ຕໍາຫຼວດລາວ ຢືນຢັນວ່າການຈັບນັກກົດໝາຍຊາວຈີນໃນລາວເປັນເລື້ອງຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືືອງລະຫວ່າງລາວກັບຈີນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຕໍາຫຼວດປະສານງານຕ່າງປະເທດ ໃນກະຊວງປ້ອງກັນຄວາມສະຫງົບ ເປີດເຜີຍວ່າ ການຈັບກຸມນັກເຄື່ອນໄຫວຊາວຈີນໃນລາວ ເມື່ອວັນທີ 28 ກໍລະກົດ 2023 ທີ່ຜ່ານມານັ້ນ ຖືເປັນປະຕິບັດການຕາມການຮ້ອງຂໍຈາກທາງການຈີນ ທີ່ຢູ່ພາຍໃຕ້ຂໍ້ຕົກລົງຫຸ້ນສ່ວນຢຸດທະສາດລະຫວ່າງລັດຖະບານລາວກັບຈີນວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງ ຊຶ່ງຜູ້ນຳຂອງ 2 ປະເທດລົງນາມຮ່ວມກັນ ທີ່ນະຄອນວຽງຈັນ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວ ໄດ້ກຳນົດໄວ້ຢ່າງຊັດເຈນວ່າ ທັງ 2 ຝ່າຍຈະຮ່ວມມືກັນຢ່າງໃກ້ຊິດ ແລະ ດຳເນີນທຸກມາດຕະການເພື່ອປ້ອງກັນ ແລະ ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງໃຫ້ໄດ້ຢ່າງຂາດຕົວ ແລະ ເພື່ອຜົນປະໂຫຍດຂອງທັງ 2 ປະເທດຢ່າງແທ້ຈິງ ດັ່ງເຈົ້າໜ້າທີ່ຕຳຫຼວດໃນກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຢືນຢັນວ່າ:
“ສິ່ງທີ່ພວກເຮົາສຸມໃສ່ ກະແມ່ນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ບັນດາສັນຍາທີ່ 2 ປະເທດໄດ້ມີການລົງນາມ ແລ້ວກໍເຊັນກັນ ເພາະວ່າສັນຍາທັງໝົດນີ້ ແມ່ນລ້ວນແລ້ວແຕ່ແມ່ນເອກະສານທີ່ເກີດຂຶ້ນບົນພື້ນຖານການພົວພັນຮ່ວມມື 2 ຝ່າຍ ສະນັ້ນ ສິ່ງທີ່ພວກເຮົາຈະເອົາໃຈໃສ່ກໍ່ແມ່ນປະຕິບັດອັນນີ້ໃຫ້ມັນໄດ້ ຖືວ່າໃຫ້ມັນເກີດດອກອອກຜົນ ແລ້ວມັນກໍ່ຈະນຳຜົນປະໂຫຍດຕົວຈິງມາສູ່ 2 ຊາດພວກເຮົາ.”
ສ່ວນຜູ້ຊ່ຽວຊານທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຈີນ ຢືນຢັນວ່າ ກະຊວງປ້ອງກັນຄວາມສະຫງົບຂອງລາວໄດ້ປະສານງານຢ່າງໃກ້ຊິດກັບຝ່າຍຈີນ ໂດຍໄດ້ມີຄຳສັ່ງເຖິງກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດເພື່ອໃຫ້ເພີ້ມຄວາມເຂັ້ມງວດເຂົ້າໃນການກວດກາ ເພື່ອຈຳກັດການເຄື່ອນໄຫວຂອງບັນດານັກເຄື່ອນໄຫວຊາວຈີນ ທີ່ທາງການຈີນຕ້ອງການຈັບກຸມ ແລະ ຄວບຄຸມຕົວໄປດຳເນີນຄະດີໃນຈີນນັ້ນ ໃນນີ້ກໍ່ລວມເຖິງທ່ານ ລູ ຊີເວ (Lu Siwei) ນັກກົດໝາຍທີ່ເຄື່ອນໄຫວດ້ານສິດທິມະນຸດໃນຈີນ ຊຶ່ງໄດ້ເດີນທາງຈາກຈີນ ແລະ ມາຖືກຕຳຫລວດລາວຈັບກຸມຕົວໄດ້ໃນຄັ້ງນີ້ດ້ວຍ ອັນຖືເປັນກໍລະນີທີ່ທາງການຈີນໃຫ້ຄວາມສຳຄັນເປັນພິເສດ ເພາະວ່າຕາມປົກກະຕິແລ້ວ ທາງການຈີນຈະບໍ່ເຂົ້າໄປແຊກແຊງດ້ານຄະດີຄວາມໃນປະເທດໃດ ເຖິງແມ່ນວ່າຜູ້ກະທຳຜິດຈະເປັນຊາວຈີນກໍ່ຕາມ ດັ່ງທີ່ຜູ້ຊ່ຽວຊານ ໄດ້ໃຫ້ການຢືນຢັນວ່າ:
“ລັດຖະບານຈີນນັ້ນ ມີນະໂຍບາຍຢ່າງນຶ່ງ ທີ່ມີມາຫຼາຍສິບປີແລ້ວ ກໍຄືວ່າ ຖ້າຊາວຈີນໄປຢູ່ໃນປະເທດໃດກໍແລ້ວແຕ່ ຂໍໃຫ້ເຈົ້າຢູ່ພາຍໃຕ້ກົດໝາຍຂອງປະເທດນັ້ນ ຖ້າຫາກເຈົ້າເຮັດຜິດກົດໝາຍຂອງປະເທດນັ້ນ ທາງການຈີນຈະບໍ່ເຂົ້າມາກ່ຽວຂ້ອງນຳ ຍົກເວັ້ນບ່ອນທີ່ວ່າ ຖ້າຫາກສືບສາວ-ລາວເລື້ອງໄປຈົນເຖິງຕົ້ນຕໍທີ່ຍັງມີເຄືອຂ່າຍຢູ່ໃນເມືອງຈີນ ຖ້າເປັນແບບນັ້ນຫັ້ນ ຈີນກໍອາດຈະໃຫ້ຈັດການໃນເມືອງຈີນ ອາດຈະເຮັດໃຫ້ເຮົາໄດ້ເຫັນວ່າ ຂະບວນການນັ້ນເປັນຕາຢ້ານປານໃດ.”
ພາຍໃຕ້ການຮ່ວມມືດັ່ງກ່າວ ລັດຖະບານຈີນກໍໄດ້ໃຫ້ການຊ່ວຍເຫຼືອກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໃນການກວດກາ ແລະ ຄວບຄຸມສື່ສັງຄົມ Online ທີ່ຕ້ອງການຈະດຳເນີນກິດຈະການໃນດ້ານການໂຄສະນາ ແລະ ເຜີຍແຜ່ຂໍ້ມູນ-ຂ່າວສານຕໍ່ສາທາລະນະຊົນໃນລາວ ດ້ວຍການກຳນົດໃຫ້ມີການລົງທະບຽນຕາມກົດໝາຍສື່ມວນຊົນ ທັງຍັງຈະຕ້ອງໄດ້ຮັບອະນຸຍາດຈາກກົມຂ່າວຢ່າງເປັນທາງການແລ້ວເທົ່ານັ້ນ ຈຶ່ງຈະສາມາດດຳເນີນກິດຈະການດັ່ງກ່າວໄດ້ ຫາກບໍ່ສະນັ້ນແລ້ວ ກໍ່ຈະຖືວ່າເປັນສື່ສັງຄົມທີ່ຜິດກົດໝາຍ ທີ່ຈະຕ້ອງຖືກດຳເນີນມາດຕະການລົງໂທດຕາມກົດໝາຍຢ່າງເຂັ້ມງວດອີກດ້ວຍ
ປັດຈຸບັນ ໃນລາວມີສື່ສັງຄົມ Online ກວ່າ 60 ລາຍທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍ ຫາກແຕ່ວ່າ ກໍຍັງມີຫຼາຍສິບລາຍທີ່ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບລາວໃນຕ່າງປະເທດທີ່ທາງການລາວ ບໍ່ສາມາດທີ່ຈະຄວບຄຸມໄດ້ເລີຍ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການພັດທະນາລະບົບ-ເຄືອຂ່າຍສື່ມວນຊົນຂອງລາວ ໃຫ້ທັນສະໄໝດ້ວຍການຊ່ວຍເຫຼືອທັງໃນດ້ານວິຊາການ ແລະ ເທັກໂນໂລຈີ ຂັ້ນສູງຈາກສະມາຄົມນັກຂ່າວແຫ່ງຊາດຈີນ ຊຶ່ງຈະດຳເນີນການແລ້ວເສັດພາຍໃນປີ 2024 ທັງນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍຈະພັດທະນາລາວໄປສູ່ສັງຄົມ Digital ໃຫ້ໄດ້ໂດຍພື້ນຖານພາຍໃນປີ 2025.