ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູໂຣບ ຖືກໂຈມຕີ ໂດຍບັນຫາ ການເມືອງ ເສດຖະກິດ ແລະ ຄວາມປອດໄພ


Political, Economic and Security Crises Buffet EU in New Year
please wait

No media source currently available

0:00 0:03:16 0:00

ທະວີບ ຢູໂຣບ ໄດ້ຖືກໂຈມຕີທາງດ້ານການເມືອງ, ເສດຖະກິດ ແລະ ວິກິດການຄວາມ ປອດໄພພ້ອມກັນຢ່າງຕໍ່ເນື່ອງ, ເຊິ່ງໄດ້ເຮັດໃຫ້ຄວາມເປັນຫ່ວງ ກ່ຽວກັບ ອະນາຄົດຂອງ ສະຫະພາບ ຢູໂຣບ ແລະ ສາຍພົວພັນຂອງພວກ​ເຂົາ​ເຈົ້າກັບ​ສະຫະລັດ. ນັກຂ່າວວີໂອເອ Jela de Franceschi ໄດ້ໄປສັງເກດເບິ່ງສະຖານະພາບໃນປະຈຸບັນຂອງປະຊາຄົມ ຢູ ໂຣບ ແລະ ມະຫາສະໝຸດ ແອັດລັງຕິກ, ເຊິ່ງໄດ້ລວມເອົາການຮ່ວມມືດ້ານການເມືອງ ແລະ ເສດຖະກິດຂອງ 28 ປະເທດສະມາຊິກສະຫະພາບ ຢູໂຣບ ແລະ ກຸ່ມພັນທະມິດທີ່ ມີອິດ​ທິພົນທີ່ສຸດຂອງໂລກຄືອົງການ NATO. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາ ສະເໜີທ່ານ.

ຄ່ານິຍົມຮ່ວມ ແລະ ຜົນປະໂຫຍດດຽວກັນ ແມ່ນພື້ນຖານຫຼັກຂອງພາຄີຂ້າມມະຫາສະ ໝຸດແອັດລັງຕິກ ລະຫວ່າງ ສະຫະລັດ ແລະ ຢູໂຣບ. ທັງສອງຝັ່ງຂອງມະຫາສະໝຸດ ແອັດ ລັງຕິກ ໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ວິກິດການຕ່າງໆຄືກັນໃນຫຼາຍພາກສ່ວນ ຂອງໂລກ, ແລະ ທັງສອງຝ່າຍນັ້ນ ແມ່ນຜູ້ສະໜັບສະໜູນປະຊາທິປະໄຕ, ສັງຄົມທີ່ເປີດ ກວ້າງ, ສິດທິມະນຸດ ແລະ ຕະຫຼາດເສລີ.

ຜູ້ຊ່ຽວຊານຫຼາຍຄົນໄດ້ສັງເກດເຫັນວ່າ ຢູໂຣບ ແມ່ນກຳລັງຈັດການກັບບັນຫາຄວາມຂັດ ແຍ້ງຢູ່, ໜຶ່ງໃນນັ້ນ ແມ່ນເອກອັດຄະລັດຖະທູດ ເຢຍຣະມັນ ປະຈຳ ສະຫະລັດ ທ່ານ Peter Wittig.

ທ່ານ Peter Wittig ກ່າວວ່າ “ວິກິດການໜີ້ສິນຂອງປະເທດ ກຣິສ, ການຫຼັ່ງໄຫຼຂອງ ພວກອົບພະຍົບທີ່ບໍ່ເຄີຍມີມາກ່ອນ, ຄວາມສ່ຽງດ້ານຄວາມປອດໄພທີ່ສູງຂຶ້ນ, ຂະ​ບວນ ການເຄື່ອນໄຫວ​ເພື່ອສະໜັບສະໜູນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທຳ​ມະ​ດາ​ສາມັນທີ່ ເພີ່ມຂຶ້ນ ແລະ ການຕັດສິນໃຈຖອນ​ຕົວອອກຈາກສະຫະພາບ ຢູໂຣບ ຂອງ ອັງກິດ ໄດ້ ເຮັດໃຫ້ ຢູໂຣບ ສັ່ນຄອນໄປທົ່ວ.”

ເຫດການດັ່ງກ່າວນີ້ໄດ້ເຮັດໃຫ້ພວກນັກວິເຄາະຢ້ານວ່າ ບັນຫາທີ່ມີຢູ່ມັນຈະເຊື່ອມໂຍງ ກັນໃນສະຫະພາບ ຢູໂຣບ.

ທ່ານ Jeffrey Gedmin ຈາກສະຖາບັນການປຶກສາຫາລືແຜນຍຸດທະສາດ, ມະຫາວິທະ ຍາໄລ Georgetown ກ່າວວ່າ “ຂ້າພະເຈົ້າຂໍພະນັນກັບທ່ານວ່າໃນສອງ ຫາ ຫ້າປີຂ້າງ ໜ້າ, ຢູໂຣບ ຈະມີອົບພະຍົບຫຼາຍກວ່າເກົ່າ, ມີການກໍ່ການຮ້າຍຫຼາຍຂຶ້ນອີກ. ຂ້າພະ ເຈົ້າພະນັນວ່າ ຢູໂຣບ ຈະມີການຜູກມັດກັບ ອາເມຣິກາ ໜ້ອຍລົງ ແລະ ເຂົ້າຫາ ຣັດ ເຊຍ ຫຼາຍຂຶ້ນ. ສິ່ງດັ່ງກ່າວນັ້ນ ມັນຈະຊີ້ໃຫ້ເຫັນສາຍພົວພັນຂ້າມມະຫາສະໝຸດແອັດ ລັງຕິກ ທີ່ບໍ່ໝັ້ນຄົງ, ບໍ່ແຂງແຮງ ແລະ ບໍ່ມີຊີວິດຊີວາ.”

ຢູໂຣບ ເພິ່ງພາອາໄສການນຳພາຂອງ ສະຫະລັດ ແລະ ການຄຸ້ມກັນດ້ານຄວາມປອດໄພ, ແຕ່ສາຍພົວພັນດັ່ງກ່າວ ຍັງຄົງເປັນທີ່ສົງໄສຢູ່ ເຊິ່ງ ສະຫະລັດ ຈະມີລັດຖະບານໃໝ່ໃນ ໄວໆນີ້ ນັ້ນຄື​ຄຳ​ເວົ້າຂອງນັກວິເຄາະ Stephen Szabo.

ທ່ານ Stephen Szabo ຈາກສ​ະຖາ​ບັນຂ້າມມະຫາສະໝຸດ ແອັດລັງຕິກ ຂອງກອງທຶນ Marshall ແຫ່ງ ສະຫະລັດ ຢູ່​ ເຢຍຣະມັນ ກ່າວວ່າ “ອົງການ NATO ແລະ ປະຊາຊົນ ອາເມຣິກັນ ໄດ້ໃຫ້ຄຳໝັ້ນສັນຍາ ຜ່ານອົງການ NATO ​ແກ່​ອົງການຮັກສາຄວາມປອດ ໄພ ຢູໂຣບ ແລະ ສະຫະພາບ ຢູໂຣບ, ເຊິ່ງທັງສອງອົງການນັ້ນ ຕອນນີ້ແມ່ນກຳລັງ ສັ່ນຄອນ.”

ໃນຂະນະດຽວກັນ, ການເຂົ້າຍຶດແຫຼມ Crimea ຂອງ ຣັດເຊຍ ໃນປີ 2014 ນັ້ນ ໄດ້​ເຮັດ​ໃຫ້ການເມືອງ​ແບບ​ໃຊ້​ອຳນາດກັບຄືນສູ່ຢູໂຣບ ອີກນັ້ນຄື​ຄຳ​ເວົ້າຂອງອະດີດຜູ້ບັນຊາການ ອົງການ NATO ພົນເຮືອເອກ James Stavridis, ອະທິການບໍດີ ຂອງໂຮງຮຽນການ ທູດສາກົນ Fletcher.

ພົນເຮືອເອກ Stavridis ກ່າວວ່າ “ພວກເຮົາບໍ່ຢາກເຮັດ ແລະ ກໍບໍ່ຢາກກັບຄືນໄປສູ່ສົງ ຄາມເຢັນ, ແຕ່ພວກເຮົາຕ້ອງປະ​ເຊີນໜ້າກັບການປະພຶດທີ່ຜິດກົດໝາຍຂອງ ຣັດເຊຍ ​ໃນ​ບ່ອນ​ທີ່​ມັນ​ເກີດ​ຂຶ້ນ.”

ທ່ານ Stavridis ໄດ້ເຕືອນວ່າ ວັງ Kremlin ແມ່ນກຳລັງເຂົ້າແຊກແຊງໃນການເມືອງຂອງ ຢູໂຣບ ເຊັ່ນກັນ, ເຊິ່ງສະໜັບສະໜູນໃຫ້ມີກອງກຳລັງຕໍ່ຕ້ານ ສະຫະພາບ ຢູໂຣບ.

ພົນເຮືອເອກ Stavridis ກ່າວວ່າ “ແຜນຍຸດທະສາດທີ່ເປັນບູລິມະສິດສູງສຸດຂອງປະ ທານາທິບໍດີ Putin ແມ່ນການທຳລາຍພັນທະມິດຂ້າມມະຫາສະໝຸດແອັດລັງຕິກ.”

ແຕ່ຄວາມລຳບາກຂອງ ຢູໂຣບ ໄດ້ເຮັດໃຫ້ຈຸດປະສົງຂອງອົງການ NATO ມີກຳລັງແຮງ ຄືນມາອີກ. ນັກວິເຄາະ Christopher Chivves ກ່າວວ່າ ບັນດາສະມາຊິກໃນທະວີບ ຢູ ໂຣບ ໄດ້ປະກາດທີ່ຈະຊື້ທຸກໆຢ່າງນັບຈາກ ເຮືອບິນສອດແນມ ແລະ ເຮືອບິນບໍ່ມີຄົນຂັບ ຫາ ລະບົບປ້ອງກັນທາງອາກາດ ແລະ ເຮືອຮົບຊະນິດໃໝ່.

ທ່ານ Christopher Chivves ຈາກບໍລິສັດ Rand ກ່າວວ່າ “ເພື່ອຮັບປະກັນວ່າ ບໍ່ມີຜູ້ ບັນຊາການ ຫຼື ປະທານາທິບໍດີຂອງ ຣັດ​ເຊຍ​ ຄົນໃດໄດ້ຄິດແມ່ນກະທັ້ງມີໂອກາດພຽງ ໜ້ອຍດຽວ ທີ່ຈະເອົາຊະນະສົງຄາມກັບອົງການ NATO.”

ທ່ານ Szabo ກ່າວວ່າ ພວກກອງກຳລັງການເມືອງ ທີ່ໄດ້ຄັດຄ້ານຕໍ່ສະຫະພາບ ຢູໂຣບ ຈະຕ້ອງມີການສະແດງກຳລັງທີ່ເຂັ້ມແຂງໃນການເລືອກຕັ້ງຂອງ ຝຣັ່ງ ແລະ ເຢຍຣະມັນ ໃນປີໜ້າ. ແຕ່ໃນລະດັບປານກາງ ກໍຍັງຈະເອົາຊະນະໄດ້.

ທ່ານ Szabo ກ່າວວ່າ “ບັນດາປະເທດ ຢູໂຣບ ໄດ້ຮັບເອົາສິ່ງດັ່ງກ່າວນີ້ເປັນສິ່ງທ້າ ທາຍເພື່ອຢືນຢັດຢູ່ກັບທະວີບ ຢູໂຣບ ແລະ ບໍ່ແມ່ນເພື່ອການແຕກຫັກ.”

ປີ 2017 ມີກຳນົດທີ່ຈະເປັນປີທີ່ອາດຕັດສິນອະນາຄົດຂອງພັນທະມິດຂ້າມມະຫາສະໝຸດ ແອັດລັງຕິກ, ເຊິ່ງເປັນເສົາຫຼັກທີ່ສຳຄັນຂອງກົດເກນເສລີນິຍົມສາກົນ.


((INTRO))
[[Europe is being buffeted by a succession of simultaneous political, economic and security crises, which are sowing doubts about the future of the European Union and its relationship with the United States.VOA's Jela de Franceschi takes a closer look at the current state of the Euro-Atlantic community, which encompasses the politico-economic union of 28 European member states and the world's most powerful defense alliance, NATO.]]

((NARRATOR))
Shared values and overlapping interests are the foundation of the transatlantic partnership between the United States and Europe.Both sides of the Atlantic face a common set of challenges and crises in many parts of the world, and both are proponents of democracy, open societies, human rights and free markets.

But Europe is navigating turbulent waters, many specialists note, among them Germany's ambassador to the United States, Peter Wittig.

((PETER WITTIG, GERMAN AMBASSADOR TO THE U.S.))
"The Greek debt crisis, the refugee influx of unprecedented magnitude, increased security risks, the rise of populist political movements and of the decision of the British to leave the European Union have shaken Europe at its core."

((NARRATOR))
These events leave analysts fearing for the coherence, if not the existence, of the European Union.

((JEFFREY GEDMIN, INSTITUTE FOR STRATEGIC DIALOGUE, GEORGETOWN UNIVERSITY))
"I bet you, in the next two to five years, Europe will have more refugees, more terrorism.I bet Europe will have a bit less of America engagement and conceivably more Russia.That would not suggest a stable, healthy, vibrant transatlantic relationship."

((NARRATOR))
Europe relies on U.S. leadership and security cover, but the relationship is at question with a new U.S. administration, says analyst Stephen Szabo.

((STEPHEN SZABO, TRANSATLANTIC ACADEMY OF THE GERMAN MARSHALL FUND OF THE U.S.))
"NATO and the American commitment through NATO to European security and the European Union, both of those pillars now are shaky."

((NARRATOR))
Meanwhile, Russia's annexation of Crimea in 2014 has returned power politics to Europe, says former NATO commander Admiral James Stavridis, Dean of the Fletcher School of International Diplomacy.

((ADM. JAMES STAVRIDIS, DEAN, FLETCHER SCHOOL, TUFTS UNIVERSITY))
"We do not want nor do we have to return to a Cold War, but we must confront Russian illegal behavior where it occurs."

((NARRATOR))

Stavridis warns the Kremlin is meddling in Europe's politics too, propping up anti-EU forces.


((ADM. JAMES STAVRIDIS, DEAN, FLETCHER SCHOOL, TUFTS UNIVERSITY))
"President Putin's top strategic priority is to break the transatlantic alliance."

((NARRATOR))
But Europe's woes have re-energized the purpose of NATO.European members have announced plans to buy everything from surveillance aircraft and drones to new air defense systems and warships, says analyst Christopher Chivves.

((CHRISTOPHER CHIVVES, RAND CORPORATION))
"To ensure that no Russian commander or president ever thinks there is even a remote possibility of succeeding in a war against NATO."

((NARRATOR))
Political forces opposed to the European Union will have a strong showing in next year's elections in France and Germany, says Szabo, but moderates could still prevail.

((STEPHEN SZABO, TRANSATLANTIC ACADEMY OF THE GERMAN MARSHALL FUND OF THE U.S.))
"Europeans (are) taking this as a challenge to stand up more for Europe and not to fragment."

((NARRATOR))
2017 is set to be a year that might decide the future of the transatlantic alliance, a key anchor of the liberal international order.

XS
SM
MD
LG