ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສ​ຫລ ຈະ​ສົ່ງ​ທະ​ຫານ ອີກ 1,000 ຄົນ ໄປ​ປະ​ຈຳ ຢູ່​ໂປ​ແລນ


ປະ​ທານາ​ທິ ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ແລະ ປະ​ທາ​ນາ​ທິ​ບໍ​ດີແອນເ​ດ​ຣ​ສ ດູ​ດາ (Andrzej Duda) ​ຂອງ​ໂປ​ແລນ ກຳ​ລັງ​ຈະ​ຈັບ​ມື​ກັນ ຢູ່​ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວຮ່ວມ​ກັນ ຢູ່​ໃນເດີ່ນສວນ​ກຸ​ຫລາບ ຂອງ​ທຳ​ນຽບ​ຂາວ​ ໃນ​ວັນ​ທີ 12 ມິ​ຖຸ​ນາ, 2019
ປະ​ທານາ​ທິ ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ແລະ ປະ​ທາ​ນາ​ທິ​ບໍ​ດີແອນເ​ດ​ຣ​ສ ດູ​ດາ (Andrzej Duda) ​ຂອງ​ໂປ​ແລນ ກຳ​ລັງ​ຈະ​ຈັບ​ມື​ກັນ ຢູ່​ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວຮ່ວມ​ກັນ ຢູ່​ໃນເດີ່ນສວນ​ກຸ​ຫລາບ ຂອງ​ທຳ​ນຽບ​ຂາວ​ ໃນ​ວັນ​ທີ 12 ມິ​ຖຸ​ນາ, 2019

ສະ​ຫະລັດແລະ​ໂປແລນໄດ້​ເຊັນຖະ​ແຫລງ​ການ​ຮ່ວມ​ສະ​ບັບ​ນຶ່ງທີ່​ຢືນ​ຢັນ​ວ່າ ຈະ​ ​ເພີ້ມ
ການ​ຮ່ວມ​ມື​ດ້ານ​ປ້ອງກັນ​ຊາດ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ ຊຶ່ງ​ປະ​ທານາ​ທິ ​ບໍ​ດີ​ດໍ​ໂນ​ລ
ທ​ຣຳ​ເວົ້າ​ໃຫ້​ຮູ້ຢ່າງ​ຈ​ະ​ແຈ້ງວ່າ ບໍ່​ແມ່ນ​ແຕ່​ການ​ເປັນ​ພາ​ຄີ​ກັນ​ທາງ​ຍຸດ​ທະ​ສາດ​ເທົ່າ​ນັ້ນ
“ແຕ່​ຍັງມີ​ຄ່າ​ນິ​ຍົມອັນ​ດຽວ​ກັນ, ມີເປົ້າ​ໝາຍ​ຄື​ກັນ ແລະ​ ມີມິດ​ຕະ​ພາບອັນ​ແຂງ​ແກ່ນ
ຍືນ​ນານ."

ໃນ​ວັນ​ພຸດ​ວານນີ້ທ່ານ​ທ​ຣຳ ໂດຍມີ​ປະ​ທາ​ນາ​ທິ​ບໍ​ດີແອນເ​ດ​ຣ​ສ ດູ​ດາ (Andrzej Duda) ​ຢູ່​ທາງ​ຂ້າງ ​ປະ​ກາດ​ວ່າ​ ຈະ​ສົ່ງທະ​ຫານ​ຂອງ​ສະ​ຫະ​ລັດ​ໄປ​ຍັງ​ໂປ​ແລນ​ເພີ້ມອີກ 1,000 ຄົນ​.

ແຕ່​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ​ວ່າ ຈະ​ມີ​ການ​ເອົາ​ທະ​ຫານ​ອາ​ເມ​ຣິ​ກັນ​ໃນ​ເຄື່ອງ​ແບບໄປ​ປະ​ຈຳ​ຢູ່​ໃນ​ປະ​ເທດນັ້ນ​ຢ່າງ​ຖາ​ວອນເພີ້ມ​ອີກ​ເຖິງ 2,000 ຄົນ ​ຫລືບໍ່.

“ພວກ​ເຮົາ​ຈະ​ເອົາ​ພວກ​ເຂົາ​ເຈົ້າ​ຍ້າຍ​ມາ​ຈາກ​ບ່ອນ​ອື່ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ກ່າວ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ໃນ​ທຳ​ນຽບ​ຂາວຊຶ່ງ​ສະ​ແດງ​ໃຫ້​ຮູ້​ວ່າ ຈະ​ຍ້າຍ​ເອົາທະ​ຫານ​ອອກ​ຈາກ​ເຢຍ​ຣະ​ມັນ​ໄປຢູ່​ທີ່​ນັ້ນ.

ທະ​ຫານກວດ​ກາ​ເບິ່ງ​ອຸ​ປະ​ກອນ​ຂອ​ງ​ຕົນ​ພາຍ​ຫລັງ​ຖືກສົ່ງ​ໄປ​ປະ​ຈຳ​ການ​ຢູ່​ໂປ​ແລນ ເພື່ອ​ຊ້ອມ​ລົບ​ຢູ່​ໃນເຂດ​ຊ້ອມ​ລົບ Drawsko Pomorskie ຂອງ​ໂປ​ແລນ, ວັນ​ທີ 21 ມີ​ນາ, 2019
ທະ​ຫານກວດ​ກາ​ເບິ່ງ​ອຸ​ປະ​ກອນ​ຂອ​ງ​ຕົນ​ພາຍ​ຫລັງ​ຖືກສົ່ງ​ໄປ​ປະ​ຈຳ​ການ​ຢູ່​ໂປ​ແລນ ເພື່ອ​ຊ້ອມ​ລົບ​ຢູ່​ໃນເຂດ​ຊ້ອມ​ລົບ Drawsko Pomorskie ຂອງ​ໂປ​ແລນ, ວັນ​ທີ 21 ມີ​ນາ, 2019

ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ທີ່​ຈະ​ເພີ້ມ​ຈຳ​ນວນກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ທັງ​ໝົດ​ຢູ່​ໃນ​ຢູ​ໂຣບ​ຂຶ້ນ.

ໃນ​ເວ​ລາ​ຕໍ່​ມາ ​ຂະ​ນະ​ທີ່​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວຮ່ວມ​ກັນຢູ່​ໃນເດີ່ນສວນ​ກຸ​ຫລາບຂອງ​ທຳ​ນຽບ​ຂາວ​ນັ້ນ ທ່ານ ດູ​ດາ​ໄດ້​ກ່າວ​ວ່າ ມີ​ທະ​ຫານ​ອາ​ເມ​ຣິ​ກັນ​ຢູ່ ປະ​ເທດ​ຂອງ​ທ່ານ​ແລ້ວ 4,500 ຄົນ​ ໂດຍ​ໄດ້​ໝູ​ນວຽນປ່ຽນ​ຜຽນ​ກັນ ແລະ​ທ່ານ​ກ່າວ​ວ່າ ເອ​ກະ​ສານ​ທີ່​ໄດ້​ຖືກ​ເຊັນ​ໃນ​ວັນ​ພຸດ​ວານນີ້ ຈະ​ເປັນ​ການ​ເປີດ​ທາງ​ໃຫ້​ມີ​ການສົ່ງ​ກອງ​ທະ​ຫານ ຊຶ່ງ​ລວມ​ທັງ​ກຳ​ລັງ​ທະ​ຫານ​ພິ​ເສດ ໄປທີ່ນັ້ນ​ເພີ້ມ​ອີກ ຊຶ່ງ​ເປັນ​ສ່ວນ​ນຶ່ງຂອງ "ການ​ປະ​ຈຳ​ການ​ແບບຍາວ​ນານ."

ຜູ້​ນຳ​ທັງ​ສອງ​ທ່ານ​ໄດ້​ຫລີກ​ລ້ຽງ​ການ​ປະ​ກາດການ​ຍົກ​ຍ້າຍ​ເອົາ​ທະ​ຫານ​ໄປ​ປະ​ຈຳ​ຢູ່​ໂປ​ແລນ "ຢ່າງ​ຖາ​ວອນ" ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ຈະ​ເຮັດ​ໃຫ້ມີ​ຄວາມ​ເຄັ່ງ​ຕຶງ​ກັບ​ຣັດ​ເຊຍ​ເພີ້ມ​ຂຶ້ນນັ້ນ.
ທ່ານ​ດູ​ດາ​ອະ​ທິ​ບາຍ​ວ່າ "ມັນ​ຈະ​ຂຶ້ນ​ກັບ​ສະ​ຫະ​ລັດ​ຕະ​ຫລອດທີ່​ຈະ​ຕັດ​ສິນ​ໃຈ​ວ່າ ຈະ​ສົ່ງ​ທະ​ຫານ​ໄປ​ຢູ່​ໂປ​ແລນ​ຫລາຍ​ປານ​ໃດ.”

ການ​ປະ​ກາດວ່າ ຈະ​ສົ່ງ​ທະ​ຫານ 1,000 ຄົນ​ໄປ​ເພີ້ມ ໃນ​ວັນ​ພຸດ​ວານນີ້ “ເປັນ​ສັນ​ຍາ​ລັກ​ຫລາຍກວ່າຜົນ​ທີ່​ແທ້​ຈິງ" ຍ້ອນ​ວ່າ ຈະ​ບໍ່​ມີ​ທະ​ຫານ​ສູ້​ລົບ​ໃນສົງ​ຄາມ ແລະກໍ​ຈະ​ບໍ່​ມີ​ກຳ​ລັງ​ທະ​ຫານ​ໃດໆ ໄປ​ປະ​ຈຳ​ຢູ່​ໂປ​ແລນ​ຢ່າງ​ຖາ​ວອນຈັກ​ເທື່ອ​ ແລະ "ຈະ​ບໍ່​ມີ​ການ​ເພີ້ມ​ຂີດຄວາມ​ສາ​ມາດ​ທາງ​ທະ​ຫານ​ຢ່າງ​ໃຫຍ່​ເພື່ອ​ຕໍ່​ຕ້ານ​ກັບ​ຣັດ​ເຊຍເລີຍ," ອີງ​ຕາມ​ນັກ​ຄົ້ນ​ຄວ້າແບ​ລ​ຊ໌ ມິ​ສ​ຕອ​ລ (Blaise Misztal) ໃນ​ສະ​ຖາ​ບັນ​ຮັດ​ສັນ. ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ "ໂປ​ແລນ​ຈະ​ໄດ້​ເຫັນ​ສະ​ພາບນີ້ ໂດຍ​ຫວັງ​ວ່າ ມັນຈະ​ເປັນການ​ເລີ້ມ​ຕົ້ນ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ​ລະ​ຫວ່າງ ສະ​ຫະ​ລັດ​ກັບ​ໂປ​ແລນທີ່​ເພີ້ມ​ຂຶ້ນ​ໄປ​ອີກ ບໍ່​ແມ່ນ​ເປັນ​ສະ​ພາບ​ທີ່​ສຸດຢູ່​ແຕ່​ເທົ່ານັ້ນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG