນ ຢູ່ໃນສະຫະລັດ

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

ວີ​ໂອ​ເອຂໍ​ສະ​ເໜີ ສະລະ​ຄະດີ​ການ​ແພດ​ຂອງ​ພະ​ແນ​ກພາສາ​ອັງ
ກິດພິ​ເສດ ​ກ່ຽວກັບ​ຄຸນ​ນະ​ປະ​ໂຫຍ​ດຂອງ​ໝາກ​ພິລາ ຊຶ່ງວ່າມີ
ປະ​ໂຫຍ​ດ​ແນວ​ໃດ​ແດ່​ນັ້ນ ​ເຊິ​ນທ່ານ​ຕິດຕາມ​ຮັບ​ຟັງ​ຈາກ​ດາຣາ​.

ໝາກ​ພິລາ​ ແມ່ນ​ຮວມຢູ່​ໃນ​ບັນດາ​ໝາກ​ໄມ້ ທີ່​ເກົ່າ​ແກ່​ທີ່​ສຸດ​ທີ່​ຮູ້​ກັນ ເກົ່າ​ຮອດ 5000 ປີ
​ພຸ້ນແຫລະ ໂດຍ​ມີ​ການ​ເອີ່ຍ​ເຖິງຢູ່​ໃນ​ບົດຂຽນ​ສະ​ໄໝ​ເກົ່າ​ແກ່ ​ແລະມີ​ຮູບ​ຢູ່​ໃນ​ສິນລະປະ
ເກົ່າ​ແກ່ຂອງ​ຫລາຍໆ​ວັດທະນະທຳແລະ​ສາສະໜາ. ນອກ​ນັ້ນ ໝາກ​ພິລາ​ຍັງ​ເປັນ​ສັນຍາ
ລັກຂອງ​ສຸຂະພາບ ຄວາມ​ຈະ​ເລີ​ນພັນ ​ແລະ​ຊີວິດ​ທີ່​ຍືນ​ຍາວ.

ບັນດາ​ຊ່ຽວຊານ​ຄິດ​ວ່າ ໝາກ​ພິລາ​ເປັນ​ໝາກ​ໄມ້ ທີ່ດັ້ງເດີມເກີດຢູ່ໃນພາກ​ເໜືອ​ປະ​ເທດ
​ອິນ​ເດ​ຍ ​ໃນ​ປາ​ກິ​ສຖານ ອິຣ່ານ ​ແລະ​ອັ​ຟກາ​ນິສຖານ. ​ແຕ່​ທຸກ​ມື້​ນີ້ ໝາກ​ພິລາ​ມີ​ຢູ່​ທົ່ວ​ໄປ​
ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມຣິກາ ​ໃນ​ປະ​ເທດ
ອາ​ຣ໌ເມ​ເນຍ ໃນຫລາຍໆ​ເຂດ​ຂອງ​ອາ​ຟຣິກາ ​ແລະ​ເຂດ​ອື່ນໆ​ອີກ.

Pomegranate2
Pomegranate2

ໝາກ​ພິລາ​ມີ​ເປືອກ​ແຂງ ສີ​ແດງ​ຊ້ຳ ຫລື​ບໍ່​ກໍສີມ່ວງ ຫລືເຫລືອງ
ແສດ. ທາງ​ໃນ​ເຕັມ​ໄປ​ດ້ວຍ​ເມັດ​ສີ​ແດງ​ຊ້ຳ ​ໃສງາມ​ຄື​ກັນກັບ
​ແກ້ວທັບ​ທິມ ຫລືນິນ​ສີ​ແດງ​ຊ້ຳ​. ​ເມັດຫລື​ແກ່​ນໝາກ​ພິລາ ແກະ​
ອອກ​ຍາກ ​ແຕ່​ວ່າກິນ​ແຊບ​ແລະ​ເປັນ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫລວງ.

ໝາກ​ພິລາ​ເກີດ​ຈາກ​ຕົ້ນທີ່​ມີງ່າແຕກ​ອອກຫລາຍ​ໆ. ທັງ​ຕົ້ນ​ແລະ​ໝາກ ​ໃຊ້​ເຮັດ​ຢາ​ໄດ້. ໝາກ​ພິລາ​ໃຊ້​ເຮັດ​ຢາ​ປົວ​ອາການ​ຫລາຍໆ​ຢ່າງ. ​ແຕ່​ ສະ​ຖາ​ບັນສຸຂະພາບ​ແຫ່ງ​ຊາດ​ສະຫະລັດ​ ກ່າວ​ວ່າ ບໍ່​ມີ​ຫລັກ​ຖານ​ທາງ​ວິທະຍາສາດ​ຢ່າງ​ພຽງພໍ ທີ່​ຈະ​ໃຫ້​ຄະ​ແນນ​ໝາກ​ພິລາ​ໄດ້​ວ່າ ມີ​ປະສິດທິພາບ ​ໃນ​ການ​ຮັກສາ​ອາການ​ເຫລົ່າ​ນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ເວົ້າ​ເລື້ອງ​ຢາ​ພື້ນ​ເມືອງ​ແລ້ວ ໝາກ​ພິລາ​ແມ່ນໃຊ້ປົວ​ອາການ​ທາງ
ທົວ​ໃຈ ​ແລະ​ເສ້ນ​ເລືອດ ຊຶ່ງ​ໂຮມ​ທັງ​ອາການ​ຄວາມດັນ​ເລືອດ​ສູງ ​ແລະ ​"ເສັ້ນເລືອດແດງ
ກ້າມ ຫລືແຂງຕົວ."

​ແກ່ນຫລື​ເມັດໝາກພິລາ ແມ່ນອຸດົມສົມບູນໄປດ້ວຍສານອາຫານຫຼາຍຢ່າງ ແລະສານເຄມີ
ທີ່ເອີ້ນວ່າ antioxidants.

ສານ antioxidants ກຳຈັດ​ສິ່ງ​ທີ່​ເປັນ​ພິດ ອອກ​ໄປ​ຈາກຮ່າງກາຍ​ຂອງ​ເຮົາ. ສະ​ນັ້ນ ສານ antioxidants ທີ່ຢູ່​ໃນແກ່ນ​ໝາກ​ພິລາ​ທີ່​ເຮົາ​ກິ​ນ ກໍ​ອາດ​ຈະ​ຊ່ວຍກຳຈັດ​ຄວາມ​ເສຍ​ຫາຍ
​ທີ່​ກໍ່​ຕົວ​ຂຶ້ນ ຢູ່​ໃນເສ້ນ​ເລືອດ​ໄດ້. ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ໝາກ​ພິລາ​ເປັນ​ໝາກ​ໄມ້​ທີ່​ດີ
​ຫລາຍ​ສຳ​ຫລັບ​ສຸຂະພາບຫົວ​ໃຈ​ຂອງ​ເຮົາ.

ແມ່ຍິງອິຣ່ານ ໃນນະຄອນຫລວງ Tehran ກຳລັງປຸງແຕ່ງອາຫານທີ່ເຮັດດ້ວຍໝາກພິລາ ເພື່ອສະຫລອງ ບຸນ Yalda, ວັນທີ 20 ທັນວາ 2008. (FILE PHOTO)
ແມ່ຍິງອິຣ່ານ ໃນນະຄອນຫລວງ Tehran ກຳລັງປຸງແຕ່ງອາຫານທີ່ເຮັດດ້ວຍໝາກພິລາ ເພື່ອສະຫລອງ ບຸນ Yalda, ວັນທີ 20 ທັນວາ 2008. (FILE PHOTO)

ນອກ​ນັ້ນ ສານ antioxidants ຍັງ​ຖ່ວງ​ດຶງຄວາມຄືບຫນ້າຂອງອາການປ່ວຍ ທີ່ກ່ຽວພັນ
ກັບອາຍຸ ແລະອາດຈະເຮັດໃຫ້ ແຊລມະເຮັງ ເຕີບໂຕຊ້າລົງໄດ້. ຜູ້​ຊາຍ​ທີ່​ເປັນ​ມະ​ເຮັງ​ໃນ​ອັນທະ​ຫລື​ຫຳ ອາດ​ໄດ້​ຮັບປະໂຫຍ​ດ ຈາກ​ການ​ກິນ​ນ້ຳໝາກ​ພິລາ ມື້​ລະ​ຈອກ.

ການ​ກິນໝາກ​ພິລາຍັງພາໃຫ້​ ນ້ຳໜັກ​ຫລຸດ​ລົງ​ອີກ ​ແລະ​ໃຊ້​ຮັກສາ​ອາການ​ເຈັບ​ຄໍ. ໝາກ​ພິລາມີ ​ໄວ​ຕາ​ມິນ ​K ທາດ phosphorus ທາດ magnesium ທາດ calcium ທາດ zinc
ແລະ​ທາດ​ເຫລັກ ​ໃນ​ລະດັບ​ສູງ​ອີກ. ​ເວົ້າ​ສັ້ນໆ​ກໍ​ແມ່ນ​ວ່າ ໝາກ​ພິລາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີໆ
ສຳ​ຫລັບ​ທາງ​ໃນ​ຂອງຮ່າງກາຍ​ຂອງ​ເຮົາ.

ປະ​ໂຫຍ​ດດ້ານ​ຄວາມ​ງາມ:

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ໝາກ​ພິລາ​ຍັງ​ດີ​ສຳ​ຫລັບ​ທາງ​ນອກ​ຂອງ​ຮ່າງກາຍ​ ຂອງ​ເຮົາ​ນຳ​ອີກ.

ໝາກ​ພິລາ​ແມ່ນ​ດີ​ຫລາຍ​ສຳ​ຫລັບ​ຜິວໜັງ. ມັນ​ປົກ​ປ້ອງ​ຜິວໜັງ​ໂດຍ​ການ​ກະ​ຕຸ້ນ​ໃຫ້​ໜັງ​ໃໝ່​ເກີດ​ຂຶ້ນ ປົວ​ບາດແຜ​ໃຫ້ຫາ​ຍ ​ແລະ​ຊ່ອມ​ແຊມເນື້ອ​ເຫຍື່ອ. ໝາກ​ພິລາ​ຍັງປົກ​ປ້ອງ​ຜິວໜັງ
ບໍ່​ໃຫ້​ເສຍ​ຫາຍ​ຍ້ອນ​ແສງຕາ​ເວັນ​ນຳ ​ແລະ​ອາດ​ຈະ​ຊ່ວຍ​ໃຫ້​ຜິວໜັງ ​ເບິ່ງ​ຄື​ອ່ອນ​ກ່ວາ​ໄວ ​ໂດຍ​ການ​ໃຫ້​ຄວາມ​ຊຸ່ມ​ຊື່ນ ​ແລະ​ຄວາມ​ຍືດຍຸ່ນ.

ວີດີໂອຮຽນພາສາອັງກິດ ກ່ຽວກັບລາຍງານນີ້:

ວິທີ​ປຸງ​ແຕ່ງ​ໝາກ​ພິລາ​ກິນ:

ນອກຈາກ​ກິນ​ແກ່ນ​ຫລື​ເມັດ​ຂອງ​ມັນ​ແລ້ວ ​ເຮົາ​ເອົາ​ໝາກ​ພິລາ​ມາ​ເຮັດ​ຫຍັງ​ກິນ​ໄດ້​ແດ່?

​ແກ່ນ​ໝາກ​ພິລາ​ແມ່ນ​ທັງ​ຫວານ​ແລະ​ຝາດ. ການ​ໃຊ້ນ້ຳ​ຊອສໝາກ​ພິລາຂຸ້ນໆ ​ກິນ​ກັບເນື້ອ​ແກະ ໝູ ​ແລະ​ໄກ່ ​ແມ່ນ​ແຊບ​ຫລາ​ຍ.

ການ​ເອົາ​ແກ່ນ​ໝາກ​ພິລາ​ມາ​ປະສົມ ​ໃສ່​ກັບ​ສະ​ລັດ​ແລະ​ອາ​ຫານ​ຜັກ​ອື່ນໆ ກໍ​ເພີ້​ມລົດ​ຊາດ​ໃຫ້​ແຊບ​ຂຶ້ນ​ເຊັ່ນ​ກັນ. ​ເອົາ​ໄປ​ປຸງ​ໃສ່​ກັບ​ເຂົ້​າ​ແລະ​ອາຫານ​ປະ​ເພດ​ເມັດ​ອື່ນໆ ກໍ​ແຊບ​ຄື​ກັນ. ໝາກ​ພິລາ​ຍັງໃຊ້​ເຮັດ​ຂອງຫວານ​ນຳ. ຢູ່​ໃນ​ສະຫະລັດ ນ້ຳໝາກ​ພິລາ​ຍັງໃຊ້​ປະສົມ​ໃສ່​ກັບ​ເຄື່ອງ​ດື່ມ ຫລື​ເຮັດ​ນ້ຳໝາກ​ພິລາ​ປັ່ນ​ນຳ.

ຢູ່​ໃນ​ສະຫະລັດ ໝາກພິລາ​ສົດ​ແມ່ນ​ຈະ​ຫາ​ຊື້​ໄດ້ ຕັ້ງ​ແຕ່​ເດືອນ​ກັນຍາ ຫາ​ເດືອນ​ມັງກອນ
ເທົ່າ​ນັ້ນ. ຖ້າ​ຫາກ​ທ່ານ​ເກັບມັນ​ໃສ່​ຖົງພລາສຕິກ ​ແລ້ວ​ເອົາ​ໄວ້​ໃນ​ຕູ້​ເຢັນ ກໍ​ແມ່ນ​ຈະ​ເກັບ
ມັນ​ໄວ້​ກິ​ນ​ໄດ້ ​ຮອດປະມານ​ສອງ​ເດືອນ.

ວິທີປອກໝາກພິລາ:

_____________________________________________________________

Words in this Story

ruby - n.a deep red stone that is used in jewelry : a dark red color

moisture - n. a small amount of a liquid (such as water) that makes something wet or moist

elasticity - n. the quality or state of being elastic

elastic - adj. able to return to an original shape or size after being stretched, squeezed, etc.

tart - adj. having a sharp or sour taste. For example, lemonade without enough sugar is tart.

XS
SM
MD
LG