ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໝໍ​ ໃຊ້​ເຊື້ອ​ໄວຣັສ ຂອງພະຍາດ​​ ໂປ​ລິ​ໂອ ​ເພື່ອ​ປິ່ນປົວ​ ຄົນ​ທີ່​ເປັນ​ມະ​ເຮັງ ໃນ​ສະໝອງ ໄດ້ແລ້ວ


ທ່ານໝໍ​ຄົນນຶ່ງທີ່ຖືສະໝອງຢູ່ໃນທະນາຄານສະໝອງໃນເຂດ ບຣັອງສ໌ (Bronx) ຂອງເມືອງນີວຢອກ, ລັດນີວຢອກ ໃນວັນທີ 28 ມິຖຸນາ, 2017
ທ່ານໝໍ​ຄົນນຶ່ງທີ່ຖືສະໝອງຢູ່ໃນທະນາຄານສະໝອງໃນເຂດ ບຣັອງສ໌ (Bronx) ຂອງເມືອງນີວຢອກ, ລັດນີວຢອກ ໃນວັນທີ 28 ມິຖຸນາ, 2017

ໄດ້ມີການຄົ້ນພົບເທື່ອ​ໃໝ່ ທີ່ໜ້າຕື່ນ​ເຕັ້ນອັນ​ນຶ່ງ ​ໃນ​ການ​ປິ່ນປົວເນື້ອງອກ​ໃນ​ສະໝອງ
ທີ່​ເປັນ​ອັນຕະລາຍ​ເຖິງແກ່​ຊີວິດ. ພວກ​ທ່ານໝໍທັງຫລາຍ ​ໄດ້​ໃຊ້​ເຊື້ອ​ໄວຣັສຂອງພະ
ຍາດ ໂປ​ລິ​ໂອ ​ທີ່​ຖືກ​ດັດ​ແປງ ​ເພື່ອ​ປິ່ນປົວ​ຄົນ​ທີ່​ເປັນ​ໂຣກມະ​ເຮັງໃນ​ສະໝອງ. ນັກ​ຂ່າວ
​ວີ​ໂອ​ເອ ລາຍ​ງານວ່າ ​ຜົນ​ຂອງການ​ທົດ​ລອງ​ນີ້ ​ເທົ່າທີ່ມີມາ ​ແມ່ນໃຫ້​ຄວາມ​ຫວັງ​ສູງ.
ບົວ​ສະຫວັນ​ຈະ​ນໍາ​ເອົາ​ລາຍ​ລະອຽດກ່ຽວກັບ​ລາຍ​ງານ​ນີ້ ມາສະ​ເໜີທ່ານ ​ໃນ​ອັນ​ດັບ
​ຕໍ່​ໄປ.

​ແປດ​ປີ​ກ່ອນໜ້ານີ້ ​ນາງ ສະ​ເຕັບ​ຟາ​ນີ ຮອບ​ເປີ (Stephanie Hopper) ​ໄດ້​ຖືກ​ວິ​ໄຈ
​ພົບເຫັນວ່າ ​ເປັນ​ເນື້ອງອກ​ໃນ​ສະໝອງ ທີ່ຊື່ວ່າ glioblastoma ທີ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ,
ຊຶ່ງ​ເປັນ​ໂຣກມະ​ເຮັງ​ໃນ​ສະໝອງທີ່​ມີ​ຄວາມ​ຮ້າຍ​ແຮງຊະໜິດນຶ່ງ. ພວກ​ທ່ານໝໍຜ່າຕັດ
​ໄດ້ເອົາ​ເນື້ອງອກ​ອອກ ​ແຕ່​ວ່າ​ສອງ​ປີຕໍ່ມາ ມັນໄດ້​ກັບຄືນ​ມາ​ເປັນ​ອີກ.

ອັດຕາ​ການ​ລອດຊີວິດ​ສໍ​າລັບ​ຄົນທີ່ເປັນເນື້ອງອກ​ໃນ​ສະໝອງທີ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວນີ້
ແມ່ນ​ຕໍ່າຫລາຍ, ​ຢ່າງ​ດົນ​ທີ່​ສຸດ​--ກໍ​ແມ່ນຢູ່​ໄດ້​ປີ​ເຄິ່ງ ພາຍຫລັງ​ທີ່​ໄດ້​ມີ​ການ​ວິ​ໄຈວ່າ​ເປັນ
​ພະຍາດ​ດັ່ງກ່າວ​ແລ້ວ.

ນາງຮອບ​ເປີ​ ໄດ້​ເຂົ້າຮ່ວມໃນ​ການ​ສຶກສາຄົ້ນຄວ້າ ​ທີ່​ໃຊ້​ເຊື້ອ​ໄວຣັສທີ່​ຖືກ​ດັດ​ແປງ​ພັນທຸ​ກໍາມາຈາກເຊື້ອໂຣກເປ້ຍລ່ອຍ ​ທີ່​ໄດ້ຮັບ​ກາ​ນພັດທະນາ​ຢູ່ສະຖາ​ບັນ​ໂຣກມະ​ເຮັງດູກ
(Duke).

ເຊື້ອ​ໄວຣັສທີ່​ໄດ້​ຮັບ​ການ​ດັດ​ແປງນີ້ ​ບໍ່​ໄດ້​ເຮັດ​ໃຫ້​ເກີດອໍາມະພາດ ​ແຕ່​ວ່າມັນ​ເຮັດ​ໃຫ້
​ເນື້ອງອກ​ຫົດ​ຕົວ​ເຂົ້າ.

ການ​ທົດ​ລອງ​ປິ່ນປົວ​ຢູ່​ໃນ​ຄລີ​ນິກ​ ໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ ການ​ປິ່ນປົວ​ດັ່ງກ່າວໄດ້​ເຮັດ
​ໃຫ້ການ​ມີ​ຊີວິດ​ຢູ່​ລອດຍາວນານ ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຫລວງຫລາຍສໍາ​ລັບ​ພວກ​ຄົນ​
ປ່ວຍ​ທີ່​ມີເນື້ອງອກ​ໃນ​ສະໝອງທີ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວກັບຄືນມາອີກ.

ອັດຕາ​ຢູ່​ລອດ​ໄດ້ຮອດສາມ​ປີ​ຂອງ​ຄົນ​ປ່ວຍ​ເຫລົ່ານີ້ ແມ່ນ 21 ​ເປີ​ເຊັນ​, ​ໃນຂະນະ​ທີ່
ຄົນ​ປ່ວຍທັງໝົດ​ຢູ່​ທີ່​ສະ​ຖາ​ບັນ​ດູກ ທີ່​ເປັນ​ເນື້ອງອກ​ໃນ​ສະໝອງກັບ​ມາ​ອີກມີພຽງແຕ່
4 ​ເປີ​ເຊັນເທົ່ານັ້ນ ທີ່​ສາມາດ​ມີ​ຊີວິດ​ຢູ່​ໄດ້ເຖິງ​ສາມ​ປີ ພາຍຫລັງ​ທີ່​ໄດ້​ຮັບການ​ປິ່ນປົວ
​ແບບ​ມາດຕະຖານແລ້ວ.

​ແມ່ນ​ແຕ່​ເຊື້ອ​ໄວຣັສ​ໂຣກ​ໂປ​ລິ​ໂອ​ທີ່​ຕາຍ​ແລ້ວ ​ກໍ​ຍັງເຮັດ​ໃຫ້​ເກີດ​ປະຕິກິລິຍາ​ຕອບ​ໂຕ້
ຂອງ​ພູມ​ຕ້ານທານ ທີ່​ແຮງຫລາຍ. ​ເຊື້ອ​ໄວຣັສທີ່​ຕາຍແລ້ວ ​ແມ່ນ​ໃຊ້​ໃນ​ຢາ​ປ້ອງ​ກັນ​ພະ
ຍາດ​ໂປ​ລິ​ໂອ.

ດຣ. ດາໂຣລ ບິກ​ເນີ (Darell Bigner), ຊຶ່ງ​ເປັນ​ຜູ້​ຂຽນບົດ​ລາຍ​ງານ​ການຄົ້ນຄວ້າອາວຸ
ໂສ ​ໃຫ້​ຄໍາ​ເຫັນ​ວ່າ “ສິ່ງ​ທີ່​ການ​ປິ່ນປົວ​ນີ້​ເຮັດ ແມ່ນງ່າຍ​ໆ, ​ຄື ມັນ​ທໍາລາຍ​ຄວາມ​ສາ
ມາດ​ຂອງ​ເຊື້ອ​ໄວຣັສພະຍາດ​ໂປລິໂອທີ່ເຮັດ​ໃຫ້ແຊ​ລຂອງ​ເສັ້ນປະສາດ​ຕິດ​ເຊື້ອ ​ແລະ
ເຮັດ​ໃຫ້ບໍ່ເປັນ​ໂຣກ​ໂປ​ລິ​ໂອ​ອີກ​ຕໍ່​ໄປ​. ​ແຕ່​ວ່າ ມັນ​ຮັກສາ​ຄວາມ​ສາມາດຂອງເຊື້ອໄວ
ຣັສພະຍາດນີ້ໄວ້ ເພື່ອຂ້າ​ແຊລຂອງໂຣກມະ​ເຮັງ.”

ພວກ​ທ່ານໝໍ​ພາກັນ​ສີດ​ເຊື້ອ​ໄວຣັສທີ່​ໄດ້​ຮັບ​ການ​ດັດ​ແກ້​ນັ້ນ​ເຂົ້າ​ໄປ​ໃນ​ສະໝອງ​ໂດຍ​ກົງ.
ພວກ​ເພິ່ນ​ໄດ້​ພາກັນ​ເຮັດ​ການ​ປິ່ນປົວ​ດັ່ງກ່າວລື້ມຄືນ​ອີກ ໃຫ້​ແກ່​ຄົນ​ປ່ວຍ 5 ຄົນ ທີ່​ເປັນ
ໂຣກມະ​ເຮັງຄືນ.

ດຣ. ບິ​ກ​ເນີ​ກ່າວ​ເພີ້ມອີກ​ວ່າ “ສໍາລັບ​ຄົນ​ປ່ວຍ​ຜູ້​ໃດ ​ທີ່ພວກເຮົາ​ສາມາດ​ຕິດຕາມເບິ່ງ
ໄດ້ດົນ​ພໍ​ ແມ່ນຈະມີ​ປະຕິກິລິຍາ​ຕອບ​ໂຕ້​ຕໍ່ການ​ປິ່ນປົວ​ຄັ້ງທີ​ສອງ.”

ວິທີການປິ່ນປົວ​ດັ່ງກ່າວ​ນີ້ ຍັງ​ຢູ່​ໃນ​ຂັ້ນທົດ​ລອງ​ ​ແຕ່​ວ່າຜົນ​ການ​ປິ່ນປົວນີ້ ​ແມ່ນ​ໃຫ້​ຄວາມ​
ຫວັງ​ຫລາຍ​ ຈົນ​ວ່າພວກ​ທ່ານໝໍ​ໄດ້​ເລີ້ມທໍາການຄົ້ນຄວ້າ​ຄັ້ງທີ 2 ​ແລ້ວ, ຊຶ່ງ​ໄດ້​ເອົາ​ການ​
ປິ່ນປົວ​ດ້ວຍ​ການ​ໃຊ້​ເຊື້ອ​ໄວຣັສຂອງ​ພະຍາດ​ໂປ​ລິ​ໂອ ປະສົມ​ປະສານ​ໃສ່ກັບການເຮັດ
ເຄມີ​ບໍາບັດ ​ເພື່ອ​ພະຍາຍາມ​ທີ່​ຈະ​ປັບປຸງ​ຜົນ​ການ​ປິ່ນ​ປົວ​ໃຫ້​ດີ​ຂຶ້ນ.

ສໍາລັບ​ນາງ ສະ​ເຕັບ​ຟາ​ນີ ຮອບ​ເປີແລ້ວ ​ເນື້ອງອກ​ຂອງ​ລາວ ​ແມ່ນ​ສືບຕໍ່ຫົດ​ໂຕເຂົ້າໄປ
ເລື້ອຍໆ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG