ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ໂປ​ແລນ ເດີນຂະບວນປະ​ທ້ວງ ຢູ່​ທົ່ວ​ປະ​ເທດ ເພື່ອ​ປົກ​ປ້ອງ​ເສ​ລີ​ພາບ​ ໃນດ້ານ​ສື່ມວນ​ຊົນ


ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫລວງ​ວໍ​ຊໍຂອງ​ໂປ​ແລນພາ​ກັນ​ປະ​ທ້ວງຫລັງ​ຈາກ​ສະ​ພາ​ໄດ້​ອະ​ນຸ​ມັດ​ຮ່າງ​ກົດ​ໝາຍ​ທີ່ຫລາຍ​ຄົນເຫັນວ່າ ເປັນ​ການ​ຈຳ​ກັດ​ເສ​ລີ​ພາບ​ໃນ​ດ້ານ​ສື່​ມວນ​ຊົນ​, ວັນ​ທີ 19 ທັນ​ວາ, 2021.
ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫລວງ​ວໍ​ຊໍຂອງ​ໂປ​ແລນພາ​ກັນ​ປະ​ທ້ວງຫລັງ​ຈາກ​ສະ​ພາ​ໄດ້​ອະ​ນຸ​ມັດ​ຮ່າງ​ກົດ​ໝາຍ​ທີ່ຫລາຍ​ຄົນເຫັນວ່າ ເປັນ​ການ​ຈຳ​ກັດ​ເສ​ລີ​ພາບ​ໃນ​ດ້ານ​ສື່​ມວນ​ຊົນ​, ວັນ​ທີ 19 ທັນ​ວາ, 2021.

ຊາວ​ໂປ​ແລນໄດ້ພາກັນລົງ​ໄປ​ເດີນຂະບວນຢູ່ໃຈກາງເມືອງຕ່າງໆ ໃນທົ່ວປະເທດເພື່ອປົກປ້ອງເຄືອຂ່າຍໂທລະພາບຂອງສະຫະລັດທີ່ຖືກລັດຖະບານຝ່າຍຂວາແນເປົ້າໝາຍໃສ່, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP). ການ​ປະ​ທ້ວງ​ໃນຕອນ​ແລງ​ວັນ​ອາທິດ​ວານ​ນີ້ ກໍາລັງ​ຊອກ​ຫາ​ທາງປົກ​ປ້ອງເສລີພາບ​ດ້ານ​ສື່​ມວນ​ຊົນ​ໃນ ​ປະ​ເທດ​ສະຫະພາບ​ຢູ​ໂຣບແຫ່ງ​ນຶ່ງ ບ່ອນ​ທີ່​ມາດຕະຖານດ້ານ​ປະຊາທິປະ​ໄຕກຳ​ລັງ​ເສື່ອມ​ໂຊມ​ລົງ​ນັ້ນ. ການ​ປະ​ທ້ວງ​ເຫລົ່າ​ນັ້ນ​ໄດ້​ຖືກ​ຮຽກ​ຮ້ອງໃຫ້​ມີ​ຂຶ້ນ​ຫຼັງ​ຈາກ ​ສະ​ພາ​ແຫ່ງ​ຊາດ​ ໃນ​ວັນ​ສຸກ​ຜ່ານ​ມາ​ໄດ້ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ທີ່​ຈະ​ບັງ​ຄັບ​ໃຫ້​ບໍ​ລິ​ສັດດິ​ສ​ຄ​າ​ເວີ​ຣີ (Discovery Inc.) ຕ້ອງ​ຂາຍ​ຮຸ້ນສ່ວນທີ່​ຕົນ​ຄວບ​ຄຸມ​ໃນໂທ​ລະ​ພາບ TVN ຊຶ່ງ​ເປັນ​ເຄືອ​ຂ່າຍ​ໂທລະ​ພາບ​ໃຫຍ່​ທີ່​ສຸດ​ຂອງ​ໂປ​ແລນ ນັ້ນ. ຊະ​ຕາ​ກໍາ​ຂອງ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ປັດ​ຈຸ​ບັນ​ແມ່ນຂຶ້ນ​ຢູ່​ກັບ​ປະ​ທາ​ນາ​ທິ​ບໍ​ດີແອນ​ເດ​ຣເຊ ດູ​ດາ (Andrzej Duda)​.

ການ​ປະ​ທ້ວງ​ໃຫຍ່ໃນ​ວັນ​ອາທິດ​ວານ​ນີ້ ແມ່ນຢູ່​ຕໍ່ໜ້າ​ທຳນຽບປະທານາທິບໍດີ​ໃນ​ນະຄອນຫລວງວໍ​ຊໍ. ທ່ານບິກ​ສ໌ ອາ​ລີວ (Bix Aliu), ອຸ​ປະອັກຄະລັດຖະທູດ ສະຫະລັດກ່າວວ່າ ສະ​ຫະ​ລັດຮູ້​ສຶກ “ຜິດຫວັງຫລາຍທີ່​ສຸດ” ຕໍ່ການຮັບຮອງ ເອົາຮ່າງກົດໝາຍດັ່ງກ່າວ ແລະຮຽກຮ້ອງໃຫ້ທ່ານດູ​ດາ (Duda) “ປົກປ້ອງເສລີ ພາບໃນການປາກເວົ້າ ແລະທຸລະກິດ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Poles flocked to city centers across the country to defend a U.S.-owned television network that is being targeted by the right-wing government. The protests Sunday evening are seeking to protect media freedom in a European Union nation where democratic norms are eroding. The protests were called after the parliament on Friday unexpectedly passed a bill that would force Discovery Inc. to sell its controlling share of TVN, Poland's largest television network. The fate of the bill now lies with President Andrzej Duda. The main protest Sunday was in front of the presidential palace in Warsaw. The U.S. charge d'affaires, Bix Aliu, said the U.S. was "extremely disappointed" by the passage of the bill and urged Duda "to protect free speech and business."

XS
SM
MD
LG