ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທຣຳ ຈະເດີນທາງໄປ ເກົາຫຼີໃຕ້ ຖ່າມກາງ ຄວາມເຄັ່ງຕຶງ ທີ່ເພີ່ມສູງຂຶ້ນ


ປະທານາທິບໍດີ ດໍໂນລ ທຣຳ ພ້ອມກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກ່າວໃນສວນກູຫຼາບ ຂອງ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 30 ມິຖຸນາ 2017.
ປະທານາທິບໍດີ ດໍໂນລ ທຣຳ ພ້ອມກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກ່າວໃນສວນກູຫຼາບ ຂອງ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 30 ມິຖຸນາ 2017.

ປະທານາທິບໍດີ ດໍໂນລ ທຣຳ ກຳລັງເດີນທາງໄປທະວີບເອເຊຍເປັນເວລາ 12 ວັນ,
ໃນການຢ້ຽມຢາມ 5 ປະເທດໃນຂະນະທີ່ຄວາມເຄັ່ງຕຶງພວມເພີ່ມສູງຂຶ້ນໃນແຫຼມ
ເກົາຫຼີ ແລະ ການສຳຫຼວດຄວາມຄິດເຫັນຄັ້ງໃໝ່ໂດຍໂທລະພາບ NBC, ບໍລິສັດ
SurveyMonkey, ນັກເສດຖະສາດ ແລະ ບໍລິສັດຄົ້ນຄວ້າການຕະຫຼາດ YouGov
ໄດ້ສະ ແດງໃຫ້ເຫັນວ່າ ປະຊາຊົນ ອາເມຣິກັນ ພິຈາລະນາວ່າ ເກົາຫຼີເໜືອ ເປັນໄພ
ຂົ່ມຂູ່ໂດຍກົງຕໍ່ ສະຫະລັດ.

ທ່ານ ທຣຳ ມີແຜນທີ່ຈະເດີນທາງຢ້ຽມຢາມ ເກົາຫຼີໃຕ້ ເຊິ່ງເປັນຄູ່ແຂ່ງຂອງ ເກົາຫຼີເໜືອ
ໃນວັນທີ 7 ຫາວັນທີ 8, ໃນການຢຸດແວ່ ແຫ່ງທີສອງຂອງການເດີນທາງ.

ໃນລະຫວ່າງການເດີນທາງນັ້ນ, ການເຈລະຈາກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ
ມູນ ແຈ ອິນ ແລະ ບັນດາຜູ້ນຳຂອງໂລກຄົນອື່ນໆແມ່ນຄາດວ່າ ຈະເພັ່ງເລັງໃສ່ຄຳ
ຖາມຕ່າງໆ ກ່ຽວກັບ ວິທີທີ່ຈະຮັບມືກັບການສືບຕໍ່ພັດທະນາອາວຸດນິວເຄລຍ ແລະ
ລູກສອນໄຟຂີປະນາວຸດຂອງ ພຽງຢາງ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ກ່າວທີ່ເຂດ
ປອດທະຫານ ລະຫວ່າງ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ໃນວັນສຸກທີ່ຜ່ານມາວ່າ “ເປົ້າ
ໝາຍຂອງພວກເຮົາບໍ່ແມ່ນສົງຄາມ, ແຕ່ຈະແມ່ນການກຳຈັດອາວຸດນິວເຄລຍຢ່າງ
ສິ້ນເຊີງ, ທີ່ສາມາດກວດພິສູດແລະ ຕ່າວປີ້ນບໍ່ໄດ້ຂອງແຫຼມ ເກົາຫຼີ.”

ປະທານາທິບໍດີ ສະຫະລັດ ຈະບໍ່ເດີນທາງໄປເຂດປອດທະຫານ ແລະ ສ່ອງກ້ອງເຂົ້າ
ໄປໃນ ເກົາຫຼີເໜືອ, ຫຼີກລ່ຽງຈາກໂອກາດຖ່າຍຮູບ ທີ່ທຳໂດຍຜູ້ດຳລົງຕຳແໜ່ງກ່ອນ
ທ່ານ ຈຳນວນນຶ່ງນັບຕັ້ງແຕ່ສົງຄາມ ເກົາຫຼີ ສິ້ນສຸດລົງ.

ເຈົ້າໜ້າທີ່ອາວຸໂສລັດຖະບານ ກ່າວວ່າ “ມັນໜ້າຈະເປັນເຂດປອດທະຫານ ຫຼື ຄ້າຍ
ຮຳຟຣີ, ບໍ່ມີປະທານາທິບໍດີຄົນໃດ ເຄີຍໄປຢ້ຽມຢາມຄ້າຍ ຮຳຟຣີ ແລະ ພວກເຮົາຄິດ
ວ່າ ມັນມີເຫດຜົນຫຼາຍກວ່າ ໃນແງ່ຂອງຂໍ້ຄວາມຂອງມັນ, ໃນແງ່ຂອງໂອກາດທີ່ຈະ
ລົມກັບຄອບຄົວຕ່າງໆ ແລະ ກອງກຳລັງຢູ່ທີ່ນັ້ນ, ແລະ ເພື່ອກ່າວເນັ້ນເຖິງການເຊື້ອ
ເຊີນຂອງປະທານາທິບໍດີ ມູນ, ບົດບາດຂອງ ເກົາຫຼີໃຕ້ ໃນການແບ່ງປັນພາລະຂອງ
ການສະໜັບສະໜູນພັນທະມິດທີ່ມີຄວາມສຳຄັນນີ້.

ເຈົ້າໜ້າທີ່ໄດ້ບັນລະຍາຍການຢ້ຽມຢາມເຂດປອດທະຫານ, ເປັນບາງສິ່ງ ທີ່ສະມາຊິກ
ສາມຄົນ ໃນຄະນະລັດຖະມົນຕີຂອງທ່ານ ທຣຳ ໄດ້ກະທຳໃນປີນີ້ວ່າ ມັນ “ກາຍເປັນ
ເລື່ອງທີ່ຂ້ອນຂ້າງຈະຊໍ້າຊາກ ແລະ ກົງໄປກົງມາ.”

ມັນຈະເປັນກອງທັບເຮືອ ສະຫະລັດ ທີ່ເບິ່ງຄືວ່າຈະສະໜອງສາກຫຼັງເປັນຕົວແທນ
ໃຫ້ຄຳໝັ້ນສັນຍາຂອງ ອາເມຣິກາ ໃນການປົກປ້ອງ ເກົາຫຼີໃຕ້.

ໃນໄລຍະເວລາການປາກົດຕົວຂອງປະທານາທິບໍດີໃນແຫຼມ ເກົາຫຼີ ນັ້ນ, ກຳປັ່ນບັນ
ທຸກເຮືອບິນ ສະຫະລັດ ສາມລຳ ແມ່ນຄາດວ່າຈະເຂົ້າຮ່ວມໃນການຝຶກຊ້ອມປະສານ
ງານກັນເປັນຄັ້ງທຳອິດ ໃນຮອບທົດສະວັດ, ໂດຍສະແດງໃຫ້ ເກົາຫຼີເໜືອ ເຫັນອຳ
ນາດໃນການຍັບຢັ້ງ ຂອງກອງທັບເຮືອທີ່ໃຫຍ່ທີ່ສຸດຂອງໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG