ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ຍິງ​ແກັ​ສ​ນ້ຳ​ຕາ ໃສ່​ພວກ​ປະ​ທ້ວງ ໃນ​ຮົງ​ກົງ ຖື​ວ່າ ເປັນ​ການ​ສິ້ນ​ສຸດ ຂອງ​ໄລ​ຍະ​ຢຸດ​ຊົ່ວ​ຄາວ ຂອງ​ຄວາມ​ຮຸນ​ແຮງ


ພວກ​ທີ່​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຖື​ປ້າຍ ລຳ​ດັບ 4 ຂໍ້​ຮຽກ​ຮ​ອງ ຈາກ​ 5 ຮຽກ​ຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ລະ​​ຫວ່າງ​ການ​ປະ​ທ້ວງ​ຄົບ​ຮອບຫົກ​ເດືອນ​ ສຳ​ລັບ​ຊາຍ​ຜູ້​ນຶ່ງ ທີ່​ເສຍ​ຊີ​ວິດ ຈາກ​ການ​​ຕົກ​ລົງ​ຈາກ​ຂົວ, ​ໃນ​ວັນ​ອາ​ທິດ ທີ 15 ທັນ​ວາ 2019 ​ໃນ​ຮົງ​ກົງ. (AP Photo/Mark
ພວກ​ທີ່​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຖື​ປ້າຍ ລຳ​ດັບ 4 ຂໍ້​ຮຽກ​ຮ​ອງ ຈາກ​ 5 ຮຽກ​ຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ລະ​​ຫວ່າງ​ການ​ປະ​ທ້ວງ​ຄົບ​ຮອບຫົກ​ເດືອນ​ ສຳ​ລັບ​ຊາຍ​ຜູ້​ນຶ່ງ ທີ່​ເສຍ​ຊີ​ວິດ ຈາກ​ການ​​ຕົກ​ລົງ​ຈາກ​ຂົວ, ​ໃນ​ວັນ​ອາ​ທິດ ທີ 15 ທັນ​ວາ 2019 ​ໃນ​ຮົງ​ກົງ. (AP Photo/Mark

ຕຳຫຼວດ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ​ເພື່ອ​ຕໍ່​ຕ້ານ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ໃນ​ຮົງ​ກົງ ໃນ​ວັນ​ຈັນ​ມື້ນີ້ ກ່ອນ​ໜ້າ​ກອງ​ປະ​ຊຸມ ລະ​ຫວ່າງ ຜູ້​ນຳ​ຂອງ​ຂົງ​ເຂດ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ພັກ​ຄອມ​ມິວ​ນິ​ສ ໃນ​ປັກ​ກິ່ງ ຊຶ່ງ​ເປັນ​ການ​ສິ້ນ​ສຸດ​ຂອງການ​ຢຸດ​ຊົ່ວ​ຄາວ​ ໃນ​ສິ່ງ​ທີ່​ໄດ້​ກາຍ​ເປັນ​ການ​ປະ​ທະ​ກັນຢູ່​ເລື້ອຍໆ ລະ​ຫວ່າງ ​ໜ່ວຍ​ປາບ​ປາມ​ຈະ​ລາ​ຈົນ ແລະ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ.

ຕຳຫຼວດ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍິງ​ແກັ​ສ​ທີ່​ເຮັດ​ໃຫ້​ຫາຍ​ໃຈ​ບໍ່​ໄດ້ ຫຼັງ​ຈາກ​ທີ່​ຄວາມບໍ່​ສະ​ຫງົບ​ໄດ້​ລະ​ເບີດ​ຂຶ້ນ ໃນ​ຕອນ​ຄ່ຳ​ຂອງວັນ​ອາ​ທິດ​ຜ່ານ​ມາ ຢູ່​ໃນເມືອງ ​ມົງ​ກອກ ຂອງ​ເຂດ​ກາວ​ລຸນ.

ສ່ວນ​ພວກ​ປະ​ທ້ວງ ກໍໄດ້ແກວ່ງ​ກ້ອນ​ຫີນ​ໃສ່​ພວກເຈົ້າ​ໜ້າ​ທີ່ ແລະ​ໂຍນຈວຍ​ຈະ​ລາ​ຈອນ​ໃສ່​ລົດ​ຂອງຕຳຫຼວດ ອີງ​ຕາມ​ການ​ກ່າວ​ຂອງ​ຕຳຫຼວດ. ພວກ​ເຂົາ​ເຈົ້າ​ຍັງ​ໄດ້ຈູດ​ໄຟ​ຂຶ້ນ, ກີດ​ຂວາງ​ຫົນ​ທາງ​ສາຍ​ຕ່າງໆ ແລະ​ໄດ້​ທັບ​ໄຟ​ສັນ​ຍານ​ຈະ​ລາ​ຈອນ​ດ້ວຍ​ໄມ້​ຄ້ອນ​ຕີ.

ພາບ​ບັນ​ທຶກວີ​ດີ​ໂອ ໄດ້​ສະແດງ​ໃຫ້ເຫັນຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ​ແກວ່ງກະ​ບອງ​, ສີດ​ສະ​ເປ​ໝາກ​ເຜັດ ໃສ່​ຊາຍ​ຄົນ​ນຶ່ງ​ໃນ​ກຸ່ມ​ຂອງ​ບັນ​ດາ​ນັກ​ຂ່​າວ ແລະ​ພາ​ກັນ​ບຸກ​ລຸມ​ຕີ ແລະ​ຄວບ​ຄຸມ​ໂຕ​ລາວ.

ຄວາມ​ຮຸນ​ແຮງ ແລະ​ການ​ປະ​ເຊີນ​ໜ້າ​ກັນ ​ມີ​ຢູ່​ກະ​ຈາຍ​ໄປທົ່ວສູນ​ການ​ຄ້າດັ່ງ​ກ່າວ ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ​ຜ່ານ​ມາ ບ່ອນ​ທີ່​ຕຳຫຼວງ ຍັງ​ໄດ້​ສີດ​ສະ​ເປ​ໝາກ​ເຜັດ ແລະ​ໄດ້​ທຳ​ການ​ຈັບ​ກຸມຫຼາຍ​ຄົນ ຊຶ່ງ​ເປັນ​ການ​ສິ້ນ​ສຸດ​ຂອງ​ສິ່ງ​ທີ່​ໄດ້​ເປັນ​ການ​ຢຸດ​ຊົ່ວ​ຄາວ ເປັນ​ເວ​ລາ​ສອງ​ສັບ​ປະ​ດາ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ​ຕຳຫຼວດ ແລະ​ພວກ​ປະ​ທ້ວງ.

ເຫດ​ຜົນ​ໃນ​ຄວາມ​ເຄັ່ງ​ຕຶງ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຜູ້​ນຳ​ຮົງ​ກົງ ທ່າ​ນ​ນາງ​ແຄ​ຣີ ແລມ ແມ່ນ​ກຳ​ລັງ​ຢູ່​ໃນ​ປັກ​ກິ່ງ ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ແຈ້ງ​ໃຫ້​ປະ​ທາ​ນ​ປະ​ເທດ ທ່ານ​ສີ ຈິ້ນ​ຜິງ ຊາບກ່ຽວ​ກັບສະ​ຖາ​ນະ​ການ ໃນ​ເຂດເຄິ່ງ​ປົກ​ຄອງ​ຕົນ​ເອງ ທີ່​ເປັ​ນ​ອາ​ນາ​ເຂດ​ຂອງ​ຈີນນັ້ນ.

ຂະ​ບວນ​ການ​ປະ​ທ້ວງ​ຂອງ​ຮົງ​ກົງ​ໄດ້​ລະ​ເບີດ​ຂຶ້ນ ໃນ​ເດືອນມິ​ຖຸ​ນາ ໃນ​ການ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ຊຶ່ງ​ໃນ​ເວ​ລານີ້​ໄດ້​ຖືກ​ຍົກ​ເລີກ​ໄປ​ແລ້ວ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ຜູ້​ຕ້ອງ​ສົງ​ໃສ​ໃນ​ຄະ​ດີ​ອາ​ຍາ ໄປ​ຈີນ​ເພື່ອ​ດຳ​ເນີນ​ຄະ​ດີ ໃນ​ສານ​ທີ່​ຄວບ​ຄຸມ​ໂດຍ​ພັກ​ຄອມ​ມູ​ນິ​ສ​ ຢູ່​ທີ່​ຈີນ​ແຜ່ນ​ດິນ​ໃຫຍ່.

ມັນ​ໄດ້​ກາຍ​ເປັນ​ການ​ທ້າ​ທ້າຍ​ຂະ​ໜາດ​ໃຫຍ່ ຕໍ່​ລັດ​ຖະ​ບານ ແລະ​ບັນ​ດາ​ຜູ້​ນຳ​ຄອມ​ມູນິ​ສ ໃນ​ປັກ​ກິ່ງ ໂດຍ​ການ​ຮຽກ​ຮ້ອງຫຼາຍ​ປະ​ການ ທີ່​ລວມ​ທັງ ການ​ໃຫ້​ຜູ້​ນຳ​ຂອງ​ຮົງ​ກົງ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ທັງ​ໝົດໄດ້​ຮັບ​ການ​ເລືອກໂດຍ​ຊາວ​ຮົງ​ກົງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Police fired tear gas against protesters in Hong Kong before meetings Monday between the territory's leader and Communist Party officials in Beijing, ending a lull in what have become regular clashes between riot squads and demonstrators.

Police said they fired the choking gas after unrest erupted Sunday night in the Mongkok district of Kowloon.

Protesters threw bricks at officers and tossed traffic cones at a police vehicle, police said. They also set fires, blocked roads and smashed traffic lights with hammers.

Video footage showed truncheon-wielding riot officers squirting pepper spray at a man in a group of journalists and ganging up to beat and manhandle him.

The violence and scattered confrontations in shopping malls earlier Sunday, where police also squirted pepper spray and made several arrests, ended what had been a lull of a couple of weeks in clashes between police and protesters.

The uptick in tension came as Hong Kong leader Carrie Lam was in Beijing on Monday to brief President Xi Jinping on the situation in the semi-autonomous Chinese territory.

Hong Kong's protest movement erupted in June against now-scrapped legislation that would have allowed criminal suspects to be extradited for trial in Communist Party-controlled courts in mainland China.

It has snowballed into a full-blow challenge to the government and Communist leaders in Beijing, with an array of demands, including that Hong Kong's leader and legislators all be fully elected.

XS
SM
MD
LG