ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເອີໂດອານ ຊະນະ ການເລືອກຕັ້ງ ປະທານາທິບໍດີ ໃນ ເທີກີ


ພວກຜູ້ຊາຍ ຖືແຜ່ນຮູບພາບຂອງປະທານາທິບໍດີ ຂອງເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ ແລະທຸງຊາດ, ພາກັນສະເຫຼີມສະຫຼອງ ຢູ່ດ້ານນອກ ສຳນັກງານໃຫຍ່ ຂອງພັກຍຸດຕິທຳ ແລະການພັດທະນາ ຫຼື AKP ໃນນະຄອນ ຶິສຕານບູລ, ວັນທີ 24 ມິຖຸນາ 2018.
ພວກຜູ້ຊາຍ ຖືແຜ່ນຮູບພາບຂອງປະທານາທິບໍດີ ຂອງເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ ແລະທຸງຊາດ, ພາກັນສະເຫຼີມສະຫຼອງ ຢູ່ດ້ານນອກ ສຳນັກງານໃຫຍ່ ຂອງພັກຍຸດຕິທຳ ແລະການພັດທະນາ ຫຼື AKP ໃນນະຄອນ ຶິສຕານບູລ, ວັນທີ 24 ມິຖຸນາ 2018.

ປະທານາທິບໍດີ ຂອງເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ ໄດ້ຊະນະການເລືອກຕັ້ງ
ປະທານາທິບໍດີ ຂອງປະເທດ ໂດຍເຮັດໃຫ້ທ່ານ ໄດ້ເຂົ້າດຳລົງຕຳແໜ່ງ ປະທານາທິບໍດີ
ທີ່ມີອຳນາດຫຼາຍຂຶ້ນ ອີກໜຶ່ງສະໄໝ.

ສື່ມວນຊົນຂອງເທີກີ ໄດ້ກ່າວວ່າ ທ່ານເອີໂດອານ ໄດ້ຊະນະ ໂດຍໄດ້ຮັບຄະແນນສຽງ
ໃນວັນອາທິດວານນີ້ ປະມານ 53 ເປີເຊັນ. ສ່ວນ ທ່ານ ມູຮາເຣັມ ອິນເຊ ຈາກພັກ
ສາທາລະນະລັດ ປະຊາຊົນ ຫຼື CHP ທີ່ເປັນພັກຝ່າຍຄ້ານຫຼັກ ໄດ້ເຂົ້າມາເປັນທີສອງ
ດ້ວຍຄະແນນສຽງ 31 ເປີເຊັນ.

ການລົງປະຊາມະຕິ ໃນປີ 2017 ໄດ້ພາໃຫ້ມີການປ່ຽນແປງ ຕໍ່ລະບົບການເມືອງຂອງ
ປະເທດ ໂດຍການຍົກເລີກຕຳແໜ່ງນາຍົກລັດຖະມົນຕີ ໃນຂະນະທີ່ ໃຫ້ອຳນາດຫຼາຍ
ຂຶ້ນ ແກ່ປະທານາທິບໍດີ ເພື່ອຍຸບສະພາ ແລະແຕ່ງຕັ້ງ ບັນດາລັດຖະມົນຕີ ແລະ ບັນດາ
ຜູ້ພິພາກສາ.

ທ່ານເອີໂດອານ ໄດ້ກ່າວໃນຄຳປາໄສ ວ່າ “ປະເທດຊາດໄດ້ມອບໝາຍ ຄວາມຮັບ
ຜິດຊອບ ໃນຕຳແໜ່ງຂອງປະທານາທິບໍດີ ແລະ ໃນບົດບາດໜ້າທີ່ ການບໍລິຫານ
ງານ ໃຫ້ແກ່ຂ້າພະເຈົ້າ.”

ທ່ານເອີໂດອານ ຜູ້ທີ່ໄດ້ກຳອຳນາດມາ ນັບຕັ້ງແຕ່ປີ 2003 ແມ່ນໄດ້ຮັບຄວາມນິຍົມ
ຊົມຊອບ ຈາກພວກທີ່ສະໜັບສະໜູນ ສຳລັບ ຄຸນຄ່າອະນຸລັກນິຍົມຂອງທ່ານ ໂຄງ
ການພື້ນຖານໂຄງຮ່າງຫຼາຍຢ່າງ ແລະຈຸດຢືນດ້ານຄວາມໝັ້ນຄົງທີ່ເຂັ້ມແຂງ. ແຕ່ພວກ
ຕ້ອງຕິກ່າວວ່າ ທ່ານປົກຄອງດ້ວຍລະບອບທີ່ກົດຂີ່ ແລະໂຫດຫ້ຽມ ແລະກ່າວຫາທ່ານ
ວ່າ ສໍ້ລາດບັງຫຼວງ ແລະ ບໍລິຫານລັດຖະບານຜິດພາດ.

ນອກຈາກທີ່ໄດ້ຊະນະຄະແນນສຽງໃນການເລືອກຕັ້ງປະທານາທິບໍດີ ແລ້ວ ທ່ານ
ເອີໂດອານ ຍັງໄດ້ປະກາດໄຊຊະນະ ໃນການເລືອກຕັ້ງ ສຳລັບສະພາແຫ່ງຊາດນຳດ້ວຍ.
ພັກຍຸດຕິທຳ ແລະການພັດທະນາ ຫຼື AKP ຂອງທ່ານ ກໍໄດ້ຊະນະບ່ອນນັ່ງ ຢູ່ໃນສະພາ
ເປັນສ່ວນຫຼາຍ ແຕ່ກໍຍັງບໍ່ເຖິງຂັ້ນ ການກຳສຽງສ່ວນຫຼາຍ ແບບເດັດຂາດດ້ວຍຕົນເອງ
ຫາກແຕ່ຮ່ວມກັບພັກຂະບວນການຊາດນິຍົມ ທີ່ເປັນພັນທະມິດແລ້ວ ກໍຈະໄດ້ລັດຖະບານ
ປະສົມ ທີ່ຄວບຄຸມປະມານ 343 ບ່ອນນັ່ງ ຈາກບ່ອນນັ່ງທັງໝົດ 600 ບ່ອນ ຢູ່ໃນສະພາ.

ສ່ວນ ພັກ CHP ໄດ້ຕິດອັນດັບສາມ ໂດຍໄດ້ຮັບຄະແນນສຽງ 23 ເປີເຊັນ ໃນຂະນະທີ່
ພັກປະຊາຊົນປະຊາທິປະໄຕ ຫຼື HDP ທີ່ສະໜັບສະໜູນຊາວເຄີດ ໄດ້ອັນດັບທີສີ່ ໂດຍ
ໄດ້ຮັບ ຄະແນນສຽງ 11 ເປີເຊັນ.

ການເລືອກຕັ້ງ ໃນເບື້ອງຕົ້ນ ໄດ້ຖືກກຳນົດໃສ່ປີ 2019 ແຕ່ຫຼັງຈາກທີ່ ເງິນຕາຂອງເທີກີ
ໄດ້ຕົກລາຄາ ໃນການແລກປ່ຽນກັບເງິນໂດລາ ເມື່ອຕົ້ນປີນີ້ ລັດຖະ ບານ ຈຶ່ງໄດ້ປະກາດ
ໃຫ້ມີການເລືອກຕັ້ງກ່ອນກຳນົດ ໂດຍໃຫ້ເວລາ ແກ່ພວກຜູ້ສະໝັກ ກຽມພ້ອມ ພຽງສອງ
ສາມເດືອນເທົ່ານັ້ນ.

Erdogan Victorious in Landmark Turkey Elections
please wait

No media source currently available

0:00 0:01:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG