ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງບັນຊາການໃຫຍ່ ຂອງຕໍາຫລວດຢູ່ພາກໃຕ້ ອັຟການິສຖານ ຕົກໄປຢູ່ໃນກໍາມື ຂອງກຸ່ມຕາລີບານ ແລ້ວ


ພວກນັກລົບຂອງກຸ່ມຕາລີບານ ລາດຕະເວນຢູ່ໃນເມືອງ Farah, ເມືອງເອກຂອງແຂວງ Farah ຢູ່ທາງຕາເວັນຕົກສຽງໃຕ້ຂອງນະຄອນຫລວງກາບູລ ໃນອັຟການິສຖານ, ວັນທີ 11 ສິງຫາ, 2021
ພວກນັກລົບຂອງກຸ່ມຕາລີບານ ລາດຕະເວນຢູ່ໃນເມືອງ Farah, ເມືອງເອກຂອງແຂວງ Farah ຢູ່ທາງຕາເວັນຕົກສຽງໃຕ້ຂອງນະຄອນຫລວງກາບູລ ໃນອັຟການິສຖານ, ວັນທີ 11 ສິງຫາ, 2021

ເຈົ້າໜ້າທີ່ທ່ານນຶ່ງກ່າວວ່າ ກຸ່ມຕາລີບານໄດ້ເຂົ້າຍຶດເອົາ ກອງບັນຊາການໃຫຍ່ຂອງຕຳຫຼວດໃນວັນພະຫັດມື້ນີ້ ຢູ່ໃນເມືອງເອກຂອງແຂວງນຶ່ງ ຢູ່ທາງພາກໃຕ້ຂອງອັຟການິສຖານ ທີ່ກຳລັງຈະກ້າວໄປສູ່ການສູນເສຍໃຫ້ແກ່ພວກກະບົດ ໃນຂະນະທີ່ການໂຈມຕີທາງອາກາດຂອງສະຫະລັດທີ່ເປັນການສົງໄສຢູ່ນັ້ນທໍາການໂຈມຕີພື້ນທີ່ດັ່ງກ່າວ, ອີງຕາມອົງການຂ່າວເອພີ (AP).

ການສູ້ລົບກັນແມ່ນດຸເດືອດຂຶ້ນຢູ່ໃນເມືອງແລສຄາ ກາ (Lashkar Gah) ເຊິ່ງເປັນເມືອງໃຫຍ່ທີ່ສຸດແຫ່ງນຶ່ງ ຂອງອັຟການິສຖານຢູ່ໃນເຂດໃຈກາງຂອງແຂວງແຮລແມນ (Helmand) ຂອງກຸ່ມຕາລີບານ, ບ່ອນທີ່ອ້ອມຮອບໄປດ້ວຍກອງກຳລັງລັດຖະບານ ທີ່ຫວັງວ່າຈະຮັກສາເມືອງເອກໄວ້ໄດ້ ຫຼັງຈາກມີການໂຈມຕີຢ່າງວ່ອງໄວຂອງພວກຫົວຮຸນແຮງ ໃນຕະຫຼອດອາທິດທີ່ຜ່ານມາ ແມ່ນໄດ້ເຫັນພວກເຂົາຍຶດເອົາເມືອງອີກ 9 ແຫ່ງໃນທົ່ວປະເທດແລ້ວ (seized nine others around the country).

ກອງກຳລັງຮັກສາຄວາມໝັ້ນຄົງຂອງອັຟການິສຖານ ແລະລັດຖະບານບໍ່ໄດ້ຕອບຕໍ່ຄຳຮ້ອງຂໍຄວາມເຫັນຫຼາຍໆເທື່ອ ກ່ຽວກັບການຕໍ່ສູ້ກັນມາຫຼາຍມື້ນີ້. ແຕ່ຢ່າງໃດກໍ່ຕາມ, ປະທານາທິບໍດີອາສຣາຟ ການີ (Ashraf Ghani) ກໍາລັງພະ ຍາຍາມຮວບຮວມເອົາການຕ້ານຄືນຕໍ່ການບຸກໂຈມຕີ ໂດຍກາງຕໍ່ອາໄສກໍາລັງພິເສດຂອງປະເທດທ່ານ, ທະຫານບ້ານຂອງພວກຂຸນເສີກ ແລະກໍາລັງທະຫານອາກາດຂອງອາເມຣິກັນກ່ອນທີ່ສະຫະລັດແລະເນໂຕ (NATO) ຈະຖອນອອກໄປໃນທ້າຍເດືອນນີ້.

ເຖິງແມ່ນວ່າ ນະຄອນຫຼວງກາບູລເອງ ບໍ່ໄດ້ຖືກຂົ່ມຂູ່ໂດຍກົງຈາກການບຸກໂຈມຕີ ທີ່ວ່ອງໄວແບບໜ້າອັດສະຈັນ ກໍ່ຕາມ ແຕ່ກໍມີຄຳຖາມຂຶ້ນມາວ່າ ລັດຖະບານອັຟການິສຖານຈະສາມາດຮັກສາການຄວບຄຸມເຂດເລັກໆນ້ອຍໆຂອງປະເທດທີ່ຍັງເຫລືອຢູ່ນັ້ນໄວ້ໄດ້ດົນປານໃດ. ໃນທີ່ສຸດລັດຖະບານອາດຈະຖືກບັງຄັບໃຫ້ຖອນກໍາລັງຄືນມາເພື່ອປ້ອງກັນນະຄອນຫຼວງ ແລະຍັງເຫລືອພຽງແຕ່ຕົວເມືອງອື່ນສອງສາມແຫ່ງເທົ່ານັ້ນ ຂະນະທີ່ຫຼາຍພັນຄົນຫລົບໜີຈາກການສູ້ລົບ ໄດ້ຍົກຍ້າຍໄປຢູ່ນະ ຄອນຫຼວງກາບູລ ແລະປັດຈຸບັນແມ່ນອາໄສຢູ່ກາງເດີ່ນແລະສວນສາທາລະນະ (live in open fields and parks).

ການສູ້ລົບກັນຢູ່ອ້ອມແອ້ມເມືອງແລສຄາ ກາ (Lashkar Gah) ໄດ້ດໍາເນີນມາເປັນເວລາຫຼາຍອາທິດແລ້ວ. ໃນວັນພຸດວານນີ້, ການວາງລະເບີດລົດແບບສະ ຫຼະຊີບໄດ້ເປັນຂີດໝາຍຂອງກະແສຟອງຫລ້າສຸດທີ່ແນເປົ້າໃສ່ກອງບັນຊາການໃຫຍ່ຂອງຕຳຫຼວດ ໃນເມືອງເອກແຫ່ງນັ້ນ. ມາຮອດວັນພະຫັດມື້ນີ້, ກຸ່ມຕາລີບານໄດ້ເຂົ້າໄປໃນອາຄານ ໂດຍມີເຈົ້າໜ້າທີ່ຕຳຫຼວດຈຳນວນນຶ່ງຍອມຈຳນົນຕໍ່ພວກຫົວຮຸນແຮງ ແລະຄົນອື່ນໆໄດ້ຖອຍໄປຢູ່ຫ້ອງວ່າການເຈົ້າແຂວງທີ່ຢູ່ໃກ້ກັນ ນັ້ນ ເຊິ່ງກຳລັງລັດຖະບານຍັງຮັກສາໄວ້ໄດ້ຢູ່, ອີງຕາມນາງ ນາຊີມາ ເນຍຊີ.

ນາງເນຍຊີ (Niazi) ເວົ້າວ່າ ຕົນເອງເຊື່ອວ່າ ການໂຈມຕີຂອງພວກຕາລີບານໄດ້ສັງຫານ ແລະເຮັດໃຫ້ສະມາຊິກຂອງກຳລັງຮັກສາຄວາມໝັ້ນຄົງໄດ້ຮັບບາດ ເຈັບ ແຕ່ນາງກໍບໍ່ໄດ້ມີລາຍລະອຽດໃດໆ ກ່ຽວກັບການບາດເຈັບ ແລະລົ້ມຕາຍ. ນາງບອກອີກວ່າ ການໂຈມຕີດ້ວຍລະເບີດລົດສະຫຼະຊີບອີກຄັ້ງນຶ່ງໄດ້ແນເປົ້າ ໝາຍໃສ່ຄຸກຂອງແຂວງ, ແຕ່ລັດຖະບານ ຍັງຮັກສາມັນໄວ້ໄດ້ຢູ່. ການບຸກຄືບ
ໜ້າໄປເອົາແຫ່ງອື່ນໆ ຂອງກຸ່ມຕາລີບານໄດ້ເຫັນວ່າ ພວກຫົວຮຸນແຮງໄດ້ປົດປ່ອຍສະມາຊິກຫຼາຍຮ້ອຍຄົນ ໃນອາທິດທີ່ຜ່ານມາ, ຊຶ່ງໄດ້ເສີມຂະຫຍາຍຖັນແຖວທະຫານຂອງພວກເຂົາໃນຂະນະທີ່ຍຶດອາວຸດ ແລະພາຫະນະທີ່ອາເມຣິກາສະໜອງໃຫ້ນັ້ນໄດ້.

ນາງເນຍຊີ (Niazi) ໄດ້ຕຳໜິການໂຈມຕີທາງອາກາດທີ່ກໍາລັງດໍາເນີນໄປຢູ່ນີ້ ທີ່ແນເປົ້າໃສ່ເຂດດັ່ງກ່າວ, ໂດຍກ່າວວ່າ ພົນລະເຮືອນອາດຈະໄດ້ຮັບບາດເຈັບ ແລະເສຍຊີວິດກໍເປັນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG