ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດເຊີເບຍ ຈັບຜູ້ປະທ້ວງໄດ້ຢ່າງໜ້ອຍ 38 ຄົນ ໃນຂະນະທີ່ຝ່າຍຄ້ານ ມີແຜນການປະທ້ວງຕື່ມອີກ


ບັນດາຜູ້ປະທ້ວງ ປະທະກັບເຈົ້າໜ້າທີ່ຕໍ່ຕ້ານການກໍ່ຈະລາຈົນ ໃນນະຄອນຫຼວງແບລເກຣດ, ເຊີເບຍ, ວັນທີ 24 ທັນວາ 2023.
ບັນດາຜູ້ປະທ້ວງ ປະທະກັບເຈົ້າໜ້າທີ່ຕໍ່ຕ້ານການກໍ່ຈະລາຈົນ ໃນນະຄອນຫຼວງແບລເກຣດ, ເຊີເບຍ, ວັນທີ 24 ທັນວາ 2023.

ເຈົ້າໜ້າທີ່ຕຳຫຼວດຂອງເຊີເບຍກ່າວວ່າ ພວກເຂົາເຈົ້າໄດ້ກັກຂັງຜູ້ທີ່ເຂົ້າຮ່ວມໃນການປະທ້ວງ ຢ່າງໜ້ອຍ 38 ຄົນ ຕໍ່ຕ້ານລາຍງານທີ່ຜິດປົກກະຕິໃນລະຫວ່າງ ການປ່ອນບັດລົງຄະແນນສຽງ​ເລືອກ​ຕັ້ງທົ່ວໄປ ເມື່ອບໍ່ດົນມານີ້ ທີ່ໄດ້ປະກາດວ່າ ພັກປະຊານິຍົມທີ່​ເປັນ​ພັກ​ລັດ​ຖະ​ບານ ເປັນຜູ້ຊະນະການເລືອກຕັ້ງລັດຖະສະພາ ແລະສະພາທ້ອງຖິ່ນ, ອີງຕາມລາຍງານຂອງອົງການຂ່າວ AP.

ການ​ປະ​ທ້ວງ​ຕື່ມ​ອີກໄດ້​ຖືກ​ວາງ​ແຜນ​ໄວ້ ​ໃນ​ເວລາ​ຕໍ່​ມາ​ຂອງມື້​ວັນ​ຈັນ, ເຊິ່ງເຈົ້າໜ້າທີ່ຕຳຫຼວດ​ໄດ້​ເຕືອນ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ອະ​ນຸ​ຍາດ ​ໃຫ້​ຖະ​ໜົນ​ຫົນ​ທາງ ຫຼື​ຂົວຫຼາຍແຫ່ງ ​ຖືກຂັດ​ຂວາງ​ໃນ​ນະ​ຄອນ​ຫຼວງແບລເກຣດ (Belgrade).

ບັນດາຜູ້​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໄປ​ໃນ​ສະ​ພາຂອງ​ນະ​ຄອນຫຼວງແບລເກຣດໃນ​ຕອນ​ແລງຂອງມື້​ວັນ​ອາ​ທິດ ກ່ອນ​ທີ່​ຕຳຫຼວດ​ຈະ​ລາ​ຈົນຈະ​ໄດ້​ຂັບ​ໄລ່​ພວກ​ເຂົາ​ເຈົ້າ​ຄືນ​ດ້ວຍ​ແກັສ​ນ້ຳ​ຕາ, ສະເປຣໝາກ​ພິກ​ໄທ ແລະຕີດ້ວຍໄມ້​ກະ​ບອງ.

ກຸ່ມ​ຝ່າຍ​ຄ້ານຂອງເຊີເບຍ ທີ່ຕໍ່ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ໄດ້ດໍາເນີນການ​ປະ​ທ້ວງ​ນັບ​ຕັ້ງແຕ່​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 17 ທັນ​ວາທີ່​ຜ່ານ​ມາ ໂດຍ​ກ່າວ​ວ່າ ​ມີ​ການ​ສໍ້​ໂກງ​ຄະ​ແນນ​ໃນການ​ເລືອກ​ຕັ້ງ​ ໂດຍ​ສະ​ເພາະ ​ຢູ່ໃນນະຄອນຫຼວງແບລເກຣດ.

BELGRADE, Serbia (AP) — Serbian police say they have detained at least 38 people who took part in a protest against reported widespread irregularities during a recent general ballot that declared the governing populists winners of the parliamentary and local councils' elections. More protests were planned for later on Monday. Police warned they wouldn't allow roads or bridges to be blocked in the capital Belgrade. Hundreds of protesters tried to enter Belgrade's city council on Sunday evening before riot police pushed them back using tear gas, pepper spray and batons. Opposition group Serbia Against Violence has been staging protests since the Dec. 17 elections saying there has been election fraud especially in Belgrade.

XS
SM
MD
LG